Monday, December 22, 2025
Homeຂ່າວໜ້າໜຶ່ງສປ ຈີນ ດຳເນີນວຽກງານຄວບຄຸມການສົ່ງອອກວັດຖຸສິ່ງຂອງທີ່ກ່ຽວຂ້ອງກັບແຮ່ຫາຍາກ

ສປ ຈີນ ດຳເນີນວຽກງານຄວບຄຸມການສົ່ງອອກວັດຖຸສິ່ງຂອງທີ່ກ່ຽວຂ້ອງກັບແຮ່ຫາຍາກ

ວິທະຍຸ-ໂທລະພາບສູນກາງຈີນ ຫລື CMG, ​ທ່ານ ​ກົ່ວ​ເຈ່ຍ​ຄຸ່ນ ໂຄ​ສົກ​ກະ​ຊວງ ການ​ຕ່າງ​ປະ​ເທດ​ຈີນ ​ຈັດ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ. ສປ ຈີນ ​ເລີ່ມ​ອອກໃບ​ອະ​ນຸ​ຍາດການສົ່ງອອກແຮ່​ຫາ​ຍາກ ສະ​ບັບ​ໃໝ່. ທ່ານ​ ກົ່ວ​ເຈ່ຍ​ຄຸ່ນ ໄດ້ກ່າວນັ້ນໜັກວ່າ, ວັດຖຸສິ່ງ​ຂອງຕ່າງໆ ຄື ​ແຮ່ຫາຍາກ​ເປັນ​ຕົ້ນມີລັກ​ສະ​ນະ​ໃຊ້​ໄດ້ທັງທາງການທະຫານ ແລະ​ ທາງ​ພົນ​ລະ​ເມືອງ, ການ​ຄວບຄຸມການສົ່ງອອກເປັນວິທີທີ່ປະຕິບັດ​ໂດຍ​ທົ່ວ​ ໄປ​ໃນສາກົນ, ​​ເຊິ່ງສ່ອງ​ແສງໃຫ້ເຫັນເຖິງ​ຫລັກ​ໝັ້ນຕະ​ຫລອດມາຂອງ ສປ ຈີນ ໃນການປົກ​ປັກຮັກສາສັນຕິພາບ​ຂອງໂລກ ແລະ ສະຖຽນລະພາບຂອງພາກພື້ນ​ຢ່າງ​ເດັດ​ດ່ຽວ, ເຂົ້າຮ່ວມຄວາມພະຍາຍາມສາກົນ ເພື່ອປ້ອງກັນການແຜ່ຜາຍ​ອາ​ວຸດ​ແສນ​ຍາ​ນຸ​ພາບ​ລ້າງ​ຜານ​ສູງຢ່າງ​ຕັ້ງ​ໜ້າ. ສປ ຈີນ​ ດຳ​ເນີ​ນ​ວຽກ​ງານ​ຄວບ​ຄຸມ​ການ​ສົ່ງ​ອອກວັດ​ຖຸ​ສິ່ງ​ຂອງທີ່​ກ່ຽວ​ຂ້ອງ​ກັບ​ແຮ່​ຫາ​ຍາກຕາມລະ​ບຽບ​​ກົດ​ໝາຍ​ນັ້ນ, ບໍ່ແນ​ໃສ່ປະເທດໃດເປັນ​ການສະເພາະ. ​ຂໍ​ພຽງແຕ່​ແມ່ນ​ການ​ຮ້ອງຂໍ​ການ​ສົ່ງອອກທີ່ໃຊ້ເຂົ້າ​ໃນ​ທາງ​ພົນ​ລະ​ເມືອງ ​ທີ່​ຖືກ​ຕ້ອງຕາມລະ​ບຽບ​​ກົດໝາຍ, ລັດຖະບານຈີນ ກໍຈະອະນຸ​ມັດຢ່າງທັນເວລາ. ສປ ຈີນ ຍິນ​ດີ​ຮ່ວມກັບປະເທດ ແລະ ​ເຂດ​ແຄວ້ນທີ່ກ່ຽວຂ້ອງເພີ່ມທະວີການສົນ​ທະ​ນາ ແລະ ການຮ່ວມມື, ​ພ້ອມກັນ​ປົ​ກ​ປັກຮັກສາຄວາມໝັ້ນ​ຄົງຂອງລະບົບ​ຕ່ອງ​ໂສ້ການຜະລິດ ແລະ ການສະ​ໜອງທົ່ວໂລກ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments