ວິທະຍຸ-ໂທລະພາບສູນກາງຈີນ, ກຸ່ມບໍລິສັດທາງລົດໄຟຈີນ ສາຂາຄຸນໝິງໃຫ້ຮູ້ວ່າ: ນັບແຕ່ເສັ້ນທາງລົດໄຟ ລາວ-ຈີນ ເປີດບໍລິການເປັນຕົ້ນມາໄດ້ແລ່ນລົດໂດຍສານ ທັງໝົດ 84.000 ຂະບວນ ແລະ ໄດ້ຂົນສົ່ງຜູ້ໂດຍສານ ຫລາຍກວ່າ 60.000.000 ລ້ານເທື່ອຄົນ ເຊິ່ງໄດ້ເປັນການຄ້ຳປະກັນທີ່ເຂັ້ມແຂງໃຫ້ແກ່ການຊຸກຍູ້ການເຊື່ອມໂຍງເຊື່ອມຈອດກັນ ຂອງພາກພື້ນ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຢູ່ລຽບຕາມເສັ້ນທາງລົດໄຟດັ່ງກ່າວ. ນັບແຕ່ເສັ້ນທາງລົດໄຟລາວ-ຈີນ ເປີດບໍລິການເປັນຕົ້ນມາໄດ້ດຶງດູດນັກທ່ອງທ່ຽວຈາກ 115 ປະເທດ ແລະ ເຂດແຄ້ວນທົ່ວໂລກ, ໃນນັ້ນ, ມີນັກທ່ອງທ່ຽວຫລາຍກວ່າ 595.000 ຄົນໃຊ້ບໍລິການຂະບວນລົດໄຟໂດຍສານສາກົນຂ້າມຊາດ. ນັບແຕ່ຕົ້ນປີນີ້ມາຮອດ ວັນທີ 8 ຕຸລານີ້, ໄດ້ຂົນສົ່ງຜູ້ໂດຍສານທັງໝົດ 15.480.000 ເທື່ອຄົນ, ເພີ່ມຂຶ້ນ 2,38% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີ 2024, ໃນນັ້ນມີຜູ້ໂດຍສານຂ້າມຊາດ ເກືອບ 200.000 ເທື່ອຄົນ, ເພີ່ມຂຶ້ນ 3,17% ເຊິ່ງໄດ້ສະແດງໃຫ້ເຫັນເຖິງບົດບາດທີ່ເປັນຊ່ອງທາງຄຳ ຂອງເສັ້ນທາງລົດໄຟລາວ-ຈີນ ນັບມື້ນັບພົ້ນເດັ່ນຂຶ້ນ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