Home ຂ່າວການເມືອງ ລາວ-ຍີ່ປຸ່ນ ລົງນາມເອກະສານແລກປ່ຽນໂຄງການປັບປຸງຂໍ້ມູນຂ່າວສານທາງດ້ານພູມສາດ

ລາວ-ຍີ່ປຸ່ນ ລົງນາມເອກະສານແລກປ່ຽນໂຄງການປັບປຸງຂໍ້ມູນຂ່າວສານທາງດ້ານພູມສາດ

0
6

ພິທີລົງນາມເອກະສານແລກປ່ຽນ ສໍາລັບ ໂຄງການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນ ໃນໂຄງການປັບປຸງຂໍ້ມູນຂ່າວສານທາງດ້ານພູມສາດ ມູນຄ່າ 649 ລ້ານເຢນ ຈັດຂຶ້ນໃນວັນທີ 22 ຕຸລາ 2025, ຕາງໜ້າລັດຖະບານລາວ ລົງນາມໂດຍ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຕາງໜ້າລັດຖະບານຍີ່ປຸ່ນໂດຍ ທ່ານ ໂຄອິຊຸມິ ຊຶໂຕມຸ ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈໍາລາວ, ມີພະນັກງານຈາກຂະແໜງການທີ່ກ່ຽວຂ້ອງສອງຝ່າຍ ຍີ່ປຸ່ນ ແລະ ລາວ ເຂົ້າຮ່ວມເປັນສັກຂີພິຍານ.

ໂຄງການຊ່ວຍເຫລືອດັ່ງກ່າວ, ແມ່ນການສະໜັບສະໜູນເປົ້າໝາຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ (NSEDP) ຂອງ ສປປ ລາວ ຜ່ານການພັດທະນາໂຄງສ້າງພື້ນຖານພູມສາດ ທີ່ທັນສະໄໝ, ສອດຄ່ອງກັບການຈັດການທີ່ດິນຢ່າງຍືນຍົງ, ການພັດທະນາພື້ນຖານໂຄງລ່າງ ແລະ ຄວາມສາມາດໃນການຮັບມືໄພພິບັດທໍາມະຊາດ, ຊຶ່ງຈະມີການສ້າງແຜນທີ່ໄພພິບັດໃນພື້ນທີ່ທີ່ເປັນເປົ້າໝາຍ ໂດຍນໍາໃຊ້ເຕັກໂນໂລຊີ ກວດຈັບການປ່ຽນແປງຜ່ານດາວທຽມ ເພື່ອສາມາດລະບຸການປ່ຽນແປງດ້ານພູມສັນຖານ ແລະ ເຂດສ່ຽງໄພໄດ້ຢ່າງວ່ອງໄວ.

ໃນໂອກາດດັ່ງກ່າວ, ທ່ານ ຟອງສະໝຸດ ອັ່ນລາວັນ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຮ່ວມມືຊ່ວຍເຫລືອ ສປປ ລາວ ໃນຄັ້ງນີ້ ກໍຄື ການສະໜັບສະໜູນ ແລະ ຮ່ວມມືຊ່ວຍເຫລືອ ສປປ ລາວ ຕະຫລອດໄລຍະ 7 ທົດສະວັດ ທີ່ຜ່ານມາ ແລະ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະນໍາໃຊ້ການຊ່ວຍເຫລືອທີ່ມີຄວາມສຳຄັນນີ້ ດ້ວຍຄວາມຮັບຜິດຊອບສູງ, ໂປ່ງໃສ ແລະ ມີປະສິດທິຜົນສູງ ເພື່ອນຳເອົາຜົນປະ ໂຫຍດສູງສຸດມາສູ່ປະຊາຊົນລາວ, ພ້ອມທັງສະແດງຄວາມຫວັງວ່າ ລັດຖະບານຍີ່ປຸ່ນ ຈະສືບຕໍ່ໃຫ້ ການຮ່ວມມືຢ່າງຕໍ່ເນື່ອງໃນຊຸມປີຕໍ່ໜ້າ ຊຶ່ງການຊ່ວຍເຫລືອຄັ້ງນີ້ ແມ່ນມີຄວາມສໍາຄັນເປັນຢ່າງຍິ່ງ ແລະ ການລົງນາມເອກະສານແລກປ່ຽນດັ່ງກ່າວໄດ້ມີຂຶ້ນ ໃນບັນຍາກາດຂອງການສະເຫລີມສະຫລອງ ສາຍພົວພັນທາງການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ ໃນປີ 2025 ນີ້ ແລະ ຄົບຮອບ 60 ປີ ທີ່ລັດຖະບານຍີ່ປຸ່ນ ໄດ້ສົ່ງອາສາສະໝັກ ມາປະຕິບັດໜ້າທີ່ ຢູ່ ສປປ ລາວ.

ໃນໂອກາດດຽວກັນ, ທ່ານ ໂຄອິຊຸມິ ຊຶໂຕມຸ ກໍໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄື ຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ຍີ່ປຸ່ນ-ລາວ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດສູງສຸດ ມາສູ່ປະຊາຊົນສອງຊາດ ຍີ່ປຸ່ນ ແລະ ລາວ ໃນຕໍ່ໜ້າ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here