Monday, October 13, 2025
Home Blog Page 1046

ອົງການຢູນີເຊັບ ແລະ ອົງການກອຍກ້າ ເສີມສ້າງຄວາມອາດສາມາດຂອງບຸກຄະລາກອນສັງຄົມສົງເຄາະຂອງ ສປປ ລາວ ໃນການສະໜັບສະໜູນດ້ານຈິດຕະສັງຄົມໃຫ້ແກ່ເດັກນ້ອຍ ແລະ ຄອບຄົວ.

0

ເພື່ອສ້າງຄວາມເຂັ້ມແຂງໃນການໃຫ້ການຊ່ວຍເຫຼືອເບື້ອງຕົ້ນດ້ານຈິດຕະສາດ (PFA) ແລະ ການສະໜັບສະໜູນດ້ານສຸຂະພາບຈິດ ແລະ ຈິດຕະສັງຄົມ (MHPSS) ໃນ ສປປ ລາວ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ກຊ ຮສສ) ໂດຍການສະໜັບສະໜູນຈາກ ອົງການຢູນິເຊັບ ແລະ ອົງການກອຍກ້າ, ໄດ້ຊ່ວຍເສີມສ້າງຂີດຄວາມສາມາດໃຫ້ແກ່ບຸກຄະລາກອນສັງຄົມສົງເຄາະທາງດ້ານ ການຊ່ວຍເຫຼືອເບື້ອງຕົ້ນດ້ານຈິດຕະສາດ ແລະ ການສະໜັບສະໜູນດ້ານສຸຂະພາບຈິດ ແລະ ຈິດຕະສັງຄົມ ນັບຕັ້ງແຕ່ປີ 2021. ການຮ່ວມມືນີ້ເປັນສ່ວນໜຶ່ງຂອງ “ແຜນງານສ້າງຄວາມເຂັ້ມແຂງເພື່ອຮັບມືກັບດິນຟ້າອາກາດແບບປະສົມປະສານຢູ່ ແຂວງອັດຕະ ປື, 2019-2023” ເເລະ ໄດ້ຊ່ວຍສະໜັບສະໜູນການສ້າງ ແລະ ເປີດຕົວນໍາໃຊ້ ປື້ມຄູ່ມືໃຫ້ການຊ່ວຍເຫຼືອເບື້ອງຕົ້ນດ້ານ ຈິດຕະສາດ ແລະ ການສະໜັບສະໜູນດ້ານສຸຂະພາບຈິດ ແລະ ຈິດຕະສັງຄົມ ແຫ່ງຊາດ ຄັ້ງທໍາອິດ ແລະ ຍັງໃຫ້ການສະໜັນສະໜູນການຝຶກອົບຮົມໃນຂັ້ນສູນກາງ ແລະ ຂັ້ນແຂວງອີກດ້ວຍ. ພ້ອມດຽວກັນນັ້ນ, ຍັງໄດ້ສ້າງ ແລະ ເຜີຍແຜ່ ຄໍາແນະນໍາກ່ຽວກັບ ສຸຂະພາບຈິດ ແລະ ຈິດຕະສັງຄົມ ສໍາລັບເດັກ, ໄວໜຸ່ມ ແລະ ພໍ່ແມ່ ເພື່ອໃຫ້ຊຸມຊົນມີຄວາມເຂົ້າໃຈຫຼາຍ ຂຶ້ນກ່ຽວກັບ ການເປັນຢູ່ທີ່ດີດ້ານຈິດໃຈເຊັ່ນດຽວກັນ. ໃນເດືອນ ກໍລະກົດ 2021, ກຊ ຮສສ ໄດ້ຈັດການຝຶກອົບຮົມຄູຝຶກ ກ່ຽວກັບວຽກງານ PFA ເເລະ MHPSS ເຊີ່ງໄດ້ເຂົ້າຮ່ວມໂດຍ 27 ຄົນ (ຍິງ 19 ຄົນ ເເລະ ຊາຍ 8 ຄົນ) ຈາກຂະແໜງການຕ່າງໆ, ລວມທັງ ສະຫວັດດີການສັງຄົມ, ສາທາ, ສຶກສາ, ສູນກາງສະຫະພັນແມ່ຍິງລາວ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມະຫາວິທະຍາໄລແຫ່ງຊາດ ແລະ ອົງການຈັດຕັ້ງທາງສັງຄົມ. ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບ ພາລະບົດບາດ ແລະ ໜ້າທີ່ຂອງເຂົາເຈົ້າໃນການລະບຸ ແລະ ຮັບມືກັບຄວາມຕ້ອງການທາງດ້ານຈິດຕະສັງຄົມຂອງ ເດັກ ແລະ ຜູ້ຍິງທີ່ມີຄວາມສ່ຽງໃນເຫດການວິກິດ ແລະ ທັງໄດ້ຊ່ວຍອໍານວຍຄວາມສະດວກໃນການຝຶກອົບຮົມໃຫ້ແກ່ແຂວງ ໄຊຍະບູລີ, ອັດຕະປື ແລະ ຊຽງຂວາງ. ຕັ້ງແຕ່ເດືອນສິງຫາ ປີ 2021, ໄດ້ມີບຸກຄະລາກອນສັງຄົມສົງເຄາະຈໍານວນ 132 ຄົນ (ຍິງ 54 ຄົນ ເເລະ ຊາຍ 78 ຄົນ) ທີ່ໄດ້ຮັບການຝຶກອົບຮົມຢ່າງສຳເລັດ.

“ການຝຶກອົບຮົມຄັ້ງນີ້ໄດ້ຍົກໃຫ້ເຫັນບັນດາຕົວຢ່າງ, ກໍລະນີປະຕິບັດ ແລະ ຄໍາແນະນໍາທີ່ເປັນປະໂຫຍດສໍາລັບນັກສັງຄົມສົງເຄາະ ແຖວໜ້າໃນການໃຫ້ຄວາມຊ່ວຍເຫຼືອເບື້ອງຕົ້ນດ້ານຈິດຕະສາດ ແລະ ການສະໜັບສະໜູນດ້ານສຸຂະພາບຈິດ ແລະ ຈິດຕະສັງຄົມ ທີ່ຫຼາກຫຼາຍທີ່ສາມາດຕອບສະໜອງຄວາມຕ້ອງການຂອງຄົນທີ່ຖືກຜົນກະທົບ, ຈາກຮູບແບບໃຫ້ການຊ່ວຍເຫຼືອແບບສຸກເສີນສູ່ການຟື້ນຟູ ແລະ ສ້າງຄວາມອາດສາມາດໃນການດັດປັບໄດ້ໃນໄລຍະຍາວ,” ກ່າວໂດຍ ທ່ານ ຄໍາສຸກ ສົມພາວົງ, ຮອງຫົວໜ້າພະແນກປົກປ້ອງ ແລະ ຊ່ວຍເຫຼືອເດັກ, ກົມສັງຄົມສົງເຄາະ ຂອງ ກຊ ຮສສ.

ໜຶ່ງໃນຜູ້ເຂົ້າຮ່ວມຝຶກອົບຮົມທີ່ຈັດຂຶ້ນຢູ່ ແຂວງ ຊຽງຂວາງ ໃນເດືອນ ເມສາ ປີ 2022 ນັ້ນເເມ່ນ ທ່ານ ພອນໄຊ ແສງພະຈັນ, ຕົວແທນຈາກ ຫ້ອງການຊາວໜຸ່ມເມືອງ ຂອງ ແຂວງ ຊຽງຂວາງ. ທ່ານໄດ້ກ່າວວ່າ:

“ຂ້າພະເຈົ້່າໄດ້ເຮັດວຽກກັບຊຸມຊົນມາເປັນເວລາ 10 ປີ ເເລະ ສິ່ງທ້າທາຍທີ່ພວກເຮົາໄດ້ພົບພໍ້ສະເໜີກໍຄື ການໂອ້ລົມນໍາຊຸມຊົນກ່ຽວກັບສຸຂະພາບຈິດ. ໃນການຝຶກອົບຮົມຄັ້ງນີ້, ຂ້າພະເຈົ້າໄດ້ຮຽນຮູ້ຫຼາຍຢ່າງກ່ຽວກັບການເຂົ້າເຖິງຜູ້ລອດຊີວິດ ແລະ ຄໍາແນະນໍາທີ່ສໍາຄັນກ່ຽວກັບການສື່ສານ, ຂ້າພະເຈົ້າຈະນໍາເອົາຄວາມຮູ້ເຫຼົ່ານີ້ໄປແບ່ງປັນໃຫ້ກັບເພື່ອນຮ່ວມງານ”. ຄູ່ມືຝຶກອົບຮົມຍັງໄດ້ຖືກຮັບຮອງ ແລະ ຖືກດັດປັບເພື່ອນໍາໃຊ້ໂດຍ ກະຊວງ ສຶກສາທິການ ແລະ ກິລາ ແລະ ການຝຶກອົບຮົມການໃຫ້ຄໍາປຶກສາຂອງ ມະຫາວິທະຍາໄລແຫ່ງຊາດ. ອີງໃສ່ບົດຮຽນທີ່ຖອດຖອນໄດ້ ແລະ ຜົນໄດ້ຮັບທີ່ດີຈາກຜູ້ເຂົ້າຮ່ວມຝຶກອົບຮົມ, ກຊ ຮສສ ແລະ ອົງການ ຢູນິເຊັບ ໄດ້ວາງແຜນເພື່ອຂະຫຍາຍການຝຶກອົບຮົມກ່ຽວກັບ PFA ແລະ MHPSS ໃຫ້ທົ່ວທຸກແຂວງ ໃນ ສປປ ລາວ. “ຈາກເຫດການສຸກເສີນນໍ້າຖ້ວມຢູ່ແຂວງ ອັດຕະປື ໃນປີ 2018 ແລະ 2019 ແລະ ການແຜ່ລະບາດຂອງພະຍາດໂຄວິດ-19, ເຮັດໃຫ້ຄວາມຕ້ອງການ ການບໍລິການ ສະໜັບສະໜູນທາງດ້ານສຸຂະພາບຈິດ ແລະ ຈິດຕະສັງຄົມທີ່ດີເພີ່ມຂຶ້ນໃນ ສປປ ລາວ. ອົງການ ຢູນິເຊັບ ມີຄວາມພູມໃຈເປັນຢ່າງຍິ່ງທີ່ໄດ້ສະໜັບສະໜູນການສ້າງຂີດຄວາມສາມາດໃຫ້ແກ່ພະນັກງານສັງຄົມສົງເຄາະ ໃນການໃຫ້ການບໍລິການຊ່ວຍເຫຼືອຊີວິດຂອງປະຊາຊົນທີ່ມີຄວາມຕ້ອງການ.” ກ່າວໂດຍ ທ່ານ ນາງ Young Joo Lee, ຮັກສາການແທນ ຫົວໜ້າ ພະແນກປົກປ້ອງເດັກ, ອົງການຢູນິເຊັບ ປະຈໍາ ສປປ ລາວ.

#ພາບ-ຂ່າວ:Somsavanh Ounthavy, Karen Ho

ພິທີມອບ ຜູ້ກະທໍາຜິດ ທີ່ເຂົ້າມາລັກລອບຂຸດຄົ້ນແຮ່ທາດ (ແຮ່ຄໍາ) ຢູ່ແຂວງໄຊສົມບູນ ໃຫ້ແກ່ອໍານາດການປົກຄອງ ແລະ ຍາດພີ່ນ້ອງ ເພື່ອກັບຄືນສູ່ເຮືອນຊານ

0

ໃນຕອນເຊົ້າຂອງວັນທີ 2 ມີຖຸນາ 2022 ນີ້ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງໄຊສົມບູນ ຈັດພິທີມອບຜູ້ກະທໍາຜິດ ທີ່ເຂົ້າມາລັກລອບຂຸດຄົ້ນແຮ່ທາດ (ແຮ່ຄໍາ) ແບບບໍ່ຖືກຕ້ອງຕາມກົດໝາຍ ໃຫ້ແກ່ອໍານາດການປົກຄອງ ແລະ ຍາດພີ່ນ້ອງ ເພື່ອຮັບເອົາຜູ້ກະທໍາຜິດກັບຄືນເຮືອນຊານ. ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ພັອ ອິນປັນ ຍາດຕິວົງ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງໄຊສົມບູນ, ທ່ານ ແສງເດືອນ ໄຊຍະເດັດ ຮອງຫົວໜ້າຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫົງບແຂວງ ແລະ ທ່ານ ສີພອນ ວັນນະວົງ ຫົວໜ້າພະແນກເສນາ ກອງພັນໃຫຍ່ 101, ມີຕາງໜ້າອໍານາດການປົກຄອງແຂວງຊຽງຂວາງ ຕະຫຼອດຮອດຍາດພີ່ນ້ອງ ແລະ ຜູ້ກະທໍາຜິດ ເຂົ້າຮ່ວມ.

ຊຶ່ງຜູ້ກະທໍາຜິດ ທີ່ເຂົ້າມາລັກລອບຂຸດຄົ້ນແຮ່ທາດ (ແຮ່ຄໍາ) ແບບບໍ່ຖືກຕ້ອງຕາມກົດໝາຍ ຢູ່ເຂດຍອດນໍ້າເວ້ ບ້ານນໍ້າຍອນ ເມືອງອະນຸວົງ ແຂວງໄຊສົມບູນ ໃນຄັ້ງນີ້ ມີທັງໝົດ ຈໍານວນ 17 ຄົນ. ໃນນັ້ນແມ່ນມາຈາກ ແຂວງຊຽງຂວາງ, ແຂວງຫຼວງພະບາງ, ແຂວງບໍລິຄໍາໄຊ ແລະ ຢູ່ພາຍໃນແຂວງໄຊສົມບູນ ໂດຍຕໍ່ກັບການກະທໍາດັ່ງກ່າວ ແມ່ນໄດ້ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລຽບຮຽບຮ້ອບໃຫ້ແຂວງໄຊສົມບູນ ພ້ອມທັງຍັງສ້າງຄວາມສິ້ນເປືອງທາງດ້ານງົບປະມານໃນການແກ້ໄຂວຽກງານ. ນອກນັ້ນ ຖ້າຫາກມີກໍລະນີເກີດອຸປະຕິເຫດຕ່າງໆ ອາດຈະສົ່ງຜົນເຖິງສຸຂະພາບ, ຊີວິດ, ຊັບສິນຂອງພວກກ່ຽວ ແລະ ຂອງລັດ ຊຶ່ງເປັນການກະທໍາ ທີ່ຜິດຕໍ່ປະມວນກົດໝາຍອາຍາ, ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ແລະ ກົດໝາຍວ່າດ້ວຍແຮ່ທາດ. ໂອກາດດັ່ງກ່າວ ທ່ານ ພັອ ອິນປັນ ຍາດຕິວົງ ໄດ້ມີຄໍາເຫັນໂອ້ລົມ ເພື່ອເປັນການສຶກສາອົບຮົມ ຜູ້ກະທໍາຜິດ ທີ່ເຂົ້າມາລັກລອບຂຸດຄົ້ນແຮ່ທາດ (ແຮ່ຄໍາ) ແບບບໍ່ຖືກຕ້ອງຕາມກົດໝາຍ ຢູ່ແຂວງໄຊສົມບູນ ໂດຍທ່ານໄດ້ຍົກເອົາບັນດາກົດໝາຍຕ່າງໆ ທີ່ຕິດພັນກັບວຽກງານດັ່ງກ່າວ ມາເຜີຍແຜ່ເຊື່ອມຊຶມ ເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້, ເຂົ້າໃຈ ຢ່າງເລິກເຊິ່ງ ຕໍ່ແນວທາງນະໂຍບາຍ ຂອງພັກ ແລະ ລະບຽບກົດໝາຍຂອງລັດ ພ້ອມນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ຜູ້ກະທໍາຜິດດັ່ງກ່າວ ຈົ່ງເອົາໃຈໃສ່ປັບປຸງຕົນເອງ ໄປໃນທາງທີ່ດີ ກໍຄືການທໍາມາຫາກິນ ດ້ວຍອາຊີບທີ່ສຸດຈະລິດ ບໍ່ຜິດຕໍ່ລະບຽບກົດໝາຍຂອງບ້ານເມືອງ ເພື່ອຫັນເຂົ້າສູ່ການກະທໍາທີ່ຖືກຕ້ອງຕາມລະບຽບຫຼັກການ ແນໃສ່ຮັບປະກັນ ໃຫ້ສັງຄົມມີຄວາມສະ ຫງົບ ແລະ ເປັນລະບຽບຮຽບຮ້ອຍ ຢ່າງໜັກແໜ້ນ.

ບ.ກ: ຄໍາສາວ ເລືອງຄໍາທິບ

ຂ່າວ: ພາພອນ ນະວົງໄຊ

ວາງສີລາລຶກກໍ່ສ້າງອາຣາມ ແລະ ພະທາດໃໝ່ ວັດບ້ານວັງຊຽງ ເມືອງໂພນທອງ

0

ວັນທີ 8 ມິຖຸນາ 2022 ຢູ່ເດີ່ນວັດບ້ານວັງຊຽງ ເມືອງໂພນທອງ ແຂວງຫຼວງພະບາງ ໄດ້ຈັດພິທີວາງສີລາລືກການກໍ່ສ້າງວັດໃໝ່ ເມືອງໂພນທອງ,ໂດຍມີສາທຸໃຫຍ່ ອ່ອນແກ້ວ ກິດຕິພັດໂທ ປະທານ ອົງການພຸດທະສາສະໜາລາວ ແຂວງຫຼວງພະບາງ, ມີຄະນະພະສົງ-ສຳມະເນນຈາກແຂວງ ພ້ອມດ້ວຍ ພະສົງ-ສຳມະເນນພາຍໃນວັດ ເຂົ້າຮ່ວມ 14 ຕົນ,ໃຫ້ກຽດເຂົ້າຮ່ວມມີທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກົມການເມືອງສູນກາງພັກ, ອາດີດຮອງນາຍຍົກລັດຖະມົນຕີ ແຫ່ງ ສປປລາວ ພ້ວມດ້ວຍຄອບຄົວ,ທ່ານ ສຸກັນບຸນຍົງ ຮອງເລຂາພັກເເຂວງ ປະທານຄະນະກຳມະການແນວລາວສ້າງຊາດ ແຂວງ,ທ່ານ ບຸນຈັນ ປານຟອງເພັດ ເຈົ້າເມືອງ ພ້ອມດ້ວຍຄະນະນຳຂອງເມືອງ ຕະຫຼອດຮອດປະຊາຊົນ ຊາວພຸດທະສາສະນິກະຊົນ ເມືອງ ໂພນທອງ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນເວລາ 6 ໂມງເຊົ້າ ໄດ້ມີການຮ່ວມກັນທຳບຸນໃສ່ບາດ ແລະ ຖວາຍວັດຖຸປັດໃຈ ແດ່ພະສົງ-ສໍາມະເນນຢູ່ວັດຫຼັງເກົ່າ, ຈາກນັ້ນກໍ່ໄດ້ພ້ອມກັນເຂົ້າຮ່ວມພິທີວາງສີລາເລີກຢູ່ເດີນວັດຫຼັງໃໝ່.

ທ່ານ ອານຸສິດ ຄັດຕິຍະລາດ ຕາງໜ້າບໍລິສັດ ອານຸສິດ ສຳຫຼວດອອກແບບ-ກໍ່ສ້າງ ກໍ່ໄດ້ລາຍງານກ່ຽວກັບການກໍ່ສ້າງວັດເມືອງໂພນທອງ ຄັ້ງນີ້ ໃນເນື້ອທີ່ປະມານ 860 ແມັດ ແລະເລີ່ມລົງມືການກໍ່ສ້າງຕັ້ງແຕ່ ວັນທີ 26 ພຶດສະພາ 2022 ເປັນຕົ້ນມາ,ປະກອບມີ ອາຣາມ 1 ຫຼັງ ແລະພະທາດ.ລວມູນຄ່າທັງໝົດແມ່ນ 1.359.748. 684 ກີບ. ຄາດວ່າຈະໃຫ້ສໍາເລັດຕົ້ນເດືອນ ກຸມພາ ປີ 2023.

ຈາກນັ້ນເຈົ້າສັດທາຫຼັກທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດຮອງນາຍຍົກລັດຖະມົນຕີ ແຫ່ງ ສປປລາວ ກໍ່ໄດ້ມີຄຳເຫັນ ເຊິ່ງທ່ານກ່າວວ່າ: ການກໍ່ສ້າງອາຣາມວັດ ແລະພະທາດຄັ້ງນີ້ ເປັນການປົກປັກຮັກສາພຸດທະສາສະໜາ,ວັດທະນະທໍາອັນດີງາມຂອງຊາດ ກໍຄືຂອງເມືອງໂພນທອງ ເພື່ອໃຫ້ເປັນບ່ອນເຕົ້າໂຮມຄວາມສາມັກຄີ ແລະທັງເປັນການສືບທອດຮີດຄອງປະເພນີອັນດີງາມ ແລະລໍ້າຄ່າຂອງຊາດລາວ ເວົ້າລວມເວົ້າສະເພາະແມ່ນຊາວເມືອງໂພນທອງ ໃຫ້ຢູ່ຄູ່ຊາວເມືອງໂພນທອງຕະຫຼອດໄປ.

ໂອກາດດັ່ງກ່າວນີ້ທ່ານ ບຸນຈັນ ປານຟອງເພັດ ເຈົ້າເມືອງໆໂພນທອງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ເຈົ້າສັດທາ ແລະຜູ້ມີໃນເຫຼື້ອມໃສສັດທາ ທີ່ພ້ອມກັນ ສະໜັບສະໜູນ ແລະອະນຸລັກ ມໍລະດົກອັນລໍ້າຄ່າຄັ້ງນີ້.

ຫຼັງຈາກນັ້ນ ກໍ່ໄດ້ເຂົ້າສູ່ພິທີທາງສາດສະໜາ ໂດຍໄດ້ຮ່ວມກັນຮັບຟັງການສູດມຸງຄຸນ, ເທດສະຫຼອງ 1 ກັນ,ທັງລັ່ນຄ້ອງ 9 ບາດ ແລະພ້ອມກັນປຸກເສົາໄຊ ຮ່ວມກັນວາງສີລາລຶກ ເພື່ອເປັນສິລິມຸງຄຸນ ແລະຮັບພອນຈາກສາທຸ ອ່ອນແກ້ວ ກິດຕິພັດໂທ ປະທານ ອົງການພຸດທະສາສະໜາ ແຂວງຫຼວງພະບາງ ພ້ອມທັງຢາດນໍ້າ ເພື່ອຄວາມເປັນສີລິມຸງຄຸນແກ່ຕົນອີກດ້ວຍ.

ຂ່າວ: ນັກຂ່າວເມືອງໂພນທອງ

#Medialaos MMD  #Luangprabang Province

ພິທີເປີດນຳໃຊ້ເວັບໄຊທ໌ ພະແນກແຜນການ ແລະ ການລົງທຶນ ແຂວງໄຊສົມບູນ

0

ພະແນກແຜນການ ແລະ ການລົງທຶນ ແຂວງໄຊສົມບູນ ໄດ້ຈັດພິທີ ເປີດນຳໃຊ້ເວັບໄຊທ໌ ພະແນກແຜນການ ແລະ ການລົງທຶນ ແຂວງໄຊສົມບູນ ( www.dpl-gov.la ) ຂຶ້ນ ໃນຕອນເຊົ້າຂອງວັນທີ 2 ມີຖຸນາ 2022 ນີ້ ທີ່ ຫ້ອງປະຊຸມຫ້ອງວ່າການ ແຂວງ ໂດຍການເປັນປະທານຂອງທ່ານ ພູພັດ ສິງທາວົງໄຊ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງ ພ້ອມດ້ວຍບັນດາພະແນກການທີ່ກ່ຽວຂ້ອງອ້ອມຂ້າງແຂວງ ຕະຫຼອດຮອດພະນັກງານ-ວິຊາການ ພາຍໃນພະແນກເຂົ້າຮ່ວມ.

ໃນພິທີທ່ານ ພູພັດ ສິງທາວົງໄຊ ໄດ້ກ່າວຈຸດປະສົງໃນການສ້າງເວັບໄຊທ໌ ໃນຄັ້ງນີ້ ຊຶ່ງໃນປັດຈຸບັນເວັບໄຊທ໌ ໄດ້ກາຍເປັນສື່ທີ່ມີຄວາມສຳຄັນ ທີ່ມີບົດບາດຫຼາຍໃນການໂຄສະນາ ແລະ ປະຊາສຳພັນ ເນື່ອງຈາກຄຸນສົມບັດທີ່ສາມາດນຳສະເໜີ, ເຜີຍແຜ່ຂໍ້ມູນຂ່າວສານໄດ້ຢ່າງວ່ອງໄວ ທັງເລື່ອງໄລຍະທາງ ແລະ ເວລາ ຊຶ່ງສາມາດເປີດເຂົ້າເບີ່ງໄດ້ຕະຫຼອດ 24 ຊົ່ວໂມງໄດ້ ( ຖ້າຫາກມີອິນເຕີເນັດ ) ບໍ່ວ່າຈະຢູ່ສ່ວນໃດມູນໃດຂອງໂລກ ດ້ວຍຂໍ້ດີດັ່ງກ່າວ ຫຼາຍອົງການບໍ່ວ່າຈະເປັນທັງພາກລັດ ແລະ ເອກະຊົນ ຫຼື ບຸກຄົນທົ່ວໄປ ຕ່າງກໍມີຄວາມຕ້ອງການພັດທະນາເວັບໄຊທ໌ຂອງຕົນເອງຂຶ້ນ ເພື່ອເປັນຊ່ອງທາງໃນການເຜີຍແຜ່ຂໍ້ມູນຂ່າວສານ ໄປສູ່ກຸ່ມເປົ້າໝາຍເພື່ອປະຊາສຳພັນ, ເຜີຍແຜ່ອົງກອນໃຫ້ເປັນທີ່ຮູ້ຈັກ ແລະ ລວມໄປເຖິງເປັນບ່ອນສູນລວມການຈັດເກັບຂໍ້ມູນຂ່າວສານເປັນຈຸດດຽວກັນ ດັ່ງນັ້ນ ພະແນກແຜນການ ແລະ ການລົງທຶນ ແຂວງໄຊສົມບູນ ຈຶ່ງໄດ້ສ້າງເວັບໄຊທ໌ ( www.dpl-gov.la ) ເພື່ອຈັດເກັບຂໍ້ມູນ, ເຜີຍແຜ່ຂໍ້ມູນຂ່າວສານ, ບັນດານິຕິກຳຕ່າງໆ ແລະ ຂໍ້ມູນສະຖິຕິທາງການທີ່ເປັນມາດຕະຖານສາກົນ.

ຊຶ່ງຈຸດປະສົງຫຼັກຂອງເວັບໄຊທ໌ ມີໜ້າທີນຳສະເໜີຂໍ້ມູນຕ່າງໆ ຜ່ານຄອມພິວເຕີ ໂດຍອາໄສການເຊື່ອມຕໍ່ຈາກເຄື່ອຂ່າຍອິນເຕີເນັດ ຈະມີໜ້າເວັບໄຊທ໌ຫຼາຍໆໜ້າ ຊຶ່ງເຊື່ອມໂຍງເຂົ້າກັນ ເພື່ອໃຫ້ສາມາດເປີດໄປສູ່ໜ້າເພສ໌ຕ່າງໆ ໄດ້ງ່າຍດາຍ ເປົ້າໝາຍເວັບໄຊທ໌ ບໍ່ພຽງແຕ່ເພື່ອການນຳສະເໜີຂໍ້ມູນໃຫ້ກັບຜູ້ໃຊ້ໄດ້ຮັບຮູ້ພຽງເທົ່ານັ້ນ ແຕ່ຍັງນຳໃຊ້ເພື່ອເປົ້າໝາຍອື່ນອີກດ້ວຍ ຫຼັງຈາກນັ້ນ ໃນພິທີກໍ່ໄດ້ເປີດການນຳໃຊ້ດັ່ງກ່າວ ຢ່າງເປັນທາງການ ແລະ ຖ້າຫາກທ່ານໃດມີຄວາມສົນໃຈກ່ຽວກັບຂໍ້ມູນຂ່າວສານກ່ຽວກັບພະແນກແຜນການ ແລະ ການລົງທຶນ ແຂວງໄຊສົມບູນ ສາມາດເຂົ້າເວັບໄຊທ໌ ໄດ້ທີ່ https://dpi-xsb.mpi.gov.la

ບກ: ທ່ານ ຄຳສາວ ເລືອງຄຳທິບ

ຂ່າວ: ນາງ ແກ່ນຈັນ ທຳມະນີ

ເມືອງນານ ຈັດພິທີປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ, ວັນອານຸລັກສັດນໍ້າ-ສັດປ່າ ແລະ ວັນສິ່ງແວດລ້ອມໂລກ

0

ອາທິດຜ່ານມາ ນີ້ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງນານ ແຂວງຫຼວງພະບາງ ໄດ້ຈັດພິທີປູກຕົ້ນໄມ້ຢູ່ທີ່ບ້ານ ນາຝາຍ ເຂດຕາດຫ່ຽນ ໂດຍການນໍາພາຂອງທ່ານ ຄໍາເກັ່ງ ຈັນທະວີສຸກ ເຈົ້າເມືອງ-ເມືອງນານ, ມີທ່ານ ສຸລິໂຍ ໄຊວິສິດ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ທ່ານ ບົວລີ ຄານທະປະເສີດ ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຫ້ອງການ ແລະພະນັກງານ ຕະຫຼອດຮອດປະຊາຊົນພາຍໃນເມືອງເຂົ້າຮ່ວມ.

ທ່ານ ສຸລິໂຍ ໄຊວິສິດ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ກ່າວເປີດພິທີວັນປູກຕົ້ນໄມ້ແຫ່ງຊາດ, ວັນອານຸລັກສັດນໍ້າ-ສັດປ່າ ແລະ ວັນສິ່ງແວດລ້ອມໂລກຢ່າງເປັນທາງການ ໂດຍອີງໃສ່ກົດໝາຍວ່າດ້ວຍປ່າໄມ້ສະບັບປັບປຸງເລກທີ 64/ສພຊ ລົງວັນທີ 13 ມິຖຸນາ 2019 ໃນພາກທີ 8 ມາດຕາ 164 ວ່າດ້ວຍວັນປູກຕົ້ນໄມ້ແຫ່ງຊາດ ເຊິ່ງໄດ້ກໍານົດເອົາວັນທີ 1 ມິຖຸນາ ຂອງທຸກໆປີເປັນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ເຊິ່ງປີນີ້ແມ່ນໝູນວຽນບັນຈົບຄົບຮອບ 42 ປີ ແລະ ທາງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງນານ ກໍ່ໄດ້ຖືເອົາວັນສໍາຄັນດັ່ງກ່າວ ເປັນມື້ເລີ່ມຕົ້ນສ້າງຂະບວນການປູກຕົ້ນໄມ້ ເພື່ອປູກຈິດສໍານຶກໃຫ້ແກ່ເຍົາວະຊົນ ແລະ ອານຸຊົນຫຼຸ້ນຫຼັງ ໃຫ້ເຫັນໄດ້ຄວາມສໍາຄັນຂອງປ່າໄມ້,ການປົກປັກຮັກສາພັດທະນາ ແລະ ນໍາໃຊ້ປ່າໄມ້ໃຫ້ມີຄວາມຍືນຍົງ, ປ່າໄມ້ແມ່ນຊັບພະຍາກອນອັນລໍ້າຄ່າຂອງຊາດທີ່ສ້າງລະບົບນິເວດສະເພາະ ເຊິ່ງປະກອບດ້ວຍຊີວະນາໆພັນ ເປັນຕົ້ນແຫຼ່ງນໍ້າ ແລະ ທີ່ດິນໃຫ້ມີຄວາມອຸດົມສົມບູນ ທັງເປັນການຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ່ 11 ຂອງພັກ, ມະຕິກອງປະຊຸມໃຫຍ່ອົງຄະນະພັກກະຊວງຄັ້ງທີ່ 6 ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ 5 ປີ ຄັ້ງທີ່ 9 ແຕ່ປີ 2021-2025 ຈະສົ່ງເສີມການປູກໄມ້ໃຫ້ໄດ້ 200.000 ເຮັກຕ່າ, ປູກເປັນສິນຄ້າ 160.000 ເຮັກຕ່າ ແລະ ປູກເພື່ອປົກປັກຮັກສາແຫຼ່ງນໍ້າ, ສິ່ງແວດລ້ອມຈໍານວນ 40.000 ເຮັກຕ່າ ແລະ ຟື້ນຟູປ່າໄມ້ທໍາມະຊາດໃຫ້ໄດ້ 1.800.000 ເຮັກຕ່າ ໃນການຈັດພິທີໃນຄັ້ງນີ້ແມ່ນເພື່ອເປັນການປູກຈິດສໍານຶກໃຫ້ທົ່ວປວງຊົນໃນສັງຄົມໄດ້ຮັບຮູ້ເຖິງຄວາມສໍາຄັນ ແລະ ຄຸນປະໂຫຍດຂອງປ່າໄມ້ໃນທາງກົງ ແລະ ທາງອ້ອມ ໂດຍການປະສານສົມທົບກັນທັງພາກລັດ ແລະ ເອກະຊົນ, ປະຊາຊົນລາວບັນດາເຜົ່າ ເຊິ່ງປີ 2022 ນີ້ທາງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງໄດ້ກໍານົດປູກຕົ້ນໄມ້ລຽບຕາມແຄມທາງລົດ ບໍລິເວນເຂົ້າຕາດຫ່ຽນ ຫາ ບໍລິເວນເທິງຕາດ ສ່ວນເບ້ຍໄມ້ທີ່ນໍາມາປູກໃນຄັ້ງນີ້ມີ 3 ຊະນິດເຊັ່ນ: ໄມ້ປະດັບ, ໄມ້ປ່ອງກັນແຫຼ່ງນໍ້າ ແລະ ໄມ້ອຸດສາຫະກໍາ ລວມທັງໝົດ 1.200 ເບ້ຍ ນອກນັ້ນຍັງໄດ້ສະໜອງເບ້ຍໄມ້ໃຫ້ຫ້ອງການ ປກສ ເມືອງເພື່ອນໍາໄປປູກຢູ່ຄ້າຍດັດສ້າງປາກມ່ອນ ຈໍານວນ 200 ເບ້ຍ ແລະ ເຜີຍແຜ່ໃຫ້ປະຊາຊົນ, ເອກະຊົນ ແລະ ບໍລິສັດຕ່າງໆຢູ່ພາຍໃນເມືອງປູກຕື່ມອີກ.

ນອກຈາກນີ້ທາງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງນານ ສົມທົບກັບອົງການຈັດຕັ້ງບ້ານ ນາຝາຍ ແລະ ຜູ້ປະກອບການປະມູນຕາດຫ່ຽນຍັງໄດ້ຮ່ວມກັນຈັດພິທີປ່ອຍປາ ແລະ ປົກປັກຮັກສາສັດນໍ້າ-ສັດປ່າແຫ່ງຊາດຂຶ້ນ ເພື່ອເປັນການປົກປັກຮັກສາສັດນໍ້າ-ສັດປ່າໃຫ້ອຸດົມສົມບູນ ແລະ ຂະຫຍາຍອອກໄປໃຫ້ນັບມື້ນັບຫຼາຍ ໂດຍໄດ້ກໍານົດເອົາເຂດບໍລິເວນຕາດຫ່ຽນເປັນຈຸດປ່ອຍປາ ພ້ອມທັງກໍານົດເປັນເຂດວັງສະຫງວນຂອງບ້ານ ແລະ ຂອບເຂດການທ່ອງທ່ຽວ ປາທີ່ນໍາມາປ່ອຍໃນຄັ້ງນີ້ມີທັງໝົດ 10.000 ໂຕ, ປາປາກຈໍານວນ 5000 ໂຕ, ປາໄນຈໍານວນ 5000 ໂຕ.

ຂ່າວ-ພາບ: ຫຸມແພງ ສີດາໄລ

#Medialaos MMD  #Luangprabang Province

ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊສົມບູນ ເປັນເຈົ້າພາບ ຈັດກອງປະຊຸມແນະນຳການຂຽນບົດວິ ທະຍາສາດ ແລະ ວິທີຈັດຕັ້ງກອງປະຊຸມສຳມະນາ

0

ກອງປະຊຸມແນະນຳການຂຽນບົດວິທະຍາສາດ ແລະ ວິທີຈັດຕັ້ງກອງປະຊຸມສຳມະນາ ໃຫ້ແກ່ບັນດາແຂວງພາກກາງຄື : ແຂວງໄຊສົມບູນ, ແຂວງຊຽງຂວາງ ແລະ ແຂວງຫົວພັນ ທີ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊສົມບູນ ເປັນເຈົ້າພາບ ໄດ້ຈັດຂຶ້ນໃນວັນທີ 2 ມິຖຸນາ ນີ້ ທີ່ຫ້ອງປະຊຸມອົງການໄອຍະການປະຊາຊົນ ແຂວງ ໂດຍການເປັນປະທານຮ່ວມຂອງທ່ານ ປອ ຄຳມອນ ຈັນທະສິດ ຫົວໜ້າຄຸ້ມຄອງການຄົ້ນຄວ້າວິທະຍາສາດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ທ່ານ ລາວຢ່າງ ຈາວາ ອໍານວຍການໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊສົມບູນ, ມີອຳນວຍການໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ແລະ ແຂວງຫົວພັນ ພ້ອມດ້ວຍຄະນະ ຕະຫຼອດຮອດພະນັກງານ ຄູ-ອາຈານໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊສົມບູນ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ລາວຢ່າງ ຈາວາ ອໍານວຍການໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊສົມບູນ ໄດ້ມີຄຳເຫັນ ແລະ ກ່າວເປີດກອງປະຊຸມ ກອງປະຊຸມໃນຄັ້ງນີ້ ກໍເພື່ອເປັນການສ້າງຄວາມຮັບຮູ້ໃຫ້ນັກຄົ້ນຄວ້າ ກຳແໜ້ນດ້ານຫຼັກການໃນການຄົ້ນຄວ້າວິທະຍາສາດໃຫ້ສອດຄ່ອງ ເພື່ອເປັນບ່ອນອີງໃຫ້ແກ່ການຄົ້ນຄວ້າຂຽນບົດວິທະຍາສາດ ແລະ ບົດປ້ອງກັນ, ວິທະຍານິພົນ ໃຫ້ມີຄວາມຮັບປະກັນທາງດ້ານທິດສະດີ ແລະ ພຶດຕິກຳຢ່າງກົມກຽວ ເພື່ອປະກອບເປັນເຄື່ອງມືທີ່ສຳຄັນ ໃນການສັງເກດຜົນງານການຄົ້ນຄວ້າໃຫ້ມີຄວາມຮັບປະກັນທາງດ້ານຄຸນນະພາບ ຊຶ່ງຜູ້ເຂົ້າຮ່ວມກອງປະຊຸມຈະໄດ້ຮັບຟັງການເຜີຍແຜ່, ແນະນຳວິທີວິທະຍາໃນການຂຽນບົດວິທະ ຍາສາດ ແລະ ວິທີຈັດກອງປະຊຸມສຳມະນາວິທະຍາສາດ ຊຶ່ງກອງປະຊຸມໃນຄັ້ງນີ້ ສຸດທີ່ມີຄວາມໝາຍ ຄວາມສຳຄັນ ທາງດ້ານວິທະຍາສາດສຳລັບຄູ-ອາຈານ ທັງສາມແຂວງທີ່ເຂົ້າຮ່ວມ.

ພ້ອມນີ້ ທ່ານ ຍັງໄດ້ຮຽກຮ້ອງ ມາຍັງບັນດາຜູ້ເຂົ້າຮ່ວມຈົ່ງເຊີດຊູສະຕິຄວາມເປັນເຈົ້າການຮັບຟັງການເຜີຍແຜ່, ແນະນຳວິທີວິທະຍາໃນການຂຽນບົດວິທະຍາ ແລະ ປະກອບຄຳຄິດຄຳເຫັນ ແລກປ່ຽນຕໍ່ບັນຫາທີ່ຕົນມີຄວາມສົນໃຈ ແລະ ບໍ່ທັນເຂົ້າໃຈ ໃຫ້ລະອຽດຈະແຈ້ງ ແນໃສ່ເພື່ອໃຫ້ຜູ້ເຂົ້າຮ່ວມ ສາມາດນຳເອົາຄວາມຮູ້ຈາກກອງປະຊຸມໃນຄັ້ງນີ້ ໄປນຳໃຊ້ເຂົ້າໃນວຽກງານການຂຽນບົດວິທະຍາສາດ ຢູ່ໃນໂຮງຮຽນຂອງຕົນ ໃຫ້ໄດ້ຢ່າງມີຄຸນນະພາບ ແລະ ຮັບປະກັນໄດ້ລັກສະນະວິທະຍາສາດຢ່າງແທ້ຈິງ. ຈາກນັ້ນ ທ່ານ ປອ ຄຳມອນ ຈັນທະສິດ ຫົວໜ້າຄຸ້ມຄອງການຄົ້ນຄວ້າວິທະຍາສາດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກໍໄດ້ແນະນຳການຂຽນບົດວິທະຍາສາດແລະ ວິທີຈັດຕັ້ງກອງປະຊຸມສຳມະນາວິທະຍາສາດ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈ ຢ່າງເລິກເຊິ່ງ ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້.
#ບັນນາທິການ: ຄຳສາວ ເລືອງຄຳທິບ ຂ່າວ: ພຸດທະສອນ ເວດສະວົງ

ການປະຕິບັດເນື້ອໃນການຮ່ວມມືລະຫວ່າງ ແຂວງໄຊສົມບູນ ສ ປປ ລາວ ແລະ ແຂວງບັ໋ກຢາງ ສສ ຫວຽດນາມ

0

ການນໍາແຂວງບັ໋ກຢາງ ໄດ້ເຮັດວຽກຮ່ວມກັບ ການນໍາແຂວງໄຊສົມບູນ ໃນວັນທີ 30 ພຶດສພາ 2022 ທີ່ນະຄອນບັ໋ກຢາງ ສສ ຫວຽດນາມ ເພື່ອແນ່ໃສ່ປະຕິບັດເນື້ອໃນການຮ່ວມມື ລະຫວ່າງ ສອງແຂວງທີ່ໄດ້ເຊັນບົດບັນທຶກຂອບການຮ່ວມມື ໃນເດືອນ 8 ປີ 2021 ຜ່ານມາ ແຂວງໄຊສົມບູນ ເຂົ້າຮ່ວມໂດຍ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ, ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ສະຫາຍ ແດງ ປະທຸມທອງ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງໄຊສົມບູນ ແລະ ບັນດາສະຫາຍການນໍາຕາງໜ້າພະແນກການ ຂອງແຂວງໄຊສົມບູນ, ແຂວງບັ໋ກຢາງເຂົ້າຮ່ວມໂດຍ ສະຫາຍ ເຢືອງ ວັນ ຖ໋າຍ, ກໍາມະການກົມການເມືອງສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ສະຫາຍ ເລ ແອ່ງ ເຢືອງ, ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງ ສະຫາຍ ເຈິ່ນ ກົງ ທັ່ງ, ກໍາມະການພັກແຂວງ, ປະທານຄະນະກໍາມະການແນວລາວສ້າງຊາດແຂວງ, ປະທານສະມາຄົມມິດຕະພາບແຂວງ ບັນດາສະຫາຍ ກໍາມະການພັກແຂວງ ບັນດາສະຫາຍການນໍາພະແນກການຂອງແຂວງບັ໋ກຢາງເຂົ້າຮ່ວມ. ສະຫາຍ ເຢືອງ ວັນ ຖ໋າຍ ໃຫ້ຮູ້ວ່າ: ການປະຕິບັດນະໂຍບາຍການຕ່າງປະເທດຂອງພັກ, ແຂວງບັ໋ກຢາງໄດ້ເອົາໃຈ ໃສ່ເຂົ້າຮ່ວມ, ຊຸກຍູ້ບັນດາວຽກງານການເຄື່ອນໄຫວການທູດປະຊາຊົນ ໃນແຕ່ລະທ້ອງຖິ່ນ, ການຈັດຕັ້ງ, ປະຊາຊົນ ຂອງ ສປປ ລາວ ໄດ້ຕ້ອນຮັບຫຼາຍຄະນະຂອງ ສປປ ລາວ ທີ່ມາຢ້ຽມຢາມ ແລະ ຖອດຖອນບົດຮຽນໃນບາງຂົງເຂດວຽກງານ.

ໃນການມາເຮັດວຽກຂອງ ປະທານປະເທດ ທ່ານ ຫງວຽນ ຊວນ ຟຸກ ທີ່ໄດ້ເຂົ້າມາຢ້ຽມຢາມເປັນທາງການ ຢູ່ ສປປ ລາວ ໃນລະຫວ່າງ ເດືອນ ສິງຫາ ປີ 2021, ແຂວງບັ໋ກຢາງ ສຸດທີ່ເປັນກຽດທີ່ໄດ້ເຂົ້າຮ່ວມຄະນະປະຕິບັດງານ ແລະ ເຊັນເນື້ອໃນການຮ່ວມມືກັບແຂວງໄຊສົມບູນ ນີ້ແມ່ນຂົງເຂດຕ່າງປະເທດຄັ້ງທໍາອິດ ທີ່ແຂວງບັ໋ກຢາງໄດ້ເຊັນບົດບັນທຶກຂອບການຮ່ວມມື, ວາງພື້ນຖານສໍາລັບການສົ່ງເສີມການພັດທະນາສາຍພົວພັນຮ່ວມມືຮອບດ້ານ, ລົງເລີກຂອງສອງແຂວງ ຜູກມັດ, ຮັດແໜ້ນຄວາມສໍາພັນແບບພິເສດ ຫວຽດນາມ-ລາວ.

ໃນກອງປະຊຸມ ສະຫາຍ ເຢືອງ ວັນ ຖ໋າຍໄດ້ກ່າວວ່າ: ກອງປະຊຸມມື້ນີ້ ກໍແມ່ນກອງປະຊຸມເລີ່ມຕົ້ນທີ່ສໍາຄັນ ຂອງການນໍາສອງແຂວງ ໃນການພົບປະເປັນການເສີມຂະຫຍາຍຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ປຶກສາຫາລື ບັນດາມາດຕະການຊຸກຍູ້ ການຈັດຕັ້ງປະຕິບັດບັນດາເນື້ອໃນ ແລະ ບັນດາບັນຫາທີ່ກ່ຽວຂ້ອງຂອງສອງຝ່າຍ ບົນຈິດໃຈຂອງຜູ້ຕາງໜ້າສອງຝ່າຍໄດ້ແລກປ່ຽນປະສົບການໃນຂົງເຂດວຽກງານກໍສ້າງພັກ, ອໍານາດການປົກຄອງ, ພັດທະນາເສດຖະກິດ-ສັງຄົມ, ລົບລ້າງຄວາມທຸກຍາກ, ຝຶກອົບຮົມໃຫ້ພະນັກງານ; ຮັບປະກັນວຽກງານປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ
ແຂວງບັ໋ກຢາງໄດ້ຟື້ນຟູປີ 1997 ມາຮອດປະຈຸບັນພັກ-ລັດ ໄດ້ມີຄວາມເຂັ້ມແຂງວຽກງານດ້ານອຸດສາຫະກໍາທີ່ທັນສະໄໝ ແລະ ເຊື່ອມຕໍ່ກັບສາກົນ ຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນບັນດາເຜົ່າທົ່ວແຂວງ ພະຍາຍາມເອົາໃຈໃສ່ໃນການພັດທະນາຊີວິດການເປັນຢູ່ ແລະ ບັນລຸໝາກຜົນທີ່ດີ ເຊິ່ງໃນກອງປະຊຸມໄດ້ລາຍງານຫຼາຍບັນຫາ ນອກນັ້ນ ທັງສອງຝ່າຍໄດ້ເຫັນດີເປັນເອກະພາບ ກ່ຽວກັບ ການຈັດຕັ້ງປະຕິບັດເນື້ອໃນການເຄື່ອນໄຫວແຕ່ນີ້ ຫາ ປີ 2025 ໃນ 6 ຂົງເຂດຄື: ພົບປະຄະນະ, ແລກປ່ຽນປະສົບການຕົວຈິງ, ຕອບສະໜອງການຮ່ວມມືດ້ານກະສິກໍາ, ສາທາລະນະສຸກ, ການສຶກສາ ແລະ ກໍ່ສ້າງ ພ້ອມກັນນັ້ນ, ກໍ່ໄດ້ເນັ້ນໃສ່ວຽກງານສຶກສາ ພົວພັນເຖິງຄວາມສາມັກຄີມິດຕະພາບ ລະຫວ່າງ ສອງປະເທດ ແລະ ສອງແຂວງຂອງພວກເຮົາ.

ນອກຈາກເນື້ອໃນຂອງກອງປະຊຸມແລ້ວ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ຍັງໄດ້ສະເໜີຕໍ່ແຂວງບັ໋ກຢາງ ກ່ຽວກັບ ເມືອງໜຶ່ງ ຂອງແຂວງໄຊສົມບູນ ແຮກສ່ຽວກັບ ເມືອງໜຶ່ງຂອງແຂວງບັ໋ກຢາງ ແນະນໍາໃຫ້ສອງຝ່າຍໄປມາເປັນປະຈໍາ ບໍ່ແມ່ນປີລະເທື່ອ ແລະ ຍັງໄດ້ສະເໜີໃຫ້ການນໍາແຂວງບັ໋ກຢາງຊ່ວຍກໍ່ສ້າງ 3 ວຽກຄື: ວຽກໂຮງຮຽນການເມືອງ-ການປົກຄອງ; ສວນສາທາລະນະຫໍຫຼັກເມືອງ ແລະ ວຽກຊົນລະປະທານນໍ້າມາງ ເມືອງທ່າໂທມ.
ສຸດທ້າຍ ກອງປະຊຸມ ສະຫາຍ ເຢືອງ ວັນ ຖ໋າຍ ໃຫ້ຮູ້ຕື່ມວ່າ ເນື້ອໃນການພົບປະໃນມື້ນີ້ ພຽນແຕ່ແມ່ນການເວົ້າຢູ່ໃນເອກະສານ ສໍາຄັນແມ່ນຕ້ອງລົງມືປະຕິບັດຕົວຈິງຈຶ່ງຈະເເຕກດອກອອກຜົນ ອີກເທື່ອໜຶ່ງສະຫາຍ ເຢືອງ ວັນ ຖ໋າຍ ຍັງໄດ້ເວົ້າວ່າ ວຽກຊົນລະປະທານນໍ້າມາງມີຄວາມໝາຍດ້ານຍຸດທະສາດ, ມີຄວາມສໍາຄັນຫຼາຍໃນການພັດທະນາດ້ານກະສິກໍາຂອງແຂວງໄຊສົມບູນ ແຂວງບັ໋ກຢາງໄດ້ເອກະພາບເອົາໃສ່ແຜນການຮ່ວມມື, ໃຫ້ບັນລຸຄາດໝາຍໃນປີ 2030 ແລະ ອີກບໍ່ດົນນີ້ຈະສົ່ງນັກຊ່ຽວຊານມາສໍາຫຼວດວຽກຊົນລະປະທານນີ້ ໃນກອງປະຊຸມ, ບັນດາຜູ້ແທນໄດ້ເປັນສັກຂີພິຍານໃນການເຊັນບົດບັນທຶກຂອບການຮ່ວມມື ລະຫວ່າງ ກອງບັນຊາການ ປກສ ແຂວງບັ໋ກຢາງ ແລະ ກອງບັນຊາການ ປກສ ແຂວງໄຊສົມບູນ.

ຂະແໜງທ່ອງທ່ຽວ ບຳລຸງພະນັກງານນຳທ່ຽວຂັ້ນແຂວງ

0

ໃນວັນທີ 07 ມິຖຸນາ 2022 ນີ້ ຂະແໜງທ່ອງທ່ຽວ ພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງສະຫວັນນະເຂດ ໄດ້ຈັດບຳລຸງພະນັກງານນຳທ່ຽວຂັ້ນແຂວງ ເພື່ອແນໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານນຳທ່ຽວໃຫ້ມີທັກສະ, ເຕັກນິກ, ຮູ້ວິທີການ ແລະ ຂັ້ນຕອນຂອງການນຳທ່ຽວ. ໂດຍການເຂົ້າມຮ່ວມຂອງທ່ານ ປອ ໂພໄຊ ສິດທິຊົນ ຮອງຫົວໜ້າພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງສະຫວັນນະເຂດ ຄູຝຶກຈາກ ຂະແໜງທ່ອງທ່ຽວ ,ພະນັກງານ ບໍລິສັດທ່ອງທ່ຽວ ອອ້ມຂ້າງແຂວງເຂົ້າຮ່ວມ.

ການຈັດບຳລຸງພະນັກງານນຳທ່ຽວຂັ້ນແຂວງໃນຄັ້ງນີ້ ແມ່ນແນໃສ່ການມີສ່ວນຮ່ວມແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ສີ່ງທີ່ສຳຄັນ ຄູຝຶກແມ່ນໄດ້ເອົາໃຈໃສ່ຄົ້ນຄວ້າ ຊອກຫາບົດຮຽນໃໝ່ໆ ເພື່ອຖ່າຍທອດຄວາມຮູ້ໃຫ້ຜູ້ເຂົ້າຮ່ວມ ມີຄວາມຮູ້, ຄວາມສາມາດໃນຂັ້ນພື້ນຖານ ເຮັດໃຫ້ການຝຶກ ມີປະສິດທິພາບສູງ ແລະ ສາມາດເກັບກໍາບົດຮຽນຈາກຄູຝຶກໄດ້ເປັນຢ່າງດີ

ໂອກາດກ່າວເປີດຊຸດບຳລຸງ, ທ່ານ ປອ ໂພໄຊ ສິດທິຊົນ ຮອງຫົວໜ້າພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງສະຫວັນນະເຂດ ກ່າວວ່າ ການຈັດຊຸດບໍາລຸງຄັ້ງນີ້ ເພື່ອສ້າງຄວາມປະທັບໃຈ ແລະ ເປັນການໂຄສະນາການທ່ອງທ່ຽວໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ມາທ່ອງທ່ຽວສະຫວັນບ້ານເຮົາໃຫ້ຫລາຍຂື້ນ, ແລະ ພ້ອມນຳເອົາ ເຕັກນິກ, ວິທີການ ແລະ ຂັ້ນຕອນຂອງການນຳທ່ຽວ ຈາກການບຳລຸງຄັ້ງນີ້ ນຳໄປຕໍ່ຍອດ ໃຫ້ເກີດດອກອອກຜົນ.

ພາບ/ຂ່າວ: ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ

#Medialaos MMD  #Savannakhet Province

5 ໜ່ວຍພັກທີ່ຂື້ນກັບຮາກຖານພະແນກສຶກສາທິການແລະກິລາແຂວງ ຂະຫຍາຍສະມາຊິກພັກໃໝ່

0

ໃນຕອນແລງວັນທີ 7 ມີຖຸນາ 2022 ທີ່ສະໂມສອນໂຮງຮຽນມ.ສ ສະຫວັນ ໄດ້ຈັດພິທີ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊີກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ ໂດຍການເປັນປະທານຂອງ ສະຫາຍ ປອ ສຸກສົມພອນ ອະໂນໄທ ເລຂາພັກຮາກຖານ,ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ,ມີຄະນະພັກຮາກຖານ, ເລຂາ ໜ່ວຍພັກທີ່ຂື້ນກັບ ຮາກຖານພັກພະແນກສຶກສາທິການແລະ ກິລາແຂວງ ຕະຫລອດເຖີງສະມາຊີກພັກສົມບູນ,ສຳຮອງແລະມະຫາຊົນກ້າວໜ້າເຂົ້າຮ່ວມຈຳນວນ 42 ສະຫາຍ,ຍິງ 39 ສະຫາຍ.

ໃນພິທີ ທ່ານນາງ ວຽງໄຊ ຈັນທະພານິດ ຮອງຜູ້ອໍານວຍການໂຮງຮຽນ ມ.ສ ສະຫວັນ ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ສະຫວັນນະເຂດ ວ່າດ້ວຍການອະນຸມັດ ຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງແລະເລື່ອນສະມາຊີກພັກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນ.ເຊິ່ງມີຈໍານວນ 5 ໜ່ວຍພັກ ຄື:ໜ່ວຍພັກໂຮງຮຽນ ມ.ສ ສະຫວັນ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ 3 ສະຫາຍ,ຍິງ1 ສະຫາຍ; ເລື່ອນຈາກສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນຈຳນວນ 8 ສະຫາຍ,ຍິງ 6 ສະຫາຍ;ໜ່ວຍພັກວິຊາການພະແນກສຶກສາທິການ ແລະ ກິລາແຂວງ ເລື່ອນຈາກສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ 3 ສະຫາຍ,ຍິງ 1 ສະຫາຍ; ໜ່ວຍພັກຂະແໜງບໍລິຫານ ເລື່ອນຈາກສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນຈຳນວນ 3 ສະຫາຍ,ຍິງ 2 ສະຫາຍ; ໜ່ວຍພັກຂະແໜງກິລາກາຍຍະກໍາ ເລື່ອນຈາກສະມາຊິກພັກສໍາຮອງຂື້ນເປັນສະມາຊິກພັກສົມບູນ1 ສະຫາຍ ແລະໜ່ວຍພັກໂຮງຮຽນມ.ສ ຊົນເຜົ່າສະຫວັນນະເຂດເລື່ອນຈາກສະມາຊິກພັກສໍາຮອງຂື້ນເປັນສະມາຊິກພັກສົມບູນ1 ສະຫາຍ; ຈາກນັ້ນສະຫາຍ ປອ ສຸກສົມພອນ ອະໂນໄທ ເລຂາພັກຮາກຖານ,ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດກໍ່ໄດ້ຂື້ນມອບມະຕິຕົກລົງຂອງຄະນະປະຈໍາພັກແຂວງວ່າດ້ວຍການອະນຸມັດ ຮັບສະມາຊີກພັກສໍາຮອງ ແລະ ເລື່ອນສະມາຊີກພັກສໍາຮອງ ຂຶ້ນສົມບູນ ຢ່າງສົມກຽດ.

ພ້ອມທັງໂອ້ລົມຕໍ່ສະມາຊິກພັກ ເຊິ່ງກ່ອນອື່ນທ່ານກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ສະມາຊິກພັກສຳຮອງໃໝ່ ແລະ ສະມາຊິກພັກສົມບູນ ທີ່ໄດ້ສ້າງຄຸນງາມຄວາມດີ ມີຜົນງານດີເດັ່ນ ຕັ້ງໜ້າປະຕິບັດໜ້າທີ່ວຽກງານ ທີ່ຂັ້ນເທີງມອບໝາຍໃຫ້ສຳເລັດ.ຈົນກ້າວມາເປັນສະມາຊິກພັກປະຊາຊົນປະຕິວັດລາວຢ່າງມີກຽດສະຫງ່າ.

ທ່ານຍັງໄດ້ສະແດງຄວາມເປັນຫ່ວງໃຍໃນການປະຕິໜ້າທີ່ວຽກງານຕ່າງໆ ຂອງແຕ່ລະໜ່ວຍພັກ ໂດຍເນັ້ນໜັກໃຫ້ສະມາຊິກພັກ ຈົ່ງຕັ້ງໜ້າປະຕິບັດມະຕິຄຳສັ່ງ ຂອງພັກປະຊາຊົນປະຕິວັດລາວວາງອອກຢ່າງເຂັ້ມງວດ. ເຂົ້າຮ່ວມທຸກຂະບວນການຂົງເຂດວຽກງານຂອງຂະແໜງການສຶກສາ-ກິລາໃຫ້ເປັນຂະບວນ,ຮຽກຮ້ອງໃຫ້ພະນັກງານສະມາຊິກພັກມີຄວາມສາມັກຄີໜັກແໜ້ນເຂັ້ມແຂງ.ດຳລົງຊີວີດປອດໃສຂາວສະອາດ.

ພາບ-ຂ່າວ: ຄຳແພງເພັດ ຂັນຕິວົງ

#Medialaos MMD  #Savannakhet Province

ແຂວງໄຊສົມບູນ ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ

0

ໃນຕອນເຊົ້າຂອງວັນທີ 1 ມິຖຸນາ 2022 ນີ້ ແຂວງໄຊສົມບູນ ໄດ້ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ກໍຄືວັນເດັກນ້ອຍສາກົນ ທີ່ອະນຸສາວະລີຮ່ວມສໍາພັນສູ້ຮົບລາວ-ຫວຽດນາມ ໂດຍການເຂົ້າຮ່ວມ ຂອງສະຫາຍ ພົຕ ວົງສອນ ອິນປານພິມ, ຮອງເລຂາພັກແຂວງ ພ້ອມດ້ວຍຄະນະພັກ-ຄະນະນໍາແຂວງ, ມີທ່ານ ປອ ພຸດ ອິນທະວົງ, ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ພະແນກການ, ອົງການ-ກົມກອງອ້ອມຂ້າງແຂວງ, ເຈົ້າເມືອງອະນຸວົງ ຕະຫຼອດຮອດພະນັກງານ-ລັດຖະກອນ ອ້ອມຂ້າງແຂວງ ພ້ອມດ້ວຍບໍລິສັດ ໂກເອກໂກ, ລັດວິສາຫະກິດ, ບັນດາທະນາຄານສາຂາ ແຂວງໄຊສົມບູນ ແລະ ນ້ອງນ້ອຍເຍົາວະຊົນ ເຂົ້າຮ່ວມ ຢ່າງຫລວງຫຼາຍ.
ໃນພິທີ ສະຫາຍ ພົຕ ວົງສອນ ອິນປານພິມ ໄດ້ລາຍງານກ່ຽວກັບປະຫວັດຄວາມເປັນມາ ຂອງວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ຄົບຮອບ 42 ປີ ( ຄື 1 ມີຖຸນາ 1980- 1 ມີຖຸນາ 2022 ) ແລະ ເປັນການສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ( ຄື 18 ກໍລະກົດ 1977– 18 ກໍລະກົດ 2022 ) ພ້ອມທັງສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ( 1 ກັນຍາ 1962- 1 ກັນຍາ 2022 ).

ສໍາລັບປີ 2022 ນີ້ ມີເບ້ຍໄມ້ທີ່ນໍາມາປູກທັງໝົດ 884 ເບ້ຍ ໃນນັ້ນປະກອບມີເບ້ຍດອກບານແດງ ແລະ ເບ້ຍດອກຄາຍປ່າ ໂດຍໄດ້ຈັດແບ່ງໃຫ້ບັນດາພະແນກການອ້ອມຂ້າງແຂວງ ຮັບຜິດຊອບປູກຢູ່ 4 ຈຸດ ຄື: ຈຸດອະນຸສາວະລີຮ່ວມສຳພັນສູ້ຮົບລາວ-ຫວຽດ, ອະນຸສອນສະຖານປະທານ ໄກສອນ ພົມວິຫານ, ສຳນັກງານປົກຄອງແຂວງ, ລຽບຕາມສອງຝາກທາງ ຖະໜົນໄຊຊະນະ ແລະ ຖະໜົນເພຍຫຼວງ ເພື່ອເປັນໄມ້ປະດັບຕົວເມືອງ, ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ສະຫາຍ ພົຕ ວົງສອນ ອິນປານພິມ ຮອງເລຂາພັກແຂວງ, ໄດ້ໃຫ້ກຽດໂອ້ລົມ ແລະ ກ່າວເປີດພິທີຢ່າງເປັນທາງການ, ຊຶ່ງສະຫາຍ ໄດ້ຕີລາຄາສູງຕໍ່ການກະກຽມ ໃນການປູກຕົ້ນໄມ້ ໃນປີນີ້ ແລະ ກໍເປັນປີແຫ່ງມິດຄະພາບສອງຊາດລາວ-ຫວຽດນາມ ເປັນການເສີມສ້າງສາຍສໍາພັນອັນດີງາມ ຂອງສອງພັກ-ສອງລັດ ໃຫ້ໝັ້ນຄົງຍືນຍາວຕະຫຼອດໄປ, ທັງເປັນການສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 01 ມິຖຸນາ 2022 ເພື່ອເປັນການປູກຈິດສຳນຶກໃຫ້ສັງຄົມ ແລະ ອະນຸຊົນຮຸ່ນສືບທອດຮູ້ຄຸນປະໂຫຍດ, ຮູ້ອະນຸລັກຮັກສາຕົ້ນໄມ້ ແລະ ທັງເປັນການປະກອບສ່ວນໃນການຟື້ນຟູສິ່ງແວດລ້ອມພາຍໃນແຂວງໄຊສົມບູນ ໃຫ້ເຕັມໄປດ້ວຍພື້ນທີ່ປົກຄຸມຂອງປ່າໄມ້ທີ່ດົກໜາ ແລະ ຂຽວງາມຕະຫຼອດປີ.

ຂ່າວ: ນາງ ແກ່ນຈັນ ທໍາມະນີ