Friday, December 26, 2025
Home Blog Page 1079

10 ວິທີປະຢັດເງີນຮັບສະຖານະການນໍ້າມັນແພງ

0

ມື້ນີ້ພວກເຮົາມີເຄັດລັບດີໆ ມາຝາກສຳລັບຜູ້ໃຊ້ລົດ ໃນແຕ່ລະມື້ນໍ້າມັນນັບມື້ນັບແພງຂື້ນຫຼາຍ ແຕ່ພວກເຮົາກໍ່ຍັງບໍ່ປະຕິເສດທີ່ຈະໃຊ້ລົດ ມື້ນີ້ພວກເຮົາຈະພາທ່ານໄປຊອກຫາວິທີທີ່ຈະຊ່ວຍໃຫ້ທ່ານປະຢັດເງີນໃນກະເປົາ 10 ວິທີຂັບຂີ່ຮັບສະຖານະການນໍ້າມັນແພງມີວິທີໃດແດ່? ໄປເບີ່ງນຳກັນເລີຍ.

  1. ເລີ່ມຕົ້ນໂດຍການສະຕາດລົດ ຢ່າອຸ່ນເຄື່ອງດົນເກີນໄປເນື່ອງຈາກເປືອງໂດຍບໍ່ມີເຫດຜົນ ອຸ່ນເຄື່ອງເຄິ່ງນາທີຫຼັງຈາກນັ້ນຄ່ອຍໆ ຂັບລົດຊ້າໆ ລົດລຸ້ນໃໝ່ລະບົບຈະຫຼໍ່ລື່ນດີກວ່າລົດສະໄໝກ່ອນ ວິທີນີ້ສາມາດປະຢັດນໍ້າມັນໄດ້ 1-2%.
  2. ເວລາອອກລົດຄວນເລັ່ງລົດຄ່ອຍໆ ເພາະເວລາລົດເຄື່ອນຍ້າຍໄປໄດ້ໄລຍະໜຶ່ງຈະຕ້ອງຄ້າງໃຫ້ຢູ່ລະດັບນັ້ນ ເພື່ອໃຫ້ເຄື່ອງຈັກປ່ຽນຈັງຫວະເກຍດ້ວຍໂຕມັນເອງໄປເລື້ອຍໆ ຫຼື ງ່າຍໆ ກໍ່ຄືບໍ່ຄວນເລັ່ງເກີນ 2,000-2,500 ຮອບ/ນາທີ (ຍົກເວັ້ນຖ້າຈຳເປັນຕ້ອງເລັ່ງຄວາມໄວຫຼາຍໆ) ວິທີນີ້ສາມາດໃຊ້ໄດ້ເກຍແບບໂອໂຕ ແລະ ເກຍກະປຸກ ສາມາດຊ່ວຍປະຢັດນໍ້າມັນໄດ້ປະມານ 2-5%.
  3. ເມື່ອລົດຈອດຢູ່ດ້ວຍເປີດໄຟສັນຍານຄວນປ່ອຍໃຫ້ລົດແລ່ນເອງ ໂດຍບໍ່ຈໍາເປັນຕ້ອງປົດເກຍຫວ່າງ ເພາະເປັນການເຮັດໃຫ້ເຄື່ອງຈັກຕັດຂາດການສະໜອງນໍ້າມັນແບບອັດຕະໂນມັດ ເພາະກ່ອງຄວບຄຸມຮູ້ວ່າບໍ່ມີພາລະຄວາມຕ້ອງການນໍ້າມັນໃນເວລານັ້ນ ຖ້າປ່ອຍໃຫ້ໄຫຼໄກເທົ່າໃດຍີ່ງປະຢັດນໍ້າມັນເທົ່ານັ້ນ (ແຕ່ຕ້ອງລະວັງຢ່າເຮັດໃຫ້ລົດກີດຂວາງຄັນທາງຫຼັງ) ວິທີນີ້ຈະຊ່ວຍປະຢັດນໍ້າມັນໄດ້ປະມານ 3-7%.
  4. ເວລາຂັບຂື້ນຄ່ອຍໃຫ້ເພີ່ມຄວາມໄວໜ້ອຍລົງປະມານ 5 ກິໂລແມັດຕໍ່ຊົ່ວໂມງ ຈາກການແລ່ນປົກ ກະຕິ ເມື່ອໄປໃກ້ຈະຮອດຈຸດໝາຍໃຫ້ປ່ອຍຄັນເລັ່ງແລ້ວໃຫ້ລົດໄຫຼຕໍ່ໄປເລີຍ ແລະ ເມື່ອລົງຄ່ອຍກໍ່ປ່ອຍໃຫ້ໄຫຼຕໍ່ໄປອີກ ເມື່ອໄປຮອດຫົນທາງຮາບພຽງໃຫ້ເພີ່ມຄັນເລັ່ງເພື່ອໃຫ້ລົດມີຄວາມໄວຄືກັນກັບວ່າຈະລົງໄປເທິງພູ (ວິທີການນີ້ປະຕິບັດເລື້ອຍໆ ໄດ້ຮັບຜົນດີ) ຊ່ວຍປະຢັດນໍ້າມັນໄດ້ 2-4%.
  5. ຂັບຂີ່ໄປຕາມເສັ້ນທາງທີ່ໃຫ້ຜ່ອນຄວາມໄວ ຄວນກະໄລຍະທາງກ່ອນຈີ່ງປ່ອຍຄັນເລັ່ງໃຫ້ລົດຈະແລ່ນຊ້າໆ ຈົນກວ່າຄວາມໄວເໝາະກັບການຂື້ນເນີນຢ່າງນີ້ມນວນ ເມື່ອວິດແລ້ວກໍ່ໃຫ້ຢຽບຄັນເລັ່ງຊ້າໆ ໃຫ້ພໍມີຄວາມໄວກ່ອນຈະເຖີງເສັ້ນທາງຜ່ອນຄວາມໄວອັນຕໍ່ໄປ ຈະຊ່ວຍປະຢັດນໍ້າມັນໄດ້ປະມານ 1-2%.
  6. ເມື່ອລ້ຽວລົດໃນລັກສະນະທີ່ຫັກພວງມາໄລຈົນສຸດ ໃຫ້ອອກລົດຊ້າໆ ຈົນກ່ວາສາມາດໝູນ ພວງມາໄລກັບຄືນໄດ້ເລັກໜ້ອຍແລ້ວຈີ່ງເລັ່ງຄວາມໄວຂື້ນ (ໃຫ້ແນ່ໃຈວ່າບໍ່ໄດ້ຕັດໜ້າລົດຄົນອື່ນ) ເພາະເມື່ອຫັກພວງມາໄລສຸດ ຫຼື ມູມລໍ້ເບື້ອງຊ້າຍ-ຂວາ ຈະອືດເລັກໜ້ອຍມັນເປັນເລື່ອງປົກກະຕິ ສຳລັບມູມໃນການລ້ຽວ ຈັງຫວະນີ້ແມ່ນເຄື່ອງຈັກຕ້ອງໃຊ້ພະລັງເພື່ອສູ້ກັບກຳລັງແຮງຝືດພໍສົມຄວນ ດັ່ງນັ້ນລໍຖ້າໃຫ້ພວງມາໄລກັບຄືນມາເລັກໜ້ອຍແລ້ວຈີ່ງຄ່ອຍເພີ່ມຄວາມໄວ ວິທີນີ້ສາມາດປະຢັດນໍ້າມັນໄດ້ປະມານ 1-2%.
  7. ໃນເວລາທີ່ກຳລັງຂັບລົດຢູ່ຫົນທາງໂລ່ງໆ ບໍ່ຄວນເລັ່ງລົດແລ້ວເບກທັນທີ ຄວນຮັກສາລະດັບຄວາມໄວໃຫ້ໃກ້ຄຽງກັບລົດທີ່ແລ່ນໃນເລນທາງດຽວກັນ ແລະ ເບິ່ງສະຖານະການລ່ວງໜ້າປະມານ 4-5 ຄັນທາງໜ້າ ເມື່ອທ່ານເຫັນວ່າລົດທີ່ຢູ່ໄກແມ່ນເບກ ແລ້ວປ່ອຍຄັນເລັ່ງຈົນກ່ວາຄວາມໄວຈະຫຼຸດລົງ ຄືກັບການຜ່ອນຄວາມໄວໃຫ້ຊ້າລົງກ່ອນລົດທີ່ຈະເບກ ແລ້ວຈີ່ງຄ່ອຍໆ ປ່ອຍໃຫ້ລົດໄຫຼຕາມຄວາມເປັນຈິງ ແລະ ຢ່າລືມໃຊ້ຄວາມໄວຕາມທີ່ກົດໝາຍກຳນົດນຳເດີ ການຂັບຂີ່ວິທີນີ້ຊ່ວຍປະຢັດນໍ້າມັນໄດ້ປະມານ 1-2%.
  8. ຢ່າປ່ຽນເສັ້ນທາງ ຫຼື ແຊງເລື້ອຍໆ ເພາະວ່າຊ່ວງເວລານີ້ຕ້ອງໃຊ້ພະລັງງານເຄື່ອງຈັກເພື່ອເລັ່ງຄວາມໄວໃຫ້ຫຼາຍເທົ່າກັບລົດທີ່ເຮົາແຊງ ແລະ ຄວນເວັ້ນໄລຍະຫ່າງລົດທາງໜ້າໃຫ້ຫຼາຍແດ່ ຖ້າຈຳເປັນກໍ່ຄວນປ່ອຍໃຫ້ມີບ່ອນຫວ່າງເລັກໜ້ອຍ ເພື່ອໃຫ້ມີໄລຍະທາງການໄຫຼ ແລະ ເມື່ອປ່ຽນເສັ້ນທາງສຳເລັດແລ້ວ ພຽງແຕ່ເລັ່ງຄ່ອຍໆ ຄວາມໄວຈະບໍ່ແຕກຕ່າງກັນປານໃດ ຈະຊ່ວຍປະຢັດນໍ້າມັນໄດ້ປະມານ 1-2%.
  9. ຄວນສຶກສາທາງລັດ, ຫຼີກລ້ຽງລົດຕິດ ຟັງການລາຍງານຈາກຈໍລະຈອນ ເມື່ອເວລາຈອດລົດເຮັດພາລະກິດກໍ່ຄວນມອດລົດທຸກໆ ຄັ້ງເປັນຕົ້ນແມ່ນເວລາໃສ່ນໍ້າມັນ, ຊື້ຂອງກິນ, ຈອດແຕ່ງໜ້າ ຫຼື ສະຖານທີ່ທ່ອງທ່ຽວຕ່າງໆ ວິທີນີ້ສາມາດປະຢັດນໍ້າມັນໄດ້ປະມານ 5-10%.
  10. ຫຼີກລ່ຽງການເພີ່ມນໍ້າໜັກອັນເປັນພາລະຂອງລົດໂດຍບໍ່ຈຳເປັນ ເຊັ່ນ: ເຄື່ອງໃຫຍ່ໆ ໜັກໆ ລວມໄປເຖີງສີ່ງທີ່ບໍ່ຈຳເປັນຕ້ອງເອົາຂື້ນລົດ ຊ່ວຍປະຢັດນໍ້າມັນໄດ້ 3-5%.

10 ວິທີນີ້ສາມາດເປັນຕົວຊ່ວຍໃນການປະຢັດນໍ້າມັນໄດ້ຫຼາຍ ນອກຈາກການປະຢັດນໍ້າມັນແລ້ວ ຍັງເປັນການບຳລຸງຮັກສາອຸປະກອນສ່ວນອື່ນໆ ຂອງລົດໄດ້ນຳອີກ ແລະ ຍັງເຮັດໃຫ້ເຮົາມີນິໄສເປັນຜູ້ຂັບຂີ່ທີ່ດີ ຖ້າເຮັດໄດ້ 5 ຢ່າງຖືວ່າໂອເຄແລ້ວ!

ການບິນລາວເປີດຖ້ຽວບິນ ຫຼວງພະບາງ-ບາງກອກ-ຫຼວງພະບາງ ເພື່ອກະຕຸ້ນການທ່ອງທ່ຽວ

0

ນັບເປັນເວລາດົນນານພໍສົມຄວນທີ່ໄດ້ຍົກເລີກເສັ້ນທາງສາຍການບິນຂອງບັນປະເທດເພື່ອນບ້ານສູ່ແຂວງຫຼວງພະບາງ ເມືອງມໍລະດົກໂລກ ຍ້ອນສະພາບການລະບາດຂອງພະຍາດໂຄວິດ-19, ໜຶ່ງໃນນັ້ນກໍແມ່ນສາຍການບິນຫຼວງພະບາງ ສູ່ບາງກອກ ແອເວ ມາຮອດວັນທີ 17 ມິຖຸນາ 2022, ລັດວິສາຫະກິດການບິນລາວ ສາຂາແຂວງຫຼວງພະບາງ ໄດ້ເລີ່ມເປີດຖ້ຽວບິນສູ່ບາງກອກປະເທດໄທ ອີກຮອບໃໝ່ຢ່າງເປັນທາງການແລ້ວ.

ທ່ານໃດທີ່ມີຈຸດປະສົງຢາກເດີນທາງໄປປະເທດໄທແມ່ນສາມາດສັ່ງຈອງໄດ້ແລ້ວ ນໍາລັດວິສາຫະກິດ ການບິນລາວ ເສັ້ນທາງຫຼວງພະບາງ-ບາງກອກ-ຫຼວງພະບາງ ຊຶ່ງຖ້ຽວບິນດັ່ງກ່າວແມ່ນເສັ້ນທາງຕ່າງປະເທດ ໃນຮອບ 3 ປີຂອງສະໜາມບິນສາກົນຫຼວງພະບາງ ຕັ້ງແຕ່ມີການລະບາດຂອງໂຄວິດ-19 ແລະ ໃນຕອນແລງຂອງວັນທີ 17 ມິຖຸນາ 2022 ເວລາ 14:47 ນາທີ, ໄດ້ມີຖ້ຽວບິນຈາກສະໜາມບິນບາງກອກ ປະເທດໄທ ມາຮອດສະໜາມບິນສາກົນແຂວງຫຼວງພະບາງ ເພື່ອເປີດໃຫ້ບໍລິການໃໝ່ ຊຶ່ງສະແດງໃຫ້ເຫັນວ່າສາຍການບິນດັ່ງກ່າວແມ່ນໄດ້ເລີ່ມບິນຮັບໃຊ້ບໍລິການຜູ້ໂດຍສານຢ່າງເປັນປົກກະຕິແລ້ວ ແລະ ຊາວຫຼວງພະບາງຍິນດີຕ້ອນຮັບທຸກທ່ານທີ່ມາທ່ອງທ່ຽວນະຄອນຫຼວງພະບາງໃນຮອບໃໝ່ຫຼັງຈາກພະຍາດໂຄວິດ-19 ຜ່ອນຄາຍລົງ.

ສໍາລັບຕາຕະລາງການບິນໃຫ້ບໍລິການຂອງສາຍການບິນມີ 3 ວັນຄື: ວັນຈັນ, ພຸດ ແລະ ສຸກ. ບິນຈາກຫຼວງພະບາງສູ່ບາງກອກປະເທດໄທ ແມ່ນຖ້ຽວບິນ QV633 ອອກເວລາ 10:00 ໂມງ-12:00 ໂມງ ເຖິງບາງ ກອກ ແລະ ບິນຈາກບາງກອກ-ຫຼວງພະບາງ ຖ້ຽວບິນ QV634 ອອກເວລາ 13:00ໂມງ – 15:00 ໂມງ ເຖິງສະໜາມບິນສາກົນຫຼວງພະບາງ. ນີ້ກໍຖືເປັນຂ່າວດີອີກຂ່າວໜຶ່ງທີ່ຈະສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ຜູ້ ໂດຍສານທີ່ຈະເດີນທາງໄປໄທ ແລະ ຈາກໄທມາທ່ຽວຫຼວງພະບາງ ສະດວກສະບາຍໄປດ້ວຍສາຍການບິນລາວແອເວ.

ສໍາລັບແຜນໃນຕໍ່ໜ້າແມ່ນປະມານໃນເດືອນ 10 ຈະໄດ້ເພີ່ມຖ້ຽວບິນຫຼວງພະບາງ-ກຸງເທບ-ຫຼວງພະບາງ (ບິນທຸກໆມື້) ແລະ ຫຼວງພະບາງ-ຊຽງໃໝ່-ຫຼວງພະບາງ (3 ຖ້ຽວ/ອາທິດ) ຫຼວງພະບາງ-ຮ່າໂນ້ຍ-ຫຼວງພະບາງ (4 ຖ້ຽວ/ອາທິດ) ຫຼວງພະບາງ-ສຽມຣຽບ-ຫຼວງພະບາງ (3 ຖ້ຽວ/ອາທິດ).

ຂ່າວ: ສີສຸວັນ – ພາບ: ເພັດສາຄອນ ສິມມະວົງ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

ພະຍາດທີ່ບໍ່ຄວນດື່ມນໍ້າໝາກພ້າວ

0

ສ່ວນຫຼາຍຄົນຈະມັກດື່ມນໍ້າໝາກພ້າວ ເພາະນໍ້າໝາກພ້າວມີປະໂຫຍດ ແລະ ເຮັດໃຫ້ຮ່າງກາຍສົດຊື່ນ ແຕ່ທ່ານຮູ້ບໍ່ວ່າ? ການດື່ມນໍ້າໝາກພ້າວຈະມີຜົນກະທົບໃຫ້ຮ່າງກາຍສູນເສຍ ເຮົາຄວນຮູ້ໄວ້ກ່ອນທີ່ຈະສາຍເກີນໄປ.

ຄົນທີ່ບໍ່ຄວນດື່ມນໍ້າໝາກພ້າວ

ພະຍາດໝາກໄຂ່ຫຼັງ ເຊີ່ງນໍ້າໝາກພ້າວຈະໄປກະຕຸ້ນການຂັບຖ່າຍ ຖ້າຮ່າງກາຍຂາດນໍ້າ ຄົນທີ່ເປັນພະຍາດໝາກໄຂ່ຫຼັງອາດຈະຫົວໃຈວາຍ ຄົນທີ່ເປັນພະຍາດນີ້ບໍ່ຄວນດື່ມ.

ຄົນທີ່ມີອາການຫົວໃຈເຕັ້ນຜິດປົກກະຕິ ເພາະການດື່ມນໍ້າໝາກພ້າວຮ່າງກາຍຈະໄດ້ຮັບໂພແທດຊຽມຫຼາຍ ອາດສ້າງບັນຫາໃຫ້ກັບຫົວໃຈໄດ້ ສຳລັບຄົນທີ່ເປັນພະຍາດນີ້ຄວນຫຼີກລ່ຽງການດື່ມນໍ້າໝາກພ້າວ.

ຄຸນປະໂຫຍດຈາກນໍ້າໝາກພ້າວ

1 ນໍ້າໝາກພ້າວເປັນເຄື່ອງດື່ມເກືອແຮ່ທີ່ດີສຸດ ເພາະມີທັງໂພແທດຊຽມສາມາດຊ່ວຍໃຫ້ຮ່າງກາຍຟື້ນຟູ ແລະ ນໍ້າຕານກູໂຄສກໍ່ສາມາດດູດຊືມໃຊ້ໄດ້ທັນທີ ນັກກິລາທີ່ປ່ອຍພະລັງງານຫຼາຍຈົນເມື່ອຍລ້າ ຄວນດື່ມນໍ້າໝາກພ້າວຈະເຮັດໃຫ້ສົດຊື່ນຂື້ນມາທັນຕາເຫັນ.

2 ເວລາຖອກທ້ອງຮ່າງກາຍຈະເສຍເກືອແຮ່ຫຼາຍ ບາງຄົນຈົນຊ໊ອກກໍ່ມີ ແຕ່ນໍ້າໝາກພ້າວສາມາດທົດແທນເກືອແຮ່ ໄດ້ ສີ່ງສຳຄັນບໍ່ມີນໍ້າຕານຂັດສີທີ່ເປັນອັນຕະລາຍຕໍ່ສຸຂະພາບ.

3 ນໍ້າໝາກພ້າວມີສານອາຫານທີ່ຊ່ວຍບຳລຸງສະໝອງຫຼາຍຊະນິດ ໄວໝຸ່ມຄວນດື່ມເປັນປະຈຳ ຈະເຮັດໃຫ້ມີຄວາມຈຳດີ ຊ່ວຍໃຫ້ຜິວແຂງແຮງ ປ້ອງກັນສິວນຳອີກ.

4 ຖ້າໃຜມັກວິນເລື້ອຍໆ ຍ້ອນເລືອດໜ້ອຍ ຄວນດື່ມນໍ້າໝາກພ້າວເລື້ອຍໆ ເພາະທາດໂພແທດຊຽມໃນນໍ້າໝາກພ້າວຈະເຂົ້າໄປບຳລຸງຮ່າງກາຍ, ສ້າງເມັດເລືອດ ແລະ ຄວາມດັນຈະເປັນປົກກະຕິ.

5 ນໍ້າໝາກພ້າວສາມາດຊຸວຍຫຼຸດໄຂ້ສູງໄດ້ດີ ແລະ ມີກົດລໍຣິກທີ່ເປັນຢາຂ້າເຊື້ອ ດື່ມແລ້ວອາການຈະດີຂື້ນ.

6 ເດືອນຕົ້ນປີ ສາມາດຂຶ້ນທະບຽນອອກໃບຕາດິນໄດ້ 36 ພັນກວ່າຕອນ

0

ການຈັດຕັ້ງປະຕິບັດການຂຶ້ນທະບຽນອອກໃບຕາດິນໄລຍະ 6 ເດືອນຕົ້ນປີນີ້ ສາມາດຂຶ້ນທະບຽນ ອອກໃບຕາດິນໄດ້ພຽງ 36.165 ຕອນ ຫຼື ເທົ່າກັບ 12.06% ຂອງແຜນປີ ເມື່ອທຽບໃສ່ໂຕເລກແຜນ ການທີ່ສະພາແຫ່ງຊາດໄດ້ຮັບຮອງ 300.000 ຕອນ ໃນປີ 2022 ແມ່ນຍັງໄດ້ໜ້ອຍ ຊຶ່ງອາດແມ່ນຍ້ອນ 5 ເຫດຜົນ, ຕໍ່ບັນຫານີ້ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ຊສ) ຈະເລັ່ງສືບຕໍ່ຊຸກຍູ້ບັນດາຫ້ອງການ ຊສ ຂັ້ນເມືອງ ທີ່ໄດ້ມອບວຽກງານຂຶ້ນທະບຽນອອກໃບຕາດິນໃຫ້ແລ້ວ ດໍາເນີນການຈັດຕັ້ງປະຕິບັດໃຫ້ສໍາເລັດຕາມໂຕເລກແຜນການທີ່ວາງໄວ້.

ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ກະຊວງ ຊສ ໄດ້ຂຶ້ນຊີ້ແຈງຕໍ່ຂໍ້ຊັກຖາມຂອງ ສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອວັນທີ 16 ມິຖຸນາ ຜ່ານມາ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານຮອງລັດຖະມົນຕີກະຊວງ ຊສ ໄດ້ກ່າວວ່າ: ມາຮອດປັດຈຸບັນ ໄດ້ສຳເລັດການສັງລວມຂໍ້ມູນສະຖິຕິຕອນດິນ ຫຼື ສຳມະໂນຕອນດິນທັງໝົດ 3.000.632 ຕອນ ໃນຂອບເຂດທົ່ວປະເທດ ຊຶ່ງໃນນັ້ນ ໄດ້ຂຶ້ນທະບຽນອອກໃບຕາດິນແລ້ວ 1.673.634 ຕອນ ແລະ ໄດ້ນຳເຂົ້າຖານຂໍ້ມູນເປັນດີຈີຕອນໃນທົ່ວປະເທດ 1.050.275 ຕອນ ແລະ ສາມາດເຊື່ອມກັບທະນາຄານການຄ້າຕ່າງປະເທດລາວ 662.668 ຕອນ ຊຶ່ງບັນດາເມືອງກຳລັງນຳເອົາຂໍ້ມູນ ເພື່ອໃຫ້ສາມາດເຊື່ອມກັບທະນາຄານໄດ້. ຂະນະທີ່ການຂຶ້ນທະບຽນອອກໃບຕາດິນ ໃນ 6 ເດືອນຕົ້ນປີ ແມ່ນຍັງໄດ້ໜ້ອຍ ຖ້າທຽບໃສ່ໂຕເລກແຜນການທີ່ສະພາແຫ່ງຊາດໄດ້ຮັບຮອງແມ່ນຈໍານວນ 300.000 ຕອນ ໃນປີ 2022 ນີ້ ຊຶ່ງມາຮອດວັນທີ 13/6/2022 ສາມາດຂຶ້ນທະບຽບອອກໃບຕາດິນໄດ້ 36.165 ຕອນ ຫຼື ເທົ່າກັບ 12,06% ຂອງແຜນປີ. ເຫດຜົນທີ່ການຈັດຕັ້ງປະຕິບັດ ຄາດໝາຍໂຕເລກການຂຶ້ນທະບຽນອອກໃບຕາດິນ ຍັງໄດ້ໜ້ອຍ ອາດແມ່ນຍ້ອນ:

1) ໂຕເລກຄາດໝາຍຂອງແຜນ 5 ປີ (2021-2025) ທີ່ໃຫ້ບັນລຸ 1,6 ລ້ານຕອນ ເຫັນວ່າສູງສົມ ຄວນຖ້າທຽບໃສ່ແຜນ 5 ປີຜ່ານມາ (2016-2020) ທີ່ມີພຽງແຕ່ 400.000 ຕອນ. ສະເພາະປີ 2022 ນີ້ ໂຕເລກຄາດໝາຍ 300.000 ຕອນ ເມື່ອທຽບໃສ່ປີຜ່ານໆມາແມ່ນສູງສົມຄວນ ແລະ ທ້າທາຍໃນການຈັດຕັ້ງປະຕິບັດ (ຖ້າທຽບໃສ່ປີ 2021 ມີພຽງແຕ່ 80.000 ຕອນເທົ່ານັ້ນ). ແຕ່ເພື່ອສູ້ຊົນບັນລຸໃຫ້ໄດ້ຄາດໝາຍ 1,6 ລ້ານຕອນໃນປີ 2025 ຈຶ່ງຈຳເປັນຕ້ອງຈັດແບ່ງໂຕເລກສູງ;

2) ງົບປະມານທີ່ຮັບໃຊ້ໃນການຈັດຕັ້ງປະຕິບັດວຽກງານຂຶ້ນທະບຽນອອກໃບຕາດິນ ແມ່ນຍັງບໍ່ທັນໄດ້ຮັບໃນປີ 2022 ຈຳນວນ 1,5 ຕື້ກີບ;

3) ເນື່ອງຈາກການລະບາດຂອງພະຍາດໂຄວິດ-19;

4) ງົບປະມານຈາກໂຄງການຂຶ້ນທະບຽນອອກໃບຕາດິນຢ່າງເປັນລະບົບ ທີ່ໄດ້ຮັບການສະໜັບສະໜູນຈາກທະນາຄານໂລກ ຫາກໍໄດ້ຮັບຮອງເງື່ອນໄຂ ຊຶ່ງຈະໄດ້ກຽມຄວາມພ້ອມໃນການສ້າງໜ່ວຍງານຂຶ້ນທະບຽນອອກໃບຕາດິນເປັນລະບົບ, ຝຶກອົບຮົມ, ຈັດຊື້ອຸປະກອນ, ພາຫະນະຕາມລະບຽບການ;

5) ຕອນດິນຕົກຄ້າງ ທີ່ບໍ່ທັນໄດ້ອອກໃບຕາດິນສ່ວນຫຼາຍແມ່ນນອນໃນເຂດສາມປະເພດປ່າ ຊຶ່ງກະຊວງກະສິກຳ ແລະ ປ່າໄມ້ ແລະ ກະຊວງ ຊສ ໄດ້ປຶກສາຫາລືກັນ ແລະ ກຳລັງສ້າງນິຕິກຳເປັນບ່ອນອີງ.

ຕໍ່ກັບບັນຫາດັ່ງກ່າວ, ກະຊວງ ຊສ ໄດ້ມີມາດຕະການ ແລະ ແຜນການຈັດຕັ້ງປະຕິບັດໃນ 6 ເດືອນທ້າຍປີ ຄື: ຈະສືບຕໍ່ຊຸກຍູ້ ຫ້ອງການ ຊສ ຂັ້ນເມືອງ ທີ່ໄດ້ມອບວຽກງານຂຶ້ນທະບຽນອອກໃບຕາດິນໃຫ້ແລ້ວ ດໍາເນີນການຈັດຕັ້ງປະຕິບັດໃຫ້ສໍາເລັດຕາມໂຕເລກແຜນການທີ່ວາງໄວ້. ສໍາລັບເມືອງໃດທີ່ຍັງບໍ່ທັນໄດ້ມອບ ກໍຈະເອົາໃຈໃສ່ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ເພື່ອຊຸກຍູ້, ສ້າງເງື່ອນໄຂ, ປັບປຸງພາລະບົດບາດ ແລະ ປະກອບພະນັກງານໃຫ້ພຽງພໍກັບໜ້າວຽກຕົວຈິງ ໂດຍການສັບຊ້ອນພະນັກງານຂັ້ນແຂວງລົງໄປຊ່ວຍ ຫຼື ໄປປະຈຳການເຮັດວຽກວິຊາສະເພາະຢູ່ແຕ່ລະເມືອງ. ພ້ອມທັງຊຸກຍູ້, ຕິດຕາມ ແລະ ແກ້ໄຂບັນຫາການຂາດເຂີນປັດໄຈຊ່ວຍໜູນຕ່າງໆ ເປັນຕົ້ນ: ການຝຶກອົບຮົມ, ສະໜອງງົບປະມານ, ຕໍໍ່ເຕີມອາຄານຫ້ອງການ, ພາຫະນະຮັບໃຊ້, ອຸປະກອນ, ເຄື່ອງມືສຳຫຼວດວັດແທກທີ່ດິນ ແລະ ງົບປະມານຮັບໃຊ້ຕ່າງໆ ເພື່ອຮັບປະກັນການບໍລິການຂຶ້ນທະບຽນອອກໃບຕາດິນໃຫ້ແກ່ປະຊາຊົນໃຫ້ມີຄວາມວ່ອງໄວ, ຫຼຸດຜ່ອນຂັ້ນຕອນ ແລະ ຄ່າໃຊ້ຈ່າຍຕ່າງໆ.

ຂ່າວ-ພາບ: ສຸກສະຫວັນ

Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

ສະພາແຫ່ງຊາດ ປະກາດແຕ່ງຕັ້ງ-ຍົກຍ້າຍສະມາຊິກລັດຖະບານ

0

ໃນວາລະດຳເນີນກອງປະຊຸມ ສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 20 ມິຖຸນາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແລະ ຜ່ານປະກອບຄຳຄິດຄຳເຫັນຂອງ ສະມາຊິກສະພາແຫ່ງຊາດ(ສສຊ) ໄດ້ລົງຄະແນນສຽງເຫັນດີເປັນສ່ວນໃຫຍ່ ເພື່ອຮັບ ຮອງ ແລະ ປະກາດແຕ່ງຕັ້ງ, ຍັກຍ້າຍສະມາຊິກລັດຖະບານຈຳນວນໜຶ່ງ.

ໃນໂອກາດນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດໄດ້ ຂຶ້ນຜ່ານຄຳສະເໜີຂອງ ທ່ານນາຍົກລັດຖະມົນຕີ ວ່າດວ້ຍການພິຈາລະນາຮອງຮັບເອົາການແຕ່ງຕັ້ງ ຮອງນາຍົກລັຖະມົນຕີ ແລະ ພິຈາລະນາຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານ. ເຊິ່ງຜ່ານການປະກອບຄຳຄິດຄຳເຫັນຂອງບັນດາ ສສຊ, ສະພາແຫ່ງຊາດ ໄດ້ຮັບຮອງແຕ່ງຕັ້ງ ທ່ານ ສະເຫລີມໄຊ ກົມມະສິດ ຂຶ້ນເປັນ ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີ ກະຊວງການຕ່າງປະເທດ, ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ຂຶ້ນເປັນຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງແຂວງສະຫວັນນະເຂດ ເປັນປະທານອົງການກວດສອບແຫ່ງລັດ.

ນອກຈາກນີ້, ຍັງໄດ້ສະເໜີພິຈາລະນາຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານ ໂດຍໄດ້ແຕ່ງຕັ້ງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄປເປັນລັດຖະມົນຕີ ປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄປເປັນລັດຖະມົນຕີ ປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ມະໄລທອງ ກົມມະສິດ ປະທານອົງການກວດສອບແຫ່ງລັດ ໄປເປັນລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ບຸນເຫລືອ ສິນໄຊວໍລະວົງ ຮອງລັດຖະມົນກະຊວງການເງິນ ໄປເປັນຜູ້ວ່າການທະນາຄານແຫ່ງ ສປປ ລາວ.

Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

ກະຊວງການເງີນອອກແຈ້ງການຄຸ້ມຄອງນຳເຂົ້າ, ການເຄື່ອນຍ້າຍ ແລະ ການສະໜອງນໍ້າມັນເຊື້ອໄຟໃຫ້ຜູ້ຊົມໃຊ້ໃນຂອບເຂດທົ່ວປະເທດ

0

ລັດຖະມົນຕີ ກະຊວງການເງີນອອກແຈ້ງການຄຸ້ມຄອງນຳເຂົ້າ, ການເຄື່ອນຍ້າຍ ແລະ ການສະໜອງນໍ້າມັນເຊື້ອໄຟໃຫ້ຜູ້ຊົມໃຊ້ໃນຂອບເຂດທົ່ວປະເທດ.

ການຊົດເຊີຍຜົນກະທົບຈາກທາງລົດໄຟ ລາວ-ຈີນ ທີ່ຍັງບໍ່ ທັນຖືກແກ້ໄຂຂາດຕົວ ເນື່ອງຈາກຫລາຍສາເຫດ

0

ໃນກອງປະຊຸມ ສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 16 ມິຖຸນາ 2022, ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍ ທາທິການ ແລະ ຂົນສົ່ງ(ຍທຂ) ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງ ສສຊ ໃນຫລາຍບັນຫາ ໂດຍສະເພາະ ບັນຫາກ່ຽວກັບການແກ້ໄຂຊົດເຊີຍຜົນກະທົບຈາກທາງລົດໄຟລາວ-ຈີນ ໂດຍທ່ານ ໄດ້ຊີ້ແຈງວ່າ: ການແກ້ໄຂຊົດເຊີຍໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກທາງລົດໄຟລາວ-ຈີນ ແມ່ນບັນຫາທີ່ລັດຖະບານໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ ໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ, ໃນນັ້ນ ມີ 2 ໜ້າວຽກ ຄື: ວຽກໄກ່ເກ່ຍ-ຊົດເຊີຍ ໃຫ້ຜູ້ຖືກຜົນກະທົບຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນໃນ 4 ແຂວງ ແລະ ນະຄອນຫລວງວຽງຈັນ ຕາມການສັງຮວມຮອດທ້າຍປີ 2021 ມີທັງໝົດ 6.333 ຄອບຄົວ/ຕອນ ເປັນມູນຄ່າ 1.716,09 ຕື້ກີບ, ໄດ້ຮັບການຊົດເຊີຍແລ້ວ 5.272 ຄອບ ຄົວ/ຕອນ ເປັນມູນຄ່າ 1.436,11 ຕື້ກີບ (ເທົ່າກັບ 83,68%) ແລະ ຍັງບໍ່ທັນໄດ້ຮັບການຊົດເຊີຍ 1.061 ຄອບຄົວ/ຕອນ ເປັນມູນຄ່າ279,98 ຕື້ກີບ (ເທົ່າກັບ 16,32%).

ສຳລັບ ຜູ້ທີ່ຖືກຜົນກະທົບທີ່ຍັງບໍ່ໄດ້ຮັບການຊົດເຊີຍນັ້ນ ເກີດຈາກ 3 ສາເຫດຫລັກ ຄື: ຜູ້ທີ່ຖືກຜົນກະທົບຈໍານວນໜຶ່ງ ຍັງບໍ່ທັນເຂົ້າໃຈ ແລະ ເປັນເອກະພາບ ກັບລາຄາຫົວໜ່ວຍຊົດເຊີຍ ທີ່ທາງອໍານາດການປົກຄອງທ້ອງຖິ່ນວາງອອກ (ສະພາປະຊາ ຊົນແຂວງ ແລະ ນະຄອນຫລວງວຽງຈັນວາງອອກ) ຕໍ່ກັບບັນຫານີ້ ກະຊວງ ຍທຂ ຈະໄດ້ສົມທົບກັບ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງເຜີຍແຜ່ໃຫ້ປະຊາຊົນເຂົ້າໃຈ ແລະ ຮັບຮູ້ຕໍ່ວິທີການປະເມີນ ຫລື ຄິດໄລ່ ພ້ອມທັງສຶກສາອົບຮົມໃຫ້ເຂົາເຈົ້າເຂົ້າໃຈຢ່າງເລິກ ເຊິ່ງ ແນວທາງນະໂຍບາຍຂອງພັກ-ລັດ ແລະ ເຫັນໄດ້ຄວາມໝາຍຄວາມສຳຄັນຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ; ລະບຽບການເບີກຈ່າຍຄ່າຊົດເຊີຍ ທີ່ມີຫລາຍຂັ້ນຕອນຫລາຍລາຍເຊັນ (7 ລາຍເຊັນ) ຕໍ່ກັບບັນຫາດັ່ງກ່າວ ກະຊວງ ຍທຂ ໄດ້ປັບປຸງລະບຽບການເບີກຈ່າຍໃຫ້ຫລຸດຂັ້ນຕອນລົງ (ຍັງເຫລືອ 5 ລາຍເຊັນ) ໂດຍໄດ້ອອກຂໍ້ຕົກລົງ ເລກທີ 11765/ຍທຂ, ລົງວັນທີ 25/5/2022; ຕໍ່ກັບທີ່ດິນ ທີ່ບໍ່ສາມາດພົວພັນຫາເຈົ້າຂອງ ໄດ້ມອບໃຫ້ຫ້ອງວ່າການປົກຄອງນະຄອນຫລວງວຽງຈັນ ຫລື ເຈົ້າຂອງທີ່ດິນບໍ່ມາພົວພັນນັ້ນ ແມ່ນສະເໜີອອກແຈ້ງການຫາ ແລະ ກໍານົດເວລາ ໃຫ້ມາພົວພັນ ກັບຄະນະໄກ່ເກ່ຍນະຄອນຫລວງວຽງຈັນ ພາຍໃນ 30 ວັນ, ຖ້າບໍ່ມີຜູ້ໃດມາພົວພັນ ໝາຍຄວາມວ່າດິນຕອນດັ່ງກ່າວ ແມ່ນເປັນຂອງລັດ.

ທ່ານ ວຽງສະຫວັດ ສີພັນດອນ ຍັງໄດ້ລາຍງານໃຫ້ຮູ້ວ່າ: ວຽກແກ້ໄຂຜົນກະທົບທີ່ເກີດຈາກການກໍ່ສ້າງທາງລົດໄຟລາວ-ຈີນ ເປັນຕົ້ນ ເສັ້ນທາງລົດໄຟຕັດຜ່ານທາງຫລວງແຫ່ງຊາດ, ທາງຫລວງທ້ອງຖິ່ນ, ທາງຊຸມຊົນ ແລະ ທາງເຂົ້າເຂດການຜະລິດ ມີຈຳນວນ 122 ຈຸດທີ່ກໍາລັງສືບຕໍ່ແກ້ໄຂ; ບັນຫາການຖິ້ມເສດວັດສະດຸດິນ, ຫີນຈາກການເຈາະອຸໂມງ ເຊິ່ງມີນໍ້າເກືອເຈືອປົນລົງໃສ່ຕອນດິນປະຊາຊົນ ເຮັດໃຫ້ບໍ່ສາມາດເຮັດກະສິກຳໄດ້ (ຢູ່ແຂວງຫລວງນໍ້າທາ), ລະບົບນໍ້າລິນທີ່ເປ່ເພ, ຈຸດຖິ້ມດິນທີ່ອຸດຕັນທໍ່ລະບາຍນໍ້າ, ຂີ້ເຫຍື້ອ-ຂີ້ປູນ ແລະ ສິ່ງເສດເຫລືອຕ່າງໆ ຢູ່ຈຸດຕັ້ງແຄ້ມ, ບັນຫາລະບົບຊົນລະປະທານໄດ້ຮັບຜົນກະທົບ, ນໍ້າຖ້ວມເນື້ອທີ່ການຜະລິດຂອງປະຊາຊົນ, ບັນຫານໍ້າແຫ້ງ ຈາກຜົນກະທົບການຂຸດເຈາະອຸໂມງ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຊຸກ ຍູ້ໃຫ້ບໍລິສັດລົດໄຟລາວ-ຈີນ ຮີບຮ້ອນແກ້ໄຂໂດຍໃຫ້ສ້າງແຜນວຽກລະອຽດ ພ້ອມທັງຄາດຄະເນເວລາສຳເລັດ ສະເໜີໃຫ້ສືບຕໍ່ຕິດຕາມ.

ຂ່າວ: ກິດຕາ

ພາບ: ອ່າຍຄຳ

ປະຈຸບັນມີ ປັດຈຸບັນມີຫຼາຍກວ່າ 30 ບໍລິສັດ ຈັດສົ່ງແຮງງານລາວ ໄປເຮັດວຽກ ຢູ່ຕ່າງປະເທດ

0

ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງ ສສຊ ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 16 ມິຖຸນາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ: ຜົນກະທົບທີ່ເກີດຈາກການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ໃນສາມປີຜ່ານມາ ໄດ້ເຮັດໃຫ້ແຮງງານລາວສູນເສຍວຽກເຮັດງານທຳ ຫຼື ວ່າງງານ ເປັນຈຳນວນ ຫຼາຍກວ່າ 5 ແສນຄົນ ຫຼື ອັດຕາການວ່າງງານເພີ່ມສູງເຖິງ 21,8% ໃນທ້າຍປີ 2021.

ໃນໄລຍະ 6 ເດືອນຕົ້ນປີຂອງປີ 2022 ເນື່ອງຈາກປະຊາຊົນໄດ້ຮັບວັກຊິນ, ມີຢາປິ່ນ ປົວ ແລະ ຮັບຮູ້ ແລະ ປະຕິບັດການປ້ອງກັນໄດ້ດີຂຶ້ນ ຈຳນວນຜູ້ຕິດເຊື້ອກໍຫຼຸດລົງ, ຈົນເຮັດໃຫ້ລັດຖະບານປະກາດເປີດປະເທດເຮັດໃຫ້ຫຼາຍທຸລະກິດກັບມາດຳເນີນກິດຈະການຄືນໃໝ່. ເພາະສະນັ້ນ, ໜ້າທີ່ຕົ້ນຕໍຂອງລັດຖະບານ ໂດຍກະຊວງ ຮສສ ຈະຕ້ອງປະຕິບັດ ແມ່ນການເຮັດໃຫ້ກຳລັງແຮງງານທີ່ວ່າງງານ ໃຫ້ໄດ້ກັບເຂົ້າສູ່ການມີວຽກເຮັດງານທຳໂດຍໄວເທົ່າທີ່ຈະໄວໄດ້ ຄວາມພະຍາຍາມຮ່ວມກັນຂອງທຸກພາກ ສ່ວນ ຊຶ່ງໃນ 6 ເດືອນຜ່ານມາ ເຮັດໃຫ້ກຳລັງແຮງງານລາວໄດ້ມີວຽກເຮັດລວມທັງໝົດ 27.163 ຄົນ ໃນນັ້ນເກືອບ ເຄິ່ງໜຶ່ງແມ່ນເຮັດວຽກຢູ່ພາຍໃນປະເທດ ແລະ ຫຼາຍກວ່າເຄິ່ງໜຶ່ງໄດ້ວຽກເຮັດຢູ່ຕ່າງປະເທດ. ເພາະສະນັ້ນ, ຕະຫຼາດແຮງງານຢູ່ຕ່າງປະເທດຖືເປັນທາງອອກໜຶ່ງ ໃຫ້ແກ່ແຮງງານລາວເຮົາ ນອກຈາກຈະເປັນວິທີການໜຶ່ງໃນການອອກໄປເກັບກ່ຽວປະສົບການ, ສ້າງທັດສະນະຄະຕິທີ່ດີໃນການເຮັດວຽກໃນສາຂາອາຊີບຕ່າງໆແລ້ວ ຍັງເປັນການສ້າງລາຍຮັບໃຫ້ແກ່ແຮງງານເອງ ແລະ ປະເທດຊາດໄດ້, ຕາມການຄາດຄະເນ ໂດຍສະເລ່ຍແລ້ວແຮງງານລາວທີ່ເຮັດວຽກຢູ່ຕ່າງປະເທດ ທັງຢູ່ປະເທດໄທ, ສ ເກົາຫຼີ ແລະ ຍີ່ປຸ່ນ ໄດ້ສົ່ງເງິນກັບມາປະເທດໄດ້ທັງໝົດເດືອນລະ 4,55 ລ້ານໂດລາ.

ທ່ານ ພົງໄຊສັກ ອິນຖາລາດ ຍັງໃຫ້ຮູ້ອີກວ່າ: ສຳລັບອົງການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດແມ່ນມີທັງອົງການຂອງລັດ ແລະ ບໍລິສັດຈັດຫາງານຂອງເອກະຊົນ ປັດຈຸບັນມີຫຼາຍກວ່າ 30 ບໍລິສັດ. ການອະນຸຍາດສ້າງຕັ້ງ, ຄຸ້ມຄອງ ແລະ ຕິດຕາມ ບັນດາບໍລິສັດຈັດຫາງານ ແມ່ນປະຕິບັດຕາມກົດໝາຍວ່າດ້ວຍແຮງງານ ແລະ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງວິສາຫະກິດບໍລິການຈັດຫາງານ ຊຶ່ງຫາກໍປັບປຸງ ແລະ ປະກາດໃຊ້ໃນວັນທີ 25 ມີນາ 2022. ການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ແມ່ນຕ້ອງຜ່ານອົງການຈັດສົ່ງດັ່ງກ່າວ.

ການຕິດຕາມ ແລະ ຄຸ້ມຄອງການເຄື່ອນໄຫວຂອງບໍລິສັດຈັດຫາງານ ໃນປັດຈຸບັນ ຕົ້ນຕໍແມ່ນໄດ້ປະຕິບັດດັ່ງນີ້: 1). ກ່ອນທີ່ບໍລິສັດຈະລົງເຄື່ອນໄຫວຮັບສະໝັກເອົາແຮງງານຢູ່ແຕ່ລະແຂວງ ເພື່ອສົ່ງໄປເຮັດວຽກທັງຢູ່ພາຍໃນ ແລະ ຕ່າງປະເທດ ຕ້ອງມີໜັງສືຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອແຈ້ງໄປຍັງພ ະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ/ນະຄອນຫຼວງ ຮັບຊາບ ເພື່ອຕິດຕາມ ແລະ ອໍານວຍຄວາມສະດວກໃນການຮັບສະໝັກແຮງງານຢູ່ແຕ່ລະທ້ອງຖິ່ນ. ພ້ອມນີ້ ພະນັກງານທຸກຄົນ ຕ້ອງມີບັດພະນັກງານທີ່ອອກໂດຍກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈຶ່ງສາມາດລົງເຄື່ອນໄຫວໄດ້ ເພື່ອປ້ອງກັນບັນດານາຍໜ້າເຖື່ອນ ທີ່ໄປຕົວະຍົວະຫຼອກລວງແຮງງານ.

ພາຍຫຼັງຮັບສະໝັກແຮງງານ ແລະ ປະກອບເອກະສານຄົບຖ້ວນແລ້ວ ກ່ອນການຈັດສົ່ງ ຕ້ອງໄດ້ຮັບອະນຸຍາດຈາກທ້ອງຖິ່ນເສຍກ່ອນ ຈຶ່ງສາມາດເຄື່ອນຍ້າຍແຮງ ງານໄດ້.

2). ມີປື້ມຄູ່ມືການຝຶກອົບຮົມກ່ອນການຈັດສົ່ງ ຊຶ່ງກ່ອນການຈັດສົ່ງຜູ້ອອກແຮງງານໄປເຮັດວຽກຢູ່ຕ່າງປະເທດແຕ່ລະຄັ້ງ ບໍລິສັດຈັດຫາງານ ຕ້ອງໄດ້ຝຶກອົບ ຮົມ ແນະນໍາກ່ຽວກັບລະບຽບການຕ່າງໆຂອງປະເທດສົ່ງ ແລະ ປະເທດຮັບ, ການເດີນທາງ, ການດໍາລົງຊີວິດ, ການຕິດຕໍ່ກັບພາກສ່ວນກ່ຽວຂ້ອງ ເມື່ອມີບັນຫາ ແລະ ອື່ນໆ.

3). ມີລະບົບໂປຣແກຮມ ແບບອອນລາຍ ເພື່ອບັນທຶກຂໍ້ມູນຂອງຜູ້ອອກແຮງງານທີ່ຖືກຈັດສົ່ງໄປເຮັດວຽກຢູ່ຕ່າງປະເທດທີ່ບໍລິສັດຈັດຫາງານໄດ້ຈັດສົ່ງ.

4). ມີການລົງຕິດຕາມ ແລະ ປະເມີນຜົນການເຄື່ອນໄຫວຂອງແຕ່ລະ ບໍລິສັດ ເປັນແຕ່ລະໄລຍະ. ໃນກໍລະນີບໍລິສັດຈັດຫາງານ ຫາກເຄື່ອນໄຫວບໍ່ສອດຄ່ອງຕາມກົດໝາຍ ແລະ ລະບຽບການ ແມ່ນຈະດໍາເນີນຕາມກົດຫມາຍເຊັ່ນ: ຄັ້ງທີ 1 ສຶກສາອົບຮົມ, ໃຊ້ແທນຄືນຄ່າເສຍຫາຍທີ່ເກີດຂື້ນ ແລະ ປັບໃໝ 10% ຂອງມູນຄ່າທີ່ໃຫ້ໃຊ້ແທນຄືນ; ຄັ້ງທີ 2 ໃຊ້ແທນຄືນ, ປັບໃໝເພີ່ມ 30% ຂອງມູນຄ່າທີ່ໃຫ້ໃຊ້ແທນຄືນ; ຄັ້ງທີ 3 ໃຊ້ແທນຄືນ, ປັບໃໝເພີ່ມ 60% ຂອງມູນຄ່າທີ່ໃຫ້ໃຊ້ແທນຄືນ; ຄັ້ງທີ 4 ສັ່ງໂຈະກິດຈະການຊົ່ວຄາວ; ຄັ້ງທີ 5 ຖອນໃບອະນຸຍາດສ້າງຕັ້ງວິສາຫະ ກິດບໍລິການຈັດຫາງານ. ສ່ວນໃນກໍລະນີມີຄວາມເສຍຫາຍເກີດຂຶ້ນ ຕໍ່ກັບຜູ້ອອກແຮງງານ ຫຼື ອົງການຈັດຕັ້ງທີ່ກ່ຽວຂ້ອງ ວິສາຫະກິດບໍລິການຈັດຫາງານຈະຕ້ອງຊົດໃຊ້ຜົນເສຍຫາຍຄືນໃນແຕ່ລະກໍລະນີ ແລະ ຈະຖືກດໍາເນີນຄະດີຕາມກົດໝາຍ ແລະ ລະບຽບການ.

(ຂ່າວ: ບຸນທົງ, ພາບ: ບຸນອູ້ມ)

5 ວິທີແກ້ແຂ້ວເຫຼືອງ

0
  1. ຖູແຂ້ວໃຫ້ສະອາດເປັນປະຈຳ
  2. ຂູດຫີນປູນທຸກໆ 6 ເດືອນ
  3. ກິນໝາກໄມ້ໃຫ້ພຽງພໍ
  4. ໃຊ້ສະໝູນໄພຈາກທຳມະຊາດ ຖູແຂ້ວ
  5. ຫຼີກລ້ຽງການດື່ມຊາ ກາເຟ ຈະເຮັດໃຫ້ແຂ້ວເຫຼືອງ

ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 9 ໃນຕອນເຊົ້າ 17/06/2022 ຢູ່ຫໍປະຊຸມສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳໃບ ຄຳລັດ ຮອງປະທານສະພາແຫ່ງຊາດ.

0

ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງໄດ້ຮັບຟັງລາຍງານກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດວຽກງານສຶກສາທິການ ແລະ ກິລາ ເປັນຕົ້ນວຽກງານປັບປຸງຄຸນນະພາບລະບົບການຮຽນການສອນທຸກຊັ້ນທຸກສາຍໃນໄລຍະໃໝ່ ແລະ ການຄຸ້ມຄອງວຽກງານກິລາກາຍະກຳທີ່ສະເໜີໂດຍ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໂດຍທ່ານໄດ້ຍົກໃຫ້ເຫັນກ່ຽວກັບການຈັດຕັ້ງປະຕິບັດວຽກງານດ້ານຕ່າງໆໃນຂົງເຂດສຶກສາທິການ ແລະ ກິລາໃນໄລຍະຜ່ານມາ ເຫັນວ່າມີຫຼາຍໜ້າວຽກໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສຳເລັດ, ພົ້ນເດັ່ນທີ່ສຸດ ກະຊວງສຶກສາ ແລະ ກິລາໄດ້ເອົາໃຈໃສ່ເຂົ້າໃນການບຸກບືນສູ້ຊົນປະຕິບັດ 15 ຄາດໝາຍທີ່ກະຊວງສຶກສາທິການ ແລະ ກິລາວາງອອກຢ່າງແຂງແຮງ ມາຮອດປັດຈຸບັນສາມາດບັນລຸແລ້ວ 7 ຄາດໝາຍ ເປັນຕົ້ນອັດຕາການເຂົ້າຮຽນໃໝ່ນັບແຕ່ຊັ້ນປະຖົມປໍ1 ຫາ ປໍ5, ອັດຕາການຮຽນຈົບຊັ້ນປະຖົມສຶກສາ, ດັດສະນີຄວາມສະເໝີພາບລະຫວ່າງຍິງ-ຊາຍ, ການຝຶກອົບຮົມດ້ານວິຊາຊີບໃຫ້ແກ່ຊາວໜຸ່ມ,ວຽກງານບຳລຸງຍົກລະດັບໃຫ້ຄູສອນ ແລະ ອື່ນໆ.

ພາຍຫຼັງທີ່ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງໄດ້ຮັບຟັງບົດລາຍງານຂອງລັດຖະບານກ່ຽກັບການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດວຽກງານການສຶກສາທິການ ແລະ ກິລາແລ້ວ ໄດ້ສືບຕໍ່ຮັບຟັງການປະກອບຄຳເຫັນຈາກ ທ່ານ ນາງ ທຸມມາລີ ວົງພະຈັນ ປະທານຄະນະກຳມາທິການວັດທະນະທຳ-ສັງຄົມ ຕາງໜ້າຄະນະປະຈຳສະພາແຫ່ງຊາດໃສ່ບົດລາຍງານການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດວຽກງານສຶກສາທິການ ແລະ ກິລາ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍທີ່ລັດຖະບານກໍ່ຄືກະຊວງສຶກສາທິການ ແລະ ກິລາໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ ເຮັດໃຫ້ຫຼາຍໆວຽກງານຂອງຂະແໜງສຶກສາໄດ້ຮັບຜົນສຳເລັດຫຼາຍດ້ານ ພົ້ນເດັ່ນແມ່ນໄດ້ບັນລຸດ້ານຊັບສິນມະນຸດຂອງປະເທດທີ່ພົ້ນຈາກສະຖານະພາບດ້ອຍພັດທະນາ ຫຼື ເອວດີຈີ ແລະ ອື່ນໆ.

ຈາກນັ້ນ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ໃນນາມປະທານກອງປະຊຸມໄດ້ມີຄຳເຫັນເຈາະຈີ້ມ ເພື່ອເປັນທິດທາງໃນການປະກອບຄຳເຫັນ ພ້ອມທັງສະເໜີໃຫ້ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງປະກອບຄຳເຫັນພ້ອມທັງສະເໜີໃຫ້ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງປະກອບຄຳເຫັນໃສ່ບົດລາຍງານເພື່ອໃຫ້ມີເນື້ອໃນຄົບຖ້ວນກວ່າເກົ່າ.

ທ່ານ ນາງ ພອນມະນີ ມູນໄຊຍະວົງ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 17 ແຂວງອັດຕະປື ໄດ້ສະແດງຄວາມຊົມເຊີຍທີ່ລັດຖະບານກໍ່ຄືກະຊວງສຶກສາທິການ ແລະ ກິລາ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການປັບປຸງຄຸນນະພາບການຮຽນການສອນໃນໄລຍະຜ່ານມາ ເຫັນວ່າເຮັດໄດ້ດີສົມຄວນ ແຕ່ຢາກສະເໜີໃຫ້ກະຊວງສຶກສາທິການ ແລະ ກິລາ ຄວນມີແຜນການຢ່າງລະອຽດໃຫ້ຫຼາຍກວ່ານີ້ ກ່ຽວກັບການຈັດຕັ້ງປະຕິບັດຄາດໝາຍຂອງກະຊວງສຶກສາທິການ ແລະ ກິລາ ຈຳນວນຄາດໝາຍທີ່ຕິດພັນກັບວຽກງານສຶກສາທິການ ແລະ ກິລາໃຫ້ບັນລຸຄາດໝາຍແຜນການທີ່ວາງໄວ້.

ອີງໃສ່ວາລະຂອງການປະຊຸມໃນພາກເຊົ້າມື້ນີ້ ນອກຈາກສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງໄດ້ຮັບຟັງລາຍງານກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດວຽກງານສຶກສາທິການ ແລະກິລາແລ້ວ ສະມາຊິກສະພາແຫ່ງຊາດຍັງໄດ້ຮັບຟັງການອະທິບາຍຊີ້ແຈງຕອບຄຳຊັກຖາມບາງບັນຫາເພີ່ມຕື່ມທີ່ເຫັນວ່າມີຄວາມສົນໃຈກ່ຽວກັບວຽກງານເຕັກໂນໂລຊີ ແລະ ການສື່ສານ ຈາກຕາງໜ້າກະຊວງເຕັກໂນໂລຊີ ແລະ ການສື່ສານຕື່ມອີກ ຈາກນັ້ນຕາງໜ້າກອງເລຂາກອງປະຊຸມໄດ້ສະເໜີຮ່າງມະຕິກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດວຽກງານການສຶກສາທິການ ແລະ ກິລາ ເປັນຕົ້ນການປັບປຸງຄຸນນະພາບລະບົບການຮຽນການສອນທຸກຊັ້ນທຸກສາຍໃນໄລຍະໃໝ່ ແລະ ການຄຸ້ມຄອງວຽກງານກິລາກາຍະກຳ ຫຼັງຈາກນັ້ນປະທານກອງປະຊຸມໄດ້ມີຄຳເຫັນສະຫຼຸບສັງລວມການປະກອບຄຳເຫັນຂອງສະມາຊິກສະພາແຫ່ງຊາດໃສ່ບົດລາຍງານໃນສະບັບນີ້ ພ້ອມທັງສະເໜີໃຫ້ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງລົງຄະແນນສຽງຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດວຽກງານສຶກສາທິການ ແລະ ກິລາດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ.

ສຳລັບການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂແງສະພາແຫ່ງຊາດຊຸດທີ 9 ໃນຕອນບ່າຍ ຕາມວາລະແລ້ວສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງຈະພ້ອມກັນຮັບຟັງບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນການທ່ອງທ່ຽວສີຂຽວ, ການເປີດປະເທດຕິດພັນກັບການປ້ອງກັນ ແລະ ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19.