ວັນທີ 3 ສິງຫາ 2022 ນີ້ ໄດ້ມີກອງປະຊຸມ ສະຫຼຸບວຽກງານຮອບດ້ານ ຂອງພະແນກສາທາລະນະສຸກແຂວງຫຼວງພະບາງ ໂອກາດດັ່ງກ່າວນີ້ ທ່ານ ນາງຄໍາພູ ຈັນທະວົງ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ກໍໄດ້ຍົກໃຫ້ເຫັນການບໍລິການໃຫ້ປິ່ນປົວຄົນເຈັບ ໂດຍສະເພາະແມ່ນສຶບຕໍ່ຕິດຕາມເຝົ້າລະວັງ, ຄວບຄຸມແລະແກ້ໄຂສະພາບ ການລະບາດ ຂອງພະຍາດໂຄວິດ-19 ແລະ 18 ອາການພະຍາດ.

ໄລຍະ 6 ເດືອນຜ່ານມານີ້ ໄດ້ສຸມໃສ່ກະກຽມລະບົບກວດກາກັ່ນກອງຄົນເຂົ້າ-ອອກຊ່ວງເປີດປະເທດ ແລະເປີດການທ່ອງທ່ຽວເຕັມຮູບແບບ ພ້ອມກະກຽມສະຖານທີ່ຮອງຮັບປີ່ນປົວກໍລະນີໃນໂຮງໝໍແຂວງ ແລະໂຮງໝໍພາກສະໝາມຢູ່ໂຮງແຮມຮ່ວມກັບຜູ້ປະກອບການພາກເອກະຊົນ. ເລັ່ງຊອກຄົ້ນພະຍາດຕິດ ຕໍ່ທາງເພດສຳພັນ ເຮສໄອວີ-ເອສ HIV,AIDs (ພຕພ), ພະຍາດວັນນະໂລກປອດ TB, ພະຍາດແມ່ກາຝາກໄຂ້ມາລາເຣຍ, ໄຂ້ຍຸງລາຍ ແລະພະຍາດແມ່ກາຝາກທີ່ຫຼົງລືມເປັນປົກກະຕິ ເພື່ອໃຫ້ບັນລຸຕາມເປົ້າໝາຍໃນແຕ່ລະໄລຍະ ເພື່ອກະກຽມເງື່ອນໄຂ ແລະຄວາມພ້ອມຈະລົບລ້າງພະຍາດໄຂ້ມາລາເຣຍ (Malaria) ໃນປີ 2030.

ພ້ອມດຽວກັນນີ້ ກໍໄດ້ສືບຕໍ່ຮ່ວມມືກັບປະເທດເພື່ອນບ້ານ ການຄວບຄຸມພະຍາດຊາຍແດນ, ເຝົ້າລະວັງຕິດຕາມພະຍາດຢູ່ດ່ານສາກົນຫຼວງພະບາງ, ແລກປ່ຽນຂໍ້ມູນຂ່າວສານພະຍາດຕິດຕໍ່ກັບປະເທດເພື່ອນບ້ານ ໂດຍສະເພາະແມ່ນແຂວງເຊີນລາ ແລະແຂວງດຽນບຽນປົກກະຕິ.

ສໍາລັບ 18 ອາການພະຍາດມີ: ພະຍາດຖອກ ທ້ອງເປັນນ້ຳ ກະທັນຫັນມີຫຼາຍກ່ວາ 1.863 ກໍລະນີ,ທັດລົງມາຖອກທ້ອງມູກປົນເລືອດ 398 ກໍລະນີ, ຊື້ມເຊື້ອລະບົບຫັນໃຈຮຸນແຮງ 140 ກໍລະນີ, ໄຂ້ທໍລະພິດ 61 ກໍລະນີ,ເບື່ອອາຫານ 38 ກໍລະນີ, ໄຂ້ອອກຕຸ່ມ 34 ກໍລະນີ, ໄອໄກ່ 8 ກໍລະນີອັກເສບເຍື່ອຫຸ້ມສະໝອງ 12 ແລະອັກເສບສະໝອງກະທັນຫັນ 5 ກໍລະນີ, ພ້ອມດຽວກັນນີ້ ຍັງໄດ້ກວດພົບເຫັນໄຂ້ຍຸງລາຍບໍ່ມີອາການເຕືອນ 161 ກໍລະນີ,ມີອາການເຕືອນ 11 ກໍລະນີ. ສ່ວນສະພາບການລະບາດຂອງພະຍາດ COVID-19 ສາມາດຄວບຄຸມໄດ້ ແລະ ກໍລະນີພົບເຊື້ອໄດ້ລຸດລົງ (ເກືອບຈະບໍ່ມີ) ຕົວເລກສະສົມຮອດ ວັນທີ 27 ກໍລະກົດ 2022 ມີ 11.856 ຄົນ, ເສຍຊີວິດ 54 ກໍລະນີ.

ບັນຫາທີ່ພົ້ນເດັ່ນ ໃນປັດຈຸບັນແມ່ນພະຍາດໄຂ້ຍຸງລາຍເຫັນວ່າມີທ່າອ່ຽງເພີ່ມຂື້ນສະເລ່ຍ 7-9 ຄົນໃນແຕ່ລະວັນ, ຕົວເລກຮອດວັນທີ 31/7/2022 ມີ 422 ກໍລະນີ, ກຸ່ມບໍ່ມີອາການເຕືອນມີ 405 ກໍລະນີ, ກຸ່ມມີອາການເຕືອນມີ 17 ກໍລະນີ (ບໍ່ມີຕາຍ), ໃນນີ້ພົບຫຼາຍກ່ວາຢູ່ນະຄອນຫຼວງພະບາງ, ເມືອງນານ ຊຽງເງີນ, ປາກອູ ແລະນ້ຳ ບາກ. ບັນຫາຄົງຄ້າງການຊອກຄົ້ນພະຍາດວັນນະໂລກບໍ່ບັນລຸຄາດໝາຍ ເຊິ່ງສາມາດກວດຫາເຊື້ອດ້ວຍເຄື່ອງກວດ Gene-Xpert 1.180ຄັ້ງ ພົບເຊື້ອ TB 105ກໍລະນີ ຂື້ນທະບຽນ 96 ຄົນ ນອນປີ່ນປົວ 37 ຄົນ. ກວດ TB/HIV 150 ຄົນ ບໍ່ພົບເຊື້ອເອສໄອວີ. ກວດເລືອດ VCT: 2.687 ຄົນ, ຍີງ 2.321 ຄົນ. ຕິດເຊື້ອ HIV 36 ຄົນ ຍີງ 14 ຄົນ, ເປັນພະຍາດເອສ 1 ຄົນ, ຊາຍ 1 ຄົນ. ກວດພະຍາດ (ພຕພ) 1.455 ຄົນ, ຕິດເຊື້ອ 295 ຄົນ ຍີງ 290ຄົນ.

ຕໍ່ກັບການໃຫ້ບໍລິການບົ່ງມະຕິ-ປິ່ນປົວ ໃນໂຮງໝໍແຂວງ, ໂຮງໝໍຊຸມຊົນ ແລະ ໂຮງໝໍນ້ອຍເປັນຂົວຕໍ່ໃຫ້ແກ່ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ໄດ້ນໍາເອົາແນວທາງມາຜັນຂະຫຍາຍ ໜ້າ 6 ໃຫ້ວຽກງານປິ່ນປົວຮັບການພັດທະນາໄປຕາມທິດທີ່ຂັ້ນເ ທິງວາງອອກ, ປະຕິບັດນະໂຍບາຍປະກັນສຸຂະພາບທົ່ວປວງຊົນ (ກປຊ) ໃນການໃຊ້ຈ່າຍຄ່າບໍລິການຕ່າງໆ ສົມ ທົບງົບປະມານປົກກະຕິ ແລະ ການສົມທົບ(ຈົກຖົງຈ່າຍ) ຈາກປະຊາຊົນຄາດໝາຍໃຫ້ຕໍ່ຳ ກ່ວາ 25% ໃນແຕ່ລະປີ, ພ້ອມທັງປັບປຸງຍົກລະດັບຂອດບໍລິການສຸຂະພາບ ໃຫ້ໄດ້ມາດຕະຖານ ແລະ ມີປະສິດທິພາບ ດ້ວຍການປະເມີນວຽກຫ້າດີ-ໜື່ງພໍໃຈ QPS, ມີຜູ້ມາໃຊ້ບໍລິການເພີ່ມຂື້ນ ກວດເຂດນອກ 205.682 ເທື່ອຄົນ ໃນນັ້ນນະໂຍບາຍເດັກລຸ່ມ 5 ປີບໍ່ເສຍຄ່າ 47.610 ເທື່ອຄົນ, ນອນໂຮງໝໍ 13.227 ເທື່ອຄົນ ໃນນັ້ນນະໂຍບາຍເດັກລຸ່ມ 5 ປີ ບໍ່ເສຍຄ່າ 1.165 ເທື່ອຄົນ, ອັດຕາຊົມ ໃຊ້ຕຽງທົ່ວແຂວງ 19,2% ເຊັ່ນ: ໂຮງໝໍແຂວງ 40,2% ບັນດາໂຮງໝໍຊຸມຊົນລະຫ່ວາງ 7-15%, ອັດຕານຳ ໃຊ້ຕຽງທີ່ຕ່ຳ ກ່ວາຄື: ໂຮງໝໍຊຸມຊົນຈອມເພັດ 4,4% ແລະ ໂຮງໝໍເມືອງຂາຍ 1.9%. ຄຽງຄູ່ການປະເມີນວຽກງານ 5 ດີ 1 ພໍໃຈ ຢູ່ໂຮງໝໍຊຸມຊົນ 12 ແຫ່ງ: ປະເມີນດ້ານ 5 ດີ ລະດັບສູງກ່ວາ 50% 10ແຫ່ງ ໃນນີ້ສະເລ່ຍຕ່ຳ ກ່ວາ 50% ມີ 2 ແຫ່ງໂຮງໝໍວຽງຄຳ , ໂຮງໝໍຈອມເພັດ, ດ້ານຄວາມພໍໃຈແຕ່ລະແຫ່ງໄດ້ລະດັບ 60-70%. ສະພາບພົ້ນເດັ່ນໂຮງໝໍແຂວງກວດບົ່ງມະຕິໄວດ້ວຍເຄື່ອງ ກວດ Gene-Xpert, RT-PCR ກວດຊອກຫາເຊື້ອໂຄວິດ-19 ກວດທັງໝົດ 80.221 ຕົວຢ່າງ, ຕິດເຊື້ອ 11.856ກໍລະນີ, ເສຍຊີວິດ 54ກໍລະນີ, ແກ້ໄຂບັນຫາການຕາຍຂອງແມ່ ແລະ ເດັກນ້ອຍອາຍຸລຸ່ມ 1 ປີ ແລະ 5 ປີ ສັງເກດເຫັນວ່າ ການຕາຍຂອງເດັກລຸດລົງຖ້າທຽບໃສ່ຫົກເດືອນຕົ້ນປີ 2021ຜ່ານມາ.

ບັນຫາທີ່ຄົງຄ້າງ ການຊຳລະເງີນທົດແທນໃຫ້ສະຖານທີ່ບໍລິການ ຕອບສະໜອງບໍ່ທັນ (ຍັງຄ້າງຊຳ ລະໄຕມາດ 4 ປີ 20201, ໄຕມາດ 1-2 ປີ 2022 ບໍ່ໄດ້ຮັບ) ຈື່ງກະທົບຕໍ່ຂອດການໃຫ້ບໍລິການບົ່ງມະຕິ-ປີ່ນປົວຂ ອງທຸກສະຖານທີ່ບໍລິການ (ອຸປະກອນການແພດ, ຢາ ວັດຖຸ ເຄມີ ບໍ່ພຽງພໍກັບຄວາມຕ້ອງການ – ຢາຂາດສາງ-ສັ່ງຊື້ບໍ່ໄດ້).

#Medialaos MMD (ແຫຼ່ງຂໍ້ມູນຈາກ: ນັກຂ່າວ ແຂວງຫຼວງພະບາງ)

LEAVE A REPLY

Please enter your comment!
Please enter your name here