Friday, September 19, 2025
Home Blog Page 1034

ການນຳແຂວງໄຊສົມບູນ ລົງຢ້ຽມຢາມ, ຊຸກຍູ້ວຽກງານກໍ່ສ້າງຮາກຖານ ຢູ່ບ້ານ ອອມ ແລະ ບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ.

0

ໃນຕອນເຊົ້າຂອງວັນທີ 10 ມິຖຸນາ 2022 ນີ້ ທ່ານ ພົຕ ວົງສອນ ອິນປານພິມ ຮອງເລຂາພັກແຂວງ, ພ້ອມດ້ວຍຄະນະ ແລະ ທ່ານ ດົວຊົ່ງ ເລ່ຍໂກ້ ຮອງເລຂາພັກເມືອງ ໄດ້ລົງຢ້ຽມຢາມ ເພື່ອຊຸກຍູ້ວຽກງານກໍ່ສ້າງຮາກຖານຢູ່ ບ້ານ ອອມ ແລະ ບ້ານ ກໍໄຮ ໂດຍການຕ້ອນຮັບ ຂອງທ່ານ ພັທ ບຸນທວງ ຈັນທະລີວົງ ຫົວໜ້າໜ່ວຍງານກໍສ້າງຮາກຖານ ປະຈຳບ້ານ ກໍໄຮ, ທ່ານ ຮທ ວົງພະຈັນ ຄຳພັນມີ່ງ ຫົວໜ້າໜ່ວຍງານກໍສ້າງຮາກຖານ ປະຈຳບ້ານ ອອມ ພ້ອມດ້ວຍພະນັກງານຮາກຖານ, ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ທັງ 2 ບ້ານ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ ຫົວໜ້າໜ່ວຍງານກໍ່ສ້າງຮາກຖານທັງ 2 ບ້ານ ກໍ່ໄດ້ລາຍງານໂດຍຫຍໍ້ສະພາບວຽກງານຮອບດ້ານ ຂອງໜ່ວຍງານຮາກຖານປະຈຳບ້ານ ອອມ ແລະ ບ້ານ ກໍໄຮ ປະຈຳ 6 ເດືອນຕົ້ນປີ 2022 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ຊຶ່ງໄດ້ຕີລາຄາລວມ 4 ເນື້ອໃນ 4 ຄາດໝາຍ ໃນໄລຍະຜ່ານມາໜ່ວຍງານພະນັກງານລົງຮາກຖານໄດ້ສົມທົບກັບຄະນະພັກ-ຄະນະບ້ານອອມ ແລະ ບ້ານ ກໍໄຮ ເປັນເຈົ້າການສ້າງລະບົບການເມືອງຂອງບ້ານ ໃຫ້ມີຄວາມເຂັ້ມແຂງ ໜ່ວຍພັກບ້ານໄດ້ຮັບນາມມະຍົດ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2021 ແລະ ແຜນສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປີ 2022 ອົງການຈັດຕັ້ງບ້ານ ມີຄວາມເຂົ້າໃຈໃນການບໍລິຫານລັດຂອງຕົນຢ່າງເຂັ້ມງວດ. ນອກນີ້ ຍັງໄດ້ສຶກສາອົບຮົມການເມືອງແນວຄິດ ໃຫ້ກັບພໍ່ແມ່ປະຊາຊົນບັນດາເຜົ່າ ພ້ອມທັງ ຮ່ຳຮຽນເອກະສານຂອງພັກ-ລັດ ເປັນຕົ້ນແມ່ນ ເຂົ້າຮ່ວມການເຜີຍແຜ່ຜົນສຳເລັດກອງປະຊຸມສະພາແຫ່ງຊາດ, ກອງປະຊຸມສະພາແຂວງໄຊສົມບູນ, ເຊື່ອມຊຶມບັນດານິຕິກຳ, ຄຳສັ່ງຂອງສູນກາງພັກ-ລັດຖະບານ ຢ່າງເປັນປົກກະຕິ. ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

ນອກຈາກນີ້ຍັງໄດ້ສ້າງແຜນເຄື່ອນໄຫວວຽກງານຈຸດສຸມ ໂດຍສືບຕໍ່ລົງກໍ່ສ້າງຮາກຖານການເມືອງ ໂດຍສຸມໃສ່ 4 ເນື້ອໃນ 4 ຄາດໝາຍ ຂອງການສ້າງບ້ານ ແລະ ກຸ້ມບ້ານພັດທະນາ ເປັນຕົ້ນ ແມ່ນສືບຕໍ່ຈັດຕັ້ງປະຕິບັດແຜນຮັບຮອງແຜນການສ້າງບ້ານທັງ 2 ບ້ານໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ໂດຍສືບຕໍ່ບັນດາມາດຖານສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ໃຫ້ບັນລຸ ແລະ ສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ພໍ່ແມ່ປະຊາຊົນ, ແກ້ໄຂບັນຫາໜໍ່ແໜງຄ້າຂາຍ ແລະ ເສບຢາເສບຕິດ ຕິດພັນກັບບັນດາປະກົດການຫຍໍ້ທໍ້ໃນສັງຄົມ ເຊັ່ນ: ຂີ້ລັກງັດແງະ ແລະ ອື່ນໆອີກດ້ວຍ. ໂອກາດດຽວກັນນີ້ ທ່ານ ພົຕ ວົງສອນ ອິນປານພິມ ກໍໄດ້ໂອ້ລົມ ຊື່ງ ທ່ານໄດ້ເນັ້ນໜັກໃຫ້ໜ່ວຍກໍ່ສ້າງຮາກຖານ ຈົ່ງສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ພໍ່ແມ່ປະຊາຊົນມີແນວຄິດອຸ່ນອ່ຽງທຸ່ນທ່ຽງຕໍ່ການນຳພາຂອງພັກ-ລັດ, ສຸມໃສ່ນຳພາອຳນາດການປົກຄອງ-ພໍ່ແມ່ປະຊາຊົນ ໃຫ້ມີຄວາມສະຫງົບປອດໄພຈາກກຸ້ມຄົນປໍລະປັກຂອງຊາດ, ສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້ຂອງສັງຄົມ ເພື່ອຮັບປະກັນຊິວິດການເປັນຢູ່ຂອງປະຊາຊົນໃຫ້ມີບາດກ້າວຂະຫຍາຍຕົວດີຂຶ້ນ, ສືບຕໍ່ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ຫຼຸດພົ້ນອອກຄວາມທຸກຍາກ ຕາມແຜນການທີ່ວາງໄວ້. ໃນຕອນທ້າຍການນຳແຂວງໄຊສົມບູນ ຍັງໄດ້ມອບເຄື່ອງຈຳນວນໜຶ່ງໃຫ້ພະນັກງານກໍສ້າງຮາກຖານ ແລະ ອຳນາດການປົກຄອງທັງ 2 ບ້ານເພື່ອແຈກຍ້າຍໃຫ້ກັບພໍ່ແມ່ປະຊາຊົນບັນດາເຜົ່າ ຕື່ມອີກ.
ບກ: ຄໍາສາວ ເລືອງຄໍາທິບ

ນັກຂ່າວ: ແກ່ນຈັນ ທຳມະນີ

ອົງການຢູນິເຊັບ ເເລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເປີດຕົວຄູ່ມືເເນະນຳການໃຫ້ຄໍາປຶກສາໄວໜຸ່ມ ສໍາລັບອາສາສະໝັກບໍລິການສາຍດ່ວນ

0

ວັນທີ 7 ມິຖຸນາ 2022 ເພື່ອສະໜັບສະໜູນ ອາສາສະໝັກບໍລິການສາຍດ່ວນ ໃຫ້ສາມາດໃຫ້ຄຳປຶກສາທີ່ມີຄຸນນະພາບແກ່ ເດັກ ແລະ ໄວໜຸ່ມ, ອົງການຢູນີເຊັບ ປະຈຳ ສປປ ລາວ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ໄດ້ເປີດຕົວ ຄູ່ມືເເນະນຳການໃຫ້ຄໍາປຶກສາໄວຫນຸ່ມສໍາລັບອາສາສະຫມັກບໍລິການສາຍດ່ວນຂອງ ສຊປລ ຢ່າງເປັນທາງການ. ຄູ່ມືດັ່ງກ່າວເປັນຄູ່ມືເເນະນຳທຳອິດຂອງ ສຊປລ ທີ່ເນັ້ນໃສ່ການເເກ້ໄຂບັນຫາທີ່ກ່ຽວຂ້ອງກັບໄວໜຸ່ມເປັນພິເສດ ເເລະ ຈະຊ່ວຍສະໜອງເຄື່ອງມືດ້ານວິຊາການ ແລະ ຂໍ້ມູນສຳລັບຜູ້ໃຫ້ຄຳປຶກສາ ເຊັ່ນ: ຈັນຍາບັນຂອງຜູ້ໃຫ້ຄຳປຶກສາ ແລະ ຜູ້ຂໍຄຳປຶກສາ, ຄໍາແນະນໍາດ້ານການສື່ສານ ແລະ ແບບຟອມເກັບກໍາຂໍ້ມູນ ເພື່ອຊ່ວຍຜູ້ໃຫ້ຄຳປຶກສາສາມາດສະໜັບສະໜູນເດັກນ້ອຍ ແລະ ໄວໜຸ່ມໄດ້ຢ່າງມີປະສິດທິພາບ. ຄູ່ມືສະບັບນີ້ເເມ່ນເປັນການພັດທະນາຮ່ວມກັນໂດຍ ອົງການຢູນິເຊັບ ເເລະ ສຊປລ ເເລະ ເນື້ອໃນແມ່ນໄດ້ຖອດຖອນມາຈາກປະສົບການຂອງຜູ້ໃຫ້ຄຳປຶກສາຫຼາຍໆທ່ານ, ການປຶກສາຫາລືລະຫວ່າງຂະແໜງການຕ່າງໆ ແລະ ການແລກປ່ຽນບົດຮຽນລະຫວ່າງລັດຖະບານ, ອົງການສະຫະປະຊາຊາດ ແລະ ອົງການຈັດຕັ້ງທາງສັງຄົມ.

ພະນະທ່ານ ມອນໄຊ ລາວມົວຊົ່ງ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ກ່າວວ່າ: “ສຊປລ ຂໍສະແດງຄວາມຂອບໃຈມາຍັງ ອົງການຢູນີເຊັບ ທີ່ໄດ້ໃຫ້ການສະໜັບສະໜູນດ້ານເຕັກນິກວິຊາການ ແລະ ງົບປະມານ ໃນການພັດທະນາຄູ່ມືພາຍໃຕ້ໂຄງການ ‘ ‘ເບື້ອງຫລັງຂອງປະຕູທີ່ປິດ: ການເອື້ອມອອກໄປເຖິງເດັກນ້ອຍທີ່ມີຄວາມບອບບາງ ແລະ ມີຄວາມສ່ຽງດ້ວຍການປົກປ້ອງທີ່ມີຄຸນນະພາບ ແລະ ພ້ອມການໃຫ້ການບໍລິການທາງດ້ານສຸຂະພາບຈິດ ໃນອາຊີຕາເວັນອອກ ແລະ ປາຊີຟິກ’. ຄູ່ມືດັ່ງກ່າວຈະເປັນເຄື່ອງມືອັນສຳຄັນໃນການເສີມສ້າງຄວາມອາດສາມາດຂອງພະນັກງານ ແລະ ອາສາສະໝັກຜູ້ໃຫ້ບໍລິການສາຍດ່ວນຂອງ ສຊປລ ໃນຂັ້ນສູນກາງ ແລະ ເເຂວງ ເພື່ອສະໜອງການໃຫ້ຄຳປຶກສາແກ່ເດັກ ແລະ ໄວໜຸ່ມໃຫ້ມີປະສິດທິພາບຫຼາຍຂຶ້ນ.”

ໃນປີ 2020 ເເລະ 2021, ເດັກນ້ອຍ ແລະ ຄອບຄົວຂອງເຂົາເຈົ້າໄດ້ປະເຊີນກັບຄວາມສ່ຽງໃນດ້ານການປົກປ້ອງເດັກຫຼາຍຂຶ້ນເນື່ອງຈາກການລະບາດຂອງພະຍາດ ໂຄວິດ-19, ເຊີ່ງຄວາມສ່ຽງເຫຼົ່ານີ້ລວມມີ: ການໃຊ້ຄວາມຮຸນແຮງໃນຄອບຄົວ, ຄວາມຮຸນແຮງບົນພື້ນຖານທາງເພດ, ບັນຫາສຸຂະພາບຈິດ ແລະ ການຂູດຮີດທາງອິນເຕີເນັດ. ການວິເຄາະວຽກງານບໍລິການສາຍດ່ວນຂອງ ສຊປລ ຍັງໄດ້ສະເເດງໃຫ້ເຫັນວ່າ ໄດ້ມີການເພີ່ມທະວີຂອງລະດັບຄວາມກົດດັນ, ອາການຊຶມເສົ້າ, ຢ້ານກົວ ແລະ ຄວາມວິຕົກກັງວົນ ໃນສັງຄົມຍ້ອນບັນຫາທີ່ເກີດຂຶ້ນຈາກການລະບາດຂອງພະຍາດ ໂຄວິິດ-19, ບໍ່ວ່າຈະເປັນການຂາດໂຮງຮຽນ, ຄວາມຫຍຸ້ງຍາກໃນການຊອກຫາວຽກເຮັດງານທໍາ, ຄວາມຂັດແຍ່ງພາຍໃນຄອບຄົວ, ການຂາດລາຍໄດ້ ເເລະ ອື່ນໆ. ອົງການຢູນີເຊັບ ປະຈຳ ສປປ ລາວ ໄດ້ໃຫ້ການສະໜັບສະ ໜູນ ສາຍດ່ວນໂທໂດຍບໍ່ເສຍຄ່າ ຂອງ ສຊປລ ນັບຕັ້ງເເຕ່ປີ 2021 ເປັນຕົ້ນມາເພື່ອຊ່ວຍເເກ້ໄຂອຸປະສັກດ້ານການເງິນຂອງການເຂົ້າເຖິງສາຍດ່ວນ ແລະ ຜັນຂະຫຍາຍການບໍລິການສາຍດ່ວນໄປຍັງ ແຂວງຫລວງພະບາງ, ຫລວງນ້ຳທາ ແລະ ອຸດົມໄຊ, ພ້ອມຍັງໄດ້ໃຫ້ການສະໜັບສະໜູນການບໍລິການສາຍດ່ວນໃນສາມພາສາຊົນເຜົ່າ. ຈາກການຊ່ວຍເຫຼືອຂອງ ອົງການຢູນີເຊັບ, ປະຊາຊົນ 3,711 ຄົນໄດ້ເຂົ້າເຖິງ ແລະ ຮັບການບໍລິການໃຫ້ຄໍາປຶກສາຜ່ານສາຍດ່ວນຊ່ວຍເຫຼືອ ສຊປລ ໃນປີ 2021, ເຊິ່ງໄດ້ ເພີ່ມຂຶ້ນ 92 ເປີເຊັນ ຂອງຈຳນວນຄົນ ເມື່ອທຽບໃສ່ປີ 2020.

ທ່ານ ເດວິດ ດັງເຄິນ, ວ່າການເເທນຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ, ໄດ້ກ່າວວ່າ: “ໃນຂະນະທີ່ພວກເຮົາກ້າວເຂົ້້າສູ່ໂລກພາຍຫຼັງການລະບາດຂອງພະຍາດ, ພວກເຮົາກໍຈະຕ້ອງໄດ້ຮັບມືກັບສິ່ງທ້າທາຍໃໝ່ໆທີ່ຈະປາກົດຂຶ້ນ. ມັນແມ່ນຊ່ວງເວລາແຫ່ງການປ່ຽນແປງ ທີ່ພວກເຮົາຕ້ອງເອົາໃຈໃສ່ເປັນພິເສດ ຕໍ່ສະຫວັດດີພາບທາງດ້ານຈິດໃຈຂອງເດັກນ້ອຍ ແລະ ຮັບປະກັນວ່າເຂົາເຈົ້າສາມາດໄດ້ຮັບການສະຫນັບສະຫນູນ. ອົງການຢູນິເຊັບ ຈະສືບຕໍ່ເຮັດວຽກຢ່າງໃກ້ຊິດກັບ ສຊປລ ແລະ ລັດຖະບານເເຫ່ງ ສປປ ລາວ ເພື່ອປັບປຸງການເຂົ້າເຖິງ ແລະ ຄຸນນະພາບຂອງການບໍລິການໃຫ້ຄໍາປຶກສາເພື່ອຕອບສະໜອງຄວາມຕ້ອງການທາງດ້ານຈິດໃຈສໍາລັບທຸກຄົນ.”

#ໃນປະຈຸບັນ, ປື້ມຄູ່ມືດັ່ງກ່າວ ໄດ້ຖືກນຳໃຊ້ເຂົ້າໃນການຝຶກອົບຮົມອາສາສະໝັກ ແລະ ພະນັກງານຂອງ ສຊປລ ໃນນະຄອນຫຼວງວຽງຈັນ, ຫຼວງພະບາງ, ຫຼວງນ້ຳທາ ແລະ ອຸດົມໄຊ. ອົງການຢູນິເຊັບ ແລະ ສຊປລ ກຳລັງເຮັດວຽກເພື່ອແຈກຢາຍ ແລະ ຈັດຕັ້ງປະຕິບັດນຳໃຊ້ຄູ່ມືນີ້ ໃນທົ່ວປະເທດ ເພື່ອຜັນຂະຫຍາຍການໃຫ້ບໍລິການໃຫ້ຄໍາປຶກສາຢ່າງທົ່ວເຖິງ.

ທ່ານສາມາດອ່ານປື້ມຄູ່ມືດັ່ງກ່າວ ໃນສະບັບພາສາອັງກິດ ແລະ ພາສາລາວ ໄດ້ທີ່ເວັບໄຊທ໌ຂອງອົງການ UNICEF ທີ່ນີ້.

ທົບທວນແຜນການພັດທະນາ ແລະ ສົ່ງເສີມການເພີ່ມຈຸລະສານອາຫານໃສ່ອາຫານ

0

ກອງປະຊຸມຄະນະຮັບຜິດຊອບແຜນພັດທະນາ ແລະ ສົ່ງເສີມການເພີ່ມຈຸລະສານອາຫານໃສ່ອາຫານ ຈັດຂຶ້ນໃນວັນທີ 10 ມິຖຸນາ 2022 ໂດຍການເປັນປະທານຮ່ວມຂອງທ່ານ ນາງ ພອນສະຫວັນ ແກ້ວນະຄອນ ຮັກສາການຫົວໜ້າສູນໂພຊະນາການແຫ່ງຊາດ, ທ່ານ ຟູມີຊູກູ ໂຕຊູ (Fumitsugu Tosu), ຫົວໜ້າແຜນງານ ຂອງອົງການອາຫານໂລກ, ມີຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງກອງປະຊຸມເພື່ອເຜີຍແຜ່ ແລະ ທົບທວນ ພາລະບົດບາດຂອງຄະນະຮັບຜິດຊອບພັດທະນາ ແລະ ສົ່ງເສີມການເພີ່ມຈຸລະສານອາຫານໃສ່ອາຫານ, ລາຍງານການຈັດຕັ້ງປະຕິບັດ ການເພີ່ມຈຸລະສານອາຫານໃສ່ເຂົ້າ ໂດຍອົງການອາຫານໂລກ ແລະ ພາກລັດຖະບານ. ພ້ອມທັງປຶກສາຫາລືກ່ຽວກັບ ພາລະບົດບາດຂອງຕົນ ແລະ ທິດທາງແຜນການໃນຕໍ່ໜ້າ ເພື່ອຈັດຕັ້ງປະຕິບັດ ຍຸດທະສາດການຈັດຕັ້ງປະຕິບັດການເພີ່ມວິຕະມິນແຮ່ທາດ ເຊັ່ນ: ການພັດທະນາມາດຕະຖານແຫ່ງຊາດ ໃນການເພີ່ມວິຕະມິນແຮ່ທາດໃສ່ເຂົ້າ ແລະ ການສຶກສາຄົ້ນຄວ້າ ວິທີການທີ່ຈະຊ່ວຍໃຫ້ເຂົ້າເພີ່ມວິຕະມິນແຮ່ທາດ ໄດ້ຮັບການຍອມຮັບໃນລະດັບດີ ເຊິ່ງຈະສຶກສາໃນຂອບເຂດໂຮງຮຽນ ແລະ ຊຸມຊົນເປົ້າໝາຍ ທີ່ເດັກນ້ອຍນັກຮຽນໄດ້ຮັບເຂົ້າເພີ່ມວິຕະມິນແຮ່ທາດ.

ທ່ານ ຟູມີຊູກູ ໂຕຊູ ໄດ້ກ່າວວ່າ: ການມີມາດຕະຖານແຫ່ງຊາດ ສໍາລັບການເພີ່ມວິຕະມິນແຮ່ທາດໃສ່ເຂົ້າ ຈະເປັນສິ່ງສໍາຄັນ ໃນການລິເລີ່ມການຜະລິດເຂົ້າເພີ່ມວິຕະມິນແຮ່ທາດ ພາຍໃນປະເທດ, ເຊິ່ງຂ້າພະເຈົ້າຫວັງວ່າ ການລິເລີ່ມນີ້ຈະນໍາໄປສູ່ ການສະໜອງເຂົ້າເພີ່ມວິຕະມິນແຮ່ທາດ ຕໍ່ປະຊາຊົນບັນດາເຜົ່າ ໃນທົ່ວ ສປປ ລາວ ແລະ ເພື່ອເປັນການປະກອບສ່ວນ ໂຕ້ຕອບສະພາວະການຂາດຈຸລະສານອາຫານ. ນັບແຕ່ປີ 2013 ເປັນຕົ້ນມາ ທີ່ອົງການອາຫານໂລກ (WFP) ໄດ້ເປັນຄູ່ຮ່ວມງານຫລັກກັບພາກລັດ ໃນຂົງເຂດວຽກງານການເພີ່ມວິຕະມິນແຮ່ທາດໃສ່ເຂົ້າ ແລະ ເມື່ອບໍ່ດົນມານີ້ ອົງການ WFP ໄດ້ນໍາເຂົ້າສານເຕີມວິຕະມິນແຮ່ທາດ ຈາກຕ່າງປະເທດ ເພື່ອມາປຸງແຕ່ງໃນໂຄງການອາຫານທ່ຽງໃນໂຮງຮຽນ ທີ່ມີນັກຮຽນກຸ່ມເປົ້າໝາຍຫລາຍ ໂດຍມີ ນັກຮຽນ 64.000 ຄົນ ຈາກໂຮງຮຽນ 707 ແຫ່ງ ໃນທົ່ວປະເທດ. ສໍາລັບແຜນການໃນຕໍ່ໜ້າ, ອົງການ WFP ຈະຮ່ວມກັບ ຄະນະຮັບຜິດຊອບການພັດທະນາ ແລະ ສົ່ງເສີມການເພີ່ມວິຕະມິນແຮ່ທາດໃສ່ອາຫານ ພາຍໃຕ້ການຊີ້ນໍາ ຂອງກະຊວງສາທາລະນະສຸກ ເພື່ອດໍາເນີນການຜະລິດເຂົ້າເພີ່ມວິຕະມິນແຮ່ທາດ ໃນ ສປປ ລາວ ເພື່ອເປັນການສະໜອງໃຫ້ ໂຮງຮຽນເປົ້າໝາຍ, ຊຸກຍູ້ຜູ້ປະກອບການໂຮງສີເຂົ້າໃນທ້ອງຖິ່ນ ແລະ ເປັນການຊອກຫາໂອກາດ ໃນໄລຍະຍາວ ເພື່ອເພີ່ມການສະໜອງໃຫ້ເປັນສິນຄ້າ ເຂົ້າສູ່ຕະຫລາດ.

ທ່ານ ນາງ ພອນສະຫວັນ ແກ້ວນະຄອນ ໄດ້ກ່າວວ່າ: ການຂາດຈຸລະສານອາຫານ ຫລື ການຂາດໂພຊະການແບບ ແມ່ນພົບເຫັນຢູ່ທົ່ວໄປ ໃນ ສປປ ລາວ ແມ່ນການຂາດ ວິຕະມິນ ແລະ ແຮ່ທາດ ທີ່ມີຄວາມຈໍາເປັນ ໃນປະລິມານໃດໜຶ່ງ ທີ່ມີຜົນຕໍ່ການເຕີບໂຕ ແລະ ພັດທະນາຢ່າງສົມບູນ ໂດຍສະເລ່ຍ 40% ຂອງແມ່ຍິງໄວຈະເລີນພັນ ແລະ 44% ຂອງເດັກ ອາຍຸລຸ່ມ 5 ປີ ມີອາການພະຍາດເລືອດຈາງ ທີ່ເກີດຈາກການຂາດທາດເຫລັກ, ແຕ່ໃນບາງພື້ນທີ່ໃນທົ່ວປະເທດ ອັດຕາດັ່ງກ່າວ ແມ່ນມີຄວາມແຕກໂຕນກັນຫລາຍ ເຊິ່ງ ບັນຫາດັ່ງກ່າວ ສາມາດສົ່ງຜົນກະທົບທີ່ແກ່ຍາວ ແລະ ຮຸນແຮງ ຕໍ່ສຸຂະພາບ ແລະ ການພັດທະນາຂອງເຂົາເຈົ້າ.

ພິທີປະກາດແຕ່ງຕັ້ງປະທານ, ຮອງປະທານ ແລະ ກໍາມະການ ຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງໄຊສົມບູນ.

0


ໃນວັນທີ 9 ມິຖຸນາ 2022 ນີ້ ທີ່ກອງບັນຊາການທະຫານແຂວງໄຊສົມບູນ, ໄດ້ມີພິທີປະກາດແຕ່ງຕັ້ງປະທານ, ຮອງປະທານ ແລະ ກໍາມະການ ຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ພົ.ທ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຄະນະກໍາມະການ ປກຊ – ປກສ ສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ – ຫົວໜ້າກົມໃຫ່ຍການເມືອງກອງທັບ, ມີສະຫາຍ ເຈົ້າແຂວງ, ຮອງເຈົ້າແຂວງ, ຄະນະພັກ – ຄະນະບັນຊາ 2 ກໍາລັງປ້ອງກັນຊາດ – ປ້ອງກັນຄວາມສະຫງົບແຂວງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ໃນພິທີ ສະຫາຍ ພັ.ອ ທອງບຸນ ຂຸນລະພິດ ຮອງຫົວໜ້າຫ້ອງການ ຄະນະກໍາມະການ ປກຊ – ປກສ ສູນກາງ ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 106/ຄລສພ ລົງວັນທີ 10/05/2022 ວ່າດ້ວຍການແຕ່ງຕັ້ງປະທານ, ຮອງປະທານ ປກຊ – ປກສ ແຂວງໄຊສົມບູນ ຄື: ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ ເປັນປະທານ ປກຊ – ປກສ ແຂວງ, ສະຫາຍ ພົ.ຕ ວົງສອນ ອິນປານພິມ ຮອງເລຂາພັກແຂວງໄຊສົມບູນ ເປັນຮອງປະທານ ປກຊ – ປກສ ແຂວງ, ຂໍ້ຕົກລົງ ເລກທີ 14/ຄລສພ ລົງວັນທີ 25/1/2022 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພັ.ທ ປອ ຄໍາຕ້ອຍ ມະນີວອນ ເປັນກໍາມະການ ຄະນະກໍາມະການ ປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແຂວງໄຊສົມບູນ, ໂອກາດນີ້ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ ປະທານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແຂວງ ຍັງໄດ້ຂື້ນລາຍງານສະພາບການໂດຍຫຍໍ້ກ່ຽວກັບວຽກງານ ປກຊ-ປກສ ໄລຍະ 5 ເດືອນຜ່ານມາ ສະຫາຍ ໄດ້ກ່າວວ່າ: ໃນໄລຍະຜ່ານມາ ດ້ວຍຄວາມເອົາໃຈໃສ່ຊີ້ນໍາໂດຍກົງຈາກສູນກາງ, ເຮັດໃຫ້ວຽກງານ ປ້ອງກັນຊາດ – ປ້ອງກັນຄວາມສະຫງົບພາຍໃນແຂວງແມ່ນໄດ້ຮັບປະສິດທິຜົນສູງ, ພະນັກງານ, ທະຫານ, ຕໍາຫຼວດ, ຕະຫຼອດຮອດ ພໍ່ແມ່ປະຊາຊົນ ບັນດາເຜົ່າ ພາຍໃນແຂວງ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ ປະກອບສ່ວນໃນວຽກງານ ປກຊ-ປກສ ເປັນຢ່າງດີ, ສາມາດສ້າງບ້ານປ້ອງກັນຊາດເຂັ້ມແຂງ, ບ້ານປ້ອມໝັ້ນສູ້ຮົບຕິດລຽນໄດ້ຫຼາຍບ້ານ ໃນທົ່ວແຂວງ, ເຄື່ອນໄຫວທຳລາຍສະນໍາໄຮ່ຝີ່ນໄດ້ ຫຼາຍກວ່າ 25 ແຫ່ງ, ຈັບກຸມ ຂະບວນການຄ້າຂາຍຢາເສບຕິດໄດ້ 18 ລາຍ, ເຄື່ອນໄຫວຕອບຕ້ານກຸ່ມຄົນບໍ່ດີໄດ້ຫຼາຍຄັ້ງ ເຮັດໃຫ້ສະພາບພາຍໃນແຂວງມີຄວາມສະຫງົບໂດຍພື້ນຖານ.

ທ້າຍພິທີ ສະຫາຍ ພົ.ທ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຄະນະກໍາມະການ ປກຊ – ປກສ ສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ – ຫົວໜ້າກົມໃຫ່ຍການເມືອງກອງທັບ ໄດ້ໂອ້ລົມຕໍ່ພິທີ ກ່ອນອື່ນ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ບັນດາສະຫາຍ ການນໍາແຂວງ ທີ່ໄດ້ຮັບການແຕ່ງຕັ້ງຄັ້ງນີ້ ພ້ອມທັງຮຽກຮ້ອງມາຍັງ ຜູ້ທີ່ໄດ້ຮັບແຕ່ງຕັ້ງໜ້າທີ່ ກໍຄືທຸກພາກສ່ວນ ຈົ່ງເອົາໃຈໃສ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມ ເວົ້າສະເພາະກໍ່ຄືແຂວງໄຊສົມບູນ ໃຫ້ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ພ້ອມນີ້ຍັງໄດ້ເນັ້ນໜັກໃຫ້ 2 ກຳລັງ ປກຊ-ປກສ ແຂວງ, ເອົາໃຈໃສ່ເປັນເສນາທິການ ເພື່ອຕອບຕ້ານປະກົດການຫຍໍ້ທໍ້ຕ່າງໆ ທີ່ອາດເກີດຂື້ນ, ໂດຍຖືເອົາກໍາລັງຫັນລົງກໍ່ສ້າງຮາກຖານການເມືອງ ໃນຂອບເຂດຮັບຜິດຊອບ, ເຮັດໃຫ້ປະຊາຊົນມີສ່ວນຮ່ວມຕໍ່ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ເຮັດໃຫ້ການພັດທະນາ ເສດຖະກິດ – ສັງຄົມ ພາຍໃນແຂວງ ມີບາດກ້າວຂະຫຍາຍຕົວດີຂື້ນຢ່າງຕໍ່ເນື່ອງ
ຂ່າວ: ສຕ ພຸດທະພອນ ລັດດານາວ
ພາບ: ຮທ ສດ ນາມໄຕ
ທະຫານແຂວງໄຊສົມບູນ

ສະຫາຍເລຂາທິການໃຫຍ່ ຢ້ຽມຢາມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

0

ໃນວັນທີ 9 ມິຖຸນາ 2022, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກ, ປະທານປະເທດ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ໂອ້ລົມ ພະນັກງານຫລັກແຫລ່ງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ(ສມປຊ) ໂດຍໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງ ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວຫນ້າສະຖາບັນການເມືອງ ແລະ ການປົກຄອງ ແຫ່ງຊາດ ພ້ອມດ້ວຍຄະນະ, ມີບັນດາຄະນະກົມ, ຫ້ອງການ, ຄະນະຕ່າງໆ, ສູນຂໍ້ມູນຂ່າວສານ ແລະ ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດດັ່ງກ່າວ, ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ໄດ້ລາຍງານໃຫ້ຮູ້ກ່ຽວກັບຜົນງານການ ເຄື່ອນໄຫວຕະຫລອດໃນໄລຍະທີ່ຜ່ານມາ ເຊິ່ງຄະນະພັກ-ຄະນະນໍາ ສມປຊ ແລະ ພະນັກງານ, ຄູ-ອາ ຈານ ໄດ້ເປັນເຈົ້າການເຄື່ອນໄຫວເຮັດໜ້າທີ່ການເມືອງຂອງຕົນຢ່າງຕັ້ງຫນ້າ ໂດຍສະເພາະແມ່ນການ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິຕົກລົງກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ສມປຊ ໂດຍໄດ້ສ້າງແຜນການເຄື່ອນໄຫວສຶກສາ ອົບຮົມການເມືອງ-ແນວຄິດ; ບາລຸງ, ກໍ່ສ້າງຖັນແຖວສະມາຊິກພັກ, ພະນັກງານ, ຄູອາຈານ ແລະ ນັກສຶກສາ ໃນແຕ່ລະໄລຍະຢ່າງຈະແຈ້ງ, ໄດ້ຖືສໍາຄັນວຽກງານຕິດຕາມ, ເກັບກໍາ ແລະ ແກ້ໄຂສະພາບການກໍຄືທ່າອ່ຽງ ການຜັນແປທາງດ້ານແນວຄິດ ຂອງຖັນແຖວສະມາຊິກພັກ, ພະນັກງານລັດຖະກອນ ແລະ ນັກສຶກສາຢ່າງທັນການ, ສ້າງລະບອບລາຍງານສ່ອງແສງ ແລະແຈ້ງຂ່າວພາຍໃນຢ່າງເປັນ ປົກກະຕິ. ກົງຈັກການຈັດຕັ້ງຂອງສະຖາບັນ ໄດ້ສືບຕໍ່ປັບປຸງ ໃຫ້ມີຄວາມເຂັ້ມແຂງ, ສາມາດປະຕິບັດໜ້າທີ່ການເມືອງ ຢ່າງມີປະສິດທິຜົນ ອີງຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງເພີ່ມຂຶ້ນ, ໄດ້ສ້າງຕັ້ງ 02 ກົມເພີ່ມຕື່ມຄື: ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ເເລະ ກົມກວດກາ; ສັບຊ້ອນຈາກ 48 ພະແນກ ຍັງເຫລືອ 38 ພະແນກ, ຄະນະນໍາຂັ້ນສູງຂອງສະຖາບັນ ມີ 04 ສະຫາຍ, ຍິງ 02 ສະຫາຍ, ໃນນັ້ນໄດ້ຮັບການແຕ່ງຕັ້ງຈາກຂັ້ນເທິງ 02 ສະຫາຍ.

ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ຍັງໃຫ້ຮູ້ອີກວ່າ: ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທີ່ ຜ່ານມາໄດ້ດໍາເນີນໂຄງການຫລັກສູດການຮຽນ-ການສອນ ທັງຫມົດ 4 ລະບົບຮຽນຄື: ລະບົບຊັ້ນສູງເລັ່ງລັດ 5 ເດືອນ, ລະບົບອະນຸປະລິນຍາ 2 ປີ; ລະບົບປະລິນຍາຕີ 4 ປີ ແລະ ລະບົບປະລິນຍາໂທການເມືອງ-ການປົກຄອງ 2 ປີ. ນອກນັ້ນຍັງໄດ້ຄຸ້ມຄອງ ການຈັດຕັ້ງປະຕິບັດການຮຽນ-ການສອນ ໂຄງການຫລັກສູດລະບົບຊັ້ນກາງ, ຊັ້ນອະນຸປະລິນຍາຂອງໂຮງຮຽນການເມືອງ ແລະ ການປົກຄອງທ້ອງ ຖິ່ນທົ່ວປະເທດ, ຄຸ້ມຄອງຫລັກສູດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລະຍະສັ້ນ 45 ວັນ ຂອງບັນດາກະຊວງ-ອົງການອ້ອມຂ້າງສູນກາງ ແລະ ໄລຍະ ປີ 2020-2022 ສມປຊ ມີນັກສຶກສາທີ່ມາສຶກສາຄົ້ນຄວ້າ ໄລຍະຍາວທັງຫມົດ 1.205 ສະຫາຍ, ຍິງ 299 ສະຫາຍ, ໃນນັ້ນ ໄດ້ສໍາເລັດ ການສຶກສາໃນ ສົກຮຽນ 2020-2021 ຈໍານວນ 674 ສະຫາຍ, ຍິງ 157 ສະຫາຍ ແລະ ຍັງສືບຕໍ່ຮຽນໃນສົກຮຽນ 2021-2022 ຈໍານວນ 531 ສະຫາຍ, ຍິງ 144 ສະຫາຍ; ດໍາເນີນການຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 45 ວັນ ຢູ່ບັນດາກະຊວງ-ອົງການອ້ອມຂ້າງສູນກາງ ສົກຮຽນ 2020-2021 ລວມມີ 12 ກະຊວງ-ອົງການອ້ອມຂ້າງສູນກາງ ທີ່ເປີດຝຶກອົບຮົມຫລັກສູດດັ່ງກ່າວ ລວມມີຈໍານວນຜູ້ເຂົ້າຮ່ວມທັງຫມົດ 1.323 ສະຫາຍ, ຍິງ 548 ສະຫາຍ; ດໍາເນີນການຝຶກອົບຮົມທິດສະດີຕາມຫົວຂໍ້ສະເພາະ ໃຫ້ເລຂາພັກເມືອງ, ຄະນະປະຈໍາພັກເມືອງໃນທົ່ວປະເທດ ໄລຍະສັ້ນ 10-15 ວັນ, ສົກຮຽນ 2020-2021 ລວມມີຜູ້ເຂົ້າຮ່ວມ 139 ສະຫາຍ, ຍິງ 14 ສະຫາຍ; ດໍາເນີນການຝຶກອົບຮົມທິດສະດີ ຕາມຫົວຂໍ້ສະເພາະ ຜູ້ບໍລິຫານລັດວິສາຫະກິດ ໄລຍະສັ້ນ 5 ວັນ, ໃນສົກຮຽນ 2020-2021 ມີຜູ້ເຂົ້າຮ່ວມ 117 ສະຫາຍ, ຍິງ 18 ສະຫາຍ. ພ້ອມກັນນັ້ນ ສມປຊ ໄດ້ຊີ້ນໍາ ແລະ ຄຸ້ມຄອງດ້ານວິຊາການຕໍ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງທົ່ວປະເທດ ໄດ້ຈັດຕັ້ງປະຕິບັດຢູ່ 2 ລະບົບຄື: ລະບົບຊັ້ນກາງ ແລະ ລະບົບອະນຸປະລິນຍາ ມີນັກສຶກສາທັງຫມົດ 3.303 ສະຫາຍ, ຍິງ 886 ສະຫາຍ ແລະ ໄດ້ມີຜົນສໍາເລັດຢ່າງຕັ້ງໜ້າໃນການພົວພັນຮ່ວມມືກັບຕ່າງປະເທດ ຕາມບົດບັນທຶກການຮ່ວມມື ໂດຍ ສະເພາະການຮ່ວມມືກັບເພື່ອນມິດຍຸດທະສາດສັງຄົມນິຍົມ ສສ ຫວຽດນາມ ແລະ ສປ ຈີນ ເຊິ່ງໄດ້ປະກອບສ່ວນຍົກສູງຄຸນນະພາບການ ຮຽນ-ການສອນ, ການຄົ້ນຄວ້າວິທະຍາສາດ, ການບໍາລຸງ-ກໍ່ສ້າງ ພະນັກງານ, ຄູ-ອາຈານ ແລະ ຍາດແຍ່ງການ ຊ່ວຍເຫລືອຕ່າງໆ ເຂົ້າສູ່ສະຖາບັນໄດ້ຢ່າງມີຜົນສໍາເລັດ.

ໂອກາດນີ້, ສະຫາຍ ເລຂາທິການໃຫຍ່ ໄດ້ໂອ້ລົມ ແລະ ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາ ເລັດຫລາຍດ້ານ ທີ່ ສມປຊ ຍາດມາໄດ້ຕະຫລອດໄລຍະທີ່ຜ່ານມາ ແລະ ເພື່ອຕອບສະຫນອງ ກັບຄວາມ ຮຽກຮ້ອງຕ້ອງການກັບຫນ້າທີ່ການເມືອງຂອງໃນໄລຍະໃຫມ່, ສມປຊ ຕ້ອງຍົກສູງການນໍາພາຢ່າງຮອບ ດ້ານ ແລະ ການພັດທະນາຖັນແຖວພະນັກງານ, ຄູ-ອາຈານ, ເອົາໃຈໃສ່ສ້າງຖັນແຖວຄູ-ອາຈານ, ນັກວິ ທະຍາສາດ, ພະນັກງານບໍລິຫານ ໃຫ້ມີຄວາມຮູ້, ຄວາມສາມາດ, ມີທັດສະນະການເມືອງຫນັກແຫນ້ນ, ມີຄຸນສົມບັດສິນທໍາປະຕິວັດ, ໄດ້ຮັບການກໍ່ສ້າງທີ່ເປັນລະບົບ, ລົງເລິກທາງດ້ານທິດສະດີ, ມີວິທີວິທະຍາດ້ານການສິດສອນ.

ພ້ອມນັ້ນ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ເນັ້ນໃຫ້ສະຖາບັນ ຕ້ອງສູ້ຊົນສ້າງ ແລະ ພັດທະນາໃຫ້ກາຍເປັນສະຖາບັນທີ່ທັນສະໄໝ, ຮັກສາໄດ້ທາດແທ້ຂອງໂຮງຮຽນພັກ ແລະ ເຊື່ອມໂຍງກັບສາກົນ, ພັກ ແລະ ລັດຖະບານ ຍາມໃດກໍໃຫ້ຄວາມສໍາຄັນ ແລະ ໃຫ້ການລົງທຶນຢ່າງເໝາະສົມ ໃຫ້ແກ່ສະຖາບັນ ໃນການພັດທະນາພື້ນຖານໂຄງລ່າງ, ເຕັກນິກສ້າງໃຫ້ສະຖາບັນກາຍເປັນສູນກາງແຫ່ງການບໍາລຸງ, ກໍ່ສ້າງພະນັກງານ ທາງດ້ານທິດສະດີການເມືອງ-ການປົກຄອງ, ເປັນສູນກາງແຫ່ງການຄົ້ນຄວ້າທິດສະດີ ມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ເປັນຂົວຕໍ່ລະຫວ່າງລະບົບໂຮງຮຽນພັກ, ສູນບໍາລຸງພະນັກງານຢູ່ບັນດາກະຊວງ, ອົງການຕ່າງໆ. ສະຖາບັນ ຄວນເອົາໃຈໃສ່ວຽກງານເປີດກວ້າງຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມືສາກົນ, ຮັບເອົາບົດຮຽນທີ່ດີຈາກບັນດາປະເທດເພື່ອມິດ ໃນວຽກງານບໍາລຸງ-ກໍ່ສ້າງພະນັກງານ, ການຄົ້ນຄວ້າວິທະຍາສາດ ເປັນຕົ້ນນ ແມ່ນວິທະຍາສາດການເມືອງ, ວິທະຍາສາດ ການນໍາພາ, ຄຸ້ມຄອງທີ່ກ້າວໜ້າ ທັງນີ້ເພື່ອເຮັດໃຫ້ສະຖາບັນ ເຮັດສໍາເລັດຫນ້າທີ່ການເມືອງທີ່ພັກ, ລັດມອບຫມາຍໃຫ້ປະກອບສ່ວນສໍາຄັນເຂົ້າໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກຢ່າງມີຜົນສໍາເລັດ.

ຂ່າວ-ພາບ: ສມປຊ

#Medialaos MMD #ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

ຂ່າວດີ ລັດຖະບານແຕ່ງຕັ້ງຄະນະແກ້ໄຂບັນຫານ້ຳມັນເຊື້ອໄຟ, ລາຄາສິນຄ້າ ແລະ ເງິນຕາຕ່າງປະເທດ

0

ປັດຈຸບັນ ມີສື່ອອນລາຍທີ່ບໍ່ແມ່ນສື່ທາງການຈຳນວນໜຶ່ງ ໄດ້ເຜີຍແຜ່ຂໍ້ມູນຜ່ານໜ້າເພຈຂ່າວຂອງຕົນ ໂດຍອ້າງວ່າ: ນາຍົກລັດຖະມົນຕີ ແຕ່ງຕັ້ງບັນດາທ່ານເຫລົ່ານີ້ ມາຮັບຜິດຊອບວຽກງານຕ່າງໆ ພ້ອມປະກອບຮູບພາບເປັນ ສະມາຊິກສະພາແຫ່ງຊາດ ແລະ ນັກທຸລະກິດ ຈຳນວນໜຶ່ງ ເຊິ່ງບໍ່ຖືກຕ້ອງຕາມເນື້ອໃນຈິດໃຈຂໍ້ຕົກລົງຂອງລັດຖະບານ ທັງເປັນການສ້າງຄວາມສັບສົນວຸ້ນວາຍໃນສັງຄົມ ເກີດຄວາມເຂົ້າໃຈຜິດ ແລະ ວິພາກວິຈານຕ່າງໆນາໆ ໃນລັກສະນະບໍ່ສ້າງສັນ.

ຄວາມຈິງແລ້ວ, ລັດຖະບານ ກໍຄື ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ອອກຂໍ້ຕົກລົງ ສະບັບເລກທີ 36/ນຍ ລົງວັນທີ 06.06.2022 ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດ ຮັບຜິດຊອບຊີ້ນຳ ແລະ ວາງມາດຕະການຮີບດ່ວນ ໃນການແກ້ໄຂບັນຫານ້ຳມັນເຊື້ອໄຟ, ລາຄາສິນຄ້າ ແລະ ເງິນຕາຕ່າງປະເທດ ປະກອບດ້ວຍ:

1) ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳຂົງເຂດວຽກງານເສດຖະກິດ ເປັນຫົວໜ້າຄະນະ;

2) ແຕ່ງຕັ້ງ ທ່ານ ລັດຖະມົນຕີ ກະຊວງການເງິນ ເປັນຮອງຫົວໜ້າຄະນະ;

3) ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເປັນຄະນະ;

4) ທ່ານ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ເປັນຄະນະ;

5) ທ່ານ ຮອງຫົວໜ້າຫ້ອງວ່າການສູນກາງພັກ ເປັນຄະນະ;

6) ທ່ານ ຮອງຫົວໜ້າອົງການກວດກາແຫ່ງລັດ ເປັນຄະນະ;

7) ທ່ານ ຫົວໜ້າກົມໃຫຍ່ຕຳຫລວດ, ກະຊວງປ້ອງກັນຄວາມສະຫງົບ ເປັນຄະນະ;

8) ທ່ານ ປະທານສະມາຄົມນໍ້າມັນເຊື້ອໄຟລາວ ແລະ ອາຍແກັດ ເປັນຄະນະ.

ສໍາລັບ ສິດ ແລະ ໜ້າທີ່ ຂອງ ຄະນະສະເພາະກິດຮັບຜິດຊອບ ແມ່ນວາງມາດຕະການຮັບປະກັນການນຳເຂົ້ານໍ້າມັນເຊື້ອໄຟ ເພື່ອສະໜອງຄວາມຕ້ອງການອັນຈຳເປັນ ໃຫ້ເປັນປົກກະຕິ ແລະ ຮັບປະກັນການກໍານົດລາຄາໃນແຕ່ລະໄລຍະໃຫ້ທັນການ ແລະ ສອດຄ່ອງກັບການຜັນແປຂອງລາຄານ້ຳມັນເຊື້ອໄຟຢູ່ຕະຫລາດໂລກ ແລະ ສະພາບຄວາມເປັນຈິງຂອງປະເທດເຮົາ.

ວາງມາດຕະການຕ່າງໆ ແລະ ວິທີການຕົວຈິງ ໃນການສະໜອງເງິນຕາຕ່າງປະເທດ, ການຄຸ້ມຄອງອັດຕາແລກປ່ຽນເງິນຕາຕ່າງປະເທດ, ການແກ້ໄຂບັນດາຮ້ານແລກປ່ຽນ, ການນຳໃຊ້ເງິນຕາໃນທ້ອງຕະຫລາດ ໃຫ້ມີຄວາມສະຫງົບ ແລະ ມີສະຖຽນລະພາບ.

ຕິດຕາມກວດກາ ແລະ ປະຕິບັດມາດຕະການເຂັ້ມງວດ ຕໍ່ຜູ້ລ່ວງລະເມີດກົດໝາຍ, ສ້າງຄວາມປັ່ນປ່ວນ, ສ້າງບັນຫາເສຍຫາຍໃຫ້ແກ່ເສດຖະກິດ-ການເງິນຂອງຊາດ.

ວາງມາດຕະການຕ່າງໆ ເພື່ອຄວບຄຸມລາຄາສິນຄ້າ, ການກໍານົດສິນຄ້າຍຸດທະສາດ ເພື່ອໃຫ້ລາຄາສິນຄ້າໃນທ້ອງຕະຫລາດ ຢູ່ໃນເກນປົກກະຕິ.

ວາງມາດຕະການຕ່າງໆ ນໍາໃຊ້ຕົວຈິງ ເພື່ອແກ້ໄຂທຸກບັນຫາ ທີ່ເປັນຜົນກະທົບເຖິງຄວາມໝັ້ນຄົງຂອງຊາດ ທາງດ້ານເສດຖະກິດ ຕາມສະພາບການເກີດຂຶ້ນ ເພື່ອສາມາດຮັບມືກັບການແກ້ໄຂສະພາບການຢ່າງທັນການ.

ໃນມາດຕາ 3 ຂອງຂໍ້ຕົກລົງດັ່ງກ່າວ, ຍັງມອບໃຫ້ຫົວໜ້າຄະນະສະເພາະກິດ ແຕ່ງຕັ້ງໜ່ວຍງານຊ່ວຍວຽກຂອງຕົນ ຕາມຄວາມຈຳເປັນ.

#Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

3 ບ້ານ ພວມໄດ້ຮັບການກໍ່ສ້າງ ແລະ ສ້ອມແປງຍົກລະດັບໃຫ້ດີຂຶ້ນກວ່າເກົ່າ

0

ເພື່ອເປັນການຊຸກຍູ້, ຕິດຕາມ ການພັດທະນາພື້ນຖານໂຄງລ່າງ ດ້ານການຄົມມະນາຄົມ ໂດຍສະເພາະກໍ່ແມ່ນການກໍ່ສ້າງ-ສ້ອມແປງ ຖະໜົນຫົນທາງ ແລະ ຂົວ ໃນທົ່ວເມືອງວິລະບູລີ ໃຫ້ຢູ່ໃນສະພາບທີ່ແຂງແຮງ ແລະໃຊ້ງານໄດ້ຕະຫຼອດເວລາ ຮັບປະກັນໃຫ້ມີຄວາມປອດໄພ, ຄວາມສະດວກສະບາຍໃນການສັນຈອນໄປມາ ຂອງພໍ່ແມ່ປະຊາຊົນ ໃນໄລຍະລະດູຝົນນີ້,

ດັ່ງນັ້ນ ມາໃນຕອນເຊົ້າຂອງວັນທີ 4 ມິຖຸນາ 2022 ນີ້ ທ່ານຄໍາຜຸຍ ສີບຸນເຮືອງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງວິລະບູລີ ພ້ອມດ້ວຍພະນັກງານວິຊາການຈາກຫ້ອງໂຍທາທິການ ແລະຂົນສົ່ງເມືອງ ໄດ້ລົງເຄື່ອນໄຫວຊຸກຍູ້, ຕິດຕາມ ການກໍ່ສ້າງຂົວຂ້າມນໍ້່າຫ້ວຍຄຽງ ຕັ້ງຢູ່ເສັ້ນທາງລະຫວ່າງບ້ານບຸ່ງຄໍາ ຫາ ບ້ານຫ້ວຍດ່າງ ເຊິ່ງຂົວແຫ່ງນີ້ ແມ່ນເປັນປະເພດຂົວຈົມ ແບບນໍ້່າລົ້ນ ສ້າງດ້ວຍເບຕົງເສີມເຫຼັກ ວາງທໍ່ໃສ່ໃຫ້ນໍ້າໄຫຼລອດຈໍານວນ 4 ຈຸດ, ມີຄວາມຍາວທັງໝົດ 26 ແມັດ, ກວ້າງ 6 ແມັດ ແລະ ສູງ 2,50 ແມັດ ມີມູນຄ່າໃນການກໍ່ສ້າງທັງໝົດ 83 ພັນໂດລາສະຫະລັດ ໂດຍແມ່ນນໍາໃຊ້ງົບປະມານ ຈາກກອງທຶນພັດທະນາທ້ອງຖິ່ນ ຂອງບໍລິສັດລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ແລະ ທຶນສົມທົບຂອງບໍລິສັດເອກະຊົນຈໍານວນໜຶ່ງ ,ເຊິ່ງໄດ້ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນເດືອນ ພຶດສະພາ ຜ່ານມາ ແລະ ຄາດວ່າຈະໃຫ້ສໍາເລັດໃນເດືອນມິຖຸນາ 2022 ນີ້.

ຈາກນັ້ນທ່ານ ເຈົ້າເມືອງວິລະບູລີ ພ້ອມຄະນະ ກໍ່ໄດ້ສືບຕໍ່ເດີນທາງໄປເບິ່ງການສ້ອມແປງຂົວຂ້າມນໍ້າເຊນ້ອຍ ຕັ້ງຢູ່ບ້ານນາເຕີ້ ໃນເສັ້ນທາງແຕ່ 3 ແຍກທາງເລກ 10 ບ້ານດົງບັງ ເຂົ້າຫາບ້ານທາດນາງລາວ ຂົວແຫ່ງນີ້ມີຄວາມຍາວທັງໝົດ 36 ແມັດ, ກວ້າງ 4,50 ແມັດ ເຊິ່ງວ່າການສ້ອມແປງແມ່ນຈະໄດ້ເລີກຮື້ເອົາໄມ້ຂົວເກົ່າອອກທັງໝົດ ແລ້ວປະກອບລາງເຫຼັກຂົວໃສ່ແທນ ແລະ ປູໄມ້ພື້ນຂົວໃໝ່ທັງໝົດ ມີມູນຄ່າໃນການສ້ອມແປງທັງໝົດ 29 ພັນໂດລາສະຫະລັດ ໂດຍນໍາໃຊ້ງົບປະມານຈາກກອງທຶນພັດທະນາທ້ອງຖິ່ນ ຂອງບໍລິສັດລ້ານຊ້າງມີເນໂຣນ ລິມິເຕັດ, ຄາດວ່າຈະໃຫ້ສໍາເລັດພາຍໃນ ທ້າຍເດືອນ ມິຖຸນານີ້ ແລະ ຮັບເໝົາກໍ່ສ້າງສ້ອມແປງຂົວທັງ 2 ແຫ່ງດັ່ງກ່າວ ໂດຍແມ່ນບໍລິສັດ ຈະເລີນກໍ່ສ້າງສ້ອມແປງຂົວ-ທາງ ແລະຊົນລະປະທານ ຈໍາກັດຜູ້ດຽວ.

ຂ່າວ-ພາບ: ນັກຂ່າວວິທະຍຸກະຈາຍສຽງ ສະຫວັນນະເຂດ

#Medialaos MMD  #Savannakhet Province

ປກສ ເມືອງທ່າປາງທອງ ລົງເຜີຍແຜ່ເອກະສານ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ

0

ໃນຕອນເຊົ້າຂອງວັນທີ 1 ມີຖຸນາ 2022 ຜ່ານມານີ້ ຢູ່ທີ່ບ້ານ ດອນຂາວ ເມືອງທ່າປາງທອງ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມບັນດາເອກະສານ ກ່ຽວກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຂຶ້ນ ແລະ ພ້ອມທັງສຶກສາອົບຮົມກຸ່ມເປົ້າເສບຢາເສບຕິດ ເຊິງນຳໂດຍ ທ່ານ ພັທ ຈັນທະວີ ໄຊຍະຈັກ ຮອງຫົວໜ້າກອງບັນຊາການ ປກສ ເມືອງທ່າປາງທອງ, ທ່ານ ກອງມະນີ ອິນທິລາດ ເລຂາຄະນະພັກຮາກຖານ ກຸ່ມບ້ານທີ 9 ( ທ່າພີ່ ) ມີປກສ ກຸ່ມ 9 , ການຈັດຕັ້ງຂັ້ນບ້ານ ຜູ້ປົກຄອງ ແລະ ເປົ້າໝາຍຜູ້ເສບຢາເສບຕິດຈຳວນ 39 ຄົນ.

ໃນການລົງເຜີຍແຜ່ຄັ້ງນີ້ ກໍ່ໄດ້ຍົກໃຫ້ເຫັນ ກ່ຽວກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ບັນຫາຢາເສບຕິດ ແມ່ນໄດ້ມີການແຜ່ລະບາດຢ່າງຮ້າຍແຮງ ນັບແຕ່ຕົວເມືອງໃຫຍ່ ຮອດເຂດຊົນນະບົດຫ່າງໄກສອກຫຼີກ, ເຂົ້າເຖິງທຸກຊັ້ນຄົນໃນທົ່ວສັງຄົມ ນັບແຕ່ນັກຮຽນ-ນັກສຶກສາ, ພໍ່ຄ້າຊາວຂາຍ, ກຳມະກອນ, ຜູ້ວ່າງງານ, ຕະຫຼອດຮອດພະນັກງານ-ລັດຖະກອນຈຳນວນໜຶ່ງ ນອກຈາກນັ້ນ ຢາເສບຕິດຍັງສົ່ງຜົນກະທົບຕໍ່ສຸຂະພາບ ແລະ ຊີວິດຂອງຊາວໜຸ່ມຮຸ່ນສືບທອດ ເປັນສາເຫດພາໃຫ້ເກີດປະກົດການຫຍໍ້ທໍ້ ແລະ ບັນຫາອາຊະຍາກຳປະເພດຕ່າງໆ, ເປັນການກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງຄົມ, ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

ໃນໄລຍະຜ່ານມາເຖິງແມ່ນວ່າລັດຖະບານ ໄດ້ສຸມໃສ່ຫຼາຍມາດຕະການແກ້ໄຂບັນຫາຢາເສບຕິດກໍ່ຕາມ ແຕ່ບັນຫາດັ່ງກ່າວ, ກໍ່ຍັງຈະສືບຕໍ່ເພີ່ມທະວີຄວາມຮຸນແຮງ ແລະ ແຜ່ລະບາດເປັນວົງກວ້າງ, ດ້ວຍເຫດນັ້ນລັດຖະບານ ຈຶ່ງຖືເອົາການແກ້ໄຂບັນຫາຢາເສບຕິດ ເປັນວຽກງານບູລິມະສິດຈຳເປັນ, ຮີບດ່ວນ ຍົກໃຫ້ເປັນວາລະແຫ່ງຊາດ ເພື່ອສຸມທຸກກຳລັງແຮງສັງລວມ ເຂົ້າໃສ່ການແກ້ໄຂບັນຫາສໍາຄັນຂອງຊາດເວົ້າລວມເວົ້າສະເພາກໍຄືເມືອງທ່າປາງທອງ ພ້ອມກັນນີ້ ທ່ານ ພັທ ຈັນທະວີ ໄຊຍະຈັກ ຮອງຫົວໜ້າກອງບັນຊາການ ປກສ ເມືອງທ່າປາງທອງ ກໍ່ໄດ້ ຜ່ານແຜນການຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດຢູ່ເມືອງທ່າປາງທອງ ວ່າ : ສຳລັບເມືອງທ່າປາງທອງ ກໍ່ເປັນເມືອງໜຶ່ງ ທີ່ໄດ້ຮັບຜົນກະທົບຈາກບັນຫາຢາເສບຕິດ, ຍ້ອນສະພາບຈຸດພິເສດຂອງບ້ານຫ່າງໄກຊອກຫຼີກ ເຊິ່ງເປັນສາເຫດເຮັດໃຫ້ກຸ່ມຄົນບໍ່ດີຈຳນວນຫນຶ່ງ ສວຍໃຊ້ໂອກາດ ຄ້າຂາຍຢາເສບຕິດ ແລະ ສິ່ງຜິດກົດໝາຍປະເພດຕ່າງໆ ເຂົ້າມາບ້ານດັ່ງກ່າວດ້ວຍຫຼາຍຮູບການ; ຕໍ່ກັບບັນຫາດັ່ງກ່າວ ຄະນະພັກແຕ່ລະຂັ້ນພາຍໃນເມືອງ ແມ່ນໄດ້ເອົາໃຈໃສ່ແກ້ໄຂ ດ້ວຍຫຼາຍຮູບການ, ຫຼາຍວິທີການຢ່າງຕໍ່ເນື່ອງ ແລະ ມີຈຸດສຸມ ເຊິ່ງເຮັດໃຫ້ຫຼາຍພາກສ່ວນໃນທົ່ວສັງຄົມ ໄດ້ມີຄວາມຕື່ນຕົວເຂົ້າຮ່ວມປະກອບສ່ວນ ໃນການແກ້ໄຂບັນຫາຢາເສບຕິດດ້ວຍຄວາມເປັນເຈົ້າການ, ແຕ່ກໍ່ຍັງມີຈຳນວນຫນຶ່ງ ຍັງບໍ່ທັນໄດ້ເຂົ້າໃຈຢ່າງເລິກເຊິ່ງ ໃນການເຂົ້າຮ່ວມແກ້ໄຂບັນຫາຢາເສບຕິດຢ່າງຈິງຈັງ.

ສໍາລັບທິດທາງແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ ກໍ່ແມ່ນເລັ່ງໃສ່ການໂຄສະນາເຜີຍແຜ່ບັນດາເອກະສານຕ່າງໆ ແລະ ສຶກສາອົບຮົມເປົ້າໝາຍຜູ້ເສບຢາ ໂດຍກົງ ພ້ອມທັງຜູ້ກ່ຽວຂ້ອງກັບຢາເສບຕິດ ໃຫ້ທົ່ວເຖິງ ໂດຍສະເພາະກໍ່ແມ່ນໃນກຸ່ມຊາວໜຸ່ມ-ໄວໜຸ່ມ ແລະ ເປົ້າໝາຍອື່ນໆ, ເອົາໃຈໃສ່ສະກັດກັ້ນການຄ້າຂາຍຢາເສບຕິດ ດ້ວຍຮູບການຕ່າງໆ, ຂຶ້ນແຜນສືບຄົ້ນຫາເປົ້າໝາຍ, ຈັບກຸມຄຸມຂັງ ແລະດໍາເນີນຄະດີຕາມລະບຽບກົດໝາຍຢ່າງຈິງຈັງ. ຈາກນັ້ນກໍ່ໄດ້ເຮັດບົດບັນທຶກໃນການສຶກສາອົບຮົມຄັ້ງນີ້ ກັບກຸ່ມເປົ້າໝາຍທີ່ເສບຢານຳອີກດ້ວຍ.

ຂ່າວ-ພາບ: ນັກຂ່າວວິທະຍຸກະຈາຍສຽງ ສະຫວັນນະເຂດ

#Medialaos MMD  #Savannakhet Province

ບ້ານດອນເຄັງເລື້ອກຕັ້ງນາຍບ້ານຊຸດໃໝ່ ແລະ ໝ່ວຍພັກຊຸດໃໝ່

0

ມາໃນຕອນເຊົ້າວັນທີ 7 ມິຖຸນາ 2022 ນີ້ ຢູ່ທີ່ວັດ ບ້ານ ດອນເຄັງ ເມືອງຈຳພອນໄດ້ມີການຈັດກອງປະຊຸມ ປ່ອນບັດເລື້ອກຕັ້ງນາຍບ້ານຊຸດໃໝ່ ແລະ ໝ່ວຍພັກຊຸດໃໝ່ໃຫ້ກຽດເປັນປະທານ ໂດຍ ທ່ານ ສີສຸວັນ ສຸວັນະສານ ຮອງເລຂາພັກເມືອງ.ທ່ານ ແວວຕາ ອິນສົມບັດ ກຳມະການພັກເມືອງ ຫົວໝ້າຫ້ອງການພາຍໃນເມືອງ,ມີຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມ ພ້ອມດ້ວຍເລຂາຄະນະພັກຮາກຖານ ກຸ່ມບ້ານທີ 5 ແລະ ນາຍ ບ້ານ ພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ

ໃນພິທີດັ່ງກ່າວ ທ່ານ ລຳໂພ ໂຄສະດາ ຮອງເລຂາພັກບ້ານ ກໍ່ໄດ້ຜ່ານ ຂໍ້ຕົກລົງຂອງທ່ານ ເຈົ້າເມືອງວ່າດ້ວຍການອະນຸມັດການເລືອກຕັ້ງນາຍ ບ້ານ ຊຸດໃໝ່ ໃຫ້ແກ່ບ້ານດອນເຄັງຮັບຮູ້,ຈາກນັ້ນ ທ່ານ ສີສະນະ ຄຳພະຈັນ ນາຍ ບ້ານກໍ່ໄດ້ຜ່ານ ບົດສະຫຼຸບ ຂອງບ້ານໃນໄລຍະ 5 ປີ ຜ່ານມາ,ບ້ານ ດອນເຄັງມີຜົນລະເມືອງທັງໝົດ 614 ຄົນ ຍິງ 311 ຄົນ,ມີ 125 ຄອບຄົວ,ມີ 97 ຫຼັງຄາຮືອນ,ບ້ານ ດອນເຄັງ ມີເນື້ອທີ່ທຳການຜະລິດເຂົ້ານາປີ 330ກວ່າ ເຮັກຕາ,ນາແຊງ 15 ເຮັກຕາ,ປະຊາຊົນສາມາດຜະລິດເຂົ້າໄດ້ 3,5 ໂຕນ/ເຮັກຕາ,ໃນນັ້ນພາຍໃນບ້ານຍັງມີຄອບຄົວຕົວແບບ 2 ຄອບຄົວຄື: ຄອອບຄົວ ທ່ານ ຕຸ່ຍ,ຄອບຄົວ ທ່ານ ສິດ ທີ່ສາມາດທຳການຜະລິດເຂົ້າກາຍເປັນສິນຄ້າ ໄດ້ 20.000.000 ກີບ(ຊາວລ້ານກີບ)ຕໍ່ປີ, ແລະ ມີ 25 ຄອບຄົວ ສາມາດຜະລິດຜຶດລະດູແລ້ງໄດ້ມີຄື:ການປູກມັນຕົ້ນ,ການປູກມັນຊັບປາລັງ,ສາມາດສ້າງລາຍຮັບໄດ້ 10.000.000 – 15.000.000 ລ້ານກີບຕໍ່ປີ, ໃນນັ້ນຍັງໄດ້ຮັບຮອງເປັນບ້ານວັດທະນະທຳໃນປີ 2016 ແລະ ໄດ້ປະກາດຮັບຮອງເປັນບ້ານແບບຢ່າງປະຕິບັດກົດໝາຍແລ້ວ,ໃນນັ້ນທາງອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນຍັງໄດ້ປຸກລະດົມຂົນຂວາຍໃນການສ້າງທາງເປຕົງ ພາຍໃນວັດ ມີມູນຄ່າທັງໝົດ 43.000.000 ກີບ(ສີ່ສີບສາມລ້ານກີບ)ແລະສ້າງກຳແພງວັດ ມີມູນຄ່າ 5.000.000 ກີບ,ຈາກນັ້ນ ທ່ານ ນາງ ແວວຕາ ອິນສົມບັດ ກຳມະການພັກເມືອງ ຫົວໝ້າຫ້ອງການພາຍໃນເມືອງກໍ່ໄດ້ຜ່ານໃບສັນລະເສີນຕໍ່ຜູ້ທີ່ມີຜົນງານ ຜ່ານມາ 5 ປີ ແລະ ຜ່ານມາດຖານເງື່ອນໄຂຄຸນລັກສະນະຂອງຜູ້ສະໝັກນາຍບ້ານຊຸດໃໝ່ພ້ອມທັງປະກາດລາຍຊື່ຜູ້ສະໝັກນາຍບ້ານຊຸດໃໝ່,ຜົນການເລືອກຕັ້ງແມ່ນ,ທ່ານ ຕຸ່ຍ ໄຊສະນະ ເປັນນາຍບ້ານ,ທ່ານ ສີສະນະ ສີພະຈັນ ເປັນຮອງນາຍບ້ານ,ທ່ານ ສົມໝາຍ ເປັນຮອງ.

ມາໃນຕອນບ່າຍ ກໍ່ໄດ້ມີການເລືອກຕັ້ງຄະນະພັກຊຸດໃໝ່,ບ້ານດອນເຄັງ ມີສຳມຊິກພັກທັງໝົດ 12 ສະຫາຍ ຍິງ 2 ສະຫາຍ,ຜົນການເລືອກຄະນະໝ່ວຍພັກຊຸດໃໝ່,ທ່ານ ຕຸ່ຍ ໄຊຊະນະ ເປັນເລຂາ,ທ່ານ ແຕ່ງ ໄຊຊະນະ ເປັນຮອງເລຂາ,ທ່ານ ສົມໝາຍ ເປັນຮອງ,ສຸດທ້າຍ ທ່ານ ສີສຸວັນ ສຸວັນະສານ ກໍໄດ້ໂອລົມຕໍ່ກອງປະຊຸມ ແລະເນັ້ນໃຫ້ຄະນະບ້ານເອົາໃຈໃສ່ໃນການສາມະຄີ ແລະ ແບ່ງແບບແຜນວິທີເຮັດວຽກຂອງແຕ່ລະຄົນໃຫ້ເໝາະສົມແລະທ່ຽງທຳ ແລະ ໂປ່ງໃສໃນການພັດທະນາບ້ານໃຫ້ດີຂື້ນກ່າວເກົ່າ.

ຂ່າວ-ພາບ: ນັກຂ່າວວິທະຍຸກະຈາຍສຽງ ສະຫວັນນະເຂດ

#Medialaos MMD  #Savannakhet Province

ທົ່ວເມືອງເຊໂປນຈັດຕັ້ງການສອບເສັງຈົບຊັ້ນປະຖົມສຶກສາປີທີ 5 ສົກຮຽນ 2021-2022.

0

ຕອນເຊົ້າວັນທີ 7 ມີຖຸນາ 2022 ນີ້ຢູ່ສູນສອບເສັງໂຮງຮຽນປະຖົມອຸດົມສຸກ ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດຕັ້ງການສອບເສັງຈົບຊັ້ນປະຖົມສຶກສາປີທີ 5 ,ໂດຍເປັນກຽດເຂົ້າຮ່ວມຕັດຫົວບົດສອບເສັງ ມີ ທ່ານ ຄຳພອງ ໄຊທິບຸດ ຮອງເຈົ້າເມືອງເຊໂປນ ພ້ອມດ້ວຍຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.

ທົ່ວເມືອງເຊໂປນມີໂຮງຮຽນປະຖົມຈຳນວນ 109 ແຫ່ງ, ສົມບູນ 95 ແຫ່ງ, ໃນສົກຮຽນ 2021-2022 ມີສູນສອບເສັງທົ່ວເມືອງ 11 ສູນ, ໃນນີ້ສູນປະຖົມເມືອງຈັນ ມີນັກສອບເສັງທັງໝົດ 77 ຄົນ, ຍິງ 38ຄົນ, ມີຫ້ອງສອບເສັງ 4 ຫ້ອງ, ສູນປະຖົມອຸດົມສຸກ ມີນັກສອບເສັງທັງໝົດ 164 ຄົນ, ຍິງ 85 ຄົນ, ມີຫ້ອງສອບເສັງ 8 ຫ້ອງ, ສູນປະຖົມດົງສະຫວັນ ມີນັກສອບເສັງທັງໝົດ 169 ຄົນ, ຍິງ 74 ຄົນ, ມີຫ້ອງສອບເສັງ 9 ຫ້ອງ, ສູນປະຖົມຫ້ວຍສານ ມີນັກສອບເສັງທັງໝົດ 138 ຄົນ, ຍິງ 78 ຄົນ, ມີຫ້ອງສອບເສັງ 7 ຫ້ອງ, ສູນປະຖົມລະໂກ ມີນັກສອບເສັງທັງໝົດ 41 ຄົນ, ຍິງ 20 ຄົນ, ສູນປະຖົມນາບໍ່ ມີນັກສອບເສັງທັງໝົດ 92 ຄົນ, ຍິງ 50 ຄົນ, ມີຫ້ອງສອບເສັງ 5 ຫ້ອງ, ສູນປະຖົມໂພນໄຮ ມີນັກສອບເສັງທັງໝົດ 78 ຄົນ, ຍິງ 40 ຄົນ, ມີຫ້ອງສອບເສັງ 4 ຫ້ອງ, ສູນປະຖົມໂພໄຊ ມີນັກສອບເສັງທັງໝົດ 115 ຄົນ, ຍິງ 55 ຄົນ, ມີຫ້ອງສອບເສັງ 5 ຫ້ອງ, ສູນປະຖົມລາດຫໍ້ ມີນັກສອບເສັງທັງໝົດ 33 ຄົນ, ຍິງ 10 ຄົນ ມີຫ້ອງສອບເສັງ 2 ຫ້ອງ, ສູນປະຖົມກະດໍ ມີນັກສອບເສັງທັງໝົດ 43 ຄົນ, ຍິງ 16 ຄົນ, ມີຫ້ອງສອບເສັງ 2 ຫ້ອງ, ສູນປະຖົມມະຫາດ ມີນັກສອບເສັງທັງໝົດ 36 ຄົນ, ຍິງ 14 ຄົນ, ມີຫ້ອງສອບເສັງ 2 ຫ້ອງ, ລວມມີຈຳນວນນັກຮຽນສອບເສັງທັງໝົດ 986 ຄົນຍິງ 481 ຄົນ, ມີຫ້ອງສອບເສັງ 50 ຫ້ອງ, ວິຊາທີ່ຈະສອບເສັງມີ 3 ວິຊາຄື: ວິຊາພາສາລາວ(ພາກຫັດແຕ່ງ+ໄວຍາກອນ) ພາກຂຽນທວາຍ, ວິຊາຄະນິດສາດ ແລະ ວິຊາໂລກອອ້ມຕົວ.

ຂ່າວ-ພາບ: ນັກຂ່າວວິທະຍຸກະຈາຍສຽງ ສະຫວັນນະເຂດ

#Medialaos MMD  #Savannakhet Province