ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາ, ບົດລາຍງານຄວາມປອດໄພລະດັບໂລກທີ່ເຜີຍແຜ່ຫວ່າງບໍ່ດົນມານີ້ ໂດຍ ບໍລິສັດ Gallup ລະບຸວ່າ: ສິງກະໂປຖືກຈັດອັນດັບເປັນປະເທດທີ່ປອດໄພທີ່ສຸດໃນໂລກເປັນຄັ້ງທີ 12 ນັບແຕ່ປີ 2006 ເປັນຕົ້ນມາ.
ໃນປີ 2024, ຊາວສິງກະໂປ 98% ລະບຸວ່າ: ຮູ້ສຶກປອດໄພເມື່ອຍ່າງຄົນດຽວໃນເວລາກາງຄືນ ຊຶ່ງເປັນໜຶ່ງໃນໂຕເລກທີ່ສູງທີ່ສຸດເທົ່າທີ່ Gallup ເຄີຍບັນທຶກໄວ້ທົ່ວໂລກ. ໂດຍບົດລາຍງານສະບັບນີ້ໄດ້ຕອກຢໍ້າປະສິດທິພາບທີ່ສະໝໍ່າສະເໝີຂອງສິງກະໂປ ໃນການຮັບປະກັນຄວາມປອດໄພໂດຍລວມໃຫ້ແກ່ຜູ້ຢູ່ອາໄສ. ຜົນການສໍາຫຼວດຍັງໄດ້ສະແດງໃຫ້ເຫັນເຖິງລະດັບຄວາມຮູ້ສຶກປອດໄພທີ່ໃກ້ຄຽງກັນລະຫວ່າງ ເພດ, ໂດຍຜູ້ຊາຍ 98% ແລະ ແມ່ຍິງ 97% ລາຍງານວ່າມີຄວາມຮູ້ສຶກປອດໄພໃນປີ 2024. ທັງນີ້, ບົດລາຍງານສະແດງໃຫ້ເຫັນວ່າຜົນໄດ້ຮັບດັ່ງກ່າວມາຈາກປັດໄຈຫຼາຍຢ່າງ ເຊັ່ນ: ອັດຕາການເກີດອາຊະຍາກຳທີ່ຕ່ຳ, ການປະຕິບັດກົດໝາຍທີ່ມີປະສິດທິຜົນ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ.