Home ຂ່າວຕ່າງປະເທດ ນາຍົກໄທ ຈະເຊື້ອເຊີນຫລາຍປະເທດອ້ອມຂ້າງປຶກສາຫາລື ກ່ຽວກັບການປາບປາມອາດຊະຍາກຳທາງອິນເຕີເນັດ

ນາຍົກໄທ ຈະເຊື້ອເຊີນຫລາຍປະເທດອ້ອມຂ້າງປຶກສາຫາລື ກ່ຽວກັບການປາບປາມອາດຊະຍາກຳທາງອິນເຕີເນັດ

0
26

ວິທະຍຸ-ໂທລະພາບສູນກາງຈີນ, ວັນທີ 29 ຕຸລານີ້, ທ່ານ ອະນຸທິນ ຊານວີຣະກູນ, ນາຍົກລັດຖະມົນຕີໄທ ເປີດເຜີຍໃຫ້ຮູ້ວ່າ: ໄທ ມີແຜນຈະຈັດກອງປະຊຸມຫລາຍຝ່າຍເພື່ອເຊື້ອເຊີນຫລາຍປະເທດອ້ອມຂ້າງມາຮ່ວມກັນປຶກສາຫາລື ກ່ຽວກັບການປາບປາມອາດຊະຍາກຳທາງອິນເຕີເນັດ. ທ່ານ ອະນຸທິນ ກ່າວຢືນຢັນວ່າ: ໄດ້ຢ້ຳຄືນຄຳໝັ້ນສັນຍາຂອງໄທ ກ່ຽວກັບການປາບປາມອາດຊະຍາກຳທາງອິນເຕີເນັດ ໃນໄລຍະກອງປະຊຸມສຸດຍອດອາຊຽນ ພ້ອມທັງໄດ້ສະເໜີຢ່າງເປັນທາງການວ່າ ໄທ ຈະເປັນເຈົ້າພາບຈັດກອງປະຊຸມຫລາຍຝ່າຍລະດັບພາກພື້ນ ເຊິ່ງມີຈຸດປະສົງເພື່ອປາບປາມອາດຊະຍາກຳທາງອິນເຕີເນັດ ດ້ວຍຮູບການທີ່ເປັນຮູບປະທຳ ແລະ ມີຄວາມເດັດຂາດຫລາຍກວ່າເກົ່າ. ເລື່ອງນີ້ໄດ້ມອບໃຫ້ກະຊວງການຕ່າງປະເທດໄທ ເປັນຜູ້ຮັບຜິດຊອບຈັດຕັ້ງປະຕິບັດຕົວຈິງແລ້ວ ແລະ ອົງການທີ່ກ່ຽວຂ້ອງຈະຊຸກຍູ້ການປະຕິບັດງານທີ່ກ່ຽວຂ້ອງຢ່າງຕໍ່ເນື່ອງ ໃນຕໍ່ໜ້າ. ກ່ອນໜ້ານີ້, ທ່ານ ອະນຸທິນ ໄດ້ກ່າວຢືນຢັນວ່າ ໄທ ໄດ້ຍົກລະດັບການປາບປາມການຕົວະຍົວະຫລອກລວງ ແລະ ອາດຊະຍາກຳທາງອິນເຕີເນັດຂຶ້ນເປັນວາລະແຫ່ງຊາດແລ້ວ, ໂດຍຈະນຳໃຊ້ພາຫະນະທຸກຢ່າງທີ່ອາດເປັນໄປໄດ້ ແລະ ຮູບການຕ່າງໆ ເພື່ອຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວ ຂອງປະຊາຄົມໂລກ ໃນການປາບປາມກຸ່ມແກ້ງຕົວະຍົວະຫລອກລວງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here