ພິທີສະເຫລີມສະຫລອງວັນດິນໂລກ ປະຈຳປີ 2025 ຈັດຂຶ້ນໃນວັນທີ 25 ທັນວາ 2025 ຜ່ານມາ ໂດຍການເປັນປະທານຂອງ ທ່ານ ທັດເທວາ ສະພັງທອງ ຮອງຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ທ່ານ ທັດເທວາ ສະພັງທອງ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວ, ຊຶ່ງການສະເຫລີມສະຫລອງວັນດິນໂລກ ແມ່ນໄດ້ຈັດຂຶ້ນໃນທຸກໆປີ ແລະ ທຸກປະເທດທົ່ວໂລກ ໄດ້ຈັດສະເຫລີມສະຫລອງຕາມມະຕິຕົກລົງ ຂອງກອງປະຊຸມສະຫະປະຊາຊາດ ຄັ້ງທີ 68 ໃນເດືອນທັນ ວາ 2013 ທີ່ນະຄອນຫລວງໂຣມ, ປະເທດອີຕາລີ ໂດຍໄດ້ກຳນົດເອົາ ວັນທີ 5 ທັນວາ ຂອງທຸກໆປີເປັນວັນດິນໂລກ. ການຈັດງານດັ່ງກ່າວໄດ້ເຜີຍແຜ່ຄວາມຮູ້, ຄວາມເຂົ້າໃຈກ່ຽວກັບຄຸນຄ່າຂອງຊັບພະ ຍາກອນດິນ ຕໍ່ກັບການດຳລົງຊິວິດຂອງມວນມະນຸດ. ການຈັດງານສະເຫລີມສະຫລອງໃນປີ 2025 ນີ້ຈັດຂຶ້ນພາຍໃຕ້ຄຳຂວັນ “ດິນດຳນ້ຳຊຸ່ມ ຕົວເມືອງສີວິໄລ Healthy Soil for Healthy Cities” ເພື່ອປຸກລະດົມສ້າງຄວາມເຂົ້າໃຈ ແລະ ຊຸກຍູ້ໃຫ້ກັບທຸກຊັ້ນຄົນໃຫ້ເຫັນໄດ້ຄວາມສຳຄັນຂອງການປັບປຸງ ແລະ ບຳລຸງດິນ ສຳລັບອະນາຄົດໃນຕົວເມືອງທີ່ຍືນຍົງ.

ພ້ອມນີ້, ຜູ້ຕາງໜ້າວິຊາການຈາກພາກສ່ວນທີ່ກ່ຽວຂ້ອງ ໄດ້ຂຶ້ນບັນຍາຍ ຫລາຍຫົວ ຂໍ້ສຳຄັນ ເປັນຕົ້ນ ສະພາບແວດລ້ອມໃນຕົວເມືອງ, ການວາງແຜນຜັງ ແລະ ບັນຫາທີີ່ເກີດຂຶ້ນໃນເຂດຕົວເມືອງ, ການຈັດສັນທີີ່ດິນແຜນພັດທະນາຕົວເມືອງ ແລະ ຂັ້ນຕອນໃນການອອກທະບຽນໃບຕາດິນ ແລະ ປະເມີນລາຄາທີີ່ດິນໃນຕົວເມືອງ.
ຂໍ້ມູນ-ພາບ: ຂ່າວສານກະສິກຳ

