Tuesday, December 16, 2025
Homeຂ່າວຕ່າງປະເທດຍອດປະລິມານການຜະລິດ ນ້ຳມັນດິບຂອງ ສປ ຈີນ ໃນປີນີ້ ຈະສ້າງສະຖິຕິໃໝ່

ຍອດປະລິມານການຜະລິດ ນ້ຳມັນດິບຂອງ ສປ ຈີນ ໃນປີນີ້ ຈະສ້າງສະຖິຕິໃໝ່

ວິທະຍຸ-ໂທລະພາບສູນກາງຈີນ ກອ​ງ​ປະ​ຊຸມສຸດຍອດ​​ເວ​ທີ​ປຶກ​ສາ​ຫາ​ລືການ​ພັດ​ທະ​ນາພະ​ລັງ​ງານ​ສາ​ກົນ 2025 ທີ່​ຈັດ​ຂຶ້ນ ເມື່ອບໍ່ດົນມານີ້ ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານການ​ຄາດ​ຄະ​ເນ​ພະ​ລັງ​ງານ​ສາ​ກົນ ແລະ​ ສປ ຈີນ 2060(ສະ​ບັບ 2025, ໂດ​ຍ​ລະ​ບຸ​ວ່າ: ໂຄງ​ສ້າງ​ພະລັງ​ງານ​ຂອງ​ ສປ ຈີນ​ ນັບ​ມື້​ ນັບ​ມີ​ຄວາມຫລາກຫລາຍ ແລະ​ ດຸນ​ດຽງ, ຍອດ​ປະ​ລິ​ມານ​ການ​ຜະ​ລິດນ້ຳ​ມັນດິບ​ຂອງ​ ສປ ຈີນ​ ໃນ​ປີ 2025 ​ຄາດ​ວ່າ​ຈະ​ສູງເຖິງ 215 ລ້ານ​ໂຕນ, ເຊິ່ງ​​ສ້າງ​ສະ​ຖິ​ຕິ​ໃໝ່​, ຍອດ​ປະ​ລິ​ມານ​ການ​ຜະ​ລິດອາຍ​ແກັ​ສ​ທຳ​ມະ​ຊາດ​ຈະ​ສູງ​ເຖິງ 260 ຕື້​ແມັດ​ກ້ອນ, ເພີ່ມ​ຂຶ້ນ 35% ເມື່ອ​ທຽບ​ໃສ່​ທ້າຍໄລ​ຍະ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ 13 ຄື: ປີ 2020. ຄາດ​ຄະ​ເນ​ວ່າ, ຮອດ​ປີ 2030, ຍອດ​ປະ​ລິ​ມານການ​ຜະ​ລິດ​ນ້ຳ​ມັນດິບ​ຕໍ່​ປີ ​ຂອງ​ ສປ ຈີນ​ ຈະ​ຢູ່​ໃນ​ລະ​ດັບ 200 ໂຕນ​ ຢ່າງ​ໝັ້ນ​ທ່ຽງ ແລະ ຍອດ​ປະ​ລິ​ມານການ​ຜະ​ລິດອາຍ​ແກັ​ສ​ທຳ​ມະ​ຊາດ​ຕໍ່​ປີ ຄາດ​ວ່າ ​ຈະ​ເພີ່ມ​ຂຶ້ນ​ຮອດ 300 ຕື້​ແມັດ​ກ້ອນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments