ໃນພິທີປີດມະຫາກຳກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນ ເກມ 2025 ໃນວັນທີ 25 ພະຈິກ 2025 ທີ່ສະໜາມກິລາແຫ່ງຊາດ ຫຼັກ 16, ທ່ານ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ປະທານຮ່ວມຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແລະ ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ຮ່ວມພິທີມອບ-ຮັບທຸງກິລາແຫ່ງຊາດໃຫ້ແຂວງຈຳປາສັກ ເປັນເຈົ້າພາບງານມະຫະກຳກິລາແຫ່ງຊາດ ຄັ້ງທີ XIII ໂດຍທ່ານ ອາລຸນໄຊ ສູນນະລາດ ເລຂາພັກແຂວງ ຈຳປາສັກ ກ່າວຮັບ.

ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ສະແດງຄວາມຮູ້ສຶກເປັນກຽດທີ່ພັກ, ລັດຖະບານ ກໍຄື ກະຊວງສຶກສາທິການ ແລະ ກິລາ ໄດ້ມອບໃຫ້ແຂວງຈຳປາສັກ ເປັນເຈົ້າພາບຈັດມະຫະກຳກິລາແຫ່ງຊາດ ຄັ້ງທີ XIII ຊຶ່ງຈະຈັດຂຶ້ນໃນປີ 2028. ພ້ອມທັງຢືນຢັນວ່າ: ຈະຕັ້ງໜ້າເພີ່ມທະວີເອົາໃຈໃສ່ຫ້າງຫາກະກຽມຄວາມພ້ອມດ້ານຕ່າງໆ ແລະ ຈະນຳເອົາບົດຮຽນທີ່ຖອດຖອນໄດ້ ໃນງານມະຫະກຳກິລາແຫ່ງຊາດຄັ້ງນີ້, ໄປເປັນບົດຮຽນ, ເປັນທິດທາງແຜນການ ແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດ ໂດຍສະເພາະແມ່ນການໂຄສະນາເຜີຍແຜ່ໃຫ້ພະນັກງານ, ທະຫານ-ຕໍາຫລວດ ຕະຫລອດຮອດປະຊາຊົນ ຊາວແຂວງຈຳປາສັກ ໄດ້ຮັບຮູ້ເຖິງຄວາມໝາຍຄວາມສຳຄັນ ຂອງການເປັນເຈົ້າພາບທີ່ດີ ໃນການຈັດມະຫະກຳກິລາແຫ່ງຊາດ ຄັ້ງທີ XIII ທີ່ແຂວງຈຳປາສັກ ໄດ້ຮັບກຽດເປັນເຈົ້າພາບ ໃຫ້ປະສົບຜົນສຳເລັດຢ່າງຈົບງາມຕາມເປົ້າໝາຍທີ່ວາງໄວ້.

