Friday, November 14, 2025
Homeຂ່າວຕ່າງປະເທດການເຕີບໂຕດ້ານເສດຖະກິດອາຊີ-ປາຊີຟິກນຳໜ້າທົ່ວໂລກ

ການເຕີບໂຕດ້ານເສດຖະກິດອາຊີ-ປາຊີຟິກນຳໜ້າທົ່ວໂລກ

ວິທະຍຸ-ໂທລະພາບສູນກາງຈີນ, ເນື່ອງໃນໂອກາດກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີ-ປາຊິຟິກ ຫລື APEC ຄັ້ງທີ 32 ຈະໄຂຂຶ້ນໃນໄວໆນີ້, ອີງຕາມຜົນການສຳຫລວດຄວາມຄິດເຫັນ ຂອງປະຊາຊົນທີ່ຈັດໂດຍ ໂທລະພາບສາກົນຈີນ ຫລື CGTN ຂອງວິທະຍຸ- ໂທລະພາບສູນກາງຈີນ ຫລື CMG ໄດ້ສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 83,3% ເຫັນພ້ອມວ່າ: APEC ເປັນກົນໄກຮ່ວມມືເສດຖະກິດທີ່ມີລະດັບສູງທີ່ສຸດ ແລະ ມີບົດບາດອິດທິພົນ ຫລາຍທີ່ສຸດ ໃນພາກພື້ນອາຊີ-ປາຊີຟິກ. ຜົນການສຳຫລວດຄວາມເຫັນສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 83,2% ມີຄວາມໝັ້ນໃຈຢ່າງເຕັມທີ່ຕໍ່ອະນາຄົດ ຂອງການເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນຂອງອາຊີປາຊີຟິກ, 87% ເຫັນວ່າ ບັນດາປະເທດໃນອາຊີ-ປາຊີຟິກຄວນມີຄວາມຫ້າວຫັ້ນຫລາຍກວ່າເກົ່າໃນການຊຸກຍູ້ການແລກປ່ຽນ ແລະ ຮ່ວມມືກັນ ດ້ານວິທະຍາ ສາດ ເຕັກໂນໂລຊີ. 81,9% ໄດ້ສະໜັບສະໜູນຂໍ້ລິເລີ່ມການສ້າງປະຊາຄົມຮ່ວມຊາຕາກຳຂອງອາຊີ-ປາຊີຟິກ ທີ່ສະເໜີໂດຍ ສປ ຈີນ. ຜູ້ຕອບແບບສອບຖາມ 83,4% ໄດ້ຕີລາຄາສູງ ຢ່າງຕັ້ງໜ້າຕໍ່ ສປ ຈີນ ທີ່ໄດ້ປະກອບສ່ວນອັນພົ້ນເດັ່ນ ໃນການຊຸກຍູ້ຂະບວນການພັດທະນາແບບຍືນຍົງ ຂອງ APEC. ການສຳຫລວດຄວາມເຫັນປະຊາຊົນດັ່ງກ່າວແມ່ນ CGTN ຮ່ວມ ກັບ ມະຫາວິທະຍາໄລປະຊາຊົນຈີນ ຈັດຂຶ້ນ ເຊິ່ງກວມເອົາປະຊາຊົນທົ່ວໄປທີ່ມີອາຍຸ ລະຫວ່າງ 18-65ປີ ຈຳນວນ 4,048 ຄົນ ຈາກ15 ກຸ່ມເສດຖະກິດສະມາຊິກ APEC, ຜູ້ຕອບແບບສອບຖາມແມ່ນສອດຄ່ອງກັບລັກສະນະໂຄງສ້າງ ປະຊາກອນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments