ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນ ໄດ້ມີກຳລັງແຮງຂຶ້ນຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ. ຊຶ່ງຈະເຮັດໃຫ້ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ໂດຍສະເພາະຢູ່ແຂວງພາກເໜືອ, ແຂວງໄຊສົມບູນ, ເຂດພູພຽງບໍລະເວນ ສ່ວນຕອນບ່າຍອາກາດຮ້ອນ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນໃນແຕ່ລະພາກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ເກືອບທົ່ວໄປ.
ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 20/10/2025 ຫາ ເວລາ 07 ໂມງ ຂອງວັນທີ 21/10/2025
ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລ, ຫົວພັນ ແລະ ຊຽງຂວາງ): ອາກາດເຢັນ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແລະ ຈະມີລົມພັດ ແຮງຢູ່ເກືອບທົ່ວໄປ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 10% ຂອງພາກ ອຸນຫະພູມໃນລະຫວ່າງ 14 – 28 ອົງສາ.
ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໃນຕອນບ່າຍອາກາດຮ້ອນ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແລະ ມີລົມພັດແຮງເປັນ
ບາງໂອກາດຢູ່ເກືອບທົ່ວໄປ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 10% ຂອງພາກ ອຸນຫະພູມໃນລະຫວ່າງ 19 – 34 ອົງສາ.
ນະຄອນຫລວງວຽງຈັນ: ອາກາດຮ້ອນ, ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 10% ອຸນຫະພູມໃນລະຫວ່າງ 25 – 34 ອົງສາ.
ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແລະ ມີລົມພັດແຮງເປັນບາງໂອກາດຢູ່ເກືອບທົ່ວໄປ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 15% ຂອງພາກ ອຸນຫະພູມໃນລະຫວ່າງ 22 – 34 ອົງສາ.
ແຂວງໄຊສົມບູນ: ອາກາດເຢັນ, ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ເກືອບທົ່ວໄປ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 10% ອຸນຫະພູມໃນລະຫວ່າງ 16 – 33 ອົງສາ.
ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດຮ້ອນ ແລະ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20% ຂອງພາກ ອຸນຫະພູມໃນລະຫວ່າງ 22 – 34 ອົງສາ.
ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ແລະ ມີລົມພັດແຮງເປັນບາງໂອກາດຢູ່ເກືອບທົ່ວໄປ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 25% ອຸນຫະພູມໃນລະຫວ່າງ 14 – 28 ອົງສາ.