Friday, December 26, 2025
Home Blog Page 1078

ຄຸນປະໂຫຍດຈາກ aloe vera ຫຼື (ຫວ້ານຫາງແຂ້)

0

ໃນປັດຈຸບັນຫຼາຍຄົນສົນໃຈກ່ຽວກັບເລື່ອງການບຳລຸງຜິວຫຼາຍຂື້ນ ແລະ ຊອກຫາຜະລິດຕະພັນຢູ່ຕາມທ້ອງຕະຫຼາດ ແຕ່ທ່ານຮູ້ບໍ່ວ່າບາງສິ່ງບາງຢ່າງບໍ່ໄດ້ດີຄືກັບການໂຄສະນາ ນອກຈາກນີ້ຍັງມີຜົນສະທ້ອນໃນໄລຍະຍາວ ແລະ ຜົນຂ້າງຄຽງກັບຜິວຂອງທ່ານເຊັ່ນກັນ ແຕ່ໂຊກດີສໍາລັບມື້ນີ້ພວກເຮົາຈະນໍາສະເໜີວິທີການຮັກສາຜິວດ້ວຍວິທີທຳມະຊາດທີ່ມີປະໂຫຍດ ແລະ ປະສິດທິພາບສູງ ໂດຍບໍ່ມີຜົນຂ້າງຄຽງໃດໆ ເປັນຕົ້ນແມ່ນຫວ້ານຫາງແຂ້ (Aloe Vera) ແມ່ນສ່ວນປະສົມຢ່າງໜຶ່ງທີ່ສຳຄັນໃນການແກ້ໄຂບັນຫາຜິວໄດ້ດີຫຼາຍ ເພາະເປັນພືດຊະນິດກໍ່ໃຫ້ຄວາມຊຸ່ມຊື່ນແກ່ຜິວ ແຖມຍັງສາມາດຈັດການກັບບັນຫາຕ່າງໆ ຂອງຜິວໄດ້ ເຊັ່ນ: ຈຸດດ່າງດຳ, ຮອຍແປ້ວ, ຝ້າ ລວມໄປເຖີງການອຸດົມສົມບູນ ດ້ວຍສານເຮັດໃຫ້ຜິວຂອງທ່ານເສາະໃສ ແລະ ເປັນທຳມະຊາດຫຼາຍທີ່ສຸດ.

ວິທີໃຊ້ປະໂຫຍດຈາກ aloe vera ໃຫ້ກັບຜິວ ມີດັ່ງນີ້:

1 aloe vera ປະສົມກັບນໍ້າຕານ

ຮ້ານເສີມສວຍສ່ວນຫຼາຍນິຍົມເມັດສະຄັບນໍ້າຕານ ເພື່ອກຳຈັດເຊວຜິວເກົ່າໃຫ້ອອກໄປ ເພີ່ມຄວາມລຽບນຽນໃຫ້ຜິວງາມ ໂດຍການເອົານໍ້າຕານ 2 ບ່ວງກາເຟ ປະສົມກັບ aloe vera gel ຈາກນັ້ນທາໃສ່ຜິວທີ່ມີບັນຫາກໍ່ຈະເຮັດໃຫ້ຜິວຂອງທ່ານລຽບນຽນ ແລະ ອ່ອນນຸ້ມ ນອກຈາກນີ້ຖ້າເຮັດເລື້ອຍໆ ຈະເຮັດໃຫ້ຜິວຂອງທ່ານງາມເປັນທຳມະຊາດ.

2 aloe vera ປະສົມກັບໝາກຫຸ່ງສຸກ

ໝາກຫຸ່ງສຸກມີຄຸນປະໂຫຍດທີ່ຊ່ວຍໃຫ້ຜິວພັນຂອງທ່ານອ່ອນກວ່າໄວ ໂດຍການປະສົມໝາກຫຸ່ງສຸກ ປະສົມກັບ aloe vera gel ຈາກນັ້ນທາໃສ່ໜ້າປະມານເຄິ່ງຊົ່ວໂມງ ແລ້ວລ້າງໜ້າໃຫ້ສະອາດດ້ວຍນໍ້າອຸ່ນ ແລະ ໂຟມລ້າງໜ້າຕາມປົກກະຕິ ເມື່ອລ້າງຮຽບຮ້ອຍແລ້ວໃຫ້ລ້າງໜ້າຕາມດ້ວຍນໍ້າເຢັນເພື່ອເຮັດຮູຂຸມຂົນຂອງທ່ານນ້ອຍລົງ ແລະ ໜ້າຈະເບິ່ງສົດໃສຂື້ນ.

3 Aloe Vera ປະສົມກັບນໍ້າເຜິ້ງ ແລະ ນົມສົດ

ເພື່ອເຮັດໃຫ້ຜິວຂອງທ່ານສົດໃສຂື້ນແນະນຳໃຫ້ທ່ານລ້າງໜ້າດ້ວຍນໍ້າອຸ່ນກ່ອນ ຫຼັງຈາກນັ້ນໃຊ້ນໍ້າເຜິ້ງປະສົມກັບນົມສົດ ແລະ aloe vera ປະລິມານເທົ່າກັນ ແລ້ວທາໃສ່ໜ້າຂອງທ່ານ ປະໄວ້ປະມານ 15 ຫາ 20 ນາທີ ຫຼັງຈາກນັ້ນໃຫ້ລ້າງ​​ໜ້າດ້ວຍນໍ້າເຢັນເພື່ອກະຊັບຮູຂຸມຂົນ ສູດນີ້ຈະເຮັດໃຫ້ໜ້າຂອງທ່ານອ່ອນກ່ວາໄວ ແລະ ຊຸ່ມຊື່ນ ແນະນຳໃຫ້ເຮັດເວລາກ່ອນນອນຈະດີທີ່ສຸດ.

4 aloe vera ປະສົມກັບນົມສົດ ແລະ ໜາກນາວ

ວິທີນີ້ຈະເຮັດໃຫ້ໃບໜ້າຂອງທ່ານເບິ່ງງາມຂື້ນ, ລຽບນຽນ, ບໍ່ມີຮອຍຫ່ຽວ ແລະ ຮອຍສິວອຸດຕັນ ແນະນຳໃຫ້ໃຊ້ Aloe Vera ປະສົມກັບນົມສົດ ແລະ ໜາກນາວ ໂດຍອັດຕາສ່ວນ aloe vera 2 ສ່ວນ, ນົມສົດ 1 ສ່ວນ ແລະ ໝາກນາວ 1 ສ່ວນ ປະສົມເຂົ້າກັນ ຫຼັງຈາກນັ້ນທາໃສ່ໜ້າ ແລ້ວນວດຄ່ອຍໆ ຢ່ານວດແຮງ ແລະ ຄ່ອຍໆ ຖູຕາມເຂັມໂມງ ຖູປະມານ 5 ນາທີ ເມື່ອຮອດເວລາຕາມກໍານົດກໍ່ລ້າງໜ້າໃຫ້ສະອາດດ້ວຍນໍ້າເຢັນ ສູດນີ້ເຮັດໃຫ້ຜິວໜ້າຜິວລຽບນຽນດີທີ່ສຸດ.

ຫລາຍປ້ຳນ້ຳມັນເລີ່ມບໍລິການປະຊາຊົນແຕ່ຄວາມຕ້ອງການຍັງສູງ

0

ນັບແຕ່ລັດຖະບານໄດ້ປະກາດວ່າ ນັບແຕ່ວັນທີ 20 ມິຖຸນາ 2022 ເປັນຕົ້ນໄປຈະມີນ້ຳ ມັນສະໜອງສະໜອງໃຫ້ຜູ້ຊົມໃຊ້ຢ່າງພຽງພໍ ໃນຂອບເຂດທົ່ວປະເທດ, ມາຮອດວັນທີ 21 ມິຖຸນາ 20 22 ນີ້, ສະເພາະ ຢູ່ນະຄອນຫລວງວຽງຈັນ ສັງເກດເຫັນວ່າປ້ຳນ້ຳມັນຫລາຍແຫ່ງ ຢູ່ບັນດາເມືອງຕ່າງ ໆ ໄດ້ເລີ່ມເປີດໃຫ້ບໍລິການ, ແຕ່ຍັງມີປະຊາຊົນຫລັ່ງໄຫລກັນໄປຊື້ນ້ຳມັນ, ລຽນຄິວກັນ ຫລື ລໍຖ້າ ໃສ່ນ້ຳມັນ ຢູ່ບັນດາປ້ຳຕ່າງໆທີ່ເປີດໃຫ້ບໍລິການ (ແຕ່ບໍ່ແອອັດຄືໄລຍະ 2-3 ມື້ທີ່ຜ່ານມາ). ເນື່ອງຈາກວ່າ ຄວາມຕ້ອງການຊົມໃຊ້ນ້ຳມັນມີຫລາຍ ແຕ່ການສະໜອງນ້ຳມັນ ຍັງບໍ່ທ່ວງທັນເທົ່າທີ່ຄວນ, ເຮັດໃຫ້ ບາງປ້ຳນ້ຳມັນໄດ້ກຳນົດເວລາ ໃນການເປີດ-ປິດໃນແຕ່ລະວັນ, ຂຶ້ນກັບປະລິມານນ້ຳມັນທີ່ໄດ້ມາໃນແຕ່ລະວັນ, ໃນຂະນະທີ່ບາງປ້ຳຍັງບໍ່ສາມາດເປີດໃຫ້ບໍລິການ ເນື່ອງຈາກວ່າຍັງບໍ່ທັນໄດ້ຮັບການສະໜອງນ້ຳມັນເຊື້ອໄຟເຂົ້າເທື່ອ.

ປັດຈຸບັນ ສັງເກດເຫັນວ່າ, ລົດຂົນສົ່ງນ້ຳມັນເຊື້ອໄຟ ໄດ້ທະຍອຍກັນເຂົ້າມາສະໜອງນຳມັນ ໃຫ້ບັນດາປ້ຳນ້ຳມັນແລ້ວໃນແຕ່ລະວັນ ເພື່ອຕອບສະໜອງການບໍລິໂພກຂອງປະຊາຊົນໃນແຕ່ລະວັນ, ຄາດວ່າສະພາບດັ່ງກ່າວ ຈະກັບມາເປັນປົກກະຕິພາຍໃນອາທິດນີ້, ປະຊາຊົນຈະໄດ້ໃຊ້ນຳມັນຢ່າງພຽງ ພໍ (ແບບບໍ່ໄດ້ລຽນຄິວກັນໃສ່ນ້ຳມັນ). ອີງຕາມຂໍ້ມູນຈາກ ລັດວິສາຫະກິດນ້ຳມັນເຊື້ອໄຟລາວ(ລນລ) ໃຫ້ຮູ້ວ່າ: ສະເພາະຢູ່ນະຄອນ ຫລວງວຽງຈັນ ຕາມການສັ່ງຈ່າຍນ້ຳມັນຕົວຈິງສູ່ປ້ຳຕົວແທນໃນເມືອງຕ່າງໆ ໃນຕອນເຊົ້າຂອງວັນທີ 20 ມິຖຸນາ 2022 ນີ້ ມີທັງໝົດຈຳນວນ 35 ປ້ຳ ປະກົດວ່າປ້ຳສ່ວນຫລາຍແມ່ນໄດ້ຈຳໜ່າຍໝົດກ່ອນເວລາ ເຊິ່ງທາງ ລນລ ຈະໄດ້ເລັ່ງຂົນສົ່ງໃຫ້ຄົບຕາມຈຳນວນທີ່ແຈ້ງໄປໂດຍດ່ວນ. ຂະນະທີ່ ໃນວັນທີ 19 ມິຖຸນາ 2022 ຜ່ານມາ ສາງນ້ຳມັນດົງຈອງຈຸດນະຄອນຫລວງຂອງ ລນລ ໄດ້ຮັບນ້ຳມັນເຊື້ອໄຟຜ່ານແດນ ເປັນຕົ້ນ ນ້ຳມັນແອັດຊັງ 348.800 ລິດ, ກາຊວນ 255.000 ລິດ ເພື່ອກະກຽມກະຈາຍສູ່ສັງຄົມ ໃນຂອບເຂດທົ່ວປະເທດ.

ຂ່າວ-ພາບ: ທະນູທອງ

ກະຊວງ ຖວທ ເປັນເຈົ້າການເຜີຍແຜ່ໂຄສະນາ ຕ້ານຢາເສບຕິດຢ່າງແຂງແຮງ

0

ໃນໄລຍະຜ່ານມາ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ເປັນເຈົ້າການໃນການໂຄສະນາເຜີຍແຜ່ ກ່ຽວກັບວຽກງານຕ້ານຢາເສບຕິດ ໂດຍສະເພາະແມ່ນໂຄສະນາການຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດຜ່ານສື່ຕ່າງໆ ເພື່ອໃຫ້ປະຊາຊົນ ກໍຄື ສັງຄົມ ຮັບຮູ້ຢ່າງແຂງແຮງ ແລະ ເປັນຂະບວນກວ້າງຂວາງ.

ທ່ານນາງ ສວນສະຫວັນ ວິຍາເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 21 ມິຖຸນາ 2022 ກ່ຽວກັບການໂຄສະນາຜົນຮ້າຍ ແລະ ຄວາມອັນຕະລາຍຂອງຢາເສບຕິດຜ່ານສື່ຕ່າງໆ ເພື່ອໃຫ້ປະຊາຊົນ ກໍຄື ສັງຄົມເຂົ້າຮ່ວມໃນຂະ ບວນການຕ້ານຢາເສບຕິດຢ່າງແຂງແຮງ ເຊິ່ງເນື້ອໃນຕົ້ນຕໍໃນການໂຄສະນາຜ່ານສື່ມວນຊົນ ແມ່ນການເອົາໃຈໃສ່ໂຄສະນາ ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ຂອງຂະແໜງການຕ່າງໆທັງສູນກາງ ແລະ ທ້ອງຖິ່ນ ຢ່າງກວ້າງຂວາງ ແລະ ຕໍ່ເນື່ອງ ໂດຍສຸມໃສ່ປະຕິບັດຕາມທິດຊີ້ນໍາຂອງຂັ້ນເທິງຕໍ່ກັບການແກ້ໄຂບັນຫາດັ່ງກ່າວຢ່າງເປັນລະບົບ ເຊັ່ນ: ໄດ້ໂຄສະນາເຕືອນສະຕິ, ສຶກສາອົບຮົມໃຫ້ສັງ ຄົມ ກໍຄື ປະຊາຊົນ, ຊາວໜຸ່ມ ແລະ ເຍົາວະຊົນ ໄດ້ຮັບຮູ້ເຂົ້າໃຈເຖິງຜົນຮ້າຍຂອງຢາເສບຕິດ ໂດຍຜະລິດເປັນຂ່າວ, ບົດແນະນໍາ, ບົດສຶກສາອົບຮົມ, ບົດເລື່ອງ, ຄໍາຂວັນ ຜ່ານວິທະຍຸ-ໂທລະໂຄ່ງ, ໂທລະພາບ, ໜັງສືພິມ ແລະ ສື່ສັງຄົມອອນລາຍ. ພ້ອມທັງ ໄດ້ອອກຂ່າວຕາມເຫດການ ທີ່ເຈົ້າໜ້າທີ່ກ່ຽວຂ້ອງສາມາດຈັບກຸມຜູ້ຄ້າຂາຍ, ຂົ່ນສົ່ງ, ຜົນການສືບສວນ-ສອບສວນ, ການຖະແຫລງຂ່າວຂອງເຈົ້າໜ້າທີ່ ແລະ ການດໍາເນີນຄະດີໃນແຕ່ລະຄັ້ງ. ນອກນີ້, ສື່ມວນຊົນ ໄດ້ເປັນເຈົ້ການຕິດຕາມເກັບກໍາບັນຫາຫາງສຽງສັງຄົມ ຜ່ານສື່ສັງຄົມອອນລາຍ ກ່ຽວກັບບັນຫາທີ່ພົ້ນເດັ່ນ. ໃນນັ້ນ ແມ່ນບັນຫາການແກ້ໄຂຢາເສບຕິດ, ໂດຍເຮັດເປັນບົດລາຍງານປະຈໍາວັນໃຫ້ການນໍາ ແລະ ພາກສ່ວນກ່ຽວຂ້ອງຮັບຊາບເປັນປົກກະຕິ.

ທ່ານລັດຖະມົນຕີກະຊວງ ຖວທ ຍັງໃຫ້ຮູ້ອີກວ່າ: ຄຽງຄູ່ກັບດ້ານຕັ້ງໜ້າດັ່ງກ່າວ, ວຽກງານໂຄສະນາຕ້ານຢາເສບຕິດ ຍັງພົບຂໍ້ຫຍຸ້ງຍາກຈໍານວນໜຶ່ງ ໂດຍສະເພາະແມ່ນສື່ມວນຊົນທີ່ເປັນທາງການ ຍັງພົບຄວາມຫຍຸ້ງຍາກໃນການເຂົ້າເຖິງແຫລ່ງຂໍ້ມູນຂ່າວສານ ເນື່ອງຈາກພາກສ່ວນກ່ຽວຂ້ອງ ບໍ່ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງສັງຄົມ;ບັນຫາການຄວບຄຸມການໃຊ້ສື່ສັງຄົມອອນລາຍ ເຫັນວ່າຍັງມີຄວາມຫຍຸ້ງຍາກພໍສົມຄວນ, ເຊິ່ງໄລຍະຜ່ານມາ ເຈົ້າໜ້າທີ່ທາງການຍັງບໍ່ທັນໄດ້ຖະແຫລງຂ່າວ, ແຕ່ບຸກຄົນ ຫລື ຜູ້ໃຊ້ສື່ອອນລາຍສ່ວນຕົວ ໄດ້ກະຈາຍພາບ ແລະ ຂໍ້ມູນ ອອກສູ່ສື່ສັງຄົມອອນລາຍ ເປັນວົງກວ້າງ ເຮັດໃຫ້ສັງຄົມເກີດການວິພາກວິຈານໄປຫລາຍແງ່ມູມ; ພາຫະນະ ແລະ ອຸປະກອນຮັບໃຊ້ສື່ມວນຊົນ ຍັງບໍ່ທັນພຽງພໍຕາມຄວາມຕ້ອງການໃນວຽກງານຕົວຈິງ ເຮັດໃຫ້ການອອກໂຄສະນາບາງຄັ້ງບໍ່ທັນຕາມສະພາບການ; ຄວາມຈໍາກັດທາງດ້ານບຸກຄະລາກອນສື່ມວນຊົນທີ່ມີວິຊາສະເພາະດ້ານສື່ ຫລື ຂ່າວກ່ຽວກັບຢາເສບຕິດ ຕ້ອງໄດ້ລໍຖ້າຈາກຂະແໜງ ການກ່ຽວຂ້ອງກ່ອນ ຈຶ່ງເຮັດໃຫ້ການອອກຂ່າວບາງຄັ້ງ ບໍ່ສາມາດຕອບສະໜອງໄດ້ທັນເວລາ.

ຕໍ່ກັບບັນຫາດັ່ງກ່າວ, ຂະແໜງການ ຖວທ ກໍໄດ້ກໍານົດບາງວິທີການ ເພື່ອໃຫ້ການໂຄສະນາໃຫ້ແກ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ໃຫ້ກວ້າງຂວາງຕໍ່ເນື່ອງ ຄື: ແຕ່ລະຂະແໜງການ ແລະ ເຈົ້າໜ້າທີ່ກ່ຽວຂ້ອງທີ່ໄດ້ຮັບຂໍ້ມູນ ຄວນໃຫ້ການຮ່ວມມືກັບສື່ມວນຊົນທາງການພວກເຮົາຫລາຍຂຶ້ນຕື່ມ ກ່ຽວກັບການສະໜອງຂໍ້ມູນ ເພື່ອໃຫ້ສື່ມວນຊົນນໍາໄປໂຄສະນາຜ່ານສື່ມວນຊົນໃຫ້ທັນເວລາ; ການກະຈາຍຂໍ້ມູນສູ່ສື່ສັງຄົມອອນລາຍ ແຕ່ລະພາກສ່ວນຕ້ອງໄດ້ເປັນເຈົ້າການຮ່ວມກັນ ເພື່ອຮັບປະກັນການຮົ່ວໄຫລຂໍ້ມູນທີ່ບໍ່ເປັນທາງການ ຫລື ຂ່າວບິດເບືອນຄວາມຈິງ; ຜະລິດສາລະຄະດີ, ລະຄອນ ແລະ ໂຄສະນາອອກເປັນພາສາບັນດາເຜົ່າ ແລະ ລັດຕ້ອງລົງທຶນໃສ່ວຽກງານໂຄສະນາການແກ້ໄຂບັນຫາດັ່ງກ່າວເພີ່ມຂຶ້ນຕື່ມ.

ຂ່າວ: ສຸພາສະຫວັນ

ພາບ: ອ່າຍຄຳ

ທຫລ ໄດ້ກຳນົດບາງມາດຕະການ ເພື່ອສະໜອງເງິນຕາຕ່າງປະເທດໃຫ້ພຽງພໍ

0

ເພື່ອຮັກສາສະຖຽນລະພາບທາງດ້ານເງິນຕາ ທີ່ຕິດພັນກັບວຽກຈຸດສຸມທີ 4 ຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໂດຍສະເພາະໃນສະພາບທີ່ຫຍຸ້ງຍາກໃນປັດຈຸບັນ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ວາງບາງມາດຕະການ ໃນການປັບປຸງກົນໄກໃນການຄຸ້ມຄອງ ແລະ ສະໜອງເງິນຕາຕ່າງປະເທດຂອງລະບົບທະນາຄານ ໃຫ້ແກ່ການນຳເຂົ້າສິນຄ້າບຸລິມະສິດໂດຍສະເພາະ ນໍ້າມັນເຊື້ອໄຟ ໃຫ້ພຽງພໍກັບຄວາມຈຳເປັນພື້ນຖານ ສຳລັບການດຳລົງຊີວິດຂອງປະຊາຊົນ ແລະ ລະດັບການພັດທະນາພື້ນຖານເສດຖະກິດຂອງປະເທດເຮົາ.

ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການ ທຫລ ໄດ້ຊີ້ແຈງຂໍ້ຊັກຖາມຂອງສະມາຊິກສະພາແຫ່ງຊາດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 20 ມິຖຸນາ ຜ່ານມາ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານຮອງຜູ້ວ່າການ ທຫລ ໄດ້ກ່າວຊີ້ແຈງວ່າ: ໄລຍະ 5 ເດືອນຕົ້ນປີ 2022 ໃນທ່າມກາງສະພາບລາຄານໍ້າມັນເຊື້ອໄຟຢູ່ສາກົນຂຶ້ນສູງຮອດ 65% ທຽບໃສ່ໄລຍະຂອງປີຜ່ານມາ ແລະ ມູນຄ່າການນໍາເຂົ້ານໍ້າມັນເຊື້ອໄຟຂອງປະເທດເຮົາ ກໍໄດ້ເພີ່ມຂຶ້ນ 50% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ; ໃນນີ້ ມັນໄດ້ສ້າງຜົນກະທົບຕໍ່ຄວາມອາດສາມາດໃນການສະໜອງເງິນຕາຕ່າງປະເທດ ໃຫ້ແກ່ບັນດາບໍລິສັັດນໍາເຂົ້ານໍ້າມັນເຊື້ອໄຟ; ອີກດ້ານໜຶ່ງ, ລະບົບທະນາຄານ ກໍໄດ້ຂາຍເງິນຕາຕ່າງປະເທດໃຫ້ແກ່ມວນຊົນ ຫຼາຍກວ່າການເກັບຊື້ເງິນຕາຕ່າງປະເທດຈາກມວນຊົນມາຢ່າງຕໍ່ເນື່ອງ.

ແຕ່ເຖິງຢ່າງໃດກໍຕາມ, ລະບົບທະນາຄານ ກໍໄດ້ສູ້ຊົນສະໜອງເງິນຕາຕ່າງປະເທດ ໃຫ້ການນໍາເຂົ້ານໍ້າມັນເຊື້ອໄຟເພີ່ມຂຶ້ນ 59% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຈາກ 104,4 ລ້ານໂດລາ ເປັນ 166 ລ້ານໂດລາ, ສະເລ່ຍ 33 ລ້ານໂດລາຕໍ່ເດືອນ ແລະ ກວມເອົາ 63% ຂອງມູນຄ່າການໂອນຊໍາລະນໍ້າມັນເຊື້ອໄຟ ໃຫ້ແກ່ຕ່າງປະເທດຂອງບັນດາບໍລິສັດນຳເຂົ້ານໍ້າມັນເຊື້ອໄຟທັງໝົດ ຫຼື ກວມ 40% ຂອງມູນຄ່າການນຳເຂົ້ານໍ້າມັນເຊື້ອໄຟຂອງບໍລິສັດ ນໍາເຂົ້ານໍ້າມັນເຊື້ອໄຟທັງໝົດ. ສະເພາະນັບແຕ່ວັນທີ 1 ຫາ ວັນທີ 17 ມິຖຸນາ ລະບົບທະນາຄານ ໄດ້ສະໜອງເງິນຕາຕ່າງປະເທດ ໃຫ້ແກ່ການນຳເຂົ້ານໍ້າມັນເຊື້ອໄຟຂອງບໍລິສັດນໍາເຂົ້ານໍ້າມັນເຊື້ອໄຟທັງໝົດ 94,36 ລ້ານໂດລາ ຊຶ່ງໄດ້ເພີ່ມຂຶ້ນ 3 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຊຶ່ງໃນນີ້ກໍມີການປະກອບສ່ວນຂອງກະຊວງການເງິນ ຢູ່ປະມານໜຶ່ງສ່ວນສາມ.

ທ່ານຮອງຜູ້ວ່າການ ທຫລ ໄດ້ກ່າວອີກວ່າ: ທຫລ ໄດ້ວາງນະໂຍບາຍ ແລະ ບາງມາດຕະການແກ້ໄຂ ເພື່ອຮັກສາສະຖຽນລະພາບເງິນຕາແຫ່ງຊາດ ໂດຍສົມທົບກັບບັນດານະໂຍບາຍ ແລະ ມາດຕະການທີ່ໄດ້ປະຕິບັດມາແລ້ວນັ້ນ ຊຶ່ງຈະສືບຕໍ່ນຳໃຊ້ເຄື່ອງມືນະໂຍບາຍເງິນຕາທີ່ເໝາະສົມ, ສົມທົບກັບການປະຕິບັດລະບອບກວດກາກັບທີ່, ກວດກາທາງດ້ານເອກະສານ, ຕໍ່ບັນດາທະນາຄານທຸລະກິດ, ສະຖາບັນການເງິນທີ່ບໍ່ແມ່ນທະນາຄານໃຫ້ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນຢ່າງເປັນປົກກະຕິ, ຄຸ້ມຄອງປະລິມານເງິນ ໃຫ້ຢູ່ໃນລະດັບທີ່ແທດເໝາະກັບເງື່ອນໄຂຕົວຈິງ ບໍ່ສ້າງແຮງກົດດັນໃຫ້ແກ່ອັດຕາແລກປ່ຽນອ່ອນຄ່າ, ອັດຕາເງິນເຟີ້ສູງຂຶ້ນໄປຕື່ມອີກ ແລະ ສ້າງເງື່ອນໄຂດຶງດູດເອົາເງິນຕາຕ່າງປະເທດນອກລະບົບທະນາຄານ ເຂົ້າສູ່ລະບົບທະນາຄານໃຫ້ຫຼາຍຂຶ້ນ.

ຂ່າວ-ພາບ: ບຸນອູ້ມ

Medialaos MMD (ແຫຼງຂໍ້ມູນຈາກ: ໜັງສືພິມປະຊາຊົນ)

ສະພາສະເໜີໃຫ້ລັດຖະບານ ກໍານົດມາດຕະການເດັດຂາດ ແກ້ໄຂບັນຫາຢາເສບຕິດ

0

ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິ ບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 21 ມະຖຸນາ ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານ ພົນໂທ ສຸວອນ ເລືອງບຸນມີ ກ່າວວ່າ: ໃນການຈັດຕັ້ງຜັນຂະຫຍາຍຄຳສັ່ງຂອງກົມການເມືອງສູນກາງພັກ, ມະຕິຂອງກອງປະຊຸມສະພາແຫ່ງຊາດ ກ່ຽວກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ປີ 2021-2023 ເຂົ້າສູ່ພຶດຕິກຳຕົວຈິງ ໃນເງື່ອນໄຂທີ່ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ມີຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ດ້ວຍຄວາມຕັດສິນໃຈ ແລະ ຄວາມຮັບຜິດຊອບສູງຂອງລັດຖະບານ ກໍຄືຄະນະພັກ, ຄະນະນຳແຕ່ລະຂັ້ນນັບແຕ່ສູນກາງ ແລະ ທ້ອງຖິ່ນ ສາມາດເຮັດໃຫ້ຈັດຕັ້ງປະຕິບັດແຜນການ, ຕາມ 6 ວຽກຈຸດສຸມຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດທີ່ກຳນົດໄວ້ໄດ້ຢ່າງເປັນຮູບປະທຳ ແລະ ມີຜົນຄືບໜ້າຢ່າງຕໍ່ເນື່ອງ ຊຶ່ງຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາເຫັນວ່າສາມາດແກ້ໄຂ ແລະ ມ້າງຄະດີ ຢາເສບຕິດ ໃນຂອບເຂດທົ່ວປະເທດ ໄດ້ເຖິງ 4.094 ເລື່ອງ, ຈັບຜູ້ຖືກຫາໄດ້ 5.818 ຄົນ ຍິງ 618 ຄົນ, ໄດ້ຢຶດວັດຖຸເຄື່ອງຂອງກາງຄະດີໄດ້ເປັນຈຳນວນຫຼາຍລາຍການ, ນອກຈາກນັ້ນສາມາດຂຶ້ນບັນຊີເປົ້າໝາຍຜູ້ຂົນສົ່ງຄ້າຂາຍຢາເສບຕິດທົ່ວປະເທດໃນຈຳນວນຫຼາຍພັນຄົນ, ກຳນົດພື້ນທີ່ຫຼໍ່ແຫຼມ, ຈຸດຂ້າມລອຍ, ເສັ້ນທາງຂົນສົ່ງ, ຈຸດຊຸກເຊື່ອງຊື້-ຂາຍຢາເສບຕິດ, ສຳຫຼວດ ແລະ ທຳລາຍເນື້ອທີ່ປູກຝິ່ນ, ກັນຊາໄດ້ຫຼາຍເຮັກຕາ ຊຶ່ງຜົນໄດ້ຮັບດັ່ງກ່າວເປັນມາດຖານໜຶ່ງທີ່ຢັ້ງຢືນເຖິງຄວາມຄືບໜ້າຂອງລັດຖະບານ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະຜ່ານມາ ແລະ ຈະເປັນພື້ນຖານອັນສຳຄັນໃນການແກ້ໄຂບັນຫາຢາເສບຕິດໃນໄລຍະຕໍ່ໄປ.

ທ່ານກ່າວຕື່ມວ່າ: ກ່ຽວກັບທິດທາງແຜນການວຽກງານໃນຕໍ່ໜ້າ ຄະນະປະຈຳສະພາແຫ່ຊາດ ສະເໜີໃຫ້ລັດຖະບານ ກໍຄືກະຊວງປ້ອງກັນຄວາມສະຫງົບ ເພີ່ມທະວີຍົກສູງຄວາມສາມາດໃນການນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ກາຍເປັນຄວາມຮັບຜິດຊອບໂດຍກົງ, ເດັດຂາດ, ສືບຕໍ່ສ້າງຄວາມຮັບຮູ້ໃຫ້ສັງຄົມດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍ, ຜົນຮ້າຍ ແລະ ຄວາມອັນຕະລາຍຂອງຢາເສບຕິດຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ສືບຕໍ່ປັບປຸງ, ສ້າງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍທີ່ກ່ຽວຂ້ອງກັບຢາເສບຕິດໃຫ້ຮັດກຸມ, ສືບຕໍ່ປັບປຸງກົງຈັກການຈັດຕັ້ງກໍຄືໜ່ວຍງານ ແລະ ບຸກຄະລາກອນທີ່ຮັບຜິດຊອບໂດຍກົງ ຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ມີຄວາມສາມາດພຽງພໍໃນການເຄື່ອນ ໄຫວວຽກງານຂອງຕົນ, ເອົາໃຈໃສ່ເພີ່ມທະວີຄວາມສາມາດດ້ານພື້ນຖານໂຄງລ່າງ, ເຕັກນິກ-ວິຊາການ, ເຄື່ອງມືທີ່ທັນສະໄໝ, ງົບປະມານຮັບໃຊ້ຢ່າງເໝາະສົມ ແລະ ເປັນລະບົບຄົບຊຸດ ເພື່ອຮັບໃຊ້ວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ ແລະ ຄວາມບໍ່ໂປ່ງໃສໃນການເຄື່ອນໄຫວປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ຢ່າງເດັດຂາດ ແລະ ທັນການ.

ສືບຕໍ່ເພີ່ມທະວີຮ່ວມມືກັບສາກົນ ກ່ອນອື່ນແມ່ນດ້ານການຂ່າວ, ຂໍ້ມູນເບາະແສຕ່າງໆທີ່ກ່ຽວຂ້ອງໃນຂະບວນການຜະລິດ, ຂົນສົ່ງ, ຄ້າຂາຍຢາເສບຕິດ ກັບບັນດາປະເທດໃກ້ຄຽງໃນອະນຸພາກພື້ນ ແລະ ສາກົນໃຫ້ແໜ້ນແຟ້ນ, ເປັນລະບົບ, ຮັດກຸມເພື່ອສະກັດກັ້ນ, ປາບປາມຂະບວນການດັ່ງກ່າວໃຫ້ແຂງແຮງ,ມີຈຸດສຸມ ແລະ ມີປະສິດທິຜົນ.

ຂ່າວ-ພາບ: ສຳນານ

Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມປະຊາຊົນ)

ກອງປະຊຸມສະຫຼຸບວຽກງານຄະນະກຳມະການຄຸ້ມຄອງ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ແຂວງໄຊສົມບູນ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການທ້າຍປີ 2022

0

ກອງປະຊຸມສະຫຼຸບວຽກງານຄະນະກຳມະການຄຸ້ມຄອງ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ແຂວງໄຊສົມບູນ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການທ້າຍປີ 2022 ໄດ້ຈັດຂຶ້ນໃນວັນທີ 21 ມິຖຸນາ ນີ້ ທີ່ຫ້ອງປະຊຸມພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງ ໂດຍການເປັນປະທານຂອງທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ, ປະທານຄະນະກຳມະການຄຸ້ມຄອງ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກຂັ້ນແຂວງ, ມີບັນດາຄະນະກຳມະການຄຸ້ມຄອງ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ຂັ້ງແຂວງ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ເລີດສະໄໝ ພອນປະເສີດ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງໄຊສົມບູນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກຂັ້ນແຂວງ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການທ້າຍປີ 2022 ຊຶ່ງຕະຫຼອດໄລຍະຜ່ານມາ ໄດ້ມີຜົນສຳເລັດຫຼາຍດ້ານ ເປັນຕົ້ນ ໄດ້ປັບປຸງຄະນະກຳມະການຄຸ້ມຄອງເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກຂັ້ນເມືອງ ພ້ອມທັງ ຂຶ້ນແຜນ ແລະ ກວດກູ້ລະເບີດບໍ່ທັນແຕກຢູ່ເມືອງອະນຸວົງ ແລະ ເມືອງລ້ອງແຈ້ງ, ໄດ້ສະເໜີຂໍງົບປະມານ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂຶ້ນແຜນສຳຫຼວດ, ກວດກູ້ລະເບີດບໍ່ທັນແຕກ ຢູ່ແຂວງໄຊສົມບູນ ປະຈຳປີ 2022 ຈຳນວນ 50 ເຮັກຕາ ຢູ່ເມືອງລ້ອງແຈ້ງ ແລະ ທຳລາຍເຄື່ອນທີ່ຢູ່ເມືອງອະນຸວົງ ແລະ ເມືອງທ່າໂທມ ຕາມແຜນ ຄະນະດຽວກັນຍັງໄດ້ສົມທົບກັບພະແນກກະສິກຳ, ກົມຊ່າງແສງ ກອງກວດກູ້ລະເບີດບໍ່ທັນແຕກ 58 ສຳຫຼວດພື້ນທີ່ປູກໄມ້ໃຫ້ໝາກຂອງປະຊາຊົນ ຢູ່ເມືອງອະນຸວົງຈຳນວນ 5 ບ້ານ ຄື: ບ້ານທົ່ງຄູນ, ທົ່ງຮັກ, ນໍ້າໂມ້, ນໍ້າຍອນ ແລະ ບ້ານໍ້າຈັ້ງ ທີ່ໄດ້ຮັບທຶນສະໜັບສະໜູນຈາກບໍລິສັດພູເບ້ຍມາຍນິ່ງ ຈຳນວນ 58 ເຮັກຕາ ນອກຈາກນີ້ ຍັງສາມາດກວດກູ້ພື້ນທີ່ໄດ້ທັງໝົດ ຢູ່ເມືອງລ້ອງແຈ້ງ 21.900 ກວ່າຕາແມັດ ແຕ່ສຳຫຼວດ ກວດກູ້ຕົວຈິງແມ່ນ 19,180 ກວ່າຕາແມັດ ໃນນີ້ ສາມາດກວກກກູ້ ບົ່ມບີ້ BLU 24 ຈຳນວນ 4 ໜ່ວຍ, ບົ່ມ 1 ໜ່ວຍ, ລູກປືນ 3 ຫົວ, ລະເບີດ M 26 1 ໜ່ວຍ, ຫົວລູກປືນໃຫ່ຍ 1 ຫົວ, ລູກປືນຄົກ 1 ລູກ ພ້ອມນີ້ ຍັງໄດ້ທຳລາຍລະເບີດເຄື່ອນທີ່ ແລະ ສຳພາວຸດ ທີ່ປະຊາຊົນພົບເຫັນ ມີລູກຈະຫຼວດ 2 ລູກ, ລູກປືນໃຫຍ່ 3 ລູກ, ລູກປືນຄົກ 1 ລູກ ແລະ ລະເບີດຊະນິດອື່ນອີກຈຳນວນໜຶ່ງ ແລະ ຍັງໄດ້ເກັບກຳຂໍ້ມູນຜູ້ຖືກເຄາະຮ້າຍ ຈາກລະເບີດບໍ່ທັນແຕກ ໃນໄລຍະຜ່ານມາ ຄຽງຄູ່ກັນນີ້ ຍັງໄດ້ໂຄສະນາຜົນຮ້າຍຂອງລະເບີດບໍ່ທັນແຕກ ແລະ ວິທີການປ້ອງກັນບໍ່ໃຫ້ເກີດອຸບັດຕິເຫດຈາກລະເບີດບໍ່ທັນແຕກ ຜ່ານທາງວິທະຍຸ, ໂທລະໂຄ່ງຂອງແຂວງ ແລະ ໂຄສະນາຢູ່ຕາມບັນດາໂຮງຮຽນຕ່າງໆ ເພື່ອໃຫ້ປະຊາຊົນ ໂດຍສະເພາະແມ່ນເດັກນ້ອຍຜູ້ເກີດໃໝ່ໃຫ່ຍລຸນ ໄດ້ຮັບຮູ້ ແລະ ເຂົ້າເຂົ້າໃຈເຖິງຜົນຮ້າຍຂອງລະເບີດບໍ່ທັນແຕກ ຢ່າງເລິກເຊິ່ງ ຈາກນັ້ນບັນດາຜູ້ເຂົ້າຮ່ວມ ກໍໄດ້ຜັດປ່ຽນກັບປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບ ເພື່ອພ້ອມກັນຊອກຫາວິທີການແກ້ໄຂວຽກງານໃນຕໍ່ນ້າໃຫ້ດີຂຶ້ນກວ່າເກົ່າ. ໃນຕອນທ້າຍ ທ່ານ ຕົ່ງມົວ ຊົວໂກ້ ໄດ້ມີຄຳເຫັນໂອ້ລົມ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ຂອງຄະນະກຳມະການຄຸ້ມຄອງ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ຍາດມາໄດ້ໃນໄລຍະຜ່ານມາ ແລະ ທ່ານໄດ້ເນັ້ນໜັກໃຫ້ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ແລະ ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຕ່າງໆໃຫ້ແກ່ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຜົນຮ້າຍຂອງລະເບີດບໍ່ທັນແຕກ ທາງເລິກ ແລະ ທາງກວ້າງ ພ້ອມທັງ ກະກຽມແຜນກຳນົດເຂດແດງຂອງແຂວງ ເພື່ອສຳຫຼວດ ແລະ ກວດກູ້ ໃຫ້ສຳເລັດຕາມແຜນ.

ທ່ານ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະ ລົງຢ້ຽມຊົມ ໂຄງການກໍ່ສ້າງສໍານັກງານຫ້ອງວ່າການ ເມືອງຮົ່ມ

0

ເນື່ອງໃນໂອກາດທີ່ເຂົ້າຮ່ວມພິທີມອບ-ຮັບ ໂຄງການຊ່ວຍເຫຼືອກໍ່ສ້າງ-ສ້ອມແປງເຮືອນຢູ່ອາໃສ 14 ຫຼັງ ໃຫ້ແກ່ຄອບຄົວທຸກຍາກ ຂອງລູກຫຼານວິລະຊົນ ບ້ານຜາລະແວກ ເມືອງຮົ່ມ ແຂວງໄຊສົມບູນ ໃນວັນທີ 20 ມິຖຸນາ ຜ່ານມານີ້ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະ ໄດ້ຖືໂອກາດລົງໄປຢ້ຽມຊົມໂຄງການກໍ່ສ້າງສໍານັກງານຫ້ອງວ່າການເມືອງຮົ່ມ ນໍາອີກ.

ຊຶ່ງໂຄງການດັ່ງກ່າວນີ້ ແມ່ນຫາກໍເລີ່ມລົງມືຈັດຕັ້ງປະຕິບັດມາແຕ່ຕົ້ນເດືອນ ພຶດ ສະພາ 2022 ນີ້, ມີມູນຄ່າການກໍ່ສ້າງທັງໝົດ 16 ຕື້ກວ່າກີບ ໂດຍແມ່ນບໍລິສັດສະຫວັນໄຊການຄ້າ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ໄດ້ກໍານົດໄລຍະເວລາຂອງການກໍ່ສ້າງແມ່ນ 24 ເດືອນ. ຊຶ່ງໂອກາດທີ່ລົງມາຢ້ຽມຊົມໃນຄັ້ງນີ້ ທ່ານ ພອຍຄໍາ ຮຸ່ງບຸນຍວງ ໄດ້ເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຈົ່ງເອົາໃຈໃສ່ໃນການລົງຕິດຕາມ, ກວດກາ ການກໍ່ສ້າງຢູ່ພາກສະໜາມ ໃຫ້ເປັນປົກກະຕິ ທັງນີ້ ກໍເພື່ອຮັບປະກັນໃຫ້ໂຄງການໄດ້ດໍາເນີນໄປຕາມຫຼັກການ, ຖືກຕ້ອງຕາມເຕັກນິກວິຊາການ ແລະ ສາມາດສໍາເລັດຕາມແຜນການ ທີ່ໄດ້ກໍານົດໄວ້.

ຊຶ່ງຖ້າໂຄງການດັ່ງກ່າວກໍ່ສ້າງສໍາເລັດ ກໍຈະເຮັດໃຫ້ພະນັກງານມີບ່ອນປະຈໍາການທີ່ພຽງພໍ, ມີບ່ອນເກັບມ້ຽມເອກະສານ ແລະ ເຄື່ອງໃຊ້ໃນຫ້ອງການ ລວມທັງສິ່ງອໍານວຍຄວາມສະດວກຕ່າງໆ ໃຫ້ແກ່ວຽກງານ ຂອງເມືອງ ກໍຄືວຽກງານຂອງແຂວງ ໃຫ້ມີຄຸນນະພາບດີຂຶ້ນກ່ວາເກົ່າ.

ພິທີ ປະດັບຫຼຽນໄຊ ພິລະອາດຫານ ຊັ້ນ 2 ໃຫ້ເຈົ້າແຂວງສະຫວັນນະເຂດ

0

ຕອນບ່າຍວັນທີ 17 ມິຖຸນາ 2022 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການ ປົກຄອງແຂວງ ໄດ້ມີພິທີ ປະດັບຫຼຽນໄຊ ພິລະອາດຫານ ຊັ້ນ 2 ໃຫ້ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ສະຫວັນນະເຂດ ປະທານ ຄະນະກຳມະການປ້ອງກັນຊາດ ປ້ອງກັນຄວາມສະຫງົບແຂວງ,ໂດຍມີ ທ່ານ ພົນໂທ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດ,ມີທ່ານກຳມະການປະຈຳພັກແຂວງ,ກຳມະການພັກແຂວງ,ຫົວໜ້າພະແນກການອ້ອມຂ້າງແຂວງ ພ້ອມດ້ວຍກຳລັງຈາກ ກອງບັນຊາການທະຫານແຂວງ,ປກສແຂວງ ເຂົ້າຮ່ວມ.

ການປະດັບຫຼຽນດັ່ງກ່າວ ແມ່ນປະຕິບັດຕາມ ດໍາລັດຂອງທ່ານ ນາຍົກລັດຖະມົນຕີ ວ່າດ້ວຍການແຂ່ງຂັນແລະຍ້ອງຍໍ ແລະ ປະຕິບັດຕາມໜັງສືສະເໜີ ຂອງກົມໃຫຍ່ການເມືອງກອງທັບ ດັ່ງນັ້ນກະຊວງປ້ອງກັນປະເທດ ຈຶ່ງໄດ້ອອກຂໍ້ຕົກລົງ ປະດັບຫຼຽນໄຊພິລະອາດຫານ ຊັ້ນ 2 ໃຫ້ທ່ານ ເຈົ້າແຂວງ ສະຫວັນນະເຂດ ທີ່ມີຜົນງານດີເດັ່ນ ໃນການຊີ້ນໍາ ກໍາລັງປ້ອງກັນຊາດ ປ້ອງກັນຄວາມສະຫງົບ ຂອງແຂວງຕະຫຼອດໄລຍະທີ່ຜ່ານມາ ເຮັດໃຫ້ແຂວງສະຫວັນນະເຂດ ມີຄວາມສະຫງົບ ໂດຍພື້ນຖານ,ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຮັບການພັດທະນາ ເຂັ້ມແຂງຂຶ້ນ ເທື່ອລະກ້າວ.

