Monday, October 13, 2025
Home Blog Page 1045

ສປປ ລາວ ສະເຫລີມສະຫລອງວັນເດັກສາກົນ ເພື່ອສ້າງອານາຄົດທີ່ດີກວ່າເພື່ອເດັກທຸກຄົນ

0

ວັນທີ 1 ມິຖຸນາ 2022 ເພື່ອສະເຫຼີມສະຫຼອງວັນເດັກສາກົນໃນປີນີ້, ລັດຖະບານແຫ່ງ ສປປ ລາວ, ອົງການຢູນີເຊັບ, ຄູ່ຮ່ວມພັດທະນາ ແລະ ເດັກນ້ອຍ ໄດ້ເຕົ້າໂຮມກັນເພື່ອສົ່ງເສີມສິດທິ ແລະ ສະຫວັດດີການຂອງເດັກ ພາຍໃຕ້ຄໍາຂວັນ “ສ້າງອານາຄົດທີ່ດີກວ່າເພື່ອເດັກທຸກຄົນ.” ສປປ ລາວໄດ້ຈັດງານສະເຫລີມສະຫລອງວັນເດັກສາກົນທີ່ຍິ່ງໃຫຍ່ຂຶ້ນ 2 ແຫ່ງຄືຢູ່ນະຄອນຫຼວງວຽງຈັນ ແລະ ແຂວງອັດຕະປື. ຢູ່ນະຄອນຫຼວງວຽງຈັນ ງານສະເຫລີມສະຫລອງວັນເດັກສາກົນໄດ້ຈັດຂຶ້ນຢູ່ບ້ານໜອງຄໍາແສນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍມີມວນຊົນປະມານ 300 ຄົນເຂົ້າຮ່ວມ, ໃນນັ້ນມີທັງເດັກ, ໄວໜຸ່ມ ແລະ ຄະນະຜູ້ແທນລັດຖະບານ ແຫ່ງ ສປປ ລາວ ແລະ ຄູ່ຮ່ວມພັດທະນາ. ການສະເຫຼີມສະຫຼອງເລີ່ມຕົ້ນດ້ວຍການຊົມການສະແດງສິນລະປະຂອງເດັກ. ຈາກນັ້ນເດັກໄດ້ນໍາສະເໜີທັດສະນະ ແລະ ວິໄສທັດຂອງເຂົາເຈົ້າກ່ຽວກັບ 4 ຫົວຂໍ້ທີ່ພົ້ນເດັ່ນເຊັ່ນ ການແຕ່ງງານກ່ອນໄວອັນຄວນ, ການນໍາໃຊ້ສື່ອອນໄລນ໌ທີ່ບໍ່ປອດໄພ, ສິ່ງເສບຕິດ ແລະ ການລະບາດຂອງພະຍາດໂຄວິດ-19. ຈາກນັ້ນໄດ້ມີການປູກເບ້ຍຕົ້ນໄມ້ເພື່ອເປັນສັນຍາລັກຂອງການເບິ່ງແຍງດູແລເດັກ ແລະ ການລົງທຶນໃສ່ເດັກໃນອະນາຄົດ.

ພະນະທ່ານ ສຈ. ປອ. ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທັງເປັນປະທານຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ)  ໄດ້ກ່າວວ່າ “ເດັກນ້ອຍແມ່ນອະນາຄົດຂອງປະເທດ. ຄືກັນກັບເບັ້ຍໄມ້ທີ່ພວກເຮົາກໍາລັງປູກໃນມື້ນີ້, ການລົງທຶນໃສ່ປະຊາກອນຫນຸ່ມນ້ອຍຂອງພວກເຮົາຈະນໍາເອົາຜົນໄດ້ຮັບທີ່ດີມາສູ່ພວກເຮົາໃນອີກຫຼາຍປີຂ້າງຫນ້າ. ຍ້ອນວ່າ ສປປ ລາວ ກໍາລັງຈະຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາພາຍໃນປີ 2026, ພວກເຮົາຕ້ອງສຸມໃສ່ການສ້າງຄວາມເຂັ້ມແຂງໃຫ້ເດັກ ແລະ ຊາວໜຸ່ມ ເພື່ອໃຫ້ເຂົາເຈົ້າເປັນສະມາຊິກຂອງສັງຄົມທີ່ມີປະສິດຕິພາບ ເຊິ່ງພວກເຮົາຈະກ້າວເຂົ້າສູ່ໄລຍະໃໝ່ຂອງການພັດທະນາປະເທດຊາດ,”

ນອກຈາກນີ້, ຍັງໄດ້ຈັດບຸດການສະແດງກິດຈະກໍາຕ່າງໆໂດຍຕົວແທນຂອງເດັກ ແລະ ຊາວໜຸ່ມ ເພື່ອປູກຈິດສໍານຶກກ່ຽວກັບຫົວຂໍ້ຕ່າງໆທີ່ກ່ຽວຂ້ອງກັບເດັກເຊັ່ນ: ການປ້ອງກັນການໃຊ້ຄວາມຮຸນແຮງຕໍ່ເດັກ, ສຸຂະພາບໄວຈະເລີນພັນ, ການຂຶ້ນທະບຽນການເກີດຂອງເດັກ ແລະ ອື່ນໆ. ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ນຳພາບັນດາແຂກ ແລະ ຜູ້ເຂົ້າຮ່ວມທັງຫມົດທ່ຽວຊົມການສະແດງກິດຈະກໍາຕ່າງໆໃນແຕ່ລະບູດ.ພະນະທ່ານ ອິມ ມູຮົງ, ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ເກົາຫຼີ ປະຈຳ ສປປ ລາວ ໄດ້ກ່າວວ່າ “ການສະເຫລີມສະຫລອງວັນເດັກສາກົນມື້ນີ້ ເປັນຕົວຢ່າງທີ່ດີຂອງພວກເຮົາໃນການຮັບຟັງເດັກ ແລະ ໄວໜຸ່ມ ແລະ ເຮັດວຽກຄຽງຂ້າງເຂົາເຈົ້າ. ທັດສະນະຂອງເຂົາເຈົ້າເຮັດໃຫ້ພວກເຮົາມີຄວາມເຂົ້າໃຈທີ່ດີຂຶ້ນກ່ຽວກັບສິ່ງທ້າທາຍທີ່ເຂົາເຈົ້າປະເຊີນຢູ່ ແລະ ຊ່ວຍໃຫ້ພວກເຮົາມີວິທີການແກ້ໄຂທີ່ດີກວ່າ. ລັດ​ຖະ​ບານ ສາທາລະນະລັດ​ເກົາ​ຫຼີ ມີຄວາມຍິນ​ດີ​ເປັນ​ຢ່າງ​ຍິ່ງ​ທີ່​ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ສະເຫລີມສະຫລອງວັນເດັກສາກົນມື້ນີ້ ເພື່ອ​ເປັນ​ສັກ​ຂີ​ພິ​ຍານ​ເຖິງພະ​ລັງ​ແຮງ​ຂອງ​ເດັກ ແລະ ຊາວ​ໜຸ່ມ​ ສປປ ລາວ,”

ງານສະເຫລີມສະຫລອງວັນເດັກສາກົນຢູ່ແຂວງອັດຕະປື ໄດ້ເນັ້ນໃສ່ການໂຄສະນາປ້ອງກັນການແຕ່ງງານກ່ອນໄວອັນຄວນ ເພາະມັນຍັງເປັນບັນຫາໜຶ່ງທີ່ພົ້ນເດັ່ນ. ​ໃນ​ອາທິດ​ທີ່​ຜ່ານ​ມາ, ​ເດັກ ແລະ ຊາວໜຸ່ມໄດ້ປຶກສາຫາລືກັນກ່ຽວ​ກັບ​ບັນຫາ​ດັ່ງກ່າວ, ກ່ອນ​ທີ່​ເຂົາເຈົ້າຈະ​ນຳ​ສະເໜີ​ທັດສະນະ ແລະ ​ຂໍ້​ສະ​ເໜີ​ແນະຂອງເຂົາເຈົ້າ​ຕໍ່​ເຈົ້າ​ໜ້າ​ທີ່​ພາກລັດ ​ແລະ ຜູ້​ແທນ​ທີ່​ເຂົ້າຮ່ວມໃນງານ. ໃນງານສະເຫລີມສະຫລອງດັ່ງກ່າວ ໄດ້ມີການ​ສະ​ແດງ​ຟ້ອນ​ພື້ນ​ເມືອງ, ລະ​ຄອນກ້ອມ, ຮ້ອງ​ເພງ, ມີງານ​ວາງສະ​ແດງ​ຊຸດ​ອາພອນ​ຂອງ​ເດັກເຜົ່າຕ່າງໆ ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມາດ​ດ້ານ​ສິລະ​ປະ ​ແລະ ​ວັດທະນະທຳຂອງເດັກ, ໂດຍມີ​ແຂກ​ເກືອບ 400 ຄົນເຂົ້າຮ່ວມຊົມການສະແດງ.

ພະນະທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານສະຫະພັນແມ່ຍິງລາວ ແລະ ຮອງປະທານຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ໄດ້ກ່າວວ່າ “ງານສະເຫລີມສະຫລອງວັນເດັກສາກົນມື້​ນີ້ ​ເຕືອນ​ພວກ​ເຮົາ​ກ່ຽວ​ກັບການໃຫ້​ຄວາມ​ສໍາ​ຄັນ​ຕໍ່​ເດັກ​ກ່ອນອື່ນໝົດ. ພວກເຮົາຕ້ອງສືບຕໍ່ເຮັດວຽກຮ່ວມກັນເພື່ອຮັບປະກັນວ່າຄອບຄົວ ແລະ ເດັກໄດ້ຮັບການປົກປ້ອງຈາກຄວາມຮຸນແຮງ ແລະ ການປະຕິບັດອື່ນໆທີ່ເປັນອັນຕະລາຍ. ເດັກ​ທຸກ​ຄົນ​ຄວນ​ມີ​ໄວ​ເດັກ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ ​ແລະ​ ການ​ດູ​ແລ. ຄຊກມດ ຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງອົງການ ຢູນິເຊັບ ແລະ ບັນດາຄູ່ຮ່ວມພັດທະນາທີ່ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງໃນການປົກປ້ອງ ແລະ ຊ່ວຍເຫຼືອເດັກນ້ອຍລາວ, ລວມທັງເດັກທີ່ມີຄວາມສ່ຽງທີ່ສຸດ.”

ໃນ​ໄລຍະ​ສອງ​ປີ​ຜ່ານ​ມາ, ການ​ລະບາດຂອງພະຍາດ​ໂຄ​ວິດ-19 ​ໄດ້​ສົ່ງ​ຜົນ​ກະທົບຕໍ່ທົ່ວໂລກ.​ ຢູ່ ສປປ ລາວ, ຄອບຄົວນັບບໍ່ຖ້ວນໄດ້ປະເຊີນກັບສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ. ການແຜ່ລະບາດຂອງພະຍາດດັ່ງກ່າວເຮັດໃຫ້ການປະຕິບັດທີ່ເປັນອັນຕະລາຍເພີ່ມຂຶ້ນເຊັ່ນ ການແຕ່ງງານກ່ອນໄວອັນຄວນ ແລະ ການໃຊ້ແຮງງານເດັກ ເຊິ່ງໃຊ້ເປັນວິທີການຕໍ່ສູ້ກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດໃນຄອບຄົວ.ການປິດໂຮງຮຽນໃນທົ່ວປະເທດ ໄດ້ເປັນສິ່ງກີດຂວາງການຮຽນຮູ້ຂອງເດັກ ແລະ ເປັນໄພຂົ່ມຂູ່ຕໍ່ສຸຂະພາບຈິດຂອງເຂົາເຈົ້າ, ຄຽງຄູ່ກັນນັ້ນ, ຜົນກະທົບທີ່ມີຕໍ່ການບໍລິການດ້ານສຸຂະພາບ ແລະ ສັງຄົມ ກໍເຮັດໃຫ້ຜູ້ທຸກຍາກຂາດເຂີນມີຄວາມສ່ຽງຫຼາຍຂຶ້ນກວ່າເກົ່າ.

ແນວໃດກໍ່ຕາມ, ພາຍໃຕ້ການຊີ້ນຳໆພາຂອງລັດຖະບານ ສປປ ລາວ, ໄດ້ມີການເປີດປະເທດຄືນໃໝ່ໂດຍມີມາດຕະການຄວາມປອດໄພຢ່າງພຽງພໍເພື່ອປົກປ້ອງປະຊາຊົນລາວ. “ເມື່ອພວກເຮົາກ້າວໄປສູ່ໂລກຫຼັງການລະບາດຂອງພະຍາດໂຄວິດ, ພວກເຮົາຕ້ອງຮັບປະກັນວ່າເດັກ ແລະ ພໍ່ແມ່ມີຄວາມຮູ້ ແລະ ທັກສະທີ່ຈຳເປັນເພື່ອຮັບມືກັບສິ່ງທ້າທາຍ ແລະ ສາມາດນໍາໃຊ້ທ່າແຮງຂອງເຂົາເຈົ້າໄດ້ຢ່າງເຕັມສ່ວນ.ວັນເດັກສາກົນເປັນໂອກາດອັນດີທີ່ຈະທົບທວນການຈັດຕັ້ງປະຕິບັດບັນດາຄໍາຫມັ້ນໝາຍຂອງພວກເຮົາເພື່ອສ້າງອະນາຄົດທີ່ດີຂຶ້ນສໍາລັບເດັກທຸກຄົນ, ຜູ້ທີ່ຈະເປັນຜູ້ນໍາຂອງໂລກພວກເຮົາໃນອະນາຄົດ” ກ່າວໂດຍ ທ່ານນາງ ບີອາເຕ ດາສ໌ເທວ (Beate Dastel), ວ່າການແທນ ຜູ້ຕາງຫນ້າອົງການ ຢູນິເຊັບ ປະຈໍາ ສປປ ລາວ.

ງານສະເຫລີມສະຫລອງວັນເດັກສາກົນ​ດັ່ງກ່າວ​ ແມ່ນ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ອົງການ ຢູນິເຊັບ, ອົງການ​ຮ່ວມ​ມື​ສາກົນຂອງ​ສາທາລະນະລັດ​ເກົາຫຼີ (KOICA), ອົງການ ChildFund ​ແລະ ລັດຖະບານປະເທດອົດ​ສະ​ຕາ​ລີ ຜ່ານກະຊວງ​ການ​ຕ່າງປະ​ເທດ ​ແລະ ການ​ຄ້າຂອງປະເທດອົດ​ສະ​ຕາ​ລີ (DFAT).

ຮອງປະທານສະພາປະຊາຊົນແຂວງ ລົງເຄື່ອນໄຫວຕິດຕາມກວດກາ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຢູ່ເມືອງອາດສະພອນ

0

ໃນຕອນເຊົ້າວັນທີ 6 ມິຖຸນາ 2022 ນີ້, ທ່ານ ນາງ ພູທອນ ແກ້ວພູວົງ ຮອງປະທານສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ພ້ອມພາກສ່ວນທີ່ກ່ຽວຂ້ອງທີ່ມາຈາກແຂວງ ໄດ້ລົງຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ແກ້ໄຂບັນຫາຢາເສບຕິດ ພາຍໃນເມືອງອາດສະພອນ.

ໂອກາດດັ່ງກ່າວ ທ່ານ ນາງ ບຸນທະລັງສີ ຄຳມະນີວົງ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງອາດສະພອນ ກໍ່ໄດ້ຂຶ້ນຜ່ານບົດລາຍງານ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດໃນໄລຍະ ປີ 2021-2023 ,ໃນໄລຍະ 03 ເດືອນຜ່ານມາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ທີ່ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຕາມ 05 ວຽກຈຸດສຸມ ແລະ 14 ມາດຕະການ ຕາມມະຕິ 04/ສພຊ ໃນການຈັດຕັ້ງປະຕິບັດແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ການຜະລິດກະສິກຳເພື່ອທົດແທນການນຳເຂົ້າ ແລະ ການສົ່ງອອກ ;ເມືອງອາດສະພອນໄດ້ເລັ່ງໃສ່ ຊຸກຍູ້ການຜະລິດດ້ານກະສິກຳ ປູກຝັງ-ລ້ຽງສັດ ເພື່ອຕອບສະໜອງໃນການທົດແທນການນຳເຂົ້າ.

ໃນໂອກາດດັ່ງກ່າວນີ້ກໍ່ໄດ້ຮັບຟັງຄຳໂອ້ລົມຂອງທ່ານ ນາງ ພູທອນ ແກ້ວພູວົງ ຮອງປະທານສະພາປະຊາຊົນແຂວງຕື່ມ ຕໍ່ກັບໜ້າວຽກທີ່ຍັງຄົງຄ້າງ ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນ ເປັນເຈົ້າການໃນການຈັດຕັ້ງປະຕິບັດ, ຊຸກຍູ້ສົ່ງເສີມ, ນຳເອົາເນື້ອໃນດັ່ງກ່າວໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

ຂ່າວ-ພາບ: ຫ້ອງການ ຖວທ ເມືອງ

#Medialaos MMD  #Savannakhet Province

ອົງການຢູນີເຊັບ ແລະ ອົງການກອຍກ້າ ເສີມສ້າງຄວາມອາດສາມາດຂອງບຸກຄະລາກອນສັງຄົມສົງເຄາະຂອງ ສປປ ລາວ ໃນການສະໜັບສະໜູນດ້ານຈິດຕະສັງຄົມໃຫ້ແກ່ເດັກນ້ອຍ ແລະ ຄອບຄົວ.

0

ເພື່ອສ້າງຄວາມເຂັ້ມແຂງໃນການໃຫ້ການຊ່ວຍເຫຼືອເບື້ອງຕົ້ນດ້ານຈິດຕະສາດ (PFA) ແລະ ການສະໜັບສະໜູນດ້ານສຸຂະພາບຈິດ ແລະ ຈິດຕະສັງຄົມ (MHPSS) ໃນ ສປປ ລາວ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ກຊ ຮສສ) ໂດຍການສະໜັບສະໜູນຈາກ ອົງການຢູນິເຊັບ ແລະ ອົງການກອຍກ້າ, ໄດ້ຊ່ວຍເສີມສ້າງຂີດຄວາມສາມາດໃຫ້ແກ່ບຸກຄະລາກອນສັງຄົມສົງເຄາະທາງດ້ານ ການຊ່ວຍເຫຼືອເບື້ອງຕົ້ນດ້ານຈິດຕະສາດ ແລະ ການສະໜັບສະໜູນດ້ານສຸຂະພາບຈິດ ແລະ ຈິດຕະສັງຄົມ ນັບຕັ້ງແຕ່ປີ 2021. ການຮ່ວມມືນີ້ເປັນສ່ວນໜຶ່ງຂອງ “ແຜນງານສ້າງຄວາມເຂັ້ມແຂງເພື່ອຮັບມືກັບດິນຟ້າອາກາດແບບປະສົມປະສານຢູ່ ແຂວງອັດຕະ ປື, 2019-2023” ເເລະ ໄດ້ຊ່ວຍສະໜັບສະໜູນການສ້າງ ແລະ ເປີດຕົວນໍາໃຊ້ ປື້ມຄູ່ມືໃຫ້ການຊ່ວຍເຫຼືອເບື້ອງຕົ້ນດ້ານ ຈິດຕະສາດ ແລະ ການສະໜັບສະໜູນດ້ານສຸຂະພາບຈິດ ແລະ ຈິດຕະສັງຄົມ ແຫ່ງຊາດ ຄັ້ງທໍາອິດ ແລະ ຍັງໃຫ້ການສະໜັນສະໜູນການຝຶກອົບຮົມໃນຂັ້ນສູນກາງ ແລະ ຂັ້ນແຂວງອີກດ້ວຍ. ພ້ອມດຽວກັນນັ້ນ, ຍັງໄດ້ສ້າງ ແລະ ເຜີຍແຜ່ ຄໍາແນະນໍາກ່ຽວກັບ ສຸຂະພາບຈິດ ແລະ ຈິດຕະສັງຄົມ ສໍາລັບເດັກ, ໄວໜຸ່ມ ແລະ ພໍ່ແມ່ ເພື່ອໃຫ້ຊຸມຊົນມີຄວາມເຂົ້າໃຈຫຼາຍ ຂຶ້ນກ່ຽວກັບ ການເປັນຢູ່ທີ່ດີດ້ານຈິດໃຈເຊັ່ນດຽວກັນ. ໃນເດືອນ ກໍລະກົດ 2021, ກຊ ຮສສ ໄດ້ຈັດການຝຶກອົບຮົມຄູຝຶກ ກ່ຽວກັບວຽກງານ PFA ເເລະ MHPSS ເຊີ່ງໄດ້ເຂົ້າຮ່ວມໂດຍ 27 ຄົນ (ຍິງ 19 ຄົນ ເເລະ ຊາຍ 8 ຄົນ) ຈາກຂະແໜງການຕ່າງໆ, ລວມທັງ ສະຫວັດດີການສັງຄົມ, ສາທາ, ສຶກສາ, ສູນກາງສະຫະພັນແມ່ຍິງລາວ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມະຫາວິທະຍາໄລແຫ່ງຊາດ ແລະ ອົງການຈັດຕັ້ງທາງສັງຄົມ. ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບ ພາລະບົດບາດ ແລະ ໜ້າທີ່ຂອງເຂົາເຈົ້າໃນການລະບຸ ແລະ ຮັບມືກັບຄວາມຕ້ອງການທາງດ້ານຈິດຕະສັງຄົມຂອງ ເດັກ ແລະ ຜູ້ຍິງທີ່ມີຄວາມສ່ຽງໃນເຫດການວິກິດ ແລະ ທັງໄດ້ຊ່ວຍອໍານວຍຄວາມສະດວກໃນການຝຶກອົບຮົມໃຫ້ແກ່ແຂວງ ໄຊຍະບູລີ, ອັດຕະປື ແລະ ຊຽງຂວາງ. ຕັ້ງແຕ່ເດືອນສິງຫາ ປີ 2021, ໄດ້ມີບຸກຄະລາກອນສັງຄົມສົງເຄາະຈໍານວນ 132 ຄົນ (ຍິງ 54 ຄົນ ເເລະ ຊາຍ 78 ຄົນ) ທີ່ໄດ້ຮັບການຝຶກອົບຮົມຢ່າງສຳເລັດ.

“ການຝຶກອົບຮົມຄັ້ງນີ້ໄດ້ຍົກໃຫ້ເຫັນບັນດາຕົວຢ່າງ, ກໍລະນີປະຕິບັດ ແລະ ຄໍາແນະນໍາທີ່ເປັນປະໂຫຍດສໍາລັບນັກສັງຄົມສົງເຄາະ ແຖວໜ້າໃນການໃຫ້ຄວາມຊ່ວຍເຫຼືອເບື້ອງຕົ້ນດ້ານຈິດຕະສາດ ແລະ ການສະໜັບສະໜູນດ້ານສຸຂະພາບຈິດ ແລະ ຈິດຕະສັງຄົມ ທີ່ຫຼາກຫຼາຍທີ່ສາມາດຕອບສະໜອງຄວາມຕ້ອງການຂອງຄົນທີ່ຖືກຜົນກະທົບ, ຈາກຮູບແບບໃຫ້ການຊ່ວຍເຫຼືອແບບສຸກເສີນສູ່ການຟື້ນຟູ ແລະ ສ້າງຄວາມອາດສາມາດໃນການດັດປັບໄດ້ໃນໄລຍະຍາວ,” ກ່າວໂດຍ ທ່ານ ຄໍາສຸກ ສົມພາວົງ, ຮອງຫົວໜ້າພະແນກປົກປ້ອງ ແລະ ຊ່ວຍເຫຼືອເດັກ, ກົມສັງຄົມສົງເຄາະ ຂອງ ກຊ ຮສສ.

ໜຶ່ງໃນຜູ້ເຂົ້າຮ່ວມຝຶກອົບຮົມທີ່ຈັດຂຶ້ນຢູ່ ແຂວງ ຊຽງຂວາງ ໃນເດືອນ ເມສາ ປີ 2022 ນັ້ນເເມ່ນ ທ່ານ ພອນໄຊ ແສງພະຈັນ, ຕົວແທນຈາກ ຫ້ອງການຊາວໜຸ່ມເມືອງ ຂອງ ແຂວງ ຊຽງຂວາງ. ທ່ານໄດ້ກ່າວວ່າ:

“ຂ້າພະເຈົ້່າໄດ້ເຮັດວຽກກັບຊຸມຊົນມາເປັນເວລາ 10 ປີ ເເລະ ສິ່ງທ້າທາຍທີ່ພວກເຮົາໄດ້ພົບພໍ້ສະເໜີກໍຄື ການໂອ້ລົມນໍາຊຸມຊົນກ່ຽວກັບສຸຂະພາບຈິດ. ໃນການຝຶກອົບຮົມຄັ້ງນີ້, ຂ້າພະເຈົ້າໄດ້ຮຽນຮູ້ຫຼາຍຢ່າງກ່ຽວກັບການເຂົ້າເຖິງຜູ້ລອດຊີວິດ ແລະ ຄໍາແນະນໍາທີ່ສໍາຄັນກ່ຽວກັບການສື່ສານ, ຂ້າພະເຈົ້າຈະນໍາເອົາຄວາມຮູ້ເຫຼົ່ານີ້ໄປແບ່ງປັນໃຫ້ກັບເພື່ອນຮ່ວມງານ”. ຄູ່ມືຝຶກອົບຮົມຍັງໄດ້ຖືກຮັບຮອງ ແລະ ຖືກດັດປັບເພື່ອນໍາໃຊ້ໂດຍ ກະຊວງ ສຶກສາທິການ ແລະ ກິລາ ແລະ ການຝຶກອົບຮົມການໃຫ້ຄໍາປຶກສາຂອງ ມະຫາວິທະຍາໄລແຫ່ງຊາດ. ອີງໃສ່ບົດຮຽນທີ່ຖອດຖອນໄດ້ ແລະ ຜົນໄດ້ຮັບທີ່ດີຈາກຜູ້ເຂົ້າຮ່ວມຝຶກອົບຮົມ, ກຊ ຮສສ ແລະ ອົງການ ຢູນິເຊັບ ໄດ້ວາງແຜນເພື່ອຂະຫຍາຍການຝຶກອົບຮົມກ່ຽວກັບ PFA ແລະ MHPSS ໃຫ້ທົ່ວທຸກແຂວງ ໃນ ສປປ ລາວ. “ຈາກເຫດການສຸກເສີນນໍ້າຖ້ວມຢູ່ແຂວງ ອັດຕະປື ໃນປີ 2018 ແລະ 2019 ແລະ ການແຜ່ລະບາດຂອງພະຍາດໂຄວິດ-19, ເຮັດໃຫ້ຄວາມຕ້ອງການ ການບໍລິການ ສະໜັບສະໜູນທາງດ້ານສຸຂະພາບຈິດ ແລະ ຈິດຕະສັງຄົມທີ່ດີເພີ່ມຂຶ້ນໃນ ສປປ ລາວ. ອົງການ ຢູນິເຊັບ ມີຄວາມພູມໃຈເປັນຢ່າງຍິ່ງທີ່ໄດ້ສະໜັບສະໜູນການສ້າງຂີດຄວາມສາມາດໃຫ້ແກ່ພະນັກງານສັງຄົມສົງເຄາະ ໃນການໃຫ້ການບໍລິການຊ່ວຍເຫຼືອຊີວິດຂອງປະຊາຊົນທີ່ມີຄວາມຕ້ອງການ.” ກ່າວໂດຍ ທ່ານ ນາງ Young Joo Lee, ຮັກສາການແທນ ຫົວໜ້າ ພະແນກປົກປ້ອງເດັກ, ອົງການຢູນິເຊັບ ປະຈໍາ ສປປ ລາວ.

#ພາບ-ຂ່າວ:Somsavanh Ounthavy, Karen Ho

ພິທີມອບ ຜູ້ກະທໍາຜິດ ທີ່ເຂົ້າມາລັກລອບຂຸດຄົ້ນແຮ່ທາດ (ແຮ່ຄໍາ) ຢູ່ແຂວງໄຊສົມບູນ ໃຫ້ແກ່ອໍານາດການປົກຄອງ ແລະ ຍາດພີ່ນ້ອງ ເພື່ອກັບຄືນສູ່ເຮືອນຊານ

0

ໃນຕອນເຊົ້າຂອງວັນທີ 2 ມີຖຸນາ 2022 ນີ້ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງໄຊສົມບູນ ຈັດພິທີມອບຜູ້ກະທໍາຜິດ ທີ່ເຂົ້າມາລັກລອບຂຸດຄົ້ນແຮ່ທາດ (ແຮ່ຄໍາ) ແບບບໍ່ຖືກຕ້ອງຕາມກົດໝາຍ ໃຫ້ແກ່ອໍານາດການປົກຄອງ ແລະ ຍາດພີ່ນ້ອງ ເພື່ອຮັບເອົາຜູ້ກະທໍາຜິດກັບຄືນເຮືອນຊານ. ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ພັອ ອິນປັນ ຍາດຕິວົງ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງໄຊສົມບູນ, ທ່ານ ແສງເດືອນ ໄຊຍະເດັດ ຮອງຫົວໜ້າຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫົງບແຂວງ ແລະ ທ່ານ ສີພອນ ວັນນະວົງ ຫົວໜ້າພະແນກເສນາ ກອງພັນໃຫຍ່ 101, ມີຕາງໜ້າອໍານາດການປົກຄອງແຂວງຊຽງຂວາງ ຕະຫຼອດຮອດຍາດພີ່ນ້ອງ ແລະ ຜູ້ກະທໍາຜິດ ເຂົ້າຮ່ວມ.

ຊຶ່ງຜູ້ກະທໍາຜິດ ທີ່ເຂົ້າມາລັກລອບຂຸດຄົ້ນແຮ່ທາດ (ແຮ່ຄໍາ) ແບບບໍ່ຖືກຕ້ອງຕາມກົດໝາຍ ຢູ່ເຂດຍອດນໍ້າເວ້ ບ້ານນໍ້າຍອນ ເມືອງອະນຸວົງ ແຂວງໄຊສົມບູນ ໃນຄັ້ງນີ້ ມີທັງໝົດ ຈໍານວນ 17 ຄົນ. ໃນນັ້ນແມ່ນມາຈາກ ແຂວງຊຽງຂວາງ, ແຂວງຫຼວງພະບາງ, ແຂວງບໍລິຄໍາໄຊ ແລະ ຢູ່ພາຍໃນແຂວງໄຊສົມບູນ ໂດຍຕໍ່ກັບການກະທໍາດັ່ງກ່າວ ແມ່ນໄດ້ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລຽບຮຽບຮ້ອບໃຫ້ແຂວງໄຊສົມບູນ ພ້ອມທັງຍັງສ້າງຄວາມສິ້ນເປືອງທາງດ້ານງົບປະມານໃນການແກ້ໄຂວຽກງານ. ນອກນັ້ນ ຖ້າຫາກມີກໍລະນີເກີດອຸປະຕິເຫດຕ່າງໆ ອາດຈະສົ່ງຜົນເຖິງສຸຂະພາບ, ຊີວິດ, ຊັບສິນຂອງພວກກ່ຽວ ແລະ ຂອງລັດ ຊຶ່ງເປັນການກະທໍາ ທີ່ຜິດຕໍ່ປະມວນກົດໝາຍອາຍາ, ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ແລະ ກົດໝາຍວ່າດ້ວຍແຮ່ທາດ. ໂອກາດດັ່ງກ່າວ ທ່ານ ພັອ ອິນປັນ ຍາດຕິວົງ ໄດ້ມີຄໍາເຫັນໂອ້ລົມ ເພື່ອເປັນການສຶກສາອົບຮົມ ຜູ້ກະທໍາຜິດ ທີ່ເຂົ້າມາລັກລອບຂຸດຄົ້ນແຮ່ທາດ (ແຮ່ຄໍາ) ແບບບໍ່ຖືກຕ້ອງຕາມກົດໝາຍ ຢູ່ແຂວງໄຊສົມບູນ ໂດຍທ່ານໄດ້ຍົກເອົາບັນດາກົດໝາຍຕ່າງໆ ທີ່ຕິດພັນກັບວຽກງານດັ່ງກ່າວ ມາເຜີຍແຜ່ເຊື່ອມຊຶມ ເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້, ເຂົ້າໃຈ ຢ່າງເລິກເຊິ່ງ ຕໍ່ແນວທາງນະໂຍບາຍ ຂອງພັກ ແລະ ລະບຽບກົດໝາຍຂອງລັດ ພ້ອມນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ຜູ້ກະທໍາຜິດດັ່ງກ່າວ ຈົ່ງເອົາໃຈໃສ່ປັບປຸງຕົນເອງ ໄປໃນທາງທີ່ດີ ກໍຄືການທໍາມາຫາກິນ ດ້ວຍອາຊີບທີ່ສຸດຈະລິດ ບໍ່ຜິດຕໍ່ລະບຽບກົດໝາຍຂອງບ້ານເມືອງ ເພື່ອຫັນເຂົ້າສູ່ການກະທໍາທີ່ຖືກຕ້ອງຕາມລະບຽບຫຼັກການ ແນໃສ່ຮັບປະກັນ ໃຫ້ສັງຄົມມີຄວາມສະ ຫງົບ ແລະ ເປັນລະບຽບຮຽບຮ້ອຍ ຢ່າງໜັກແໜ້ນ.

ບ.ກ: ຄໍາສາວ ເລືອງຄໍາທິບ

ຂ່າວ: ພາພອນ ນະວົງໄຊ

ວາງສີລາລຶກກໍ່ສ້າງອາຣາມ ແລະ ພະທາດໃໝ່ ວັດບ້ານວັງຊຽງ ເມືອງໂພນທອງ

0

ວັນທີ 8 ມິຖຸນາ 2022 ຢູ່ເດີ່ນວັດບ້ານວັງຊຽງ ເມືອງໂພນທອງ ແຂວງຫຼວງພະບາງ ໄດ້ຈັດພິທີວາງສີລາລືກການກໍ່ສ້າງວັດໃໝ່ ເມືອງໂພນທອງ,ໂດຍມີສາທຸໃຫຍ່ ອ່ອນແກ້ວ ກິດຕິພັດໂທ ປະທານ ອົງການພຸດທະສາສະໜາລາວ ແຂວງຫຼວງພະບາງ, ມີຄະນະພະສົງ-ສຳມະເນນຈາກແຂວງ ພ້ອມດ້ວຍ ພະສົງ-ສຳມະເນນພາຍໃນວັດ ເຂົ້າຮ່ວມ 14 ຕົນ,ໃຫ້ກຽດເຂົ້າຮ່ວມມີທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກົມການເມືອງສູນກາງພັກ, ອາດີດຮອງນາຍຍົກລັດຖະມົນຕີ ແຫ່ງ ສປປລາວ ພ້ວມດ້ວຍຄອບຄົວ,ທ່ານ ສຸກັນບຸນຍົງ ຮອງເລຂາພັກເເຂວງ ປະທານຄະນະກຳມະການແນວລາວສ້າງຊາດ ແຂວງ,ທ່ານ ບຸນຈັນ ປານຟອງເພັດ ເຈົ້າເມືອງ ພ້ອມດ້ວຍຄະນະນຳຂອງເມືອງ ຕະຫຼອດຮອດປະຊາຊົນ ຊາວພຸດທະສາສະນິກະຊົນ ເມືອງ ໂພນທອງ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນເວລາ 6 ໂມງເຊົ້າ ໄດ້ມີການຮ່ວມກັນທຳບຸນໃສ່ບາດ ແລະ ຖວາຍວັດຖຸປັດໃຈ ແດ່ພະສົງ-ສໍາມະເນນຢູ່ວັດຫຼັງເກົ່າ, ຈາກນັ້ນກໍ່ໄດ້ພ້ອມກັນເຂົ້າຮ່ວມພິທີວາງສີລາເລີກຢູ່ເດີນວັດຫຼັງໃໝ່.

ທ່ານ ອານຸສິດ ຄັດຕິຍະລາດ ຕາງໜ້າບໍລິສັດ ອານຸສິດ ສຳຫຼວດອອກແບບ-ກໍ່ສ້າງ ກໍ່ໄດ້ລາຍງານກ່ຽວກັບການກໍ່ສ້າງວັດເມືອງໂພນທອງ ຄັ້ງນີ້ ໃນເນື້ອທີ່ປະມານ 860 ແມັດ ແລະເລີ່ມລົງມືການກໍ່ສ້າງຕັ້ງແຕ່ ວັນທີ 26 ພຶດສະພາ 2022 ເປັນຕົ້ນມາ,ປະກອບມີ ອາຣາມ 1 ຫຼັງ ແລະພະທາດ.ລວມູນຄ່າທັງໝົດແມ່ນ 1.359.748. 684 ກີບ. ຄາດວ່າຈະໃຫ້ສໍາເລັດຕົ້ນເດືອນ ກຸມພາ ປີ 2023.

ຈາກນັ້ນເຈົ້າສັດທາຫຼັກທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດຮອງນາຍຍົກລັດຖະມົນຕີ ແຫ່ງ ສປປລາວ ກໍ່ໄດ້ມີຄຳເຫັນ ເຊິ່ງທ່ານກ່າວວ່າ: ການກໍ່ສ້າງອາຣາມວັດ ແລະພະທາດຄັ້ງນີ້ ເປັນການປົກປັກຮັກສາພຸດທະສາສະໜາ,ວັດທະນະທໍາອັນດີງາມຂອງຊາດ ກໍຄືຂອງເມືອງໂພນທອງ ເພື່ອໃຫ້ເປັນບ່ອນເຕົ້າໂຮມຄວາມສາມັກຄີ ແລະທັງເປັນການສືບທອດຮີດຄອງປະເພນີອັນດີງາມ ແລະລໍ້າຄ່າຂອງຊາດລາວ ເວົ້າລວມເວົ້າສະເພາະແມ່ນຊາວເມືອງໂພນທອງ ໃຫ້ຢູ່ຄູ່ຊາວເມືອງໂພນທອງຕະຫຼອດໄປ.

ໂອກາດດັ່ງກ່າວນີ້ທ່ານ ບຸນຈັນ ປານຟອງເພັດ ເຈົ້າເມືອງໆໂພນທອງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ເຈົ້າສັດທາ ແລະຜູ້ມີໃນເຫຼື້ອມໃສສັດທາ ທີ່ພ້ອມກັນ ສະໜັບສະໜູນ ແລະອະນຸລັກ ມໍລະດົກອັນລໍ້າຄ່າຄັ້ງນີ້.

ຫຼັງຈາກນັ້ນ ກໍ່ໄດ້ເຂົ້າສູ່ພິທີທາງສາດສະໜາ ໂດຍໄດ້ຮ່ວມກັນຮັບຟັງການສູດມຸງຄຸນ, ເທດສະຫຼອງ 1 ກັນ,ທັງລັ່ນຄ້ອງ 9 ບາດ ແລະພ້ອມກັນປຸກເສົາໄຊ ຮ່ວມກັນວາງສີລາລຶກ ເພື່ອເປັນສິລິມຸງຄຸນ ແລະຮັບພອນຈາກສາທຸ ອ່ອນແກ້ວ ກິດຕິພັດໂທ ປະທານ ອົງການພຸດທະສາສະໜາ ແຂວງຫຼວງພະບາງ ພ້ອມທັງຢາດນໍ້າ ເພື່ອຄວາມເປັນສີລິມຸງຄຸນແກ່ຕົນອີກດ້ວຍ.

ຂ່າວ: ນັກຂ່າວເມືອງໂພນທອງ

#Medialaos MMD  #Luangprabang Province

ພິທີເປີດນຳໃຊ້ເວັບໄຊທ໌ ພະແນກແຜນການ ແລະ ການລົງທຶນ ແຂວງໄຊສົມບູນ

0

ພະແນກແຜນການ ແລະ ການລົງທຶນ ແຂວງໄຊສົມບູນ ໄດ້ຈັດພິທີ ເປີດນຳໃຊ້ເວັບໄຊທ໌ ພະແນກແຜນການ ແລະ ການລົງທຶນ ແຂວງໄຊສົມບູນ ( www.dpl-gov.la ) ຂຶ້ນ ໃນຕອນເຊົ້າຂອງວັນທີ 2 ມີຖຸນາ 2022 ນີ້ ທີ່ ຫ້ອງປະຊຸມຫ້ອງວ່າການ ແຂວງ ໂດຍການເປັນປະທານຂອງທ່ານ ພູພັດ ສິງທາວົງໄຊ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງ ພ້ອມດ້ວຍບັນດາພະແນກການທີ່ກ່ຽວຂ້ອງອ້ອມຂ້າງແຂວງ ຕະຫຼອດຮອດພະນັກງານ-ວິຊາການ ພາຍໃນພະແນກເຂົ້າຮ່ວມ.

ໃນພິທີທ່ານ ພູພັດ ສິງທາວົງໄຊ ໄດ້ກ່າວຈຸດປະສົງໃນການສ້າງເວັບໄຊທ໌ ໃນຄັ້ງນີ້ ຊຶ່ງໃນປັດຈຸບັນເວັບໄຊທ໌ ໄດ້ກາຍເປັນສື່ທີ່ມີຄວາມສຳຄັນ ທີ່ມີບົດບາດຫຼາຍໃນການໂຄສະນາ ແລະ ປະຊາສຳພັນ ເນື່ອງຈາກຄຸນສົມບັດທີ່ສາມາດນຳສະເໜີ, ເຜີຍແຜ່ຂໍ້ມູນຂ່າວສານໄດ້ຢ່າງວ່ອງໄວ ທັງເລື່ອງໄລຍະທາງ ແລະ ເວລາ ຊຶ່ງສາມາດເປີດເຂົ້າເບີ່ງໄດ້ຕະຫຼອດ 24 ຊົ່ວໂມງໄດ້ ( ຖ້າຫາກມີອິນເຕີເນັດ ) ບໍ່ວ່າຈະຢູ່ສ່ວນໃດມູນໃດຂອງໂລກ ດ້ວຍຂໍ້ດີດັ່ງກ່າວ ຫຼາຍອົງການບໍ່ວ່າຈະເປັນທັງພາກລັດ ແລະ ເອກະຊົນ ຫຼື ບຸກຄົນທົ່ວໄປ ຕ່າງກໍມີຄວາມຕ້ອງການພັດທະນາເວັບໄຊທ໌ຂອງຕົນເອງຂຶ້ນ ເພື່ອເປັນຊ່ອງທາງໃນການເຜີຍແຜ່ຂໍ້ມູນຂ່າວສານ ໄປສູ່ກຸ່ມເປົ້າໝາຍເພື່ອປະຊາສຳພັນ, ເຜີຍແຜ່ອົງກອນໃຫ້ເປັນທີ່ຮູ້ຈັກ ແລະ ລວມໄປເຖິງເປັນບ່ອນສູນລວມການຈັດເກັບຂໍ້ມູນຂ່າວສານເປັນຈຸດດຽວກັນ ດັ່ງນັ້ນ ພະແນກແຜນການ ແລະ ການລົງທຶນ ແຂວງໄຊສົມບູນ ຈຶ່ງໄດ້ສ້າງເວັບໄຊທ໌ ( www.dpl-gov.la ) ເພື່ອຈັດເກັບຂໍ້ມູນ, ເຜີຍແຜ່ຂໍ້ມູນຂ່າວສານ, ບັນດານິຕິກຳຕ່າງໆ ແລະ ຂໍ້ມູນສະຖິຕິທາງການທີ່ເປັນມາດຕະຖານສາກົນ.

ຊຶ່ງຈຸດປະສົງຫຼັກຂອງເວັບໄຊທ໌ ມີໜ້າທີນຳສະເໜີຂໍ້ມູນຕ່າງໆ ຜ່ານຄອມພິວເຕີ ໂດຍອາໄສການເຊື່ອມຕໍ່ຈາກເຄື່ອຂ່າຍອິນເຕີເນັດ ຈະມີໜ້າເວັບໄຊທ໌ຫຼາຍໆໜ້າ ຊຶ່ງເຊື່ອມໂຍງເຂົ້າກັນ ເພື່ອໃຫ້ສາມາດເປີດໄປສູ່ໜ້າເພສ໌ຕ່າງໆ ໄດ້ງ່າຍດາຍ ເປົ້າໝາຍເວັບໄຊທ໌ ບໍ່ພຽງແຕ່ເພື່ອການນຳສະເໜີຂໍ້ມູນໃຫ້ກັບຜູ້ໃຊ້ໄດ້ຮັບຮູ້ພຽງເທົ່ານັ້ນ ແຕ່ຍັງນຳໃຊ້ເພື່ອເປົ້າໝາຍອື່ນອີກດ້ວຍ ຫຼັງຈາກນັ້ນ ໃນພິທີກໍ່ໄດ້ເປີດການນຳໃຊ້ດັ່ງກ່າວ ຢ່າງເປັນທາງການ ແລະ ຖ້າຫາກທ່ານໃດມີຄວາມສົນໃຈກ່ຽວກັບຂໍ້ມູນຂ່າວສານກ່ຽວກັບພະແນກແຜນການ ແລະ ການລົງທຶນ ແຂວງໄຊສົມບູນ ສາມາດເຂົ້າເວັບໄຊທ໌ ໄດ້ທີ່ https://dpi-xsb.mpi.gov.la

ບກ: ທ່ານ ຄຳສາວ ເລືອງຄຳທິບ

ຂ່າວ: ນາງ ແກ່ນຈັນ ທຳມະນີ

ເມືອງນານ ຈັດພິທີປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ, ວັນອານຸລັກສັດນໍ້າ-ສັດປ່າ ແລະ ວັນສິ່ງແວດລ້ອມໂລກ

0

ອາທິດຜ່ານມາ ນີ້ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງນານ ແຂວງຫຼວງພະບາງ ໄດ້ຈັດພິທີປູກຕົ້ນໄມ້ຢູ່ທີ່ບ້ານ ນາຝາຍ ເຂດຕາດຫ່ຽນ ໂດຍການນໍາພາຂອງທ່ານ ຄໍາເກັ່ງ ຈັນທະວີສຸກ ເຈົ້າເມືອງ-ເມືອງນານ, ມີທ່ານ ສຸລິໂຍ ໄຊວິສິດ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ທ່ານ ບົວລີ ຄານທະປະເສີດ ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຫ້ອງການ ແລະພະນັກງານ ຕະຫຼອດຮອດປະຊາຊົນພາຍໃນເມືອງເຂົ້າຮ່ວມ.

ທ່ານ ສຸລິໂຍ ໄຊວິສິດ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ກ່າວເປີດພິທີວັນປູກຕົ້ນໄມ້ແຫ່ງຊາດ, ວັນອານຸລັກສັດນໍ້າ-ສັດປ່າ ແລະ ວັນສິ່ງແວດລ້ອມໂລກຢ່າງເປັນທາງການ ໂດຍອີງໃສ່ກົດໝາຍວ່າດ້ວຍປ່າໄມ້ສະບັບປັບປຸງເລກທີ 64/ສພຊ ລົງວັນທີ 13 ມິຖຸນາ 2019 ໃນພາກທີ 8 ມາດຕາ 164 ວ່າດ້ວຍວັນປູກຕົ້ນໄມ້ແຫ່ງຊາດ ເຊິ່ງໄດ້ກໍານົດເອົາວັນທີ 1 ມິຖຸນາ ຂອງທຸກໆປີເປັນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ເຊິ່ງປີນີ້ແມ່ນໝູນວຽນບັນຈົບຄົບຮອບ 42 ປີ ແລະ ທາງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງນານ ກໍ່ໄດ້ຖືເອົາວັນສໍາຄັນດັ່ງກ່າວ ເປັນມື້ເລີ່ມຕົ້ນສ້າງຂະບວນການປູກຕົ້ນໄມ້ ເພື່ອປູກຈິດສໍານຶກໃຫ້ແກ່ເຍົາວະຊົນ ແລະ ອານຸຊົນຫຼຸ້ນຫຼັງ ໃຫ້ເຫັນໄດ້ຄວາມສໍາຄັນຂອງປ່າໄມ້,ການປົກປັກຮັກສາພັດທະນາ ແລະ ນໍາໃຊ້ປ່າໄມ້ໃຫ້ມີຄວາມຍືນຍົງ, ປ່າໄມ້ແມ່ນຊັບພະຍາກອນອັນລໍ້າຄ່າຂອງຊາດທີ່ສ້າງລະບົບນິເວດສະເພາະ ເຊິ່ງປະກອບດ້ວຍຊີວະນາໆພັນ ເປັນຕົ້ນແຫຼ່ງນໍ້າ ແລະ ທີ່ດິນໃຫ້ມີຄວາມອຸດົມສົມບູນ ທັງເປັນການຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ່ 11 ຂອງພັກ, ມະຕິກອງປະຊຸມໃຫຍ່ອົງຄະນະພັກກະຊວງຄັ້ງທີ່ 6 ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ 5 ປີ ຄັ້ງທີ່ 9 ແຕ່ປີ 2021-2025 ຈະສົ່ງເສີມການປູກໄມ້ໃຫ້ໄດ້ 200.000 ເຮັກຕ່າ, ປູກເປັນສິນຄ້າ 160.000 ເຮັກຕ່າ ແລະ ປູກເພື່ອປົກປັກຮັກສາແຫຼ່ງນໍ້າ, ສິ່ງແວດລ້ອມຈໍານວນ 40.000 ເຮັກຕ່າ ແລະ ຟື້ນຟູປ່າໄມ້ທໍາມະຊາດໃຫ້ໄດ້ 1.800.000 ເຮັກຕ່າ ໃນການຈັດພິທີໃນຄັ້ງນີ້ແມ່ນເພື່ອເປັນການປູກຈິດສໍານຶກໃຫ້ທົ່ວປວງຊົນໃນສັງຄົມໄດ້ຮັບຮູ້ເຖິງຄວາມສໍາຄັນ ແລະ ຄຸນປະໂຫຍດຂອງປ່າໄມ້ໃນທາງກົງ ແລະ ທາງອ້ອມ ໂດຍການປະສານສົມທົບກັນທັງພາກລັດ ແລະ ເອກະຊົນ, ປະຊາຊົນລາວບັນດາເຜົ່າ ເຊິ່ງປີ 2022 ນີ້ທາງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງໄດ້ກໍານົດປູກຕົ້ນໄມ້ລຽບຕາມແຄມທາງລົດ ບໍລິເວນເຂົ້າຕາດຫ່ຽນ ຫາ ບໍລິເວນເທິງຕາດ ສ່ວນເບ້ຍໄມ້ທີ່ນໍາມາປູກໃນຄັ້ງນີ້ມີ 3 ຊະນິດເຊັ່ນ: ໄມ້ປະດັບ, ໄມ້ປ່ອງກັນແຫຼ່ງນໍ້າ ແລະ ໄມ້ອຸດສາຫະກໍາ ລວມທັງໝົດ 1.200 ເບ້ຍ ນອກນັ້ນຍັງໄດ້ສະໜອງເບ້ຍໄມ້ໃຫ້ຫ້ອງການ ປກສ ເມືອງເພື່ອນໍາໄປປູກຢູ່ຄ້າຍດັດສ້າງປາກມ່ອນ ຈໍານວນ 200 ເບ້ຍ ແລະ ເຜີຍແຜ່ໃຫ້ປະຊາຊົນ, ເອກະຊົນ ແລະ ບໍລິສັດຕ່າງໆຢູ່ພາຍໃນເມືອງປູກຕື່ມອີກ.

ນອກຈາກນີ້ທາງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງນານ ສົມທົບກັບອົງການຈັດຕັ້ງບ້ານ ນາຝາຍ ແລະ ຜູ້ປະກອບການປະມູນຕາດຫ່ຽນຍັງໄດ້ຮ່ວມກັນຈັດພິທີປ່ອຍປາ ແລະ ປົກປັກຮັກສາສັດນໍ້າ-ສັດປ່າແຫ່ງຊາດຂຶ້ນ ເພື່ອເປັນການປົກປັກຮັກສາສັດນໍ້າ-ສັດປ່າໃຫ້ອຸດົມສົມບູນ ແລະ ຂະຫຍາຍອອກໄປໃຫ້ນັບມື້ນັບຫຼາຍ ໂດຍໄດ້ກໍານົດເອົາເຂດບໍລິເວນຕາດຫ່ຽນເປັນຈຸດປ່ອຍປາ ພ້ອມທັງກໍານົດເປັນເຂດວັງສະຫງວນຂອງບ້ານ ແລະ ຂອບເຂດການທ່ອງທ່ຽວ ປາທີ່ນໍາມາປ່ອຍໃນຄັ້ງນີ້ມີທັງໝົດ 10.000 ໂຕ, ປາປາກຈໍານວນ 5000 ໂຕ, ປາໄນຈໍານວນ 5000 ໂຕ.

ຂ່າວ-ພາບ: ຫຸມແພງ ສີດາໄລ

#Medialaos MMD  #Luangprabang Province

ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊສົມບູນ ເປັນເຈົ້າພາບ ຈັດກອງປະຊຸມແນະນຳການຂຽນບົດວິ ທະຍາສາດ ແລະ ວິທີຈັດຕັ້ງກອງປະຊຸມສຳມະນາ

0

ກອງປະຊຸມແນະນຳການຂຽນບົດວິທະຍາສາດ ແລະ ວິທີຈັດຕັ້ງກອງປະຊຸມສຳມະນາ ໃຫ້ແກ່ບັນດາແຂວງພາກກາງຄື : ແຂວງໄຊສົມບູນ, ແຂວງຊຽງຂວາງ ແລະ ແຂວງຫົວພັນ ທີ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊສົມບູນ ເປັນເຈົ້າພາບ ໄດ້ຈັດຂຶ້ນໃນວັນທີ 2 ມິຖຸນາ ນີ້ ທີ່ຫ້ອງປະຊຸມອົງການໄອຍະການປະຊາຊົນ ແຂວງ ໂດຍການເປັນປະທານຮ່ວມຂອງທ່ານ ປອ ຄຳມອນ ຈັນທະສິດ ຫົວໜ້າຄຸ້ມຄອງການຄົ້ນຄວ້າວິທະຍາສາດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ທ່ານ ລາວຢ່າງ ຈາວາ ອໍານວຍການໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊສົມບູນ, ມີອຳນວຍການໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ແລະ ແຂວງຫົວພັນ ພ້ອມດ້ວຍຄະນະ ຕະຫຼອດຮອດພະນັກງານ ຄູ-ອາຈານໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊສົມບູນ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ລາວຢ່າງ ຈາວາ ອໍານວຍການໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊສົມບູນ ໄດ້ມີຄຳເຫັນ ແລະ ກ່າວເປີດກອງປະຊຸມ ກອງປະຊຸມໃນຄັ້ງນີ້ ກໍເພື່ອເປັນການສ້າງຄວາມຮັບຮູ້ໃຫ້ນັກຄົ້ນຄວ້າ ກຳແໜ້ນດ້ານຫຼັກການໃນການຄົ້ນຄວ້າວິທະຍາສາດໃຫ້ສອດຄ່ອງ ເພື່ອເປັນບ່ອນອີງໃຫ້ແກ່ການຄົ້ນຄວ້າຂຽນບົດວິທະຍາສາດ ແລະ ບົດປ້ອງກັນ, ວິທະຍານິພົນ ໃຫ້ມີຄວາມຮັບປະກັນທາງດ້ານທິດສະດີ ແລະ ພຶດຕິກຳຢ່າງກົມກຽວ ເພື່ອປະກອບເປັນເຄື່ອງມືທີ່ສຳຄັນ ໃນການສັງເກດຜົນງານການຄົ້ນຄວ້າໃຫ້ມີຄວາມຮັບປະກັນທາງດ້ານຄຸນນະພາບ ຊຶ່ງຜູ້ເຂົ້າຮ່ວມກອງປະຊຸມຈະໄດ້ຮັບຟັງການເຜີຍແຜ່, ແນະນຳວິທີວິທະຍາໃນການຂຽນບົດວິທະ ຍາສາດ ແລະ ວິທີຈັດກອງປະຊຸມສຳມະນາວິທະຍາສາດ ຊຶ່ງກອງປະຊຸມໃນຄັ້ງນີ້ ສຸດທີ່ມີຄວາມໝາຍ ຄວາມສຳຄັນ ທາງດ້ານວິທະຍາສາດສຳລັບຄູ-ອາຈານ ທັງສາມແຂວງທີ່ເຂົ້າຮ່ວມ.

ພ້ອມນີ້ ທ່ານ ຍັງໄດ້ຮຽກຮ້ອງ ມາຍັງບັນດາຜູ້ເຂົ້າຮ່ວມຈົ່ງເຊີດຊູສະຕິຄວາມເປັນເຈົ້າການຮັບຟັງການເຜີຍແຜ່, ແນະນຳວິທີວິທະຍາໃນການຂຽນບົດວິທະຍາ ແລະ ປະກອບຄຳຄິດຄຳເຫັນ ແລກປ່ຽນຕໍ່ບັນຫາທີ່ຕົນມີຄວາມສົນໃຈ ແລະ ບໍ່ທັນເຂົ້າໃຈ ໃຫ້ລະອຽດຈະແຈ້ງ ແນໃສ່ເພື່ອໃຫ້ຜູ້ເຂົ້າຮ່ວມ ສາມາດນຳເອົາຄວາມຮູ້ຈາກກອງປະຊຸມໃນຄັ້ງນີ້ ໄປນຳໃຊ້ເຂົ້າໃນວຽກງານການຂຽນບົດວິທະຍາສາດ ຢູ່ໃນໂຮງຮຽນຂອງຕົນ ໃຫ້ໄດ້ຢ່າງມີຄຸນນະພາບ ແລະ ຮັບປະກັນໄດ້ລັກສະນະວິທະຍາສາດຢ່າງແທ້ຈິງ. ຈາກນັ້ນ ທ່ານ ປອ ຄຳມອນ ຈັນທະສິດ ຫົວໜ້າຄຸ້ມຄອງການຄົ້ນຄວ້າວິທະຍາສາດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກໍໄດ້ແນະນຳການຂຽນບົດວິທະຍາສາດແລະ ວິທີຈັດຕັ້ງກອງປະຊຸມສຳມະນາວິທະຍາສາດ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈ ຢ່າງເລິກເຊິ່ງ ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້.
#ບັນນາທິການ: ຄຳສາວ ເລືອງຄຳທິບ ຂ່າວ: ພຸດທະສອນ ເວດສະວົງ

ການປະຕິບັດເນື້ອໃນການຮ່ວມມືລະຫວ່າງ ແຂວງໄຊສົມບູນ ສ ປປ ລາວ ແລະ ແຂວງບັ໋ກຢາງ ສສ ຫວຽດນາມ

0

ການນໍາແຂວງບັ໋ກຢາງ ໄດ້ເຮັດວຽກຮ່ວມກັບ ການນໍາແຂວງໄຊສົມບູນ ໃນວັນທີ 30 ພຶດສພາ 2022 ທີ່ນະຄອນບັ໋ກຢາງ ສສ ຫວຽດນາມ ເພື່ອແນ່ໃສ່ປະຕິບັດເນື້ອໃນການຮ່ວມມື ລະຫວ່າງ ສອງແຂວງທີ່ໄດ້ເຊັນບົດບັນທຶກຂອບການຮ່ວມມື ໃນເດືອນ 8 ປີ 2021 ຜ່ານມາ ແຂວງໄຊສົມບູນ ເຂົ້າຮ່ວມໂດຍ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ, ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ສະຫາຍ ແດງ ປະທຸມທອງ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງໄຊສົມບູນ ແລະ ບັນດາສະຫາຍການນໍາຕາງໜ້າພະແນກການ ຂອງແຂວງໄຊສົມບູນ, ແຂວງບັ໋ກຢາງເຂົ້າຮ່ວມໂດຍ ສະຫາຍ ເຢືອງ ວັນ ຖ໋າຍ, ກໍາມະການກົມການເມືອງສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ສະຫາຍ ເລ ແອ່ງ ເຢືອງ, ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງ ສະຫາຍ ເຈິ່ນ ກົງ ທັ່ງ, ກໍາມະການພັກແຂວງ, ປະທານຄະນະກໍາມະການແນວລາວສ້າງຊາດແຂວງ, ປະທານສະມາຄົມມິດຕະພາບແຂວງ ບັນດາສະຫາຍ ກໍາມະການພັກແຂວງ ບັນດາສະຫາຍການນໍາພະແນກການຂອງແຂວງບັ໋ກຢາງເຂົ້າຮ່ວມ. ສະຫາຍ ເຢືອງ ວັນ ຖ໋າຍ ໃຫ້ຮູ້ວ່າ: ການປະຕິບັດນະໂຍບາຍການຕ່າງປະເທດຂອງພັກ, ແຂວງບັ໋ກຢາງໄດ້ເອົາໃຈ ໃສ່ເຂົ້າຮ່ວມ, ຊຸກຍູ້ບັນດາວຽກງານການເຄື່ອນໄຫວການທູດປະຊາຊົນ ໃນແຕ່ລະທ້ອງຖິ່ນ, ການຈັດຕັ້ງ, ປະຊາຊົນ ຂອງ ສປປ ລາວ ໄດ້ຕ້ອນຮັບຫຼາຍຄະນະຂອງ ສປປ ລາວ ທີ່ມາຢ້ຽມຢາມ ແລະ ຖອດຖອນບົດຮຽນໃນບາງຂົງເຂດວຽກງານ.

ໃນການມາເຮັດວຽກຂອງ ປະທານປະເທດ ທ່ານ ຫງວຽນ ຊວນ ຟຸກ ທີ່ໄດ້ເຂົ້າມາຢ້ຽມຢາມເປັນທາງການ ຢູ່ ສປປ ລາວ ໃນລະຫວ່າງ ເດືອນ ສິງຫາ ປີ 2021, ແຂວງບັ໋ກຢາງ ສຸດທີ່ເປັນກຽດທີ່ໄດ້ເຂົ້າຮ່ວມຄະນະປະຕິບັດງານ ແລະ ເຊັນເນື້ອໃນການຮ່ວມມືກັບແຂວງໄຊສົມບູນ ນີ້ແມ່ນຂົງເຂດຕ່າງປະເທດຄັ້ງທໍາອິດ ທີ່ແຂວງບັ໋ກຢາງໄດ້ເຊັນບົດບັນທຶກຂອບການຮ່ວມມື, ວາງພື້ນຖານສໍາລັບການສົ່ງເສີມການພັດທະນາສາຍພົວພັນຮ່ວມມືຮອບດ້ານ, ລົງເລີກຂອງສອງແຂວງ ຜູກມັດ, ຮັດແໜ້ນຄວາມສໍາພັນແບບພິເສດ ຫວຽດນາມ-ລາວ.

ໃນກອງປະຊຸມ ສະຫາຍ ເຢືອງ ວັນ ຖ໋າຍໄດ້ກ່າວວ່າ: ກອງປະຊຸມມື້ນີ້ ກໍແມ່ນກອງປະຊຸມເລີ່ມຕົ້ນທີ່ສໍາຄັນ ຂອງການນໍາສອງແຂວງ ໃນການພົບປະເປັນການເສີມຂະຫຍາຍຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ປຶກສາຫາລື ບັນດາມາດຕະການຊຸກຍູ້ ການຈັດຕັ້ງປະຕິບັດບັນດາເນື້ອໃນ ແລະ ບັນດາບັນຫາທີ່ກ່ຽວຂ້ອງຂອງສອງຝ່າຍ ບົນຈິດໃຈຂອງຜູ້ຕາງໜ້າສອງຝ່າຍໄດ້ແລກປ່ຽນປະສົບການໃນຂົງເຂດວຽກງານກໍສ້າງພັກ, ອໍານາດການປົກຄອງ, ພັດທະນາເສດຖະກິດ-ສັງຄົມ, ລົບລ້າງຄວາມທຸກຍາກ, ຝຶກອົບຮົມໃຫ້ພະນັກງານ; ຮັບປະກັນວຽກງານປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ
ແຂວງບັ໋ກຢາງໄດ້ຟື້ນຟູປີ 1997 ມາຮອດປະຈຸບັນພັກ-ລັດ ໄດ້ມີຄວາມເຂັ້ມແຂງວຽກງານດ້ານອຸດສາຫະກໍາທີ່ທັນສະໄໝ ແລະ ເຊື່ອມຕໍ່ກັບສາກົນ ຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນບັນດາເຜົ່າທົ່ວແຂວງ ພະຍາຍາມເອົາໃຈໃສ່ໃນການພັດທະນາຊີວິດການເປັນຢູ່ ແລະ ບັນລຸໝາກຜົນທີ່ດີ ເຊິ່ງໃນກອງປະຊຸມໄດ້ລາຍງານຫຼາຍບັນຫາ ນອກນັ້ນ ທັງສອງຝ່າຍໄດ້ເຫັນດີເປັນເອກະພາບ ກ່ຽວກັບ ການຈັດຕັ້ງປະຕິບັດເນື້ອໃນການເຄື່ອນໄຫວແຕ່ນີ້ ຫາ ປີ 2025 ໃນ 6 ຂົງເຂດຄື: ພົບປະຄະນະ, ແລກປ່ຽນປະສົບການຕົວຈິງ, ຕອບສະໜອງການຮ່ວມມືດ້ານກະສິກໍາ, ສາທາລະນະສຸກ, ການສຶກສາ ແລະ ກໍ່ສ້າງ ພ້ອມກັນນັ້ນ, ກໍ່ໄດ້ເນັ້ນໃສ່ວຽກງານສຶກສາ ພົວພັນເຖິງຄວາມສາມັກຄີມິດຕະພາບ ລະຫວ່າງ ສອງປະເທດ ແລະ ສອງແຂວງຂອງພວກເຮົາ.

ນອກຈາກເນື້ອໃນຂອງກອງປະຊຸມແລ້ວ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ຍັງໄດ້ສະເໜີຕໍ່ແຂວງບັ໋ກຢາງ ກ່ຽວກັບ ເມືອງໜຶ່ງ ຂອງແຂວງໄຊສົມບູນ ແຮກສ່ຽວກັບ ເມືອງໜຶ່ງຂອງແຂວງບັ໋ກຢາງ ແນະນໍາໃຫ້ສອງຝ່າຍໄປມາເປັນປະຈໍາ ບໍ່ແມ່ນປີລະເທື່ອ ແລະ ຍັງໄດ້ສະເໜີໃຫ້ການນໍາແຂວງບັ໋ກຢາງຊ່ວຍກໍ່ສ້າງ 3 ວຽກຄື: ວຽກໂຮງຮຽນການເມືອງ-ການປົກຄອງ; ສວນສາທາລະນະຫໍຫຼັກເມືອງ ແລະ ວຽກຊົນລະປະທານນໍ້າມາງ ເມືອງທ່າໂທມ.
ສຸດທ້າຍ ກອງປະຊຸມ ສະຫາຍ ເຢືອງ ວັນ ຖ໋າຍ ໃຫ້ຮູ້ຕື່ມວ່າ ເນື້ອໃນການພົບປະໃນມື້ນີ້ ພຽນແຕ່ແມ່ນການເວົ້າຢູ່ໃນເອກະສານ ສໍາຄັນແມ່ນຕ້ອງລົງມືປະຕິບັດຕົວຈິງຈຶ່ງຈະເເຕກດອກອອກຜົນ ອີກເທື່ອໜຶ່ງສະຫາຍ ເຢືອງ ວັນ ຖ໋າຍ ຍັງໄດ້ເວົ້າວ່າ ວຽກຊົນລະປະທານນໍ້າມາງມີຄວາມໝາຍດ້ານຍຸດທະສາດ, ມີຄວາມສໍາຄັນຫຼາຍໃນການພັດທະນາດ້ານກະສິກໍາຂອງແຂວງໄຊສົມບູນ ແຂວງບັ໋ກຢາງໄດ້ເອກະພາບເອົາໃສ່ແຜນການຮ່ວມມື, ໃຫ້ບັນລຸຄາດໝາຍໃນປີ 2030 ແລະ ອີກບໍ່ດົນນີ້ຈະສົ່ງນັກຊ່ຽວຊານມາສໍາຫຼວດວຽກຊົນລະປະທານນີ້ ໃນກອງປະຊຸມ, ບັນດາຜູ້ແທນໄດ້ເປັນສັກຂີພິຍານໃນການເຊັນບົດບັນທຶກຂອບການຮ່ວມມື ລະຫວ່າງ ກອງບັນຊາການ ປກສ ແຂວງບັ໋ກຢາງ ແລະ ກອງບັນຊາການ ປກສ ແຂວງໄຊສົມບູນ.

ຂະແໜງທ່ອງທ່ຽວ ບຳລຸງພະນັກງານນຳທ່ຽວຂັ້ນແຂວງ

0

ໃນວັນທີ 07 ມິຖຸນາ 2022 ນີ້ ຂະແໜງທ່ອງທ່ຽວ ພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງສະຫວັນນະເຂດ ໄດ້ຈັດບຳລຸງພະນັກງານນຳທ່ຽວຂັ້ນແຂວງ ເພື່ອແນໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານນຳທ່ຽວໃຫ້ມີທັກສະ, ເຕັກນິກ, ຮູ້ວິທີການ ແລະ ຂັ້ນຕອນຂອງການນຳທ່ຽວ. ໂດຍການເຂົ້າມຮ່ວມຂອງທ່ານ ປອ ໂພໄຊ ສິດທິຊົນ ຮອງຫົວໜ້າພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງສະຫວັນນະເຂດ ຄູຝຶກຈາກ ຂະແໜງທ່ອງທ່ຽວ ,ພະນັກງານ ບໍລິສັດທ່ອງທ່ຽວ ອອ້ມຂ້າງແຂວງເຂົ້າຮ່ວມ.

ການຈັດບຳລຸງພະນັກງານນຳທ່ຽວຂັ້ນແຂວງໃນຄັ້ງນີ້ ແມ່ນແນໃສ່ການມີສ່ວນຮ່ວມແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ສີ່ງທີ່ສຳຄັນ ຄູຝຶກແມ່ນໄດ້ເອົາໃຈໃສ່ຄົ້ນຄວ້າ ຊອກຫາບົດຮຽນໃໝ່ໆ ເພື່ອຖ່າຍທອດຄວາມຮູ້ໃຫ້ຜູ້ເຂົ້າຮ່ວມ ມີຄວາມຮູ້, ຄວາມສາມາດໃນຂັ້ນພື້ນຖານ ເຮັດໃຫ້ການຝຶກ ມີປະສິດທິພາບສູງ ແລະ ສາມາດເກັບກໍາບົດຮຽນຈາກຄູຝຶກໄດ້ເປັນຢ່າງດີ

ໂອກາດກ່າວເປີດຊຸດບຳລຸງ, ທ່ານ ປອ ໂພໄຊ ສິດທິຊົນ ຮອງຫົວໜ້າພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງສະຫວັນນະເຂດ ກ່າວວ່າ ການຈັດຊຸດບໍາລຸງຄັ້ງນີ້ ເພື່ອສ້າງຄວາມປະທັບໃຈ ແລະ ເປັນການໂຄສະນາການທ່ອງທ່ຽວໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ມາທ່ອງທ່ຽວສະຫວັນບ້ານເຮົາໃຫ້ຫລາຍຂື້ນ, ແລະ ພ້ອມນຳເອົາ ເຕັກນິກ, ວິທີການ ແລະ ຂັ້ນຕອນຂອງການນຳທ່ຽວ ຈາກການບຳລຸງຄັ້ງນີ້ ນຳໄປຕໍ່ຍອດ ໃຫ້ເກີດດອກອອກຜົນ.

ພາບ/ຂ່າວ: ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ

#Medialaos MMD  #Savannakhet Province