Monday, December 22, 2025
Homeຂ່າວຕ່າງປະເທດອາຣັບບີ ຊາອຸດິດ ຈັດກອງປະຊຸມ ກຸ່ມທຸລະກິດຊັ້ນນຳຂອງໂລກ

ອາຣັບບີ ຊາອຸດິດ ຈັດກອງປະຊຸມ ກຸ່ມທຸລະກິດຊັ້ນນຳຂອງໂລກ

ສຳນັກຂ່າວ ເອເອຟພີ, ການລາຍງານ ຈາກນະຄອນຫລວງ ຣີຢັດ ປະເທດ ອາຣັບບີ ຊາອຸດິດ ເມື່ອບໍ່ດົນມານີ້ວ່າ, ອາຣັບບີ ຊາອຸດິດ ໄດ້ຈັດກອງປະຊຸມ ການລົງທຶນຄັ້ງໃຫຍ່ ໂດຍມີ ບັນດາ ຜູ້ນຳ ປະເທດ ແລະ ກຸ່ມທຸລະກິດຊັ້ນນໍາ ລະດັບໂລກ ເຂົ້າຮ່ວມ, ເນື່ອງຈາກ ອາຣັບບີ ຊາອຸດິດ ຕ້ອງການ ສະໜັບ ສະໜູນ ໂຄງການ ຂະໜາດໃຫຍ່ ແລະ ຄວາມຈະເລີນເຕີບ ດ້ານປັນຍາປະດິດ (ເອໄອ).

ໂດຍ ອາຣັບບີ ຊາອຸດິດ ເປັນເຈົ້າພາບ ຈັດກອງປະຊຸມ ໂຄງການ ລົງທຶນ ເພື່ອອະນາຄົດ (ເອຟໄອໄອ) ຄັ້ງທີ9 ທ່າມກາງ ການຢຸດຍິງ ໃນເຂດກາຊາ ແລະ ການເຕີບໂຕ ທາງດ້ານ ເສດຖະກິດ ທີ່ເຂັ້ມແຂງ ໃນພາກພື້ນອ່າວ ເພື່ອພະຍາຍາມ ດຶງດູດ ການລົງທຶນ ແລະ ແຈກຢາຍ ຄວາມສ່ຽງ ທາງເສດຖະກິດ ຂອງປະເທດ. ນອກຈາກນັ້ນ, ທ່ານ ຍາຊີຣ ອັລ-ຣູມາຍຍານ ຜູ້ວ່າການ ກອງທຶນ ເພື່ອການລົງທຶນ ສາທາລະນະ (ພີໄອເອຟ) ຫລື ກອງທຶນ ຄວາມໝັ້ນຄົງ ແຫ່ງຊາດ ຂອງ ອາຣັບບີ ຊາອຸດິດ ກ່າວວ່າ: ການລົງທຶນ ຈາກຕ່າງປະເທດ ເພີ່ມຂຶ້ນ 24% ເປັນ 31.700 ລ້ານ ໂດລາສະຫະລັດ ເມື່ອປີກາຍ ຜ່ານມາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments