Friday, September 19, 2025
Homeຂ່າວພາຍໃນSCG ສະໜັບສະໜູນການສຶກສາເຍົາວະຊົນສານຝັນນັກຮຽນໃນໂຄງການ Sharing the Dream 2025

SCG ສະໜັບສະໜູນການສຶກສາເຍົາວະຊົນສານຝັນນັກຮຽນໃນໂຄງການ Sharing the Dream 2025

ບໍລິສັດ SCG ເປີດຮັບສະໝັກນັກຮຽນລະດັບມັດທະຍົມຕອນປາຍ ແລະ ນັກສຶກສາລະດັບມະຫາວິທະຍາໄລ ຂອງໂຮງຮຽນລັດ ເພື່ອຂໍຮັບທຶນໃນໂຄງການ Sharing the Dream 2025. ໂຄງການນີ້ SCG ດໍາເນີນຢູ່ໃນ ສປປ ລາວ ຢ່າງຕໍ່ເນື່ອງມາເຖິງ 14 ປີ ໂດຍໃຫ້ຄວາມສໍາຄັນກັບຄຸນສົມບັດຂອງເຍົາວະຊົນ ເຊັ່ນ: ຄວາມກະຕືລືລົ້ນ ແລະ ຄວາມໃສ່ໃຈຕໍ່ບັນຫາສິ່ງແວດລ້ອມ, ເປັນຜູ້ປະພຶດດີຕໍ່ຄອບຄົວ ແລະ ສັງຄົມ, ມີຄວາມກະຕັນຍູຕໍ່ພໍ່ແມ່ ແລະ ຄູອາຈານ, ພ້ອມທັງມີຄວາມມຸ່ງໝັ້ນໃນການສຶກສາ

ໂຄງການມອບທຶນສະໜັບສະໜູນການສຶກສາ “SCG Sharing the Dream” ແມ່ນໜຶ່ງໃນໂຄງການພັດທະນາສັກກະຍະພາບເຍົາວະຊົນໃນພາກພື້ນອາຊຽນຂອງ SCG. ເຊິ່ງເປັນແນວທາງການດຳເນີນ ກິດຈະກຳພ້ອມຄວາມຮັບຜິດຊອບຕໍ່ສັງຄົມ ທີ່ SCG ດໍາເນີນມາຢ່າງຕໍ່ເນື່ອງກວ່າ 112 ປີ ນັບຕັ້ງແຕ່ກໍຕັ້ງບໍລິສັດ. ໂດຍມີຈຸດປະສົງເພື່ອຊຸກຍູ້ສົ່ງເສີມ ແລະ ສະໜັບສະໜູນການສຶກສາ ໃຫ້ແກ່ເດັກນ້ອຍທີ່ມີຄຸນນະທຳ ແລະ ກະຕັນຍູ ຈາກຄອບຄົວທີ່ທຸກຍາກ ໄດ້ມີໂອກາດສຶກສາຕໍ່ ແລະ ນໍາຄວາມຮູ້ທີ່ໄດ້ໄປພັດທະນາຊຸມຊົນ, ສັງຄົມ, ສິ່ງແວດລ້ອມ ແລະ ປະເທດຊາດຂອງຕົນ ຜ່ານ ການສະໜັບສະໜູນໂດຍລວມທັງຄ່າຮຽນ ແລະ ອຸປະກອນການຮຽນ, ເຊີ່ງ ໂຄງການນີ້ເລີ່ມຕົ້ນທີ່ປະເທດໄທ ແລະ ໄດ້ຂະຫຍາຍໄປສູ່ປະເທດອື່ນໆໃນພາກພື້ນອາຊຽນ.

ສໍາລັບທຶນສະໜັບສະໜຸນການສຶກສາ ໃນໂຄງການ Sharing the Dream ປີ 2025 ນີ້ SCG ຈະມອບທຶນສຶກສາໃຫ້ແກ່ ນັກຮຽນມັດທະຍົມສຶກສາຕອນປາຍໃນ ນະຄອນຫຼວງວຽງຈັນ 80 ທຶນ, ທຶນມັດທະຍົມຕອນປາຍ ໃນເມືອງມະຫາໄຊ, ແຂວງຄໍາມ່ວນ 30 ທຶນ, ແລະ ທຶນລະດັບມະຫາວິທະຍາໄລ 10 ທຶນ. ຜູ້ທີ່ສົນໃຈສາມາດເບິ່ງລາຍລະອຽດເພີ່ມເຕີມໄດ້ທີ່

ເພຈ Facebook : facebook.com/SCGbrandLaos                                                           

#SCG #SCGSharingtheDream #InclusiveGreenGrowth

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments