Home ຂ່າວພາຍໃນ ທຸກສະຫາຍເອົາໃຈໃສ່ຝຶກຊ້ອມ ແລະ ພາກພູມໃຈທີ່ໄດ້ຮ່ວມສວນສະໜາມວັນຊາດ

ທຸກສະຫາຍເອົາໃຈໃສ່ຝຶກຊ້ອມ ແລະ ພາກພູມໃຈທີ່ໄດ້ຮ່ວມສວນສະໜາມວັນຊາດ

0
17

ວັນຊາດ ທີ 2 ທັນວາ ແມ່ນວັນທີ່ມີຄວາມໝາຍສໍາຄັນສໍາລັບທົ່ວພັກ-ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ, ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວ ທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ ແລະ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ເປັນວັນແຫ່ງການກ້າວສູ່ຍຸກສະໄໝໃໝ່ແຫ່ງເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ.

ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ທີ່ຈະມາເຖິງນີ້ ຫຼາຍພາກສ່ວນກໍໄດ້ກະກຽມເພື່ອຮັບໃຊ້ວັນດັ່ງກ່າວ ໂດຍສະເພາະ ກ້ອນຢືນກໍາລັງປ້ອງກັນຄວາມສະຫງົບ ກໍເປັນສ່ວນໜຶ່ງທີ່ເປັນໂຕແທນໃຫ້ກະຊວງປ້ອງກັນຄວາມສະຫງົບ ເພື່ອກະກຽມເຂົ້າຮ່ວມພິທີດັ່ງກ່າວ ປັດຈຸບັນ ແມ່ນຢູ່ໃນໄລຍະການຝຶກຊ້ອມ ເຊິ່ງທຸກສະຫາຍແມ່ນໄດ້ເອົາໃຈໃສ່ຝຶກຊ້ອມ ແລະ ພາກພູມໃຈທີ່ໄດ້ຮ່ວມສວນສະໜາມວັນຊາດ.

ພັທ ຈໍາປີ ສີລັດຕະນະວົງ ໃຫ້ສໍາພາດຕໍ່ສື່ມວນຊົນ ປກສ ໃນວັນທີ 30 ຕຸລາ 2025 ວ່າ: ຂ້າພະເຈົ້າຕາງໜ້າຫ້ອງວ່າການກະຊວງປ້ອງຄວາມສະຫງົບ ໄດ້ນໍາພາອ້າຍນ້ອງພາຍໃນຫ້ອງວ່າການ ຈໍານວນ 50 ສະຫາຍ ເຂົ້າຮ່ວມຝຶກຊ້ອມເປັນກ້ອນຢືນຂອງກະຊວງປ້ອງກັນຄວາມສະຫງົບ ເພື່ອກະກຽມຄວາມພ້ອມໃນການເຂົ້າຮ່ວມພິທີສະເຫຼີມສະຫຼອງຂໍ່ານັບຊົມເຊີຍວັນຊາດ ຄົບຮອບ 50 ປີ, ການນໍາພາອ້າຍນ້ອງມາຄັ້ງນີ້ຖືວ່າມີຄວາມພ້ອມເຕັມ 100% ທຸກສະຫາຍແມ່ນໄດ້ເອົາໃຈໃສ່ຝຶກຊ້ອມ, ແຕ່ການຝຶກຊ້ອມຕົວຈິງມາຮອດປັດຈຸບັນແມ່ນຊ້ອມໄດ້ 70% ເຊິ່ງພວກເຮົາຈະຕັ້ງໜ້າຝຶກຊ້ອມ ເພື່ອຮັບປະກັນຄວາມພ້ອມໃນມື້ປະຕິບັດຕົວຈິງສົມທີ່ຂັ້ນເທິງມອບໝາຍໃຫ້.

ພັທ ນາງ ຄໍາສອນ ພົມມະວົງ ໃຫ້ສໍາພາດຕື່ມອີກວ່າ: ຂ້າພະເຈົ້າມີຄວາມພາກພູມໃຈທີ່ໄດ້ເຂົ້າຮ່ວມເປັນກ້ອນຢືນກໍາລັງປ້ອງຄວາມຫງົບ ໃນງານສວນສະໜາມສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ເຊິ່ງຖືວ່າເປັນຄັ້ງທໍາອິດ ແລະ ເປັນຄັ້ງປະຫວັດສາດຂອງຂ້າພະເຈົ້າທີ່ໄດ້ເປັນຕົວແທນແມ່ຍິງຜູ້ໜຶ່ງໃນ 10 ສະຫາຍ ຂອງກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ ເຂົ້າຮ່ວມຝຶກຊ້ອມເປັນກ້ອນກໍາລັງຢືນຂອງກະຊວງປ້ອງກັນຄວາມສະຫງົບ ແລະ ໃຫ້ຄໍາໝັ້ນວ່າ: ຈະພະຍາຍາມຕັ້ງໃຈຝຶກຊ້ອມໃຫ້ອອກມາດີທີ່ສຸດ ແລະ ເຮັດສໍາເລັດຕາມທີ່ຂ້າງເທິງມອບໝາຍໃຫ້ ແລະ ຂໍຕາງໜ້າໃຫ້ກ້ອນຢືນແມ່ຍິງອວຍພອນໃຫ້ການນໍາພັກ-ລັດທຸກຂັ້ນຈົ່ງມີສຸຂະພາບແຂງແຮງ ສືບຕໍ່ນໍາພາກະຊວງປ້ອງກັນຄວາມສະຫງົບ ກໍຄື ປະເທດຊາດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປຢ່າງບໍ່ຢຸດຢັ້ງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here