ຂ່າວ-ພາບ: ນັກຂ່າວ ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ

#Medialaos MMD (Savannakhet Province)

ພິທີມອບ-ຮັບ ໂຄງການຊ່ວຍເຫຼືອກໍ່ສ້າງ-ສ້ອມແປງເຮືອນຢູ່ອາໃສໃຫ້ແກ່ 14 ຄອບຄົວທຸກຍາກ ຢູ່ບ້ານຜາລະແວກ ເມືອງຮົ່ມ ແຂວງໄຊສົມບູນ

0

ພິທີມອບ-ຮັບ ໂຄງການຊ່ວຍເຫຼືອກໍ່ສ້າງ-ສ້ອມແປງເຮືອນຢູ່ອາໃສ ຈໍານວນ 14 ຫຼັງ ໃຫ້ແກ່ 14 ຄອບຄົວ ຂອງລູກຫຼານວິລະຊົນ ທີ່ທຸກຍາກຢູ່ບ້ານຜາລະແວກ ເມືອງຮົ່ມ ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 20 ມິຖຸນາ 2022 ຜ່ານມານີ້ ຢູ່ທີ່ສະໂມສອນເມືອງຮົ່ມ ໂດຍເຂົ້າຮ່ວມພິທີໃນຄັ້ງນີ້ມີທ່ານ ພອຍຄໍາ ຮຸ່ງບຸນຍວງ, ເຈົ້າແຂວງໄຊສົມບູນ, ທ່ານ ປ້າ ນາລີ ສີສຸລິດ, ປະທານທີ່ປຶກສາກິດຕິມະສັກ ໂຄງການຈິດອາສາ ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ແລະ ທ່ານ ຄໍາເພັດ ດວງມາລາ ເຈົ້າເມືອງເມືອງຮົ່ມ, ມີຄອບຄົວການນໍາຂັ້ນສູງ ຕະຫຼອດຮອດບັນດານັກທຸລະກິດ ພ້ອມດ້ວຍຄະນະຮັບຜິດຊອບໂຄງການຂັ້ນແຂວງ, ເມືອງ, ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ 14 ຄອບຄົວ ທີ່ໄດ້ຮັບການຊ່ວຍເຫຼືອ ເຂົ້າຮ່ວມ.

ໃນພິທີ ທ່ານ ປ້າ ອິນແປງ ຊາມຸນຕີ ປະທານໂຄງການຈິດອາສາ ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ໄດ້ລາຍງານປະຫວັດຄວາມເປັນມາ ຂອງໂຄງການຈິດອາສາ ຊຶ່ງເປັນໂຄງການໜຶ່ງ ທີ່ເກີດຂຶ້ນຍ້ອນແນວຄວາມຄິດເປັນຫ່ວງເປັນໄຍ ຂອງທ່ານ ປ້າ ນາລີ ສີສຸລິດ ທີ່ມີຕໍ່ປະຊາຊົນຜູ້ທີ່ຍັງທຸກຍາກ ໃນຂອບເຂດທົ່ວປະເທດ ແລະ ເພື່ອເຕົ້າໂຮມຄວາມສາມັກຄີ ລະຫວ່າງ ຄອບຄົວການນໍາຂັ້ນສູງ ຮ່ວມກັບພາກທຸລະກິດ. ສະນັ້ນ ຈຶ່ງໄດ້ສ້າງຕັ້ງໂຄງການດັ່ງກ່າວຂຶ້ນມາ ເພື່ອສຸມໃສ່ການປຸກລະດົມຄອບຄົວການນໍາ, ພາກທຸລະກິດ, ສະມາ ຄົມ ແລະ ມູນນິທິຕ່າງໆ ເພື່ອປະກອບສ່ວນ ຊ່ວຍເຫຼືອຄອບຄົວປະຊາຊົນທີ່ຍັງທຸກຍາກ ໃນຂອບເຂດທົ່ວປະເທດ ເພື່ອໃຫ້ເຂົາເຈົ້າໄດ້ມີຊີ ວິດການເປັນຢູ່ທີ່ດີຂຶ້ນກວ່າເກົ່າ.

ພ້ອມນັ້ນ ທ່ານຍັງໄດ້ລາຍງານການຈັດຕັ້ງປະຕິບັດ ໂຄງການກໍ່ສ້າງ-ສ້ອມແປງເຮືອນຢູ່ອາໃສ ໃຫ້ຄອບຄົວທຸກຍາກ ບ້ານຜາລະແວກ ເມືອງຮົ່ມ ແຂວງໄຊສົມບູນ ຊຶ່ງໂຄງການດັ່ງກ່າວ ແມ່ນໄດ້ເລີ່ມລົງມືກໍ່ສ້າງມາແຕ່ ວັນທີ 3 ພຶດສະພາ 2022 ເປັນຕົ້ນມາ ມາຮອດປັດຈຸບັນແມ່ນໄດ້ສໍາເລັດແລ້ວ 100% ໂດຍປະກອບມີເຮືອນ ຈໍານວນ 14 ຫຼັງ ໃນນັ້ນ ປຸກສ້າງໃໝ່ ຈໍານວນ 12 ຫຼັງ, ສ້ອມແປງ ຈໍານວນ 2 ຫຼັງ ລວມມູນຄ່າການກໍ່ສ້າງຕົວຈີງທັງໝົດ ຈໍານວນ 878 ລ້ານກວ່າກີບ; ໃນນີ້ໄດ້ຮັບການຊ່ວຍເຫຼືອຈາກບໍລິສັດສາລະວັນພັດທະນາຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ຈໍານວນ 81 ລ້ານກວ່າກີບ ແລະ ໄດ້ຈາກໂຄງການຈິດອາສາ ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນ ບ້ານຜາລະແວກ ເມືອງຮົ່ມ ກໍຄືຄອບຄົວການນໍາຂັ້ນສູງ ຮ່ວມກັບນັກທຸລະກິດ ຈໍານວນ 796 ລ້ານກ່ວາກີບ. ໂອກາດດັ່ງກ່າວນີ້ ທ່ານ ປ້າ ນາລີ ສີສຸລິດ ໄດ້ມີຄໍາເຫັນຕໍ່ພິທີ ໂດຍທ່ານໄດ້ສະແດງຄວາມຊົມເຊີຍທຸກພາກສ່ວນ ທີ່ໄດ້ຮ່ວມແຮງຮ່ວມໃຈກັນປະກອບສ່ວນຕ່າງໆ ລວມທັງການເສຍສະຫຼະຊັບສິນ, ເຫື່ອແຮງ ແລະ ອື່ນໆ ເພື່ອຊ່ວຍເຫຼືອຜູ້ອື່ນ ຊຶ່ງໄດ້ສະແດງໃຫ້ເຫັນເຖິງຄວາມສາມັກຄີຮັກແພງ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ໄດ້ພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດໂຄງການ ຈົນໄດ້ຮັບຜົນສໍາເລັດ ຕາມແຜນການ.

ຈາກນັ້ນ ທ່ານ ພອຍຄໍາ ຮຸ່ງບຸນຍວງ ໄດ້ຕາງໜ້າອົງການປົກຄອງແຂວງ, ເມືອງ ຕະຫຼອດຮອດປະຊາຊົນ 14 ຄອບຄົວ ສະແດງຄວາມຂອບໃຈ ຕໍ່ທິມງານໂຄງການຈິດອາສາ ທີ່ຍາມໃດກໍມີຄວາມເປັນຫ່ວງເປັນໄຍ ແລະ ເຫັນໄດ້ຄວາມໝາຍ-ສໍາຄັນ ຂອງວຽກງານແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ພ້ອມທັງໄດ້ໃຫ້ການຊ່ວຍເຫຼືອ ແຂວງໄຊສົມບູນ ຕະຫຼອດມາ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ອົງການປົຄອງເມືອງ ຈົ່ງເອົາໃຈໃສ່ລົງໃກ້ສິດຕິດແທດ ເພື່ອນໍາພາປະຊາຊົນຜະລິດກະສິກໍາເປັນສິນຄ້າ ສ້າງໃຫ້ເຂົາເຈົ້າມີລາຍຮັບເຂົ້າໃນຄອບຄົວ ເພື່ອໃຫ້ເສດຖະກິດຄອບຄົວໄດ້ຮັບການປັບປຸງ, ແກ້ໄຂ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ, ເອົາໃຈໃສ່ ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ, ປຸກລະດົມປະຊາຊົນ ໃຫ້ສ່ວນຮ່ວມໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ໂດຍຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫົງບ, ຮຽກຮ້ອງໃຫ້ປະຊາຊົນ 14 ຄອບຄົວທີ່ໄດ້ຮັບເຮືອນໃນຄັ້ງນີ້ ຈົ່ງເອົາໃຈໃສ່ໃນການປົກປັກຮັກສາເຮືອນທີ່ຕົນໄດ້ຮັບໃຫ້ມີຄວາມສະອາດ ແລະ ສາມາດນໍາໃຊ້ໄດ້ຍາວນານ. ຈາກນັ້ນ ໄດ້ມີພິທີມອບ-ຮັບເຮືອນຈໍານວນ 14 ຫຼັງ ດັ່ງກ່າວ ໂດຍຕາງໜ້າໂຄງການຈິດອາສາຂຶ້ນມອບໂດຍທ່ານ ປ້າ ນາລີ ສີສຸລິດ, ປະທານທີ່ປຶກສາກິດຕິມະສັກ ໂຄງການຈິດອາສາ ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ແລະ ຕາງໜ້າອົງການປົກຄອງແຂວງ ຂຶ້ນຮັບໂດຍທ່ານ ພອຍຄໍາ ຮຸ່ງບຸນຍວງ, ເຈົ້າແຂວງໄຊສົມບູນ ໂດຍມີພາກສ່ວນທີ່ກ່ຽວ ຂ້ອງ ເຂົ້າຮ່ວມເປັນສັກຄີພິຍານ.

ເນື່ອງໃນໂອກາດ ທີ່ເຂົ້າມາຮ່ວມພິທີໃນຄັ້ງນີ້ ທ່ານ ປ້າ ນາລີ ສີສຸລິດ ພ້ອມດ້ວຍຄອບຄົວການນໍາ, ໂຄງການຈິດອາສາ, ມູນນິທິກູ້ໄພ, ມູນນິທິແມ່ຍິງລາວ ແລະ ສະມາຄົມເສີນເຈິນ ຍັງໄດ້ນໍາເອົາເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໃນຄົວ, ເຄື່ອງຫຼີ້ນເດັກນ້ອຍ ແລະ ເງິນສົດ ຈໍານວນໜຶ່ງມາມອບໃຫ້ແກ່ 14 ຄອບຄົວທຸກຍາກ ເພື່ອໄດ້ນໍາໃຊ້ເຂົ້າໃນຊີວິດປະຈໍາວັນ ນໍາອີກ.

ພິທີວາງສີລາລຶກໂຄງການກໍ່ສ້າງໂຮງຮຽນມັດທະຍົມສົງ ແຂວງໄຊສົມບູນ

0
ແນວລາວສ້າງຊາດ ແຂວງໄຊສົມບູນ ໄດ້ຈັດພິທີ ວາງສີລາລຶກ ໂຄງການກໍ່ສ້າງໂຮງຮຽນມັດທະຍົມສົງ ທີ່ວັດພູເງິນອານຸໄຊຍະລາມຂື້ນ ໃນຕອນເຊົ້າຂອງວັນທີ 20 ມິຖຸນາ 2022 ຢູ່ທີ່ວັດພູເງິນອານຸໄຊຍະລາມ ແຂວງໄຊສົມບູນ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ພົຕ ວົງສອນ ອິນປານພິມ ຮອງເລຂາພັກແຂວງ ພ້ອມດ້ວຍການນຳແຂວງ, ພະອາຈານໃຫຍ່ ມະຫາເຫວດ ມະເສໄນ, ຮອງປະທານອົງການພຸດທະສາສະໜາສຳພັນ ແຫ່ງ ສ ປປ ລາວ ພ້ອມດ້ວຍພະອາຈານ ຈາກສູນກາງອົງການພຸດທະສາສະໜາສຳພັນ ແຂວງ ແລະ ເມືອງ, ຮອງປະທານແນວລາວສ້າງຊາດແຂວງ, ທ່ານ ຄຳປຸ່ນ ພູນສີອານຸລັກ, ປະທານບໍລິສັດ ພູນສີອານຸລັກ ສຳຫລວດ-ອອກແບບ ແລະ ກໍ່ສ້າງຈຳກັດ ຕະຫລອດຮອດພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ ທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ ໄດ້ຂຶ້ນລາຍງານຫຍໍ້ກ່ຽວກັບໂຄງການ ຊຶ່ງທ່ານມີຄວາມຮູ້ສຶກພາກພູມໃຈເປັນຢ່າງຍິ່ງທີ່ໄດ້ຮັບຕ້ອນ ປ້າສີຈັນ ຄອບຄົວການນຳຂັ້ນສູງ ພ້ອມດ້ວຍຄະນະ ໄດ້ມາຢຽມຢາມ, ມາຮ່ວມພິທີວາງສີລາລຶກ ແລະ ນຳເອົາຄວາມເປັນຫ່ວງເປັນໄຍ, ນໍ້າໃຈໄມຕີອັນອົບອຸ່ນ ຈາກສູນກາງມາສູ່ພະນັກງານ, ປະຊາຊົນບັນດາເຜົ່າຊາວແຂວງໄຊສົມບູນ. ໂຄງການກໍ່ສ້າງໂຮງຮຽນມັດທະຍົມສົງ ເປັນໂຄງການທີ່ໄດ້ຮັບການຊ່ວຍເຫລືອຈາກການລະດົມທຶນຈາກບໍລິສັດ, ຫ້າງຮ້ານຕ່າງໆ, ເປັນໂຄງການທີ່ສຳຄັນໃນການຊຸກຍູ້, ປຸກລະດົມ ເພື່ອພັດທະນາຊັບພະຍາກອນມະນຸດ ໃຫ້ມີຄວາມຮູ້, ຄວາມສາມາດ, ໂຄງການກໍ່ສ້າງໂຮງຮຽນມັດທະຍົມສົງເປັນອາຄານ 2 ຊັ້ນ, ມີຂະໜາດ 11×37 ແມັດ, ມີ 8 ຫ້ອງ, ມີມູນຄ່າການກໍ່ສ້າງທັງໝົດ 2,939,000,000 ( 2 ຕື້ 9 ຮ້ອຍກວ່າລ້ານກີບ) ຊຶ່ງໄລຍະເວລາປະຕິບັດໂຄງການແມ່ນພາຍໃນ 18 ເດືອນ ໃຫ້ສຳເລັດ.

ຈາກນັ້ນ ພະອາຈານໃຫຍ່ ມະຫາເຫວດ ມະເສໄນ, ຮອງປະທານອົງການພຸດທະສາສະໜາສຳພັນ ແຫ່ງ ສ ປປ ລາວ ໄດ້ຂຶ້ນປະກອບຄຳເຫັນຕໍ່ກັບໂຄງການກໍ່ສ້າງ ຊຶ່ງເປັນການສ້າງປັດໃຈໜຶ່ງທີ່ສຳຄັນ, ເປັນໂອກາດດີໃຫ້ແກ່ປະຊາຊົນບັນດາເຜົ່າ ຢູ່ແຂວງໄຊສົມບູນ, ຜູ້ທີ່ດ້ອຍໂອກາດໄດ້ມາຮຽນຮູ້, ຍົກລະດັບການສຶກສາ ພ້ອມທັງເປັນການພັດທະນາການສຶກສາ ໃຫ້ມີຄວາມເຂັ້ມແຂງ ເປັນການພັດທະນາຊັບພະຍາກອນມະນຸດ ເພື່ອປັບປຸງ ຍົກລະດັບຊີວິດ, ການເປັນຢູ່ຂອງປະຊາຊົນ ໃຫ້ມີວຽກເຮັດງານທຳ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ນັບມື້ນັບດີຂຶ້ນ. ພ້ອມດຽວກັນນັ້ນ ໄດ້ພ້ອມກັນຮ່ວມພິທີຕັກຊາຍ ແລະ ເທຕີນເສົາເອກ ເພື່ອວາງສີລາລຶກໂຄງການກໍ່ສ້າງໂຮງຮຽນມັດທະຍົມສົງ ແຂວງໄຊສົມບູນ ຢ່າງເປັນທາງການ.