Saturday, December 27, 2025
Home Blog Page 1076

ສາມຫລ່ຽມຄຳຈັດງານແຂ່ງຂັນກິລາແລ່ນມາຣາທອນຕ້ານຢາເສບຕິດ

0

ໃນຕອນເຊົ້າຂອງວັນທີ 26 ມິຖຸນາ 2022 ນີ້ ຢູ່ເຂດເສດຖະກິດພິເສດ ສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຈັດງານແຂ່ງຂັນກິລາແລ່ນມາຣາທອນ ສາມຫລ່ຽມຄຳ ຄັ້ງທີ 2 ເນື່ອງໃນໂອກາດ “ວັນສາກົນຕ້ານຢາເສບຕິດ” ຄົບຮອບ 35 ປີ (26/06/1987-26/06/2022) ແລະ ການສະ ເຫລີມສະຫລອງວັນສ້າງຕັ້ງສາມຫລ່ຽມຄຳ ຄົບຮອບ 15 ປີ ໂດຍໄດ້ຮັບການອຸປະຖຳຈາກ ກຸ່ມບໍລິສັດ ດອກງິ້ວຄຳ ຈຳກັດ. ໃຫ້ກຽດເຂົ້າຮ່ວມຂອງທ່ານ ເຄື່ອນເພັດ ວົງສາ ຮອງເຈົ້າແຂວງບໍ່ແກ້ວ, ຜູ້ຊີ້ນຳເຂດເສດຖະກິດພິເສດ ສາມຫລ່ຽມຄຳ, ພ້ອມດ້ວຍນັກກິລາຈາກ 7 ປະເທດເຂົ້າຮ່ວມ ຄື: ລາວ, ຈີນ, ໄທ, ມຽນມາ, ຟິລິບປິນ, ໂຮນລັງ ແລະ ອາເມລິກາ ຫລາຍກວ່າ 500 ຄົນ ໂດຍມີການຊີງເງິນລາງວັນຫລາຍກວ່າ 400 ລ້ານກີບ.

ທ່ານ ບຸນທອງ ແສງສີກອງ ໄດ້ກ່າວວ່າ: ງານຄັ້ງນີ້ ເພື່ອເປັນການສະເຫລີມສະຫລອງ ວັນສາ ກົນຕ້ານຢາເສບຕິດ 26 ມິຖຸນາ, ພ້ອມທັງສະເຫລີມສະຫລອງ ການສ້າງຕັ້ງເຂດເສດຖະກິດພິເສດ ສາມ ຫລ່ຽມຄຳ ຄົບຮອບ 15 ປີ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນ ຫາຢາເສບຕິດ, ແນໃສ່ເຮັດໃຫ້ທົ່ວສັງຄົມທຸກຊັ້ນຄົນໄດ້ຮັບຮູ້ເຂົ້າໃຈເຖິງໄພອັນຕະລາຍ, ຜົນຮ້າຍ ແລະ ຜົນກະທົບຂອງຢາເສບຕິດທີ່ມີຕໍ່ມວນມະນຸດ, ທັງເປັນສິ່ງທີ່ຕ້ອງຫ້າມ ແລະ ຜິດຕໍ່ກົດໝາຍຂອງລັດ ແລະ ກົດໝາຍສາກົນ; ມ່ວນຊົນທຸກຄົນມີໜ້າທີ່ຮ່ວມກັນຕ້ານ ກໍຄືລົບລ້າງຢາເສບຕິດໃຫ້ອອກໄປຈາກສັງຄົມ ແລະ ປະເທດຊາດ. ສຳລັບການສ້າງຕັ້ງເຂດເສດຖະກິດພິເສດ ສາມຫລ່ຽມຄຳ ກໍໄດ້ດຳເນີນມາຮອດ 15 ປີ ເຊິ່ງຕະຫລອດໄລຍະທີ່ຜ່ານມາ, ພາຍໃຕ້ນະໂຍບາຍສົ່ງເສີມການດຶງດູດນັກລົງທຶນຂອງພັກ ແລະ ລັດ ຖະບານ ໂດຍສະເພາະແມ່ນອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນໃນເຂດທ້ອງຖິ່ນບວກກັບຄວາມມຸ່ງຫວັງອັນແຮງກ້າ ຂອງຜູ້ພັດທະນາ ແລະ ຜູ້ລົງທຶນ ຈຶ່ງໄດ້ພ້ອມກັນສ້າງສາພັດທະນາເສດຖະ ກິດພິເສດ ສາມຫລ່ຽມຄຳ ຢ່າງມີຜົນສຳເລັດ. ການຈັດງານແຂ່ງຂັນກິລາໃນຄັ້ງນີ້ ຍັງເປັນການສະແດງເຖິງນະໂຍ ບາຍຊຸກຍູ້ສົ່ງເສີມ ແລະ ໃຫ້ການສະໜັບສະໜູນຕໍ່ວຽກງານກິລາຂອງລາວ ໂດຍສະເພາະແມ່ນຂົງ ເຂດກິ ລາແລ່ນ-ລານ ໃຫ້ໄດ້ມີການພັດທະນາທັງດ້ານຄຸນນະພາບ ແລະ ປະລິມານ, ຊ່ວຍຍົກສູງຊື່ສຽງຂອງນັກກິລາລາວໃຫ້ກ້າວສູ່ພາກພື້ນ ແລະ ສາກົນ, ພ້ອມທັງປຸກລະດົມມ່ວນຊົນທົ່ວໄປ ໃຫ້ເຫັນຄວາມສຳຄັນຂອງກິລາ-ກາຍຍະກຳ ແລະ ການຮັກສາສຸຂະພາບ.

ສຳລັບຜົນການແຂ່ງຂັນ ກິລາແລ່ນມາຣາທອນ ຄັ້ງນີ້ ປະເພດທົ່ວໄປມີໄລຍະທາງ 21 ກິໂລແມັດ, ຍິງອັນດັບທີ 1 ໄດ້ແກ່ນາງ ລົດແກ້ວ ອິນທະກຸມມານ ນັກແລ່ນທີມຊາດລາວ ໄດ້ຮັບເງິນສົດ 106 ລ້ານກີບ, ຂັນ ພ້ອມຫລຽນລາງວັນ, ທີ 2 ໄດ້ແກ່ນາງ ນັດທະຍາ ທະນະລົນນະວັດ ຈາກປະເທດໄທ ໄດ້ຮັບເງິນສົດ 64 ລ້ານກີບ ພ້ອມຫລຽນລາງວັນ, ອັບດັບທີ 3 ໄດ້ແກ່ນາງ ກັນຍາລັກ ເສລີວຸດທິໄຊ ຈາກປະເທດໄທຮັບເງິນລາງວັນ 42 ລ້ານກີບ, ພ້ອມຫລຽນ ແລະ ອັນດັບທີ 4 ນັກກິລາຈາກປະເທດໄທ ໄດ້ຮັບເງິນລາງວັນ 21 ລ້ານກີບພ້ອມຫລຽນ.

ໄລຍະ 21 ກິໂລແມັດ ທີມຊາຍອັນດັບທີ 1 ໄດ້ແກ່ທ້າວ ສັນໄຊ ຈາກປະເທດໄທໄດ້ຮັບເງິນ ສົດ 106 ລ້ານກີບ, ພ້ອມຫລຽນລາງວັນ, ທີ 2 ທ້າວ ຊະນະພົນ ຈາກປະເທດໄທໄດ້ຮັບເງິນສົດ 64 ລ້ານກີບ, ພ້ອມຫລຽນລາງວັນ, ທີ 3 ທ້າວ ເອກະລັກ ຈາກປະເທດໄທໄດ້ຮັບເງິນ 42 ລ້ານກີບ, ພ້ອມຫລຽນລາງວັນ ແລະ ອັນດັບທີ 4 ໄດ້ແກທ້າວ ພານຸກອນ ຈາກປະເທດໄທໄດ້ຮັບເງິນສົດ 21 ລ້ານກີບ, ພ້ອມຫລຽນລາງວັນ. ຂະນະທີ່ ປະເພດເຍົາວະຊົນຍິງ ຮຸ່ນອາຍຸບໍ່ເກີນ 15 ປີ ໄລຍະ 8 ກິໂລແມັດ ອັນດັບທີ 1 ແມ່ນ ນາງ ບຸດສະກອນ ປຣະວັງ ຈາກປະເທດໄທໄດ້ຮັບເງິນສົດ 5 ລ້ານກັບ, ຂັນ ພ້ອມຫລຽນ, ທີ 2 ນາງ ປໍຄົວ ລີ ຈາກແຂວງບໍ່ແກ້ວ ໄດ້ຮັບເງິນສົດ 3 ລ້ານກີບ ພ້ອມຫລຽນ ແລະ ທີ 3 ແມ່ນນາງ ນາລໍ ອີກໜຶ່ງນັກກິລາຈາກແຂວງບໍ່ແກ້ວ ໄດ້ຮັບຫລຽນ ແລະ ເງິນສົດ 2 ລ້ານກີບ. ຊະນະເລີດ ປະເພດເຍົາວະຊົນຊາຍ ຮຸ່ນອາຍຸບໍ່ເກີນ 15 ປີ ໄລຍະ 8 ກິໂລແມັດ ອັນດັບທີ 1 ແມ່ນທ້າວ ອານຸສິດ ຈາກປະເທດໄທ ໄດ້ຮັບຂັນ ພ້ອມຫລຽນ ແລະ ເງິນ 5 ລ້ານກີບ, ຮອງຊະນະເລີດ ທ້າວ ສຸລິຍາ ສຸນັນທະວົງ ຈາກແຂວງຫລວງນໍ້າທາ ໄດ້ຮັບຫລຽນ ແລະ ເງິນສົດ 3 ລ້ານກີບ, ທີ 3 ທ້າວ ເດັ່ນພົງ ປະເທດໄທ ໄດ້ຮັບຫລຽນ ພ້ອມເງິນສົດ 2 ລ້ານກີບ. ສ່ວນປະເພດອາວຸໂສຍິງ ໄລຍະ 8 ກິໂລແມັດ ອັນດັບທີ 1 ແມ່ນນາງ ສົມຄິດ ແກ້ວບຸນມາ ຈາກແຂວງວຽງຈັນ ໄດ້ຮັບຂັນພ້ອມຫລຽນ ແລະ ເງິນສົດ 5 ລ້ານກີບ, ທີ 2 ນາງວັນ ເພັງ ສຸດທິຈັກ ຈາກສະຫະພັນແລ່ນ-ລານແຫ່ງຊາດ ໄດ້ຮັບຫລຽນ ແລະ ເງິນສົດ 3 ລ້ານກີບ ແລະ ທີ 3 ນາງ ວາລິນ ນຳພາ ຈາກປະເທດໄທ ໄດ້ຮັບຫລຽນ ກັບເງິນ 2 ລ້ານກີບ. ຊະນະະເລີດປະເພດອາວຸໂສຊາຍ ໄລຍະ 8 ກິໂລແມັດ ໄດ້ແກ່ທ່ານ ຄອງລາດ ຊົມພູລາດ ຈາກປະເທດໄທ ໄດ້ຮັບຂັນ ພ້ອມຫລຽນ ແລະ ເງິນສົດ 5 ລ້ານກີບ, ທີ 2 ໄດ້ແກ່ທ່ານ ຄຳເພັດ ຈັນທະສົມ ບັດ ຈາກນະຄອນຫລວງວຽງຈັນ ໄດ້ຮັບຫລຽນ ແລະ ເງິນສົດ 3 ລ້ານກີບ ແລະ ທີ 3 ທ່ານ ພູເງິນ ພົມມະຫາ ຈາກກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຮັບຫລຽນ ກັບເງິນສົດ 2 ລ້ານກີບ.

ໃຫ້ກຽດຂື້ນມອບລາງວັນໂດຍ ທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງໆບໍ່ແກ້ວ, ພ້ອມດ້ວຍ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ສາມຫລ່ຽມຄຳ, ຜູ້ໃຫ້ການສະໜັບສະໜູນ ແລະ ຄະນະກຳມະການຈັດການແຂ່ງຂັນ.

ຂ່າວ-ພາາບ: ສຸກສະຫວັດ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອິນໂດເນເຊຍ

0

ໃນວັນທີ 24 ມິຖຸນາ 2022, ທ່ານ ດຣ. ປຣາຕີໂຕ ຊູຮາຣິໂຢ, ເອກອັກຄະລັດ ຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາ ທາລະນະລັດ ອິນໂດເນເຊຍ ປະຈຳ ສປປ ລາວ, ໄດ້ໃຫ້ກຽດເປັນເຈົ້າພາບຈັດງານລ້ຽງ ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະ ນະລັດ ອິນໂດເນເຊຍ ແລະ ສປປ ລາວ ຄົບຮອບ 65 ປີ ທີ່ ໂຮງແຮມ ລາວ ພລາຊາ, ນະຄອນຫຼວງວຽງຈັນ. ໂດຍ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດເປັນແຂກກິດຕິມະສັກ ແລະ ມີບັນດາລັດຖະມົນຕີກະຊວງຕ່າງໆຈຳນວນໜຶ່ງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ໄດ້ກ່າວປາໄສ ໂດຍສະແດງໃຫ້ເຫັນເຖິງສາຍພົວພັນອັນດີງາມ ລະຫວ່າງສອງປະເທດ ອິນໂດເນເຊຍ ແລະ ສປປ ລາວ ໃນຕະຫຼອດໄລຍະ 65 ປີຜ່ານມາ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ ລັດຖະບານ ສປປ ລາວ ທີ່ໄດ້ທະນຸທະໜອມສາຍພົວພັນທີ່ດີງາມຂອງສອງປະເທດພວກເຮົາ. ທ່ານເອກອັກຄະລັດຖະທູດ ໄດ້ຍໍ້າວ່າ ການສະເຫຼີມສະຫຼອງຂອງ ປະຊາຊົນອິນໂດເນເຊຍ ແລະ ລັດຖະບານລາວ ແລະ ປະຊາຊົນລາວ ເຊິ່ງເປັນຄວາມພາກພູມໃຈຕໍ່ຄວາມມານະພະຍາຍາມ, ໝາກຜົນ, ມິດຕະພາບທີ່ເປັນມູນເຊື້ອອັນຍາວນານ ແລະ ນ້ຳໃຈອ້າຍນ້ອງທີ່ມີມາແຕ່ດົນນານໃນຫຼາຍປີຜ່ານມາ ແລະ ໃນຊຸມປີຕໍ່ໜ້າ. ເຖິງແມ່ນວ່າໂລກລະບາດໂຄວິດ – 19 ໄດ້ສົ່ງຜົນກະທົບໃນຫຼາຍດ້ານຕໍ່ ຄວາມພະຍາຍາມໃນການເພີ່ມທະວີການພົວພັນຮ່ວມມື ແຕ່ສອງປະເທດກໍ່ສະໜັບ ສະໜູນເຊິ່ງກັນ ແລະ ກັນໃນເວທີສາກົນ ໂດຍສະເພາະແມ່ນໃນຂອບອາຊຽນ. ນອກນີ້, ສອງປະເທດຍັງຢູ່ໃນຂັ້ນຕອນການຄົ້ນຄວ້າ ແລະ ຊຸກຍູ້ການພົວພັນດ້ານການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ ແລະ ການໄປມາຫາສູ່ກັນລະຫວ່າງລັດຖະບານ ແລະ ປະຊາຊົນ ຂອງສອງປະເທດ ນັບມື້ໃຫ້ຫລາຍຂຶ້ນ ເພື່ອເພີ່ມທະວີການຮ່ວມມືໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃນລະດັບພາກພື້ນ.

ການທີ່ ສປປ ລາວ ໄດ້ຮັບຜົນສໍາເລັດໃນການ ຫັນເອົາປະເທດເປັນສູນກາງການເຊື່ອມໂຍງກັບພາກພື້ນ, ທ່ານ ເອກອັກຄະລັດຖະທູດ ເຊື່ອໝັ້ນວ່າ ຈະມີໂອກາດລົງທຶນໃນຂະແໜງການຕ່າງໆໃນ ສປປ ລາວ ແລະ ມີທ່າແຮງການຮ່ວມມືຫຼາຍດ້ານໃນຂົງເຂດການສຶກສາ ແລະ ວັດທະນະທຳ-ສັງຄົມ ເພື່ອໃຫ້ບັນລຸເປົ້າໝາຍຂອງສອງປະເທດ.

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ເໜັ້ນໜັກເຖິງການພົວພັນຮ່ວມມືສອງຝ່າຍຢ່າງແໜ້ນແຟ້ນ ກໍຄື ການເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ ແລະ ການສຶກສາ, ການສົ່ງເສີມການໄປມາຫາສູ່ກັນຂອງປະຊາຊົນ ເປັນສ່ວນສໍາຄັນ ແລະ ມີບົດບາດໃນການເພີ່ມທະວີສາຍພົວພັນ ລະຫວ່າງ ສປປ ລາວ ແລະ ອິນໂດເນເຊຍ. ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານອິນໂດເນເຊຍ ທີ່ໄດ້ມອບຄ້ອງສັນຕິພາບໃຫ້ແກ່ ສປປ ລາວ, ເຊິ່ງເປັນຄ້ອງທຳອິດຂອງລັດຖະບານອິນໂດເນເຊຍ ມອບໃຫ້ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແລະ ໄດ້ຕັ້ງໄວ້ຢູ່ຕໍ່ໜ້າອານຸສາວະລີ ປະຕູໄຊ ພ້ອມທັງ ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ແລະ ປະຊາຊົນອິນໂດເນເຊຍ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອແກ່ ສປປ ລາວ.

ພ້ອມດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານເອກອັກຄະລັດຖະທູດ ໄດ້ອວຍພອນໄຊແດ່ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ແລະ ພະນະທ່ານ ໂຈໂກ ວິໂດໂດ, ປະທານາທິບໍດີ ແຫ່ງ ສ. ອິນໂດເນເຊຍ ແລະ ປະຊາຊົນລະຫວ່າງສອງປະເທດ ຈົ່ງມີພາລະນາໄມແຂງແຮງ, ປະສົບຜົນສຳເລັດ ກໍຄື ການພັດທະນາສາຍພົວພັນລະຫວ່າງສອງປະເທດໃນຕໍ່ໜ້າ.

ພິທີສະເຫຼີມສະຫຼອງ 65 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ສ. ອິນໂດເນເຊຍ ໄດ້ມີບັນດາແຂກເຂົ້າຮ່ວມ 200 ທ່ານ ລວມມີ ບັນດາລັດຖະມົນຕີກະຊວງຕ່າງໆຂອງລາວ, ເຈົ້າໜ້າທີ່ຂັ້ນສູງຈາກບັນດາອົງການຈັດຕັ້ງສາກົນ ແລະ ບັນດາເອກອັກຄະລັດຖະທູດ ທີ່ປະຈຳຢູ່ ສປປ ລາວ ແລະ ຜູ້ຕາງໜ້າຈາກພາກເອກະຊົນ ແລະ ສື່ມວນຊົນ ກໍ່ໄດ້ເຂົ້າຮ່ວມ.

ຂ່າວ-ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

ພິຈາລະນາ ແລະ ປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະວັດຖຸລະເບີດ

0

ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 9 ໃນວັນທີ 27 ມິຖຸນາ 2022, ທີ່ຫໍສະພາແຫ່ງຊາດ ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານພົນໂທ ສຸວອນ ເລື່ອງບຸນມີ, ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດໄດ້ຄົ້ນຄວ້າ, ພິຈາລະນາ ແລະປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະວັດຖຸລະເບີດ ຊື່ງເປັນກົດໝາຍສ້າງໃໝ່ ສະເໜີໂດຍ ພົນເອກ ວິໄລ ຫລ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ທ່ານໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈໍາເປັນໃນການສ້າງຮ່າງກົດໝາຍສະບັບນີ້.

ໂດຍສະເພາະສະພາບການໃນປັດຈຸບັນສະພາບທາງດ້ານເສດຖະກິດ-ສັງຄົມມີການຂະຫຍາຍຕົວ, ເຊື່ອມໂຍງ, ເຊື່ອມຈອດກັບບັນດາປະເທດໃນພາກພື້ນ ແລະສາກົນ ເຮັດໃຫ້ມີບຸກຄົນ ແລະ ກຸ່ມຄົນທີ່ບໍ່ດີເຄື່ອນໄຫວຊື້ຂາຍອາວຸດ ແລະ ວັດຖຸລະເບີດແບບບໍ່ຖືກຕ້ອງຕາມລະບຽບ, ກົດໝາຍມີລັກສະນະເພີ່ມຂື້ນ, ເປີດແປນ ຊື່ງກາຍ ເປັນໜື່ງໃນປະກົດການຫຍໍ້ທໍ້ໃນສັງຄົມ ເຮັດໃຫ້ກຸ່ມຄົນບໍ່ດີຄອບຄອງ, ນໍາໃຊ້ອາວຸດ ແລະ ວັດຖຸລະເບີດເຄື່ອນໄຫວກໍ່ອາຊະຍາກຳດ້ານຕ່າງໆ ເປັນຕົ້ນການປຸ້ນຈີ້, ຊິງຊັບ, ນາບຂູ່ປະຊາຊົນ ເຊິ່ງສົ່ງຜົນກະ ທົບຕໍ່ຄວາມໝັ້ນຄົງຂອງຊາດ, ຕໍ່ການພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ, ແຕະຕ້ອງເຖິງຊີວິດ, ສຸຂະພາບ ແລະ ຊັບສິນຂອງລັດ, ຂອງລວມໝູ່, ບຸກຄົນ ແລະ ອື່ນໆ, ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ ປະກອບມີ 9 ພາກ, 9 ໝວດ ແລະ 67 ມາດຕາ.

ຄາດວ່າເມື່ອກົດໝາຍສະບັບນີ້ຖືກຮັບຮອງ ແລະປະກາດໃຊ້ແລ້ວ ຈະເປັນພື້ນຖານອັນສໍາຄັນທາງດ້ານກົດໝາຍໃນການຮັບປະກັນສະຖຽນລະພາບຄວາມໝັ້ນຄົງ, ຄວາມສະຫງົບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ທັງເປັນບ່ອນອີງໃຫ້ແກ່ເຈົ້າໜ້າທີ່ຂອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ພະນັກງານຂະແໜງການກ່ຽວຂ້ອງ ເຄື່ອນໄຫວປະຕິບັດໜ້າທີ່ວຽກງານການຄຸ້ມຄອງອາວຸດ ແລະວັດຖຸລະເບີດ ທັງຮັບປະກັນໃຫ້ແກ່ການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດໃນສັງຄົມຕາມທິດປົກຄອງດ້ວຍກົດໝາຍ ສາມາດແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມທີ່ກ່ຽວກັບບັນຫາດັ່ງກ່າວຢ່າງຂາດຕົວ ແນໃສ່ເຮັດໃຫ້ບັນຫາການລັກລອບຊື້-ຂາຍ, ການມີໄວ້ໃນຄອບຄອງ ແລະ ການນໍາໃຊ້ອາວຸດເຖື່ອນໃນສັງຄົມຫລຸດລົງ ຍ້ອນມີມາດຕະການຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ຂ່າວ : ຈັນທະສອນ ສີຫານາດ

ພາບ : ອະພິນຍາ ສຸລິຍະວົງ

ພິທີເປິດຊູດຝຶກອົບຮົມວຽກງານຂຽນແຜນພັດທະນາການທ່ອງທ່ຽວ ໃຫ້ ຖວທ ທົ່ວປະເທດ

0

ຊຸດຝຶກອົບຮົມວຽກງານການຂຽນແຜນພັດທະນາການທ່ອງທ່ຽວໃຫ້ແກ່ ພະແນກ ຖວທ ທົ່ວປະເທດ ໄດ້ຈັດຂື້ນໃນລະຫວ່າງວັນທີ 27-30/06/2022 ທີ່ ເມືອງວັງວຽງ, ແຂວງວຽງຈັນ ໂດຍການເຂົ້າຮ່ວມປະທານພິທີເປີດ ໂດຍ ທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຊຶ່ງມີຜູ້ເຂົ້າຮ່ວມຈາກພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວທົ່ວປະເທດ ຈໍານວນ 46 ທ່ານ.

ຊຸດຝຶກອົບຮົມຄັ້ງນີ້ ໄດ້ໄຂຂຶ້ນໃນທ່າມກາງທີ່ລັດຖະບານພວມສຸມໃສ່ການຈັດຕັ້ງປະຕິບັດ 2​ ວາລະແຫ່ງຊາດ ໂດຍສະເພາະແມ່ນການຟື້ນຟູ​ຂະແໜງການທ່ອງທ່ຽວທີ່ໄດ້ຮັບຜົນກະທົບຈາກການແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດໂຄວິດ-19 ຊຶ່ງອຸດສະຫະກໍາການທ່ອງທ່ຽວແມ່ນຂະແໜງການທີ່ໄດ້ຮັບຜົນຫຼາຍທີ່ສຸດ ທັງກະທົບທາງກົງ ແລະ ທາງອ້ອມ. ຈາກການ ຕິດຕາມສະຖານະການ ແລະ ຂໍ້ມູນຂ່າວສານການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງໃກ້ສິດມາໄລຍະໜຶ່ງນີ້ ແມ່ນເຫັນໄດ້ວ່າສະພາບການຢູ່ພາກພື້ນ ແລະ ສາກົນ ເລີ່ມມີທ່າອ່ຽງທີ່ດີຂື້ນ ພາຍຫລັງທີ່ຫລາຍປະເທດ ໄດ້ມີການ ປຶກສາຫາລື ຫາທາງອອກດ້ວຍຫລາຍວິທີ ແລະ ຫລາຍຮູບການ ເພື່ອຢັບຢັ້ງການແຜ່ລະບາດຂອງພະຍາດດັ່ງກ່າວ ເປັນຕົ້ນແມ່ນ: ຄໍາແນະນໍາຈາກອົງການອານະໄມໂລກໃນການປັບປ່ຽນແບບແຜນການດໍາລົງຊີວິດ ພາຍໃຕ້ເງື່ອນໄຂ ໃຫມ່ ຫຼື New Normal, ຄຽງຄູ່ໄປກັບການຊັກຢາວັກແຊ່ງເພື່ອສ້າງພູມຄຸ້ມກັນໝູ່, ການຜະລິດຢາປິ່ນປົວທີ່ມີປະສິດທິ ພາບ ແລະ ການຮຽນຮູ້ວິທີການໃຫ້ຢູ່ກັບພະຍາດດັ່ງກ່າວຢ່າງລະມັດລະວັງ. ພ້ອມດຽວກັນນີ້, ອົງການທ່ອງທ່ຽວໂລກ ຍັງໄດ້ແນະນໍາ່ໃຫ້ບັນດາປະເທດສະມາຊິກ ທົບທວນຄືນແຜນຍຸດທະສາດພັດທະນາການທ່ອງທ່ຽວ ແລະ ແຜນຍຸດທະສາດການຕະຫຼາດການທ່ອງທ່ຽວຄືນໃຫມ່ ໂດຍກໍານົດຄໍາຂວັນຂອງວັນທ່ອງທ່ຽວໂລກໃນປີ 2022 ນີ້ວ່າ “Rethinking Tourism”. ເນື່ອງຈາກວ່າບັນດາແຜນຍຸດທະສາດພັດທະນາການທ່ອງທ່ຽວ ແລະ ແຜນຍຸດທະສາດການຕະຫຼາດການທ່ອງທ່ຽວ ອາດຈະບໍ່ເໝາະກັບສະພາບການພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19.

ເພື່ອຜັນຂະຫຍາຍແນວທາງການຟື້ນຟູການທ່ອງທ່ຽວຂອງ ສປປລາວ ກໍຄືການປະກອບສ່ວນເຂົ້າໃນການຟື້ນຟູເສດຖະ ກິດຂອງປະເທດເຮົາ, ລັດຖະບານ ໄດ້ປະກາດເປີດການທ່ອງທ່ຽວແບບເຕັມຮູບແບບ ເລີ່ມແຕ່ວັນທີ 9 ພືດສະພາ ເປັນຕົ້ນມາ. ມາຮອດປັດຈຸບັນ ເຫັນວ່າຈໍານວນຕົວເລກນັກທ່ອງທ່ຽວພາຍໃນ ໃນໄລຍະ 4 ເດືອນຕົ້ນປີ 2022 ນີ້ ແມ່ນມີຈໍານວນ 463,907 ເທື່ອຄົນ, ສາມາດສ້າງລາຍຮັບໄດ້ 52 ລ້ານໂດລາສາຫະລັດ ໄລຍະການພັກເຊົາ ແມ່ນປະ ມານ  2,5 ວັນ ຊຶ່ງເປັນໄດ້ວ່າການທ່ອງທ່ຽວພາຍໃນລາວທ່ຽວລາວ ແມ່ນມີຂະບວນການຟົດຟື້ນພໍສົມຄວນ.

ເພື່ອແນ່ໃສ່ການກະກຽມຄວາມພ້ອມໃນການວາງແຜນພັດທະນາການທ່ອງທ່ຽວໃນຕໍ່ໜ້າ, ກະຊວງ ຖວທ ຈຶ່ງເຫັນໄດ້ຄວາມສໍາຄັນຂອງການຍົກລະດັບຂີດຄວາມສາມາດທາງດ້ານວິຊາການໃຫ້ແກ່ພະນັກງານຫຼັກແຫຼ່ງຈາກພະແນກ ຖວທ ບັນດາແຂວງ ໄດ້ນໍາໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍໃນວຽກງານຕົວຈິງຢູ່ບັນດາແຂວງໃນຂອບເຂດທົ່ວປະເທດໃຫ້ປະກົດຜົນເປັນຈິງ ແລະ ສາມາດບັນລຸໄດ້ຕາມແຜນພັດທະນາການທ່ອງທ່ຽວ ສໍາລັບປີ 2021-2025 ກໍຄືວິໄສທັດຮອດປີ 2030 ຂອງຂະແໜງ ຖວທ. ໃນພາກວິຊາການຂອງຊຸດຝຶກອົບຮົມຄັ້ງນີ້ ຊຶ່ງນຳພາໂດຍ ທ່ານ ນາງ ພອນມະລີ ອິນທະພົມ, ຫົວໜ້າກົມພັດທະນາການທ່ອງທ່ຽວ ໄດ້ນຳພານັກສໍາມະນາກອນທົ່ວປະເທດໃນການແລກປ່ຽນບົດຮຽນກ່ຽວກັບການວາງແຜນພັດທະນາຮ່ວມກັນກັບບັນດາທ່ານນັກວິທະຍາກອນຈາກສູນກາງ   ແລະ ປຶກສາຫາລືໃນການປັບປຸງແຜນພັດທະນາການທ່ອງທ່ຽວລະດັບພາກ ຄື:   ພາກເໜືອ, ພາກກາງ ແລະ ພາກໃຕ້ ສຳລັບປີ 2023-2030. ພ້ອມກັນນັ້ນ, ນັກສໍາມະນາກອນ ຍັງຈະໄດ້ຮັບຮູ້ທັງພາກທິດສະດີ ແລະ ການລົງເກັບກໍາຂໍ້ມູນຢູ່ພື້ນທີ່ຕົວຈິງ ທີ່ ສະຖານທີ່ທ່ອງທ່ຽວ ເພື່ອມາເປັນຕົວຢ່າງໃນການສ້າງແຜນພັດທະນາການທ່ອງທ່ຽວ.                                                                                                                                                                                                                                                                                 

ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 9

0

ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 9 ໃນຕອນເຊົ້າວັນທີ 24 ມິຖຸນາ 2022 ຢູ່ຫໍປະຊຸມສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດໄດ້ຮັບຟັງບົດລາຍງານການເຄື່ອນໄຫວວຽກງານຂອງຄະນະປະຈຳສະພາແຫ່ງຊາດ ແລະ ແຜນການຕິດຕາມກວດກາຂອງສະພາແຫ່ງຊາດກ່ຽວກັບການປະຕິບັດວາລະແຫ່ງຊາດໃນໄລຍະຜ່ານມາ ແລະ ແຜນການຕິດຕາມກວດກາກ່ຽວກັບວາລະແຫ່ງຊາດໃນຕໍ່ໜ້າ ທີ່ສະເໜີໂດຍ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໂດຍທ່ານໃຫ້ຮູ້ກ່ຽວກັບການເຄື່ອນໄຫວວຽກງານໄລຍະແຕ່ກອງປະຊຸມສະໄໝສາມັນເທື່ອທີ 2 ຫາກອງປະຊຸມສະໄໝສາມັນເທື່ອທີ 3 ແລະ ແຜນການຮອດກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ 9 ຜົນການຕິດຕາມກວດກາຂອງສະພາແຫ່ງຊາດກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດໃນຕໍ່ໜ້າ ເຫັນວ່າມີຫຼາຍໜ້າວຽກໄດ້ຈັດຕັ້ງປະຕິບັດຢ່າງມີຜົນສຳເລັດ ໂດຍສະເພາະໃນດ້ານນິຕິບັນຍັດ ແລະ ອື່ນໆ.

ພາຍຫຼັງທີ່ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງໄດ້ຮັບຟັງບົດລາຍງານການເຄື່ອນໄຫວວຽກງານຂອງຄະນະປະຈຳສະພາແຫ່ງຊາດ ແລະ ແຜນການຕິດຕາມກວດກາຂອງສະພາແຫ່ງຊາດກ່ຽວກັບການປະຕິບັດວາລະແຫ່ງຊາດແລ້ວ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໃນນາມປະທານກອງປະຊຸມໄດ້ມີຄຳເຫັນເຈາະຈີ້ມໃນຫຼາຍບັນຫາ ເພື່ອເປັນທິດທາງໃນການປະກອບຄຳເຫັນຂອງສະມາຊິກສະພາແຫ່ງຊາດ ແນໃສ່ເຮັດໃຫ້ບົດລາຍງານສະບັບນີ້ມີເນື້ອໃນຄົບຖ້ວນ, ຮັດກຸມຂຶ້ນກວ່າເກົ່າ.

ທ່ານ ສີເຮັ່ງ ຫອມສົມບັດ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 14 ແຂວງສາລະວັນປະກອບຄຳເຫັນສະແດງຄວາມຊົມເຊີຍຕໍ່ຄະນະປະຈຳສະພາແຫ່ງຊາດທີ່ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນຢ່າງຕັ້ງໜ້າມີຄວາມຮັບຜິດຊອບສູງ ແລະ ແທດເໝາະກັບສະພາບເງື່ອນໄຂຕົວຈິງໃນປັດຈຸບັນ ແລະ ໃນເງື່ອນໄຂທີ່ປະເທດເຮົາກຳລັງພົບກັບສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ຮຽກຮ້ອງໃຫ້ຄະນະປະຈຳສະພາແຫ່ງຊາດ ລວມເຖິງສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງໃນຂອບເຂດທົ່ວປະເທດ ເພີ່ມທະວີຄວາມສາມັກຄີຮັກແພງໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອປະກອບສ່ວນສຳຄັນເຮັດໃຫ້ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ສຳລັບການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 9 ໃນຕອນບ່າຍມື້ນີ້ ຕາມວາລະແລ້ວສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງສືບຕໍ່ປະກອບຄຳເຫັນໃສ່ວຽກງານຂອງສະພາແຫ່ງຊາດຕື່ມອີກ.

ກອງປະຊຸມຄົບຄະນະເປີດກວ້າງ ຄຊກມດ

0

ກອງປະຊຸມຄົບຄະນະເປີດກວ້າງ ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ຮ່ວມກັບ ຄະນະກຳມາທິການແມ່-ເດັກ (ຄກມດ) ກະຊວງ, ອົງການ, ແຂວງ ແລະ ນະຄອນຫຼວງວຽງຈັນປະຈຳປີ 2022 ແບບເຊິ່ງໜ້າ ແລະ ອອນລາຍ ຂຶ້ນໃນວັນທີ 24 ມິຖຸນານີ້ ທີ່ ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ, ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ປະທານ ຄຊກມດ, ທ່ານ ນາງ ອິນລາວັນ ແກ້ວບຸນທັນ ປະທານສູນກາງສະຫະພັນແມ່ຍິງລາວ ຮອງປະທານ ຜູ້ປະຈຳການ ຄຊກມດ, ມີບັນດາທ່ານລັດຖະມົນ ຕີ, ຮອງລັດຖະມັນຕີ ທີ່ເປັນຮອງປະທານ ແລະ ກໍາມະການໃນຄະນະ, ພ້ອມທັງພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ເຫັນດີເປັນເອກະພາບ ໃຫ້ມີການປັບປຸງບັນດານິຕິກຳ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄຊກມດ, ຄກມດ ແລະ ເສນາທິການຊ່ວຍວຽກແຕ່ລະຂັ້ນ ຊຶ່ງໃນນີ້ ຄຊກມດ ເປັນການຈັດຕັ້ງຂອງລັດຖະບານທີ່ບໍ່ປະຈໍາການ ມີຮອງນາຍົກລັດຖະມົນຕີເປັນປະທານ, ປະກອບມີປະທານສະຫະພັນແມ່ຍິງລາວ, ຮອງລັດຖະມົນຕີ, ຮອງປະທານອົງການ ເຂົ້າໃນຄະນະກຳມະການ ເຮັດໜ້າທີ່ຄຸ້ມຄອງ, ການປະສານງານ, ການຕິດຕາມຊຸກຍູ້ ແລະ ການລາຍງານການຈັດ ຕັ້ງປະຕິບັດວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ແລະ ການປະຕິບັດພັນທະພາຄີຕໍ່ສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບແບບການຈໍາແນກຕໍ່ແມ່ຍິງ, ສົນທິສັນຍາວ່າດ້ວຍສິດທິເດັກ ແລະ ບັນດາສົນທິສັນຍາສາກົນອື່ນໆທີ່ຕິດພັນກັບສິດທິຂອງແມ່ຍິງ ແລະ ເດັກ.

ຄຊກມດ ຈະສຸມໃສ່ການຈັດຕັ້ງປະຕິບັດວຽກຄວາມກ້າວໜ້າຂອງແມ່ຍິງ ແລະ ວຽກແມ່ ແລະ ເດັກ 4 ປີ (2022-2025) ແມ່ນສຸມໃສ່: ຈັດຕັ້ງປະຕິບັດ ແຜນດຳເນີນງານແຫ່ງຊາດເພື່ອຄວາມສະເໝີພາບຍິງ-ຊາຍ 5 ປີ ຄັ້ງທີ IV (2021-2025), ໂດຍສະເພາະຂົງເຂດສຶກສາທິການ ແລະ ກິລາ, ຂົງ ເຂດສາທາລະນະສຸກ, ຂົງເຂດແຮງງານ ແລະ ການປົກປ້ອງທາງສັງຄົມ, ຂົງເຂດເສດຖະກິດ, ແມ່ຍິງໃນຕໍາແໜ່ງນຳພາຄຸ້ມຄອງ ແລະ ການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດທຳມະຊາດ, ຈັດຕັ້ງປະຕິບັດ ແຜນດໍາເນີນງານເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ III (2021-2025) ການສົ່ງເສີມ, ປົກປ້ອງ ແລະ ສ້າງໂອກາດທີ່ເທົ່າທຽມກັນແກ່ເດັກ ແລະ ເສີມຂະຫຍາຍຄວາມເປັນຢູ່ທີ່ດີຂອງເດັກ; ຫຼຸດຜ່ອນຈໍານວນເດັກທີ່ທຸກຍາກ ແລະ ດ້ອຍໂອກາດໃນຫຼາຍໆດ້ານ ຫຼື ເດັກທີ່ຢູ່ໃນຄົວເຮືອນທີ່ທຸກຍາກ ຢູ່ ສປປ ລາວ,ຈັດຕັ້ງປະຕິບັດ ແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ 5 ປີ ຄັ້ງທີ II (2021-2025) ໂດຍເນັ້ນໃສ່ການປ້ອງກັນບໍ່ໃຫ້ເກີດຄວາມຮຸນແຮງ ແລະ ຮັບຄໍາສະເໜີ, ປົກປ້ອງ ແລະ ຊ່ວຍເຫຼືອຜູ້ທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ ໃຫ້ໄດ້ເຂົ້າເຖິງການບໍລິການທາງດ້ານສຸຂະພາບ, ດ້ານຍຸຕິທຳ ແລະ ຕໍາຫຼວດ (ການຊ່ວຍເຫຼືອດ້ານກົດໝາຍ, ການສືບສວນ-ສອບສວນ ແລະ ການພິຈາລະນາຄະດີ) ແລະ ການຊ່ວຍເຫຼືອທາງສັງຄົມ (ການໃຫ້ຄໍາປຶກສາ; ທີ່ພັກເຊົາຊົ່ວຄາວທີ່ປອດໄພ; ການເບິ່ງແຍງລ້ຽງດູເດັກ; ການແພດ; ເສດຖະກິດ; ການສຶກສາ ແລະ ຝຶກອົບຮົມວິຊາຊີບ; ການກັບຄືນສູ່ຄອບຄົວ ແລະ ສັງຄົມ); ຂຽນ ແລະ ສົ່ງບົດລາຍງານແຫ່ງຊາດ ປະຈໍາໄລຍະທີ 10 ການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບແບບການຈໍາແນກຕໍ່ແມ່ຍິງ ແລະ ບົດລາຍງານແຫ່ງຊາດປະຈໍາໄລຍະທີ 7 ການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ຢູ່ ສປປ ລາວ ສົ່ງໃຫ້ ສປຊ ໃນປີ 2022 ແລະ 2023 ຕາມລຳດັບ; ຮຽບຮຽງ, ທົບທວນບັນດາກົດໝາຍທີ່ມີຢູ່ ວ່າສະບັບໃດສອດຄ່ອງກັບ ສົນທິສັນຍາ ຊີດໍ ແລະ ສົນທິສັນຍາສິດທິເດັກ ແລະ ກົດໝາຍສະບັບທີ່ຍັງຈໍາກັດ ທີ່ຕ້ອງເຊື່ອມເຂົ້າໄປໃນບາງມາດຕາ ຕາມພັນທະທີ່ລັດຖະບານມີຕໍ່ສາກົນ; ສ້າງຄູ່ມືຈໍານວນໜຶ່ງ ເປັນບ່ອນອີງໃນການຝຶກອົບຮົມ ໃຫ້ກັບບັນດາ ຄກມດ ໃນການຈັດຕັ້ງປະຕິບັດ ສົນທິສັນຍາຊີດໍ ແລະ ສິດທິເດັກ ລວມທັງວຽກຕ່າງໆທີ່ຕິດພັນກັບ ການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການສົ່ງເສີມ ແລະ ປົກປ້ອງເດັກ; ສ້າງເອກະສານສຳລັບການໂຄສະນາ ເປັນຕົ້ນ ເຊັ່ນ: ໂປສເຕີ, ແຜ່ນພັບ, ສະປອດໂຄສະນາ, ບົດຄວາມຕ່າງໆ, ລະຄອນ ແລະ ບົດເພັງ ຜ່ານວິທະຍຸ, ໂທລະພາບ, ໜັງສືພິມ ແລະ ສື່ອອນລາຍຕ່າງໆ ໃຫ້ກວ້າງຂວາງໃນທົ່ວສັງຄົມ ແລະ ລົງເລິກເຖິງຜູ້ຫ່າງໄກສອກຫຼີກ ໂດຍນຳໃຊ້ໂທລະໂຄ່ງຂອງບ້ານ ແລະ ພາສາທ້ອງຖິ່ນ; ສຶກສາຄົ້ນຄວ້າ ທີ່ຕິດພັນກັບບັນຫາຂອງຄວາມສະເໝີພາບຍິງ-ຊາຍ ແລະ ເດັກ; ພ້ອມທັງປັບປຸງ/ສ້າງຖານຂໍ້ມູນທີ່ເປັນເອກະພາບທົ່ວປະເທດ ແລະ ເຊື່ອມເຂົ້າໃນຖານຂໍ້ມູນຂອງແຕ່ລະຂົງເຂດ ລວມທັງບົດສຳຫຼວດລະດັບຊາດທີ່ຕ້ອງເຊື່ອມເອົາຕົວຊີ້ບອກບົດບາດຍິງ-ຊາຍ ແລະ ການພັດທະນາເດັກເຂົ້າໃນເຄື່ອງການສຳຫຼວດ.

ຂ່າວ-ພາບ: ບຸນອູ້ມ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

ຄອສພ ສະເຫຼີມສະຫຼອງປີສາມັກຄີ ມິດຕະພາບລາວ-ຫວຽດນາມ

0

ໃນວັນທີ 24 ມິຖຸນາ ນີ້ ຄະນະໂຄສະນາອົບຮົມສູກາງພັກ (ຄອສພ) ໄດ້ຈັດງານສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ຄື: ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນ ທາງການທູດ ຄົບຮອບ 60 ປີ ໂດຍມີ ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູກາງພັກ, ໃຫ້ກຽດເຂົ້າຮ່ວມປາຖະກະກາໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ, ມີແຂກ​ຖືກ​ເຊີນ ພ້ອມດ້ວຍພະນັກງານພາຍໃນເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ຍົກໃຫ້ເຫັນ ຄວາມໝາຍ-ຄວາມສຳຄັນຂອງ ສາຍພົວພັນຮ່ວມມື ລາວ-ຫວຽດນາມ ນັບ​ແຕ່​ສອງ​ປະ​ເທດລາວ-ຫວຽດນາມ ໄດ້​ສ້າງ​ຕັ້ງ​ສາຍ​ພົວພັນ ​ທາງ​ການ​ທູດ ​ແລະ ລົງ​ນາມ​ໃນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື, ລາວ-ຫວຽດນາມ ໄດ້ກາຍເປັນສອງປະເທດອ້າຍນ້ອງທີ່ມີຄວາມໃກ້ຊິດສະໜິດສະໜົົມ ມີຄວາມສາມັກຄີຮັກແພງ ເປັນຈິດໜຶ່ງໃຈດຽວ ແລະ ມີມູນເຊື້ຶອອັນດີງາມມາຕັ້ງແຕ່ດົນນານແລ້ວ ຜ່ານໄລຍະປະຫວັດສາດອັນລະອິດລະອ້ຽວ ການ​ພົວພັນ​ແບບ​ພິ​ເສດ​ຕະຫຼອດໄລຍະຜ່ານມາ ຈົນເຖິງປັດຈຸບັນ ພັກ,ລັດ ແລະ ປະຊາຊົນທັງສອງປະເທດມີຄວາມໄວ້ເນື້ອເຊື່ອໃຈ, ມີຄວາມຈິງໃຈ ໃນການຮ່ວມມືຊ່ວຍເຫຼືອ​ຊຶ່ງ​ກັນ​ ແລະ ​ກັນ ຢ່າງສະເໝີຕົ້ນສະເໝີປາຍ, ການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ, ບໍລິສຸດຜຸດຜ່ອງ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ, ວຽດນາມ-ລາວ ຈຶ່ງສືບຕໍ່ໄດ້ຮັບການປົກປັກຮັກສາ, ເສີມຂະຫຍາຍມູນເຊື້ອ ຄວາມສາມັກຄີຮັກແພງ ໃນທາງທີ່ດີ ແລະ ພັດທະນາຢ່າງແຂງແຮງ ແລະ ບໍ່ຢຸດຢັ້ງສົ່ງຕໍ່ຈາກຄົນຮຸ່ນກ່ອນສູ່ຄົນຮຸ່ນຫຼັງ ແລະ ຮຸ່ນຕໍ່ໆໄປ ເພື່ອປະຊາຊົນທັງສອງປະເທດ ມີຄວາມສີວິໄລ ແລະ ຄວາມຜາສຸກ ບົນເສັ້ນທາງກ້າວເຂົ້າສູ່ສັງຄົມນິຍົມເທື່ອລະກ້າວ.

ໃນໂອກາດສະເຫຼີມສະຫຼອງວັນດັ່ງກ່າວ, ທ່ານ ລາວປາວຊົງ ນະວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມສູກາງພັກ ໄດ້ລາຍງານໃຫ້ຮູ້ວ່າ: ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ໄດ້​ຜັນ​ຂະຫຍາຍ 8 ກິດ​ຈະ​ກໍາ​ໃຫຍ່​ລະດັບ​ຊາດ ມາ​ເປັນ 10 ກິດ​ຈະ​ກໍາ​ສະເພາະ​ຂອງ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ​ຄື: ສ້າງ​ເອກະສານ ແລະ ແຈ້ງ​ການ​ກ່ຽວ​ກັບ​ການ​ໂຄສະ​ນາ​-​ປາຖະກະຖາ​ກ່ຽວ​ກັບ​ສາຍ​ພົວພັນ ລາວ​-​ຫວຽດນາມ; ເຜີຍແຜ່​ປຶ້ມ​ປະຫວັດສາດ ສາຍ​ພົວພັນ​ລາວ​-​ຫວຽດນາມ: ຈັດ​ພິມ​ປຶ້​ມ​ຕາມ​ຮອຍ​ປະຫວັດສາດ​ສືບ​ສານ​ມູນເຊື້ອ​ບົນ​ເສັ້ນທາງ​ໂຮ່​ຈິ​ມິນ ບົນ​ຜືນ​ແຜ່ນດິນ​ລາວ (ສະບັບ​ພາສາ​ລາວ ແລະ ພາສາ​ຫວຽດນາມ); ​ປຸກ​ລະດົມ​ຂະບວນ​ການ​ສຶກສາ​ອົບຮົມ​ແນວ​ຄິດ ໃຫ້​ປະຊາຊົນ​ລຽບ​ຕາມ​ຊາຍ​ແດນ ລາວ​-​ຫວຽດນາມ; ສົມ ທົບ​ກັບ​ ກະຊວງ​ຖະແຫຼງ​ຂ່າວ, ວັດ​ທະ​ນະ​ທໍາ ແລະ ທ່ອງ​ທ່ຽວ ແລະ ສະມາຄົມ​ນັກ​ປະພັນ​ລາວ ຈັດ​ກິດ​ຈະ​ກໍາ​ແຂ່ງຂັນ​ກວດ​ສອບ: ບົດ​ເລື່ອງສັ້ນ, ບົດ​ເລື່ອງ​ຍາວ, ບົດ​ບັນທຶກ​ຄວາມ​ຊົງ​ຈໍາ, ບົດ​ກະວີ, ກາບກອນ​ທີ່​ກ່ຽວ​ພັນ​ເຖິງ​ສາຍ​ພົວພັນ ລາວ​-​ຫວຽດນາມ; ສົມທົບ​ກັບ​ກະຊວງ​ສຶກສາ​ທິ​ການ ແລະ ກິລາ, ສູນ​ກາງ​ຊາວ​ໜຸ່ມ ປປ ລາວ ແລະ ພາກສ່ວນ​ກ່ຽວຂ້ອງ​ຈັດ​ກິດ​ຈະ​ກໍາ​ຖາມ​-​ຕອບ​ແບບ​ເຊິ່ງໜ້າ ແລະ ແບບ​ຜ່ານ​ສື່​ມວນ​ຊົນ ທີ່​ກ່ຽວ​ພັນ​ເຖິງ​ສາຍ​ພົວພັນ ລາວ – ຫວຽດນາມ ຢູ່​ສະ​ຖາ​ບັນ​ການ​ສຶກສາ​ຕ່າງໆ ໃນ​ທົ່ວ​ປະ​ເທດ; ຮ່າງ​ບົດ​ສູນ​ທອນ​ພົດ​ໃຫ້​ການ​ນໍາ​ກ່າວ ໃນ​ພິທີ​ໂຮມ​ຊຸມນຸມ​ສະເຫຼີມສະຫຼອງ​ປີ​ສາມັກຄີ​ມິດຕະພາບ ແລະ ບົດ​ກາບກອນ​ໃຫ້​ເຍົາວະ​ຊົນ​ອ່ານ ໃນ​ພິທີ​ດັ່ງ​ກ່າວ; ປຸກລະດົມ​ໃນ​ການ​ຂຽນ​ບົດ​ກອນ, ບົດ​ນໍາ, ຂຽນ​ຂ່າວ ແລະ ການ​ແປ​ບົດ​ຕ່າງໆ ທີ່​ກ່ຽວ​ພັນ​ເຖິງ​ສາຍພົວພັນ​ມິດຕະພາບ​ທີ່​ເປັນ​ມູນເຊື້ອ, ຄວາມ​ສາມັກຄີ​ແບບ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ລາວ​-​ຫວຽດນາມ ລົງ​ສື່​ຕ່າງໆເປັນ​ປົກ​ກະ​ຕິ; ຈັດ​ສໍາ​ມະ​ນາ​ວິທະຍາສາດ ກ່ຽວ​ກັບ​ການ​ພົວພັນ ລາວ​-​ຫວຽດນາມ 2 ຄັ້ງ (ສໍາ​ມະ​ນາ​ພາຍ​ໃນ 1 ຄັ້ງ ແລະ ສໍາ​ມະ​ນາ​ລະຫວ່າງ​ສອງ​ພັກ ລາວ​-​ຫວຽດນາມ 1 ຄັ້ງ); ຈັດ​ຕັ້ງ​ການ​ຢ້ຽມຢາມ, ພົບ​ປະ, ແລກປ່ຽນ​ບົດຮຽນ ລະຫວ່າງ ຄະ​ນະ​ນໍາ​ສອງ​ຄະນະ​ໂຄສະນາ​ສູນກາງ​ພັກ ລາວ​-​ຫວຽດນາມ 2 ຄັ້ງ (ຢູ່​ລາວ ແລະ ຢູ່​ຫວຽດນາມ) ແລະ ສົມທົບ​ກັບ​ກະຊວງ​ພາຍ​ໃນ ກ່ຽວ​ກັບ​ການ​ຍ້ອງຍໍ​ບຸກຄົນ ແລະ ຄະນະ​ໂຄສະນາ​ອົບຮົມ​ໃນ​ຂອບ​ເຂດ ທົ່ວ​ປະ​ເທດ.

ຂ່າວ-ພາບ: ແສງຈັນ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

ສະພາແຫ່ງຊາດ ສຳເລັດການຮຽບຮຽງ ແລະ ປັບປຸງກົດໝາຍ ໄດ້ 11 ສະບັບ

0

ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ລາຍງານກ່ຽວກັບການເຄື່ອນໄຫວວຽກງານໃນໄລຍະແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຫາ ກອງປະຊຸມສະໄໝສາມັນທື່ອທີ 3 ແລະ ແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 4, ຜົນການຕິດຕາມກວດກາການຈັດຕັ້ງປະຕິບັດວາລະແຫ່ງຊາດ ໃນໄລຍະຜ່ານມາ ແລະ ແຜນການຕິດຕາມກວດກາຂອງສະພາແຫ່ງຊາດກ່ຽວກັບການປະຕິບັດວາລະແຫ່ງຊາດໃນຕໍ່ໜ້າ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 24 ມິຖຸນາ ນີ້ ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານ ນາງ ສູນທອນ ໄຊຍະຈັກ ກ່າວວ່າ: ນັບແຕ່ກອງປະຊຸມສະໄໝສາມັນເທື່ອທີ 2 ຫາ ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຮັບຜົນສຳເລັດຫຼາຍດ້ານ ໂດຍສະເພາະດ້ານນິຕິບັນຍັດໄດ້ເປັນເຈົ້າການສົມທົບກັບກະຊວງ, ອົງການກ່ຽວຂ້ອງປະຕິບັດພາລະບົດບາດນິຕິບັນຍັດສຳເລັດການຮຽບຮຽງ ປັບປຸງກົດໝາຍທີ່ໄດ້ຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ຈຳນວນ 11 ສະບັບ, ເອົາໃຈໃສ່ປະສານສົມທົບກັບລັດຖະບານໃນການຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍປະຈຳປີ 2022, ໄດ້ສົ່ງຮ່າງກົດໝາຍທີ່ກ່ຽວຂ້ອງໃຫ້ສະພາປະຊາຊົນຂັ້ນແຂວງ ທາບທາມຢູ່ຂະແໜງການຕ່າງໆ ກໍຄືທ້ອງຖິ່ນຕ່າງໆໃນຂອບເຂດທົ່ວປະເທດຈັດຕັ້ງລະດົມແນວຄວາມຄິດຈາກເປົ້າໝາຍຕ່າງໆທັງພາກລັດ ແລະ ເອກະຊົນໄດ້ຢ່າງກວ້າງຂວາງ ຊຶ່ງມີກົດໝາຍເອົາໄປທາບທາມ ຈຳນວນ 9 ສະບັບ ໃນນີ້ກົດໝາຍສ້າງໃໝ່ 3 ສະບັບ ແລະ ກົດໝາຍ ປັບປຸງ 6 ສະບັບ, ໄດ້ນຳພາດຳເນີນກອງປະຊຸມວິທະຍາສາດກ່ຽວກັບແນວຄິດ ໄກສອນພົມວິຫານ ກ່ຽວກັບການສ້າງ ແລະ ປະຕິບັດລັດຖະທຳມະນູນ ສປປ ລາວ ເພື່ອເປັນທິດທາງໃນການປັບປຸງວຽກງານດ້ານນິຕິບັນຍັດໃຫ້ມີຄຸນະພາບ ແລະ ປະສິດທິຜົນນັບມື້ສູງຂຶ້ນ, ໄດ້ແຕ່ງຕັ້ງຄະນະຮັບຜິດຊອບປະເມີນການ ຈັດຕັ້ງປະຕິບັດກົດໝາຍ 4 ກົດໝາຍ ທີ່ຕິດພັນກັບວະລະແຫ່ງຊາດ ຄື: ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍຊັບສິນຂອງລັດ ແລະ ກົດໝາຍວ່າດ້ວຍແຮ່ທາດ, ສຳເລັດການລົງເຜີຍແຜ່ຜົນສໍາເລັດກອງປະຊຸມະພາໃນຂອບເຂດທົ່ວປະເທດ ໄດ້ 1.239 ຈຸດ, ມີຜູ້ເຂົ້າຮ່ວມ 114.204 ເທື່ອຄົນ ຍິງ 47.260 ຄົນ, ລະດົມທຶນຊ່ວວຍເຫຼືອປະຊາຊົນລວມມູນຄ່າທັງໝົດ 1.374.240.756 ກີບ.

ສຳລັບການຕິດຕາມກວດກາການຈັດຕັ້ງປະຕິບັດວາລະແຫ່ງຊາດທີ່ພົ້ນເດັ່ນ ໂດຍສະເພາະການແກ້ໄຂບັນຫາຢາເສບຕິິດ ຢູ່ບັນດາກະຊວງ, ອົງການ ແລະ ບັນດາແຂວງ, ນະຄອນຫຼວງວຽງຈັນ ໄດ້ມີການໂຄສະນາເຜີຍແຜ່ນິນິກຳຂອງພັກ-ລັດ ໂດຍຜ່ານສື່ມວນຊົນປະເພດຕ່າງໆ ໃຫ້ພະນັກງານ, ທະຫານ, ຕຳຫຼວດ ກໍຄືປະຊາຊົນບັນດາເຜົ່າໄດ້ເຊື່ອມຊຶມ, ເຂົ້າໃຈຜົນຮ້າຍຂອງຢາເສບຕິດ, ຄົ້ນຄວ້າການປັບປຸງກົດໝາຍວ່າດ້ວຍຢາເສບຕິດ ແລະ ນິຕິກຳໃຕ້ກົດໝາຍທີ່ກ່ຽວຂ້ອງ ຈຳນວນ 11 ສະບັບ, ສາມາດມ້າງຄະດີກ່ຽວກັບຢາເສບຕິດໃນຂອບເຂດທົ່ວປະເທດໄດ້ 4.094 ເລື່ອງ, ຈັບຜູ້ຕ້ອງຫາໄດ້ 5,818 ຄົນ, ຢຶດຂອງກາງໄດ້ຈຳນວນຫຼວງຫຼາຍ, ຂຶ້ນບັນຊີເປົ້າໝາຍຄ້າຂາຍຢາເສບຕິດທົ່ວປະເທດມີຈຳນວນ 1.969 ຄົນ.

ສຳລັບໃນຕໍ່ໜ້າ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແມ່ນຕິດຕາມກວດກາ ໂຄງການເຊົ່າຊັບສິນ, ທີ່ດິນລັດ, ສຳປະທານທີ່ດິນ, ການກໍ່ສ້າງເຂື່ອນໄຟຟ້າ, ໂຄງການທົດລອງຂຸດຄົ້ນ ແລະ ສົ່ງອອກແຮ່ທາດ, ໂຄງການສົ່ງເສີມຜະລິດກະສິກຳທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ, ການຄຸ້ມຄອງເຂດເສດຖະກິດພິເສດຢູ່ບັນດາແຂວງ, ໂຄງການເຊື່ອມໂຍງ-ເຊື່ອມຈອດເປັນຕົ້ນ ໂລຈິສຕິກ ແລະ ນຳໃຊ້ທ່າແຮງລົດໄຟລາວ-ຈີນ.

ຕໍ່ກັບການແກ້ໄຂບັນຫາຢາເສບຕິດ ແມ່ນຕິດຕາມກວດກາການເຄື່ອນໄຫວແກ້ໄຂຄະດີຢາເສບຕິດຂອງເຈົ້າໜ້າທີ່ທີ່ປະຕິບັດກົດໝາຍ ໂດຍສະເພາະການສັ່ງຈັບຕົວ, ການກັກຂັງພາງ, ການສືບສວນ-ສອບສວນ, ການສັ່ງຟ້ອງຂອງໄອຍະການ ແລະ ການຕັດສິນຂອງສານຕິດຕາມກວດກາບັນດາສູນບຳບັດ ແລະ ສະຖານ ທີ່ປິ່ນປົວຜູ້ຕິດຢາເສບຕິດ ແລະ ຕິດຕາມກວດກາປະເມີນການຈັດຕັ້ງປະຕິບັດກົດໝາຍຈຳນວນໜຶ່ງໃນຂົງເຂດຍຸຕິທຳທີ່ຕິດພັນກັບການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ.

ຂ່າວ-ພາບ: ສຳນານ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

ທ່ານ ສີຈິ້ນຜິງ ເຂົ້າຮ່ວມພິທີໄຂເວທີປຶກສາຫາລືອຸດສາຫະກຳການຄ້າ ຂອງບັນດາປະເທດບຣິກສ

0

ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ຕອນຄ່ຳວັນ ທີ 22 ມິຖຸນາ 2022 ນີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມພິທີ ໄຂເວທີປຶກສາຫາລືອຸດສາຫະກຳການຄ້າ ຂອງບັນດາປະເທດບຣິກສ ຜ່ານ ທາງອອນລາຍ ແລະ ກ່າວຄຳປາໄສທີ່ພາດຫົວເລື່ອງວ່າ ກຳແໜ້ນກະແສ ຂອງຍຸກສະໄໝສ້າງອະນາຄົດທີ່ສະຫວ່າງສະໄຫວ.

ທ່ານ ສີຈິ້ນຜິງ ໄດ້ຊີ້ໃຫ້ເຫັນວ່າ: ປັດຈຸບັນ, ການປ່ຽນແປງຂອງໂລກ ໃນຮອບ 100 ປີມານີ້ກັບການແພ່ລະບາດຂອງພະຍາດໂຄວິດ-19 ສະຫລັບ ສັບຊ້ອນກັນ, ສິ່ງທ້າທາຍຕ່າງໆດ້ານຄວາມໝັ້ນຄົງເກີດຂຶ້ນຢ່າງບໍ່ຢຸດຢັ້ງ, ການຟື້ນຟູເສດຖະກິດໂລກລຳບາກຫລາຍ, ການພັດທະນາຂອງໂລກໄດ້ ປະສົບອຸປະສັກຢ່າງໜັກໜ່ວງ. ໂລກຈະໄປທາງໃດ? ສັນຕິພາບ ຫລື ສົງ ຄາມ? ພັດທະນາ ຫລື ຊຸດໂຊມລົງ? ເປີດປະຕູສູ່ພາຍນອກ ຫລື ປິດປະເທດ? ຮ່ວມມື ຫລື ເປັນປໍລະປັກກັນ? ບັນຫາເຫລົ່ານີ້ແມ່ນບັນຫາທີ່ພວກເຮົາ ຕ້ອງຜະເຊີນໃນຍຸກປັດຈຸບັນ.

ທ່ານ ສີຈິ້ນຜິງ ກ່າວເນັ້ນວ່າ: ໃນປະຫວັດສາດທີ່ຍາວນານມານີ້ ບາງເທື່ອ ມີຄວາມສະຫງົບສຸກ, ບາງເທື່ອມີຄວາມປັ່ນປ່ວນ ແຕ່ຕ້ອງກ້າວໄປໜ້າ. ເຖິງວ່າສະຖານະການຂອງໂລກມີການປ່ຽນແປງເລື້ອຍໆ, ແຕ່ທ່ວງທ່າຂອງ ການເປີດປະຕູ ແລະ ການຂະຫຍາຍຕົວຈະບໍ່ມີການປ່ຽນແປງ, ຄວາມ ປາຖະໜາທີ່ຮ່ວມມືກັນຮັບມືກັບສິ່ງທ້າທາຍກໍ່ຈະບໍ່ມີການປ່ຽນແປງ. ພວກເຮົາຕ້ອງມີຄວາມອົງອາດກ້າຫານ, ຮັບຮູ້ກົດເກນການພັດທະນາຂອງ ປະຫວັດສາດຢ່າງຖືກຕ້ອງ, ບໍ່ລະແວງສົງໄສຍ້ອນເລື່ອງໃດໜຶ່ງທີ່ເກີດຂຶ້ນ ໃນຊົ່ວຄາວ, ບໍ່ຢ້ານຄວາມສ່ຽງ, ຮັບມືກັບສິ່ງທ້າທາຍຢ່າງອົງອາດກ້າຫານ, ກ້າວໄປສູ່ເປົ້າໝາຍການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຢ່າງເດັດດ່ຽວໜຽວແໜ້ນ.

ອັນທີໜຶ່ງ: ພວກເຮົາຕ້ອງສາມັກຄີ ແລະ ປະສານງານກັນ ຮ່ວມກັນ ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງໂລກ. ປະຫວັດສາດ ໄດ້ຢັ້ງຢືນໃຫ້ເຫັນວ່າລັດທິເຈົ້າອຳນາດການເມືອງແບບຮ່ວມກຸ່ມ ການ ເປັນປໍລະປັກກັນລະຫວ່າງກຸ່ມ ບໍ່ສາມາດນຳເອົາສັນຕິພາບ ແລະ ຄວາມ ໝັ້ນຄົງມາໃຫ້ພວກເຮົາໄດ້ ມີແຕ່ຈະພາໃຫ້ເກີດສົງຄາມ ແລະ ການປະທະ ກັນ. ການມົວເມົາແຕ່ກຳລັງຕົວຈິງ ແລະ ຖານະ, ເປີດກວ້າງພັນທະມິດ ດ້ານການທະຫານ, ສະແຫວງຫາຄວາມປອດໄພຂອງປະເທດຕົນດ້ວຍການ ເສຍສະຫລະຄວາມປອດໄພຂອງປະເທດອື່ນນັ້ນຍ່ອມຈະຕົກຢູ່ໃນສະພາບ ຫຍຸ້ງຍາກດ້ານຄວາມໝັ້ນຄົງ. ມີແຕ່ທຸກຄົນຖະໜອມຫວງແຫນສັນຕິ ພາບ ປົກປັກຮັກສາສັນຕິພາບ ມີແຕ່ທຸກຄົນຈື່ໄວ້ຄວາມເຈັບປວດ ທໍລະມານຈາກສົງຄາມ ສັນຕິພາບຈຶ່ງຈະມີຄວາມຫວັງ.

ອັນທີສອງ: ພວກເຮົາຕ້ອງເອົາໃຈໃສ່ ແລະ ຊ່ວຍເຫລືອເຊິ່ງກັນແລະກັນ, ຮ່ວມກັນຊຸກຍູ້ການພັດທະນາແບບຍືນຍົງຂອງໂລກ. ປັດຈຸບັນນີ້, ຂະບວນ ການພັດທະນາຂອງໂລກໄດ້ຖືກຜົນກະທົບຢ່າງໜັກໜ່ວງ. ປະຊາກອນ 1,2 ຕື້ຄົນໃນເກືອບ 70 ປະເທດຂອງໂລກ ກຳລັງຜະເຊີນກັບວິກິດການຕ່າງໆ ເຊັ່ນ: ການແພ່ລະບາດຂອງພະຍາດ ການຂາດເຂີນສະບຽງອາຫານ ແລະ ພະລັງງານ ແລະ ວິກິດການໜີ້ສິນ, ໝາກຜົນຂອງການຫລຸດຜ່ອນຄວາມ ທຸກຍາກຂອງໂລກໃນຫລາຍສິບປີຜ່ານມາອາດຈະເສຍໄປໝົດ.

ອັນທີສາມ: ພວກເຮົາຕ້ອງຮ່ວມແຮງຮ່ວມໃຈກັນ, ຮ່ວມກັນບັນລຸການ ຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ປັດຈຸບັນ, ຕ່ອງໂສ້ການຜະລິດ ແລະ ຕ່ອງໂສ້ການສະໜອງທີ່ສຳຄັນຈຳນວນໜຶ່ງຖືກລົບກວນ, ໄພເງິນເຟີ້ ໃນທົ່ວໂລກໜັກໜ່ວງທີ່ສຸດ, ຕະຫລາດການທະນາຄານສາກົນມີຄວາມປັ່ນ ປ່ວນຢ່າງຕໍ່ເນື່ອງ, ການຟື້ນຟູຂອງເສດຖະກິດໂລກຊ້າລົງຢ່າງບໍ່ຢຸດຢັ້ງ. ໃນຂະນະນີ້, ມີແຕ່ຍຶດໝັ້ນການຮ່ວມແຮງຮ່ວມໃຈກັນ ແລະ ການຮ່ວມມື ຢ່າງສາມັກຄີກັນຈຶ່ງສາມາດເອົາຊະນະວິກິດການເສດຖະກິດໄດ້.

ອັນທີສີ່: ພວກເຮົາຕ້ອງມີຄວາມໂອບເອື້ອອາລີ ຮ່ວມກັນເປີດປະຕູໃຫ້ ກວ້າງອອກ ແລະ ເຊື່ອມໂຍງເຂົ້າກັນ. ເສດຖະກິດໂລກາພິວັດແມ່ນຄວາມ ຕ້ອງການດ້ານພາວະວິໄສຂອງການພັດທະນາກຳລັງການຜະລິດ ແລະ ເປັນ ກະແສຂອງປະຫວັດສາດທີ່ສະກັດກັ້ນບໍ່ໄດ້.

ທ່ານ ສີຈິ້ນຜິງ ຍັງກ່າວເນັ້ນຕື່ມວ່າ: ແຕ່ຕົ້ນປີນີ້ມາ, ໂດຍຜະເຊີນກັບ ສະພາບແວດລ້ອມການພັດທະນາທັງພາຍໃນ ແລະ ຕ່າງປະເທດທີ່ສັບສົນ, ຈີນໄດ້ຍຶດໝັ້ນຈັດສັນການປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງ ພະຍາດໂຄວິດ-19 ກັບການພັດທະນາເສດຖະກິດສັງຄົມຢ່າງເປັນ ເອກະພາບກັນ, ຍຶດໝັ້ນຖືປະຊາຊົນ ແລະ ຊີວິດເປັນສິ່ງທີ່ເໜືອທຸກສິ່ງທຸກ ຢ່າງ ໄດ້ສຸດຄວາມສາມາດເພື່ອປົກປ້ອງຊີວິດ ແລະ ສຸຂະພາບຂອງປະຊາ ຊົນ, ຍັງໄດ້ຮັກສາຄວາມໝັ້ນທ່ຽງຂອງພື້ນຖານການພັດທະນາເສດຖະກິດ ສັງຄົມໃນລະດັບສູງສຸດ. ຈີນຈະເພີ່ມຄວາມແຮງດັດສົມດ້ວຍນະໂຍບາຍ ມະຫາພາກ, ໃຊ້ມາດຕະການຢ່າງບັງເກີດຜົນກວ່າເກົ່າ, ພະຍາຍາມບັນລຸ ເປົ້າໝາຍການພັດທະນາເສດຖະກິດສັງຄົມໃນໝົດປີ. ໃນທ້າຍປີນີ້, ພວກເຮົາຈະຈັດກອງປະຊຸມຜູ້ແທນທົ່ວປະເທດ ຄັ້ງທີ 20 ຂອງພັກກອມ ມູນິດຈີນ, ວາງແຜນພັດທະນາຂອງຈີນ ໃນໄລຍະຕໍ່ໄປ. ຈີນຈະຢືນຢູ່ໄລຍະ ໃໝ່ແຫ່ງການພັດທະນາ, ປະຕິບັດຕາມແນວຄິດການພັດທະນາອັນໃໝ່, ຕັ້ງໜ້າສ້າງສະຖານະພາບການພັດທະນາອັນໃໝ່, ພະຍາຍາມບັນລຸການ ພັດທະນາດ້ວຍຄຸນນະພາບສູງ. ຈີນຈະສືບຕໍ່ຍົກລະດັບການເປີດປະຕູສູ່ ພາຍນອກໃຫ້ສູງຂຶ້ນ, ສ້າງສະພາບແວດລ້ອມການດຳເນີນທຸລະກິດ ທີ່ຫັນ ເປັນຕະຫລາດບໍລິຫານຕາມກົດໝາຍ ແລະ ເປັນແບບສາກົນ. ຍິນດີຕ້ອນ ຮັບບັນດາທ່ານມາລົງທຶນ ແລະ ດຳເນີນທຸລະກິດຢູ່ຈີນ, ເພີ່ມທະວີການຮ່ວມ ມືດ້ານເສດຖະກິດການຄ້າ, ຊົມໃຊ້ໂອກາດການພັດທະນາຮ່ວມກັນ.

ທ່ານ ສີຈິ້ນຜິງ ຍັງຊີ້ໃຫ້ເຫັນວ່າ: ກົນໄກຮ່ວມມືບັນດາປະເທດບຣິກສ ແມ່ນເວທີການຮ່ວມມືທີ່ສຳຄັນ ລະຫວ່າງປະເທດທີ່ເປັນຕະຫລາດຈະເລີນ ໃໝ່ກັບປະເທດພວມພັດທະນາ. ປັດຈຸບັນ, ການຮ່ວມມືລະຫວ່າງບັນດາ ປະເທດບຣິກສ ໄດ້ກ້າວເຂົ້າສູ່ໄລຍະໃໝ່ແຫ່ງການພັດທະນາດ້ວຍຄຸນນະ ພາບສູງ. ຫວັງໃຫ້ນັກວິສາຫະກິດບັນດາທ່ານຈົ່ງສົ່ງເສີມຈິດໃຈໝັ້ນໝຽວ ບໍ່ປ່ຽນແປງ ແລະ ກ້ານຳໜ້າໝູ່, ຊຸກຍູ້ການພັດທະນາແບບເປີດປະຕູ, ນຳ ພາການພັດທະນາດ້ວຍຫົວຄິດປະດິດສ້າງ, ປະຕິບັດການພັດທະນາແບບ ຊົມໃຊ້ຮ່ວມກັນ, ເພີ່ມພະລັງແຮງໃຫ້ແກ່ການຮ່ວມມື ລະຫວ່າງບັນດາ ປະເທດບຣິກສ, ເຮັດໃຫ້ໝາກຜົນແຫ່ງການພັດທະນາສາມາດເຂົ້າເຖິງ ປະຊາຊົນທັງໝົດໃຫ້ຫລາຍກວ່າເກົ່າ ແລະ ຍຸຕິທຳກວ່າເກົ່າ.

ເວທີປຶກສາຫາລືອຸດສາຫະກຳການຄ້າ ລະຫວ່າງບັນດາປະເທດບຣິກສ ປີ 2022 ໄດ້ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງ ໃນວັນທີ 22 ມິຖຸນານີ້ ຜ່ານທາງ ອອນລາຍ ແລະອອຟລາຍ. ທ່ານ ລາມາຟຊາ ປະທານາທິບໍດີອາຟຣິກາໃຕ້, ທ່ານ ໂບໂຊນາໂລ ປະທານາທິບໍດີບຣາຊີນ, ທ່ານ ວະລາດິເມຍປູຕິນ ປະທານາທິບໍດີຣັດເຊຍ, ທ່ານ ມໍຕີ ນາຍົກລັດຖະມົນຕີອິນເດຍ ໄດ້ໃຫ້ກຽດ ເຂົ້າຮ່ວມພິທີເປີດເວທີປຶກສາຫາລືດັ່ງກ່າວ ແລະ ກ່າວຄຳປາໄສ. ບັນດາ ລັດຖະມົນຕີເສດຖະກິດການຄ້າທູຕານຸທູດປະຈຳຈີນ ແລະ ຜູ້ຕາງໜ້າ ວົງການອຸດສາຫະກຳການຄ້າ ຈາກບັນດາປະເທດບຣິກສ ທັງໝົດປະມານ 1.000 ທ່ານໄດ້ເຂົ້າຮ່ວມພິທີດັ່ງກ່າວ.

ລັດ ນໍາເຂົ້ານໍ້າມັນເຊື້ອໄຟກວ່າ 60 ລ້ານລິດ ເພື່ອແກ້ບັນຫາໂດຍພື້ນຖານ

0

ນັບແຕ່ວັນທີ 1-21 ມິຖຸນາ 2022 ນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລາຍງານຄວາມຄືບໜ້າການແກ້ໄຂບັນຫານໍ້າມັນເຊື້ອໄຟ ແລະ ຄຸ້ມຄອງອັດຕາແລກປ່ຽນເງິນຕາຕ່າງປະເທດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 23 ມິຖຸນາ 2022 ວ່າ: ລັດຖະບານ ໄດ້ສະໜອງເງິນຕາໃຫ້ວິສະຫະກິດນໍ້າມັນເຊື້ອໄຟແລ້ວ 102 ລ້ານໂດລາສະຫະລັດ ເພື່ອນໍາເຂົ້ານໍ້າມັນເຊື້ອໄຟແລ້ວຫລາຍກວ່າ 60 ລ້ານລິດ ເຂິ່ງມີກາຊວນ 40 ກວ່າລ້ານລິດ ກວມເອົາ 75% ແນໃສ່ແກ້ໄຂບັນຫາການຂາດ ແຄນນໍ້າມັນເຊື້ອໄຟ ໃນທົ່ວປະເທດ ແລະ ຕອບສະໝອງ ຄວາມຕ້ອງການຊົມໃຊ້ສັງຄົມໃຫ້ພຽງພໍ ໂດຍພື້ນຖານ. ມາຮອດປັດຈຸບັນ ເຫັນໄດ້ວ່າການບໍລິການນໍ້າມັນໃນເຂດຕົວເມືອງ ມີຄວາມຄ່ອງຕົວຫລາຍຂຶ້ນ ແລະ ຈະສືບຕໍ່ຊຸກຍູ້ ໃຫ້ຜູ້ປະກອບການທຸລະກິດນໍ້າມັນເຊື້ອໄຟ ກະ ຈາຍນໍ້າມັນສູ່ເຂດຊົນນະບົດຫ່າງໄກສອກຫລີກຢ່າງທົ່ວເຖິງ.

ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ລາວເປັນປະເທດນໍາເຂົ້ານໍ້າມັນ 100% ມີການນໍາໃຊ້ນໍ້າມັນເຊື້ອໄຟສະເລ່ຍ 100-120 ລ້ານລິດຕໍ່ເດືອນ ຫລື ປະມານ 1.200 ລ້ານລິດຕໍ່ປີ ເມື່ອກ່ອນຊື້ນໍ້າມັນພຽງແຕ່ 600-700 ລ້ານໂດລາສະຫະລັດ ແມ່ນສາມາດຕອບສະໜອງໄດ້ຢ່າງພຽງພໍ ກັບຄວາມຕ້ອງການນໍາໃຊ້ໃນທົ່ວປະເທດຕໍ່ປີ ແຕ່ໃນປັດຈຸບັນຈາກການປັບຂຶ້ນລາຄານໍ້າມັນຂອງຕະຫລາດໂລກ 1 ໂດລາສະຫະ ລັດ ສາມາດຊື້ນໍ້າມັນໄດ້ພຽງ 1 ລິດ; ສະນັ້ນ ເຮັດໃຫ້ລາວຕ້ອງການເງິນຕາ ເພື່ອຊື້ນໍ້າມັນເຊື້ອໄຟມາບໍລິການຮັບໃຊ້ສັງຄົມສູງເຖິງ 1,2 ຕື້ໂດລາສະຫະລັດຕໍ່ປີ ເຮັດໃຫ້ຄວາມຕ້ອງການດ້ານເງິນຕາຕ່າງປະເທດສູງຂຶ້ນ ເຮັດໃຫ້ລາວພົບຄວາມຫຍຸ້ງຍາກໃນການຊອກຫາເງິນຕາຕ່າງ ປະເທດ ເຊິ່ງສົ່ງຜົນກະທົບຕໍ່ອັດຕາແລກປ່ຽນ ໂດຍສະເພາະອັດຕາແລກປ່ຽນຂອງທະນາຄານແຫ່ງຊາດ ແລະ ອັດຕາແລກປ່ຽນທີ່ກຳນົດນົດໄວ້ໃນທະນາຄານທຸລະກິດ.

ຂ່າວ:ຕັອກ ຮູບ ອ່າຍຄໍາ