Sunday, September 22, 2024
Homeຂ່າວຕ່າງປະເທດພະຍາດໝາກສຸກລີງ ກາຍເປັນເຫດສຸກເສີນ ດ້ານສາທາລະນະສຸກໂລກ

ພະຍາດໝາກສຸກລີງ ກາຍເປັນເຫດສຸກເສີນ ດ້ານສາທາລະນະສຸກໂລກ

ຕາມ​ຂ່າວ​ຈາກ​ ເຈ​ນີວາ, ອົງການອະນາ​​ໄມ​ໂລກ (WHO)​ ເປີດ​ເຜີຍ​ວ່າ: ຄະນະ​ກຳມະການ​ເຫດ​ສຸກ​ເສີນ​ ຂອງ​ອົງການອະນາ​ໄມ​ໂລກ ໄດ້ຕົກລົງ​ເຫັນ​ດີໃຫ້​ພະຍາດໝາກສຸກ​ລີງ (Monkey pox) ຄວນ​ເປັນ​ເຫດສຸກ​ເສີນດ້ານ​ສາທາລະນະ​ສຸກ​ໂລກ​ ຕໍ່​ໄປ(PHEIC) ນັບ​ຕັ້ງ​ແຕ່​ພະຍາດ​ໝາກ​ສຸກ​ລີງ ກາຍ​ເປັນພະຍາດ​ປະຈຳ​ທ້ອງຖິ່ນ ​ໃນ​ອາ​ຟຣິກາຕາ​ເວັນ​ຕົກ ​ຊຶ່ງໄດ້ແພ່​ອອກໄປເຂດ​ນອກ​ພາກ​ພື້ນຕັ້ງ​ແຕ່ 6​ ເດືອນ​ກ່ອນ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 36 ຄົນ ຈາກຜູ້​ຕິດ​ເຊື້ອ​ຫລາຍ​ກວ່າ 77.000 ຄົນ ​ໃນ109 ​ປະ​ເທດ ສ່ວນ​ໃຫຍ່ ​ເປັນຜູ້​ຊາຍ ​ທີ່​ມີເພດສຳພັນ​ກັບ​ຜູ້ຊາຍ ໂດຍຍອດ​ຜູ້​ຕິດ​ເຊື້ອ​ນີ້ເພີິ່ມຂຶ້ນສູ​ງສຸດໃນ​ເດືອນ ​ກໍ​ລະ​ກົດ ຈາກ​ນັ້ນກໍ​ເລີ່​ມຫລຸດ​ລົງຢ່າງ​ຕໍ່​ເນື່ອງ.

(ບັນນາທິການຂ່າວຕ່າງປະເທດ, ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments