Friday, September 19, 2025
Home Blog Page 10

ພະຍາກອນອາກາດ ປະຈໍາວັນທີ 02 ກັນຍາ 2025

0

ຄວາມກົດດັນອາກາດຕ່ຳປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ. ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ. ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ.

ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 02/09/2025 ຫາ ເວລາ 07 ໂມງ ຂອງວັນທີ 03/09/2025

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 18 – 31 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ເກືອບທົ່ວໄປ ຫລື ເນື້ອທີ່

່ການປົກຫ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 22 – 33 ອົງສາ.

ນະຄອນຫລວງວຽງຈັນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40%. ອຸນຫະພູມໃນລະຫວ່າງ 25 – 30 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົາກັບ 40% ຂອງພາກ. ອຸນຫະພູມໃນລະຫວ່ າງ 23 – 32 ອົງສາ.

ແຂວງໄຊສົມບູນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ແລະ ປານກາງຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງຢູ່ເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ອຸນຫະພູມໃນລະຫວ່າງ 19 – 29 ອົງສາ.

ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຈະຕົກໜັກຢູ່ບາງທ້ອງຖິ່ນ ແຂວງສາລະວັນ, ເຊກອງ ແລະ ອັດຕະປື ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 23 – 33 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງບໍລິເວນ ພ້ອມມີລົມພັດແຮງຢູ່ທົ່ວໄປ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 15 – 24 ອົງສາ.

ສາຍການບິນ Vietjet ລາຍງານຜົນການກວດສອບບັນຊີການເງິນເຄິ່ງປີທໍາອິດຂອງ 2025 ພ້ອມປະກາດເສັ້ນທາງໃໝ່ ຈາກນະຄອນໂຮ່ຈີມິນ – ນະຄອນຫຼວງມານີລາ

0

(ນະຄອນຫຼວງວຽງຈັນ, ວັນທີ 1 ກັນຍາ 2025) – ສາຍການບິນ Vietjet ໄດ້ເຜີຍແຜ່ບົດລາຍງານການກວດສອບບັນຊີການເງິນສໍາລັບເຄິ່ງປີທໍາອິດຂອງປີ 2025, ໂດຍລາຍງານການເຕີບໂຕທີ່ໂດດເດັ່ນ ແລະ ເສີມສ້າງຄວາມເຂັ້ມແຂງໃນຖານະສາຍການບິນທີ່ກໍາລັງຂະຫຍາຍຕົວໃນລະດັບສາກົນ. ນອກຈາກນີ້, ສາຍການບິນດັ່ງກ່າວຍັງໄດ້ປະກາດເສັ້ນທາງໃໝ່ ໂດຍມີຖ້ຽວບິນກົງເຊື່ອມຕໍ່ລະຫວ່າງນະຄອນໂຮ່ຈີມິນ, ເຊິ່ງເປັນສູນກາງທາງດ້ານເສດຖະກິດຂອງຫວຽດນາມ, ກັບນະຄອນຫຼວງມານີລາຂອງຟີລິບປິນ, ເຊິ່ງມີກຳນົດເປີດໃຫ້ບໍລິການໃນເດືອນພະຈິກ. ສໍາລັບນັກທ່ອງທ່ຽວຊາວລາວ, ເສັ້ນທາງໃໝ່ນີ້ຈະອຳນວຍຄວາມສະດວກໃນການເດີນທາງລະຫວ່າງ ສປປ ລາວ ແລະ ປະເທດຟີລິບປິນໄດ້ສະດວກຂຶ້ນ ຜ່ານການເຊື່ອມຕໍ່ຖ້ຽວບິນຂອງສາຍການບິນ Vietjet.

ການເຕີບໂຕທາງດ້ານການເງິນທີ່ເຂັ້ມແຂງ

ໃນ 6 ເດືອນຕົ້ນປີ 2025, ລາຍຮັບການຂົນສົ່ງທາງອາກາດຂອງສາຍການບິນ Vietjet ບັນລຸ 35.601 ພັນຕື້ດົງ (ປະມານ 29.2 ພັນຕື້ກີບ), ໂດຍມີກໍາໄລກ່ອນຫັກພາສີເກືອບ 1.6 ພັນຕື້ດົງ (ປະມານ 1.31 ພັນຕື້ກີບ), ເຊິ່ງເພີ່ມຂຶ້ນ 37% ຈາກປີກ່ອນ. ສ່ວນລາຍຮັບລວມແມ່ນ 35.837 ພັນຕື້ດົງ (ປະມານ 29.4 ພັນຕື້ກີບ), ແລະກໍາໄລກ່ອນຫັກພາສີເກີນ 1.651 ພັນຕື້ດົງ (ປະມານ 1.35 ພັນຕື້ກີບ), ເຊິ່ງສະແດງເຖິງການເຕີບໂຕທີ່ໜ້າຕົກໃຈເຖິງ 65% ຈາກປີກ່ອນ.

ໃນໄລຍະດຽວກັນນີ້, ສາຍການບິນ Vietjet ໄດ້ດໍາເນີນການບິນ 79,000 ຖ້ຽວ ແລະ ໃຫ້ບໍລິການຜູ້ໂດຍສານ 14.4 ລ້ານຄົນ. ໄດ້ຈ່າຍພາສີ ແລະ ຄ່າທໍານຽມຕ່າງໆ ຫຼາຍກວ່າ 4.528 ພັນຕື້ດົງ (ປະມານ 3.71 ພັນຕື້ກີບ). ຕົວຊີ້ວັດທາງດ້ານການເງິນຂອງບໍລິສັດຍັງຄົງເຂັ້ມແຂງ, ມີສະພາບຄ່ອງດີ ແລະ ຊັບສິນລວມເກີນ 112 ພັນຕື້ດົງ (ປະມານ 91.85 ພັນຕື້ກີບ).

ການລົງທຶນໃນເຮືອບິນ ແລະ ຖານະໃນລະດັບສາກົນ

ໃນເຄິ່ງປີທໍາອິດ, ສາຍການບິນ Vietjet ໄດ້ສັ່ງຊື້ເຮືອບິນ A330neo ຈໍານວນ 20 ລໍາຈາກບໍລິສັດ Airbus, ເຮັດໃຫ້ຍອດການສັ່ງຊື້ເຮືອບິນ A330neo ທັງໝົດເພີ່ມຂຶ້ນເປັນ 40 ລໍາ, ເຊິ່ງເປັນສາຍການບິນທີ່ມີການສັ່ງຊື້ເຮືອບິນ A330neo ຫຼາຍທີ່ສຸດໃນໂລກ.

ໃນງານ Paris Air Show 2025, ສາຍການບິນ Viejtet ໄດ້ສັ່ງຊື້ເຮືອບິນ A321neo ເພີ່ມອີກ 100 ລໍາ, ພ້ອມທາງເລືອກໃນການສັ່ງຊື້ເພີ່ມອີກ 50 ລໍາ—ເຊິ່ງເປັນຂໍ້ຕົກລົງທີ່ໃຫຍ່ທີ່ສຸດໃນອຸດສາຫະກໍານີ້—ເຮັດໃຫ້ສາຍການບິນ Vietjet ຕິດອັນດັບ 1 ໃນ 10 ສາຍການບິນຊັ້ນນໍາຂອງໂລກໃນດ້ານການສັ່ງຊື້ເຮືອບິນ.

ນອກຈາກນັ້ນ, ສາຍການບິນ Vietjet ແລະ ບໍລິສັດ Rolls-Royce ຍັງໄດ້ເຊັນສັນຍາສັ່ງຊື້ເຄື່ອງຈັກ Trent 7000 ຈໍານວນ 40 ເຄື່ອງເພື່ອໃຊ້ກັບເຮືອບິນ Airbus A330neo ຂະໜາດໃຫຍ່ 20 ລໍາ, ເຮັດໃຫ້ຍອດການສັ່ງຊື້ເຄື່ອງຈັກ Trent 7000 ທັງໝົດຂອງສາຍການບິນເພີ່ມຂຶ້ນເປັນ 80 ເຄື່ອງ.

ການເລີ່ມຕົ້ນໂຄງການລອງແທງ

ສາຍການບິນ Vietjet ໄດ້ເລີ່ມການກໍ່ສ້າງສູນເຕັກນິກບໍາລຸງຮັກສາເຮືອບິນ ຢູ່ສະໜາມບິນສາກົນລອງແທງທີ່ກຳລັງກໍ່ສ້າງ, ໂດຍມີໂຮງຈອດເຄື່ອງບິນເບີ 3 ແລະ 4 ເຊິ່ງສາມາດໃຫ້ບໍລິການເຮືອບິນໄດ້ພ້ອມກັນ 10 ລໍາຕາມມາດຕະຖານສາກົນ.

ໃນຂະນະດຽວກັນ, ສາຍການບິນ Vietjet ໄດ້ນໍາໃຊ້ລະບົບບໍລິການພາກພື້ນດິນແບບບໍລິການຕົນເອງຢູ່ສະໜາມບິນໃຫຍ່ຕ່າງໆໃນຫວຽດນາມ ເພື່ອຍົກລະດັບຄຸນນະພາບການບໍລິການ, ເພີ່ມປະສິດທິພາບການດໍາເນີນງານ ແລະ ສົ່ງມອບປະສົບການທີ່ດີເລີດໃຫ້ແກ່ຜູ້ໂດຍສານ.

ກ່ອນໜ້ານີ້ໃນປີນີ້, ສາຍການບິນ Vietjet ໄດ້ຮັບການຍອມຮັບອີກຄັ້ງຈາກ AirlineRatings ໃຫ້ເປັນ “ສາຍການບິນຕົ້ນທຶນຕ່ຳທີ່ດີທີ່ສຸດໃນໂລກ”. ວາລະສານ Forbes ຫວຽດນາມ ຍັງໄດ້ຈັດອັນດັບໃຫ້ສາຍການບິນ Vietjet ເປັນ 1 ໃນ 5 ບໍລິສັດທີ່ມີລາຍຮັບສູງສຸດປະຈໍາປີ 2024 ແລະ 1 ໃນ 50 ບໍລິສັດທີ່ມີການລົງທຶນທີ່ດີທີ່ສຸດໃນປະເທດສໍາລັບປີ 2025.

ຖ້ຽວບິນທໍາອິດໄປຟີລິບປິນ

ດ້ວຍພື້ນຖານທາງດ້ານການເງິນທີ່ເຂັ້ມແຂງ, ການລົງທຶນໃນເຮືອບິນ, ແລະ ການເປີດເສັ້ນທາງໃໝ່ລວມທັງເສັ້ນທາງນະຄອນໂຮ່ຈີມິນ-ມານີລາ, ສາຍການບິນ Vietjet ກຽມທີ່ຈະເລັ່ງການຂະຫຍາຍຕົວໃນພາກພື້ນ ແລະ ລະດັບໂລກຕື່ມອີກ, ເສີມສ້າງບົດບາດຂອງຫວຽດນາມໃນຖານະສູນກາງການບິນທີ່ກໍາລັງຂະຫຍາຍຕົວ.

ການບໍລິການຖ້ຽວບິນໃໝ່ນີ້ຈະເລີ່ມໃນວັນທີ 22 ພະຈິກ 2025, ໂດຍມີຖ້ຽວບິນໄປ-ກັບ 5 ຖ້ຽວຕໍ່ອາທິດ, ເຊິ່ງເປັນການເຊື່ອມຕໍ່ໂດຍກົງຄັ້ງທໍາອິດຂອງສາຍການບິນ Vietjet ລະຫວ່າງຫວຽດນາມ ແລະ ຟີລິບປິນ. ດ້ວຍເສັ້ນທາງທີ່ມີຢູ່ແລ້ວທີ່ເຊື່ອມຕໍ່ນະຄອນຫຼວງວຽງຈັນໄປນະຄອນໂຮ່ຈີມິນ, ນັກທ່ອງທ່ຽວຊາວລາວສາມາດເດີນທາງຕໍ່ໄປຍັງນະຄອນຫຼວງຂອງຟີລິບປິນຜ່ານເມືອງທີ່ໃຫຍ່ທີ່ສຸດຂອງຫວຽດນາມໄດ້ຢ່າງສະດວກ.

ປີ້ມີໃຫ້ບໍລິການແລ້ວ, ໂດຍມີໂປຣໂມຊັນພິເສດລາຄາເລີ່ມຕົ້ນພຽງ USD0 (ບໍ່ລວມພາສີແລະຄ່າທໍານຽມ) ຈັດຂຶ້ນທຸກວັນໃນລະຫວ່າງເວລາ 12:00 ໂມງທ່ຽງຫາ 14:00 ໂມງແລງ (GMT+7) ຜ່ານເວັບໄຊທ໌ທາງການ, ຕັ້ງແຕ່ວັນທີ 22 ພະຈິກ 2025 ເຖິງວັນທີ 29 ມີນາ 2026 (ເງື່ອນໄຂແລະຂໍ້ກໍານົດແມ່ນຂຶ້ນກັບການປ່ຽນແປງ).

ຖວທ ນວ ປະກາດປັບປຸງການຈັດຕັ້ງພ້ອມມອບໂອນວຽກສື່ມວນຊົນໄປຂຶ້ນກັບໂຄສະນາອົບຮົມ ນວ

0

ພິທີປະກາດປັບປຸງກົງຈັກການຈັດຕັ້ງພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ (ນວ) ແລະ ມອບໂອນວຽກສື່ມວນຊົນ (ຖະແຫຼງຂ່າວ) ໄປຂຶ້ນກັບຄະນະໂຄສະນາອົບຮົມ ນວ ຈັດຂຶ້ນວັນທີ 1 ກັນຍາ 2025 ຢູ່ພະແນກດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຊົງເລົ່າ ຢົງນູ່ ຮອງເລຂາຄະນະພັກນະຄອນຫຼວງວຽງຈັນ ມີທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກ ວັດທະນະທຳ ແລະ ການທ່ອງທ່ຽວ ນວ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າຄະນະໂຄສະນາອົບຮົມ ນວ ຄະນະຈັດຕັ້ງນະຄອນຫຼວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້ ທ່ານ ນາງ ວຽງພອນ ແກ້ວຄູນສີ ໄດ້ສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກສື່ມວນຊົນ ທີ່ໂອນໄປຂຶ້ນກັບຄະນະໂຄສະນາອົບຮົມ ນວ ພ້ອມຍົກໃຫ້ເຫັນຜົນງານການເຄື່ອນໄຫວຂອງວຽກງານດັ່ງກ່າວໄລຍະຜ່ານມາຂອງວຽກງານຖະແຫຼງຂ່າວທີ່ເປັນກະບອກສຽງອັນສຳຄັນ ແລະ ແຫຼມຄົມໃຫ້ກັບອົງຄະນະພັກ ນວ ໂດຍສະເພາະວຽກວິທະຍຸ-ໂທລະພາບ ວຽກງານໂທລະໂຄ່ງ ການພັດທະນາສື່ໜັງສືພິມວຽງຈັນໃໝ່ ແລະ ວຽງຈັນທຸລະກິດ-ສັງຄົມ ທີ່ນັບມື້ໄດ້ຮັບການເຕີບໃຫຍ່ຂະຫຍາຍຕົວຕາມສະພາບການປ່ຽນແປງຂອງສັງຄົມໃນຍຸກຫັນເປັນທັນສະໄໝເທື່ອລະກ້າວ ແລະ ແຜນວຽກງານໃນຕໍ່ໄດ້ໜ້າທີ່ມອບຄະນະໂຄສະນາອົບຮົມ ນວ ເປັນຜູ້ສືບຕໍ່ນຳພາ-ຊີ້ນຳວຽກງານໃນຂົງເຂດດັ່ງກ່າວໃຫ້ໄດ້ຮັບຜົນສຳເລັດຫຼາຍຂຶ້ນກວ່າເກົ່າ.

ຈາກນັ້ນຕາງໜ້າຈາກຄະນະຈັດຕັ້ງ ນວ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງເຈົ້າຄອງ ນວ ວ່າດ້ວຍການສັບຊ້ອນພະນັກງານ-ລັດຖະກອນທີ່ຮັບຜິດຊອບວຽກງານສື່ມວນຊົນ(ຖະແຫຼງຂ່າວ) ທີ່ຂຶ້ນກັບພະແນກ ຖວທ ນວ ໄປປະຈຳການຢູ່ ຄະນະໂຄສະນາອົບຮົມ ນວ ເຊິ່ງມີພະນັກງານທັງໝົດ 43 ທ່ານ ຍິງ 27 ທ່ານ ຜ່ານມະຕິຕົກລົງຂອງຄະນະປະຈຳພັກ ນວ ວ່າດ້ວຍການແຕ່ງຕັ້ງ ທ່ານ ວຽງຄຳ ສີສຸວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນວ (ຜູ້ຊີ້ນຳວຽກງານສື່ມວນຊົນ) ເປັນຮອງຫົວໜ້າຄະນະໂຄສະນາອົບຮົມ ນວ ແຕ່ງຕັ້ງທ່ານ ນາງ ແກ້ວຊ້ອນ ຈັນທະນາມ ເປັນຫົວ ໜ້າກອງວິຊາການໜັງສືພິມວຽງຈັນໃໝ່ ແລະ ວຽງຈັນທຸລະກິດ-ສັງຄົມ ແຕ່ງຕັ້ງທ່ານ ນາງ ພູຄຳ ສຸດທະວົງ ແລະ ທ່ານ ໄຊບັນດິດ ພິມຜາສຸກ ເປັນຮອງຫົວໜ້າກອງວິຊາການໜັງສືພິມວຽງຈັນໃໝ່ ແລະ ວຽງຈັນທຸລະກິດ-ສັງຄົມ ຄະນະໂຄສະນາອົບຮົມ ນວ ແຕ່ງຕັ້ງທ່ານ ບຸນທະວີ ສົມສີ ເປັນຫົວໜ້າກອງວິຊາການວິທະຍຸ-ໂທລະພາບ ທ່ານ ໄພລຸນ ຫົງຄຳ ທ່ານ ເທວາ ສີສຸລາດ ແລະ ທ່ານ ນາງ ວັນຄຳ ສຸວັນທອງ ເປັນຮອງຫົວໜ້າກອງວິຊາການວິທະຍຸ-ໂທລະພາບ ຄະນະໂຄສະນາອົບຮົມ ນວ ພ້ອມນີ້ຍັງໄດ້ມະຕິຕົກລົງຂອງຄະນະປະຈຳພັກ ນວ ວ່າດ້ວຍການປ່ຽນຊື່ຄະນະພັກຮາກຖານພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນວ ເປັນຄະນະພັກຮາກຖານພະແນກ ວັດທະນະທຳ ແລະ ການທ່ອງທ່ຽວ ນວ ພ້ອມທັງຜ່ານມະຕິຕົກລົງ ຄະນະປະຈຳພັກ ນວ ວ່າດ້ວຍການໂອນໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນວ ຄື:ໜ່ວຍພັກ ກອງວິຊາການໜັງສືພິມວຽງຈັນໃໝ່ ແລະ ວຽງຈັນທຸລະກິດ-ສັງຄົມ ແລະ ກອງວິຊາການວິທະຍຸ-ໂທລະພາບ ນວ ເຊິ່ງມີສະມາຊິກພັກທັງໝົດ 33 ສະຫາຍ ຍິງ 18 ສະຫາຍ ໄປຂຶ້ນກັບຄະນະພັກ ຮາກຖານຄະນະໂຄສະນາອົບຮົມ ນວ ຕື່ມອີກ.

ວຽງຈັນໃໝ່/VientianeMai

ຫວຽດນາມ ຈັດພິທີຊ້ອມໃຫຍ່ ການສວນສະໜາມ-ແຫ່ຂະບວນ ຄົບຮອບ 80 ປີ ວັນຊາດ

0

ເວລາ 6 ໂມງ 30 ນາທີ ຂອງເຊົ້າວັນທີ 30 ສິງຫານີ້, ພິທີຊ້ອມໃຫຍ່ລະດັບຊາດ ພິທີສະເຫຼີມສະຫຼອງ, ການສວນສະໜາມ, ແຫ່ຂະບວນ 80 ປີ ການປະຕິວັດເດືອນສິງຫາ ທີ່ສຳເລັດຜົນ ແລະ ວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ 2/9 ໄດ້ຈັດຂຶ້ນທີ່ສະໜາມຫຼວງບາດິ່ງນະຄອນຫຼວງຮ່າໂນ້ຍ.

ເຂົ້າຮ່ວມການກວດຜ່ານການຊ້ອມໃຫຍ່ຄັ້ງນີ້, ມີ ສະຫາຍ ຟ້າມ ມິງ ຈິງ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ, ສະຫາຍ ເຈິ່ນ ເກິມ ຕູ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຊີ້ນໍາຂັ້ນສູນກາງ ການສະເຫຼີມສະຫຼອງບັນດາວັນບຸນໃຫຍ່ ແລະ ບັນດາເຫດການສຳຄັນຂອງຊາດ (2023-2025) ພ້ອມດ້ວຍບັນດາສະຫາຍການນໍາຂັ້ນສູງຂອງພັກ-ລັດ ສູນກາງ ແລະ ສະຫາຍເລຂາຄະນະບໍລິຫານງານພັກນະຄອນຫຼວງຮ່າໂນ້ຍ.

ຮ່ວມລາຍການຊ້ອມໃຫຍ່ລະດັບຊາດ ມີບັນດາສະຫາຍພະນັກງານ, ນັກຮົບ ແລະ ຜູ້ແທນຈາກບັນດາຊັ້ນຄົນຕ່າງໆເຂົ້າຮ່ວມຫຼາຍກວ່າ 40,000 ຄົນ; ໃນນັ້ນ, ປະຕິບັດໜ້າທີ່ຢູ່ສະໜາມຫຼວງບາດິ່ງ ມີ 6 ກຳລັງ ປະກອບດ້ວຍ: ກອງກຳລັງແຫ່ທວນໄຟ ທີ່ເປັນມູນເຊື້ອ ແລະ ການປ້ອງກັນໄຟ; ກອງກຳລັງປືນໃຫຍ່; ກອງກຳລັງທະຫານອາກາດ ບິນເພື່ອຂໍ່ານັບຮັບຕ້ອນ; ກອງກຳລັງສວນສະໜາມ, ແຫ່ຂະບວນ ຊຶ່ງມີກ້ອນກຳລັງຄື: ກ້ອນກຳລັງກອງກຽດຕິຍົດ 4 ກ້ອນ, ກ້ອນກຳລັງຂອງກອງກຳລັງຕິດອາວຸດປະຊາຊົນ (26 ກ້ອນກຳລັງຂອງບັນດາກົມກອງຂອງທະຫານ, 17 ກ້ອນກຳລັງຂອງກົມກອງຕໍາຫຼວດ), ກ້ອນກຳລັງທະຫານຕ່າງປະເທດ (ກອງທັບຈີນ, ຣັດເຊຍ – ກູບາ, ລາວ ແລະ ກຳປູເຈຍ); ກອງກໍາລັງຈັດພາບ ແລະ ຈັດຕົວອັກສອນ.

(ຂ່າວ: ສຸກສະຫວັນ)

ຄວາມຮູ້ສຶກຂອງ ສະຫາຍ ຄຳພັນ ເຜີຍຍະວົງ ໃນໂອກາດວັນຊາດຫວຽດນາມ ຄົບຮອບ 80 ປີ

0

ເນື່ອງໃນໂອກາດວັນຊາດຫວຽດນາມ ຄົບຮອບ 80 ປີ, ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ໄດ້ສະແດງຄວາມຮູ້ສຶກຕໍ່ວັນດັ່ງກ່າວວ່າ: ກ່ອນໜ້ານີ້ 80 ປີ, ດ້ວຍຄວາມມຸ່ງມາດປາຖະໜາອັນແຮງກ້າ ໃນການຍາດເອົາເອກະລາດ, ອິດສະຫຼະພາບ ມາໃຫ້ແກ່ປະເທດຊາດ ພາຍຫຼັງການປະຕິວັດເດືອນສິງຫາ ປະສົບຜົນສຳເລັດ, ໃນວັນທີ 2 ກັນຍາ ປີ 1945 ຢູ່ນະຄອນຫຼວງຮ່າໂນ້ຍ, ປະທານ ໂຮ່ຈີິມິນ ໄດ້ອ່ານບົດຖະແຫຼງປະກາດເອກະລາດ ຊຶ່ງໄດ້ປະກາດໃຫ້ທົ່ວປວງຊົນທັງຊາດ ແລະ ທົ່ວໂລກຊາບກ່ຽວກັບຄວາມເປັນເອກະລາດ, ອິດສະລະພາບ, ຄວາມສະເໝີພາບຂອງຊາດຫວຽດນາມ ແລະ ການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ປັດຈຸບັນແມ່ນ ປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ໃນນັ້ນ ໄດ້ເນັ້ນໜັກວ່າ: “ປະເທດຫວຽດນາມມີສິດໄດ້ຮັບຄວາມເປັນເອກະລາດ ແລະ ອິດສະລະພາບ ແລະ ໃນຕົວຈິງໄດ້ກາຍເປັນປະເທດໜຶ່ງທີ່ມີອິດສະລະພາບ ແລະ ຄວາມເປັນເອກະລາດ. ທົ່ວປວງຊົນທັງຊາດຫວຽດນາມ ຕັດສິນໃຈຈະອຸທິດຈິດໃຈ ແລະ ກຳລັງແຮງ, ຊີວິດອິນຊີ ແລະ ຊັບສິນທັງໝົດເພື່ອປົກປັກຮັກສາອິດສະຫຼະພາບ ແລະ ຄວາມເປັນເອກະລາດ ດັ່ງກ່າວ”. ການກຳເນີດຂອງ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ແມ່ນຂີດ ໝາຍຈຸດເລີ່ມຕົ້ນຂອງສັງກາດໃໝ່ຂອງຊາດ ຊຶ່ງແມ່ນສັງກາດແຫ່ງຄວາມເປັນເອກະລາດ, ອິດສະລະ ພາບ ແລະ ເປັນເຈົ້າຊາຕາກຳ ຂອງຊາດ.

ຕະຫຼອດໄລຍະ 80 ປີຜ່ານມາ, ປະຊາຊົນຫວຽດນາມ ສາມາດຍາດໄດ້ຜົນສຳເລັດອັນໃຫຍ່ຫຼວງ, ຮອບດ້ານ ແລະ ມີຄວາມໝາຍປະຫວັດສາດ, ເຮັດໃຫ້ປະເທດຊາດມີສະຖຽນລະພາບຢ່າງໜັກ ແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວດ້ວຍຈັງຫວະໄວ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນຢ່າງບໍ່ຢຸດຢັ້ງ, ຖານະບົດບາດຂອງຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.

ສິ່ງທີ່ຂ້າພະເຈົ້າມີຄວາມປິຕິຍິນດີ ແລະ ພາກພູມໃຈ ຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ກໍຄືການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ເຮັດໃຫ້ການພັດທະນາເສດຖະກິດຫວຽດນາມຂະຫຍາຍຕົວໃນຈັງຫວະທີ່ໄວວາ ໂດຍສະເພາະປີ 2024 ເສດຖະກິດ (GDP) ຂອງຫວຽດນາມ ຂະຫຍາຍຕົວໃນລະດັບ 7.09%, ຂະໜາດພື້ນຖານເສດຖະກິດ ບັນລຸປະມານ 470 ຕື້ໂດລາ, ສາມາດຄວບຄຸມອັດຕາເງິນເຟີ້ໄດ້ຕ່ຳກວ່າ 4%, ເສດຖະກິດມະຫາພາກໝັ້ນທ່ຽງ. ຫວຽດນາມສືບຕໍ່ເປັນຈຸດໝາຍປາຍທາງທີ່ປອດໄພ ແລະ ມີຄວາມ ດຶງດູດໃຈບັນດານັກທຸລະກິດ, ຄູ່ຮ່ວມມື ແລະ ນັກລົງທຶນສາກົນ, ໄດ້ຈັດຢູ່ໃນກຸ່ມ 15 ປະເທດກໍາລັງພັດທະນາ ທີ່ສາມາດດຶງດູດການລົງທຶນຈາກຕ່າງປະເທດຫຼາຍທີ່ສຸດໃນໂລກ ດ້ວຍມູນຄ່າປະມານ 40 ຕື້ໂດລາ, ສິ່ງພົ້ນເດັ່ນອີກອັນໜຶ່ງ ແມ່ນຕົວຊີ້ວັດຄວາມຜາສຸກເພີ່ມຂຶ້ນ 11 ອັນດັບ, ຢູ່ໃນອັນດັບ 54/143 ປະເທດ ແລະ ເຂດແຄ້ວນ (ຕາມການປະເມີນຂອງ ສະຫະປະຊາຊາດ), ອັດຕາຄວາມທຸກ ຍາກເຫຼືອພຽງ 4.06%, ຫຼຸດລົງ 1.65% ເມື່ອທຽບໃສ່ ໄລຍະດຽວກັນຂອງປີຜ່ານມາ.

ໃນ 6 ເດືອນຕົ້ນປີ 2025, ເສດຖະກິດຫວຽດນາມ ມີການເຕີບໂຕເປັນໜ້າປະທັບໃຈຄືບັນລຸ 7.52% ຊຶ່ງເປັນໂຕເລກສູງສຸດໃນໄລຍະ 15 ປີຜ່ານມາ, ຍອດມູນຄ່າການສົ່ງອອກບັນລຸ 219 ຕື້ໂດລາ ເພີ່ມຂຶ້ນ 14.4% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ໃນຂະນະທີ່ການນໍາເຂົ້າບັນລຸ ມູນຄ່າ 212 ຕື້ໂດລາ ເພີ່ມຂຶ້ນ 17.9%, ເກີນດູນການຄ້າ 7.63 ຕື້ໂດລາ ທຶນ FDI ເພີ່ມຂຶ້ນ 32.6%, ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນຂອງນັກລົງທຶນຕໍ່ກັບພື້ນຖານເສດຖະກິດຫວຽດນາມ. ບັນດາຜົນສຳເລັດຂອງ ສສ ຫວຽດນາມ ໄດ້ກາຍເປັນບົດຮຽນອັນລໍ້າຄ່າ ແລະ ເປັນສິ່ງປຸກລະດົມກໍາລັງໃຈອັນໃຫຍ່ຫຼວງ ໃຫ້ແກ່ບັນດາປະເທດກຳລັງພັດທະນາໃນໂລກ, ໂດຍສະເພາະ ສປປ ລາວ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ຂ້າພະເຈົ້າມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ ປະທານ ໂຮ່ຈິມິນ ຜູ້ນຳທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ເປັນຜູ້ລິເລີ່ມສ້າງຂຶ້ນນັ້ນ ສືບຕໍ່ໄດ້ຮັບການປົກປັກຮັກ ສາ ແລະ ເພີ່ມພູນຄູນສ້າງ ນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ, ນໍາເອົາຜົນປະ ໂຫຍດອັນໃຫຍ່ຫຼວງໃຫ້ແກ່ທັງສອງປະເທດ; ການພົວພັນດ້ານການເມືອງນັບມື້ນັບສະໜິດແໜ້ນ ແລະ ໄວ້ເນື້ອເຊື່ອໃຈສູງ ຊຶ່ງເປັນບົດບາດຫຼັກແຫຼ່ງໃນການກໍານົດທິດທາງທັງໝົດຂອງການພົວພັນລະຫວ່າງສອງພັກ, ສອງລັດ ແລະ ສອງຊາດ ລາວ-ຫວຽດນາມ; ການຮ່ວມມືດ້ານເສດຖະກິດໄດ້ມີບາດກ້າວບຸກທະລຸ, ຫວຽດນາມ ສືບຕໍ່ແມ່ນໜຶ່ງໃນບັນດາປະເທດທີ່ມີການລົງທຶນລາຍໃຫຍ່ຢູ່ລາວ ດ້ວຍຍອດມູນຄ່າການລົງທຶນຫຼາຍກວ່າ 5.8 ຕື້ໂດລາ, ໃນຂະນະດຽວກັນມູນຄ່າການຄ້າຂອງສອງຝ່າຍກໍເພີ່ມຂຶ້ນໃນທຸກໆປີ.

ວຽກງານໂຄສະນາອົບຮົມ ແລະ ໂຄສະນາສຶກສາ ກໍໄດ້ມີການຮ່ວມມືກັນຢ່າງສະໜິດແໜ້ນ ຕັ້ງແຕ່ສູນກາງລົງຮອດທ້ອງຖິ່ນ ເພື່ອໂຄສະນາແກ່ປະຊາຊົນ, ພິເສດແມ່ນຄົນຮຸ່ນໜຸ່ມຂອງສອງປະເທດໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ເພື່ອໃຫ້ຄົນຮຸ່ນໜຸ່ມສອງປະເທດເປັນຜູ້ສືບທອດທີ່ດີ, ເປັນຜູ້ພິທັກປົກປ້ອງ, ຖະນຸຖະໜອມສາຍພົວພັນພິເສດລາວ-ຫວຽດນາມ ໃຫ້ໝັ້ນຄົງຂະໜົງແກ່ນຕະຫຼອດການລະນານ.

ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຕາງໜ້າໃຫ້ຄະນະພັກ, ຄະນະນຳຄະນະໂຄສະນາອົບຮົມສູນກາງພັກ, ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ, ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ພັກ-ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ຕໍ່ການຊ່ວຍເຫຼືອອັນລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ໃຫ້ແກ່ ສປປ ລາວ ທັງໃນໄລຍະຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ໃນໄລຍະສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ. ຂ້າພະເຈົ້າ ຂໍຢືນຢັນວ່າ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບຄະນະໂຄສະນາສຶກສາສູນກາງພັກ ຫວຽດນາມ ເພື່ອໂຄສະນາ ສຶກສາອົບຮົມໃຫ້ຄົນຮຸ່ນໜຸ່ມປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນ ແບບພິເສດທີ່ຫາຍາກໃນການພົວພັນສາກົນ, ໜຶ່ງບໍ່ມີສອງ ຂອງພວກ ເຮົາ ໃຫ້ຈະເລີນງອກງາມ, ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດພວກເຮົາ.

ຂໍອວຍພອນໄຊອັນປະເສີດໃຫ້ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ, ພາຍໃຕ້ການ ນໍາພາຂອງພັກກອມມູນິດຫວຽດນາມ ໂດຍມີ ສະຫາຍ ໂຕເລິມ ເປັນຜູ້ນໍາພານັ້ນ ຈົ່ງສືບຕໍ່ຍາດໄດ້ ຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງ ພັກກອມມູນິດຫວຽດນາມ ບັນລຸເປົ້າໝາຍ ເຮັດໃຫ້ປະຊາຊົນຫວຽດນາມ ມີຄວາມມັ່ງຄັ່ງເຂັ້ມແຂງ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ, ມີຄວາມຍຸຕິທໍາ ແລະ ສິວິໄລ.

ປະຊາຄົມວິສາຫະກິດຫວຽດນາມ ບຸກທະລຸ ແລະ ປະດິດຄິດສ້າງ ໃນການພັດທະນາປະເທດຊາດ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນທ້າຍອາທິດຜ່ານມາ ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມລະຫວ່າງນາຍົກລັດຖະມົນຕີ ແລະ ວິສາຫະກິດ ດ້ວຍຫົວຂໍ້ “80 ປີແຫ່ງວິສາຫະກິດຮ່ວມເດີນທາງພ້ອມກັບປະເທດຊາດ”.

ຂ່າວລະບຸວ່າ: ກອງປະຊຸມແມ່ນເວທີປາໄສສຳຄັນເພື່ອໃຫ້ລັດຖະບານຮັບຟັງຄຳເຫັນຈາກວິສາຫະກິດ. ດ້ວຍເຫດນັ້ນ, ບັນດາກົນໄກ ແລະ ນະໂຍບາຍທີ່ດີເລີດເພື່ອຊຸກຍູ້ການສົມທົບກັນຢ່າງແໜ້ນແຟ້ນໃນການພັດທະນາເສດຖະກິດ – ສັງຄົມ.

ທ່ານ ຟ້າມມິງຈີງ ກ່າວຄຳເຫັນໃນກອງປະຊຸມວ່າ: ບັນດາວິສາຫະກິດ ແລະ ຄະນະຜູ້ປະກອບການນັບມື້ນັບພັດທະນາຢ່າງແຂງແຮງ; ຍາມໃດກໍເສີມຂະຫຍາຍບົດບາດ ແລະ ພາລະກຳນຳພາ ແລະ ບຸກເບີກໃນການພັດທະນາເສດຖະກິດ – ສັງຄົມ ແລະ ການເຊື່ອມໂຍງເຂົ້າກັບໂລກຢ່າງເລິກເຊິ່ງ. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາວິສາຫະກິດສືບຕໍ່ພ້ອມກັບລັດຖະບານ, ພ້ອມກັນມານະພະຍາຍາມຊອກຫາທິດກ້າວເດີນທີ່ກ້າຫານ, ມີຫົວຄິດປະດິດສ້າງ, ເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ປະຊາຄົມວິສາຫະກິດ ແລະ ນັກລົງທຶນຫວຽດນາມ ຮ່ວມເດີນທາງພ້ອມກັບລັດຖະບານ, ເພື່ອແນໃສ່ສ້າງສາປະເທດຫວຽດນາມ ໃຫ້ໝັ້ນຄົງເຂັ້ມແຂງ ແລະ ຜາສຸກ.

Meta ປັບລະບົບ AI ປ້ອງກັນເດັກນ້ອຍຈາກການສົນທະນາທີ່ບໍ່ເໝາະສົມ

0

ຂ່າວຕ່າງປະເທດລາຍ ໃນທ້າຍອາທິດຜ່ານມາວ່າ: ເມຕາ (Meta), ບໍລິສັດແມ່ຂອງ Facebook ແລະ Instagram, ກໍາລັງຄ່ອຍໆເພີ່ມມາດຕະການຄຸ້ມຄອງໄວໜຸ່ມຜູ້ນໍາໃຊ້ຜະລິດຕະພັນປັນຍາປະດິດ (AI) ຂອງບໍລິສັດ, ໂດຍມີຈຸດປະສົງເພື່ອຮັບປະກັນວ່າເດັກນ້ອຍສາມາດນໍາໃຊ້ AI ໄດ້ຢ່າງປອດໄພ ແລະ ເໝາະສົມກັບອາຍຸ.

ທ່ານ ແອນຕີ ສະໂຕນ ໂຄສົກຂອງ Meta ລະບຸຜ່ານທາງອີເມລ ຫວ່າງມໍ່ໆມານີ້ວ່າ: ມາດຕະການຊົ່ວຄາວເຫຼົ່ານີ້ຖືກນຳໄປໃຊ້ແລ້ວໃນເບື້ອງຕົ້ນ ແລະ ບໍລິສັດຈະສືບຕໍ່ປັບປຸງໃຫ້ດີຍິ່ງຂຶ້ນຕາມໄລຍະເວລາ. ພ້ອມທັງກຳລັງພັດທະນາມາດຕະການໃນໄລຍະຍາວ ເພື່ອຍົກລະດັບຄວາມປອດໄພຂອງຜູ້ໃຊ້ທີ່ເປັນໄວໜຸ່ມ.

ຂ່າວລະບຸວ່າ: ໃນຕົ້ນເດືອນສິງຫາ Meta ເຄີຍອະນຸຍາດໃຫ້ chatbots ມີພຶດຕິກໍາທີ່ກະຕຸ້ນ, ລວມທັງການມີສ່ວນຮ່ວມໃນການສົນທະນາແບບ romantic ຫຼື ທາງເພດກັບຜູ້ໃຊ້.

ມາດຕະການຫຼ້າສຸດຂອງ Meta ລວມທັງການຝຶກລະບົບ AI ໃຫ້ຫຼີກລ່ຽງການສົນທະນາແບບຊູ້ສາວ ແລະ ການສົນທະນາກ່ຽວກັບການທຳຮ້າຍຕົນເອງ ຫຼື ການຂ້າຕົວຕາຍກັບເດັກນ້ອຍ, ລວມທັງການຈຳກັດການເຂົ້າເຖິງຕົວລະຄອນ AI ບາງຕົວເປັນການຊົ່ວຄາວ.

ທ່ານ ສະໂຕນ ກ່າວວ່າ: ບໍລິສັດກໍາລັງດໍາເນີນຂັ້ນຕອນຊົ່ວຄາວເຫຼົ່ານີ້ເພື່ອຮັບປະກັນວ່າເດັກນ້ອຍໄດ້ຮັບປະສົບການ AI ທີ່ເໝະາະສົມ ແລະ ລະບົບຈະສືບຕໍ່ໄດ້ຮັບການປັບປຸງຕາມການພັດທະນາຂອງບໍລິສັດ.

ທ່ານ ສີຈິ້ນຜິງ ພົບປະກັບນາຍົກອິນເດຍ

0

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 31 ສິງຫາ ຜ່ານມາ ຢູ່ນະຄອນທຽນສິນ ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບທ່ານ ນາເຣນດຣາ ໂມດີ ນາຍົກລັດຖະມົນຕີອິນເດຍ ທີ່ມາຈີນເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ປີ 2025.

ທ່ານ ສີຈິ້ນຜິງ ຊີ້ອອກວ່າ: ຈີນ ແລະ ອິນເດຍຄວນປະຕິບັດ ແລະ ແກ້ໄຂການພົົວພັນລະຫວ່າງສອງປະເທດຈາກລະດັບສູງທາງຍຸດທະສາດ ແລະ ໄລຍະຍາວໄກ. ຄວນຢຶດໝັ້ນລັດທິຫຼາຍຝ່າຍ, ເພີ່ມທະວີການແລກປ່ຽນ ແລະ ການປະສານງານໃນບັນຫາສາກົນ ແລະ ພາກພື້ນອັນສຳຄັນ, ປົກປັກຮັກສາຄວາມຍຸຕິທຳ ແລະ ຄວາມເປັນທຳສາກົນ,ປະກອບສ່ວນເທົ່າທີ່ຄວນເພື່ອປົກປັກຮັກສາສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງອາຊີ ກໍຄືຂອງໂລກ.

ທ່ານ ນາເຣນດຣາ ໂມດີ ກ່າວວ່າ: ໂດຍຜະເຊີນໜ້າກັບຄວາມບໍ່ແນ່ນອນໃນລະດັບສູງຂອງເສດຖະກິດໂລກ, ໃນຖານະທີ່ເປັນກຸ່ມເສດຖະກິດອັນສຳຄັນໃນໂລກ, ອິນເດຍ ແລະ ຈີນເພີ່ມທະວີການຮ່ວມມືນັ້ນແມ່ນສຳຄັນຫຼາຍ, ອິນເດຍ ກັບ ຈີນ ເກາະແຂນກັນຈະເພີ່ມກຳລັງແຮງຂອງລັດທິຫຼາຍຝ່າຍໃນວຽກງານສາກົນ.

ທ່ານເລຂາທິການໃຫຍ່ ແຫ່ງ ສປປ ລາວ ໄດ້ເດີນທາງເຖິງນະຄອນທຽນຈິນ ສປ ຈີນ

0

ວັນທີ 31 ສິງຫານີ້, ທ່ານເລຂາທິການໃຫຍ່ ແຫ່ງ ສປປ ລາວ ໄດ້ເດີນທາງເຖິງນະຄອນທຽນຈິນ ສປ ຈີນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ (SCO) ຄັ້ງທີ 25 ເຊິ່ງຈະຈັດຂຶ້ນແຕ່ວັນທີ 31 ສິງຫາ ຫາ 1 ກັນຍາ 2025. ການຊຸມນຸມປີນີ້ຄາດວ່າຈະເປັນກອງປະຊຸມໃຫຍ່ທີ່ສຸດຂອງ SCO ທີ່ໄດ້ນໍາເອົາການນໍາຂອງ 24 ປະເທດ ມາເຂົ້າຮ່ວມຫຼາຍກວ່າ 241 ປີປະຫວັດສາດ. ອົງການຈັດຕັ້ງສາກົນ.

ລາວ​ໄດ້​ສະ​ໝັກ​ເປັນ​ຄູ່​ຮ່ວມ​ມື​ສົນ​ທະ​ນາ​ຂອງ SCO ​ໃນ​ປີ 2024 ແລະ ຈີນ​ສະ​ໜັບ​ສະ​ໜູນ​ຢ່າງ​ແຂງ​ແຮງ. ໃນ​ຖາ​ນະ​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ມິດ​ຕະ​ພາບ, ຈີນ​ ແລະ​ ລາວ​ ໄດ້​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ, ສອດ​ຄ່ອງ​ກັບ​ຂໍ້​ລິ​ເລີ່ມ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ​ຂອງ​ຈີນ​ ແລະ​ ເປົ້າ​ໝາຍ​ຂອງ​ລາວ​ທີ່​ຈະ​ກາຍ​ເປັນ​ສູນ​ກາງ​ເຊື່ອມ​ຕໍ່​ທາງ​ບົກ.

ທາງ​ລົດ​ໄຟ​ຈີນ-ລາວ ​ແມ່ນ​ໂຄງການ​ທີ່​ເປັນ​ມູນ​ເຊື້ອ, ຊຸກຍູ້​ການ​ຄ້າ ​ແລະ ການ​ເຊື່ອມ​ຕໍ່. ຈີນ​ເປັນ​ປະ​ເທດ​ທີ່​ລົງທຶນ​ແລະ​ສົ່ງ​ອອກ​ອັນ​ດັບ​ໜຶ່ງ​ຂອງ​ລາວ, 98% ຂອງ​ສິນຄ້າ​ລາວ​ບໍ່​ໄດ້​ເສຍ​ພາສີ​ໄປ​ຈີນ.

ຫວຽດນາມອະໄພຍະໂທດໃຫ້ນັກໂທດທົ່ວປະເທດທີ່ມີຄວາມກ້າວໜ້າໃນໂອກາດວັນໄຊຊະນະການປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມ ຄົບຮອບ 80 ປີ

0

ໃນໂອກາດວັນໄຊຊະນະການປະຕິວັດເດືອນສິງຫາ 1945 ແລະ ວັນຊາດຫວຽດນາມ ທີ 2 ກັນຍາ ຄົບຮອບ 80 ປີ, ຫວຽດນາມໄດ້ປະກາດອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດງວດທີ 2 ປະຈຳປີ 2025 ໂດຍມີນັກໂທດຈຳນວນ 13.920 ຄົນ ໃນນັ້ນເປັນນັກໂທດຕ່າງປະເທດ 66 ຄົນທີ່ມີຄວາມກ້າວໜ້າ ປະພຶດປະຕິບັດຕົນດີ ໃນໄລຍະປະຕິບັດໂທດຢູ່ຄ້າຍຄຸມຂັງດັດສ້າງຕ່າງໆໃນທົ່ວປະເທດໄດ້ຮັບການອະໄພຍະໂທດ ແລະ ປ່ອຍຕົວຄັ້ງນີ້ ຕາມຂໍ້ຕົກລົງຂອງປະທານປະເທດຫວຽດນາມເລກທີ 1244/2025/QD-CTN ລົງວັນທີ 3 ກໍລະກົດ 2025. ກ່ອນໜ້ານັ້ນ, ປະທານປະເທດຫວຽດນາມໄດ້ອອກຂໍ້ຕົກລົງອະໄພຍະໂທດ ແລະ ປ່ອຍຕົວນັກໂທດງວດທີ 1 ປະຈຳປີ 2025 ໃຫ້ນັກໂທດທີ່ມີຄວາມກ້າວໜ້າຈຳນວນ 8.055 ຄົນ ໃນໂອກາດວັນປົດປ່ອຍພາກໃຕ້ຫວຽດນາມ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ ທີ 30 ເມສາ ຄົບຮອບ 50 ປີມາແລ້ວ.

ພິທີປະກາດອະໄພຍະໂທດ ແລະ ປ່ອຍຕົວນັກໂທດງວດທີ 2 ປະຈຳປີ 2025 ໃນໂອກາດວັນໄຊຊະນະການປະຕິວັດເດືອນສິງຫາ 1945 ແລະ ວັນຊາດຫວຽດນາມ ທີ 2 ກັນຍາ ຄົບຮອບ 80 ປີ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 1 ກັນຍາ 2025 ຢູ່ຄ້າຍຄຸມຂັງດັດສ້າງນິ່ງແຄັງ ແຂວງນິ່ງບິ້ງ ຫວຽດນາມ. ມີທ່ານ ເກິນດິ່ງຕ່າຍ ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດຫວຽດນາມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ, ສື່ມວນຊົນພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

ສຳລັບນັກໂທດທີ່ມີຄວາມກ້າວໜ້າ ປະພຶດປະຕິບັດຕົນດີໃນໄລຍະປະຕິບັດໂທດຢູ່ຄ້າຍຄຸມຂັງ ດັດສ້າງນິ່ງແຄັງ ແຂວງນິ່ງບິ້ງ ໄດ້ຮັບການອະໄພຍະໂທດ ແລະ ປ່ອຍຕົວຄັ້ງນີ້ ມີຈຳນວນ 377 ຄົນ.

ທ່ານ ເກິນດິ່ງຕ່າຍ ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດຫວຽດນາມມີຄຳເຫັນຕໍ່ພິທີວ່າ: ການອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດທີ່ມີຄວາມກ້າວໜ້າໃນໄລຍະປະຕິບັດໂທດຢູ່ຄ້າຍຄຸມຂັງດັດສ້າງໃນແຕ່ບະປີ ແມ່ນສະແດງໃຫ້ເຫັນເຖິງການປະຕິບັດແນວທາງນະໂຍບາຍທີ່ຖືກຕ້ອງ ແລະ ສອດຄ່ອງຂອງພັກ ແລະ ລັດຖະບານຫວຽດນາມ ດ້ານການສົ່ງເສີມ ແລະ ປົກປ້ອງສິດທິມະນຸດ ທີ່ມີລັກສະນະຍຸຕິທຳ ແລະ ເທົ່າທຽມກັນຂອງພົນລະເມືອງຫວຽດນາມທຸກຄົນ ລວມທັງນັກໂທດທີ່ພວມປະຕິບັດໂທດຢູ່ຄ້າຍຄຸມຂັງດັດສ້າງແຕ່ລະແຫ່ງໃນທົ່ວປະເທດ. ການອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດທີ່ມີຄວາມກ້າວໜ້າຢູ່ຫວຽດນາມ ແມ່ນເກີດຂຶ້ນໃນໂອກາດວັນສຳຄັນຕ່າງໆຂອງຊາດໃນທຸກໆປີ. ສ່ວນນັກໂທດທີ່ໄດ້ຮັບການປ່ອຍຕົວໃນໄລຍະຫຼາຍປີຜ່ານມາຢູ່ຫວຽດນາມແມ່ນມີຈຳນວນຫຼາຍແສນຄົນ ເຂົາເຈົ້າໄດ້ກັບຄືນໄປບ້ານເກີດເມືອງນອນຂອງຕົນ ກັບຄືນໄປຫາຄອບຄົວ ແລະ ດຳລົງຊີວິດດ້ວຍຄວາມສຸຈະລິດ ມີຄວາມບໍລິສຸດສັດຊື່ ເປັນເຈົ້າການປະຕິບັດລະບຽບກົດໝາຍບ້ານເມືອງຢ່າງເຂັ້ມງວດ ແລະ ເປັນຄົນດີຂອງສັງຄົມ.

ຂ່າວແລະພາບ: ປອງໄຕ ຈະເລີນສຸກ