Wednesday, September 10, 2025
Homeຂ່າວພາຍໃນບໍລິສັດ ໄຊຍະບູລີ ພາວເວີ ຮັບຫຼຽນໄຊແຮງງານ ລະດັັບ 2 ຈາກກະຊວງອຸດສາຫະກຳ ແລະ ການຄ້າ ຕອກຢໍ້າເຖິງຄວາມສຳເລັດ ໂຮງໄຟຟ້າພະລັງນໍ້າໄຊຍະບູລີ ຕົ້ນແບບມາດຕະຖານສາກົນສະໜັບສະໜູນການປ່ຽນຜ່ານພະລັງງານຢ່າງຍືນຍົງສະໜັບສະໜູນການປ່ຽນຜ່ານພະລັງງານຢ່າງຍືນຍົງ

ບໍລິສັດ ໄຊຍະບູລີ ພາວເວີ ຮັບຫຼຽນໄຊແຮງງານ ລະດັັບ 2 ຈາກກະຊວງອຸດສາຫະກຳ ແລະ ການຄ້າ ຕອກຢໍ້າເຖິງຄວາມສຳເລັດ ໂຮງໄຟຟ້າພະລັງນໍ້າໄຊຍະບູລີ ຕົ້ນແບບມາດຕະຖານສາກົນສະໜັບສະໜູນການປ່ຽນຜ່ານພະລັງງານຢ່າງຍືນຍົງສະໜັບສະໜູນການປ່ຽນຜ່ານພະລັງງານຢ່າງຍືນຍົງ

ເມື່ອບໍ່ດົນມານີ້ ບໍລິສັດ ໄຊຍະບູລີ ພາວເວີ ຈໍາກັດ ຜູ້ດໍາເນີນການໂຮງໄຟຟ້າພະລັງນ້ໍາໄຊຍະບູລີ ໄດ້ຮັບມອບຫຼຽນໄຊແຮງງານ ລະດັບ 2 ແລະ ໃບຍ້ອງຍໍເຊີດຊູກຽດຈາກກະຊວງອຸດສາຫະກຳ ແລະ ການຄ້າ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໃນຖານະອົງກອນທີ່ມີຜົນງານໂດດເດັ່ນດ້ານການພັດທະນາ ໂຮງໄຟຟ້າພະລັງນໍ້າ ໄຊຍະບູລີ ຕາມມາດຕະຖານສາກົນ ໂດຍມີ ທ່ານ ວໍລະພົດ ອຸຊຸໄພບູນວົງ ກຳມະການຜູ້ຈັດການ ບໍລິສັດ ໄຊຍະບູລີ ພາວເວີ ຈຳກັດ ຮັບມອບ ຈາກ ທ່ານ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ທີ່ຫ້ອງປະຊຸມໃຫຍ່ ລັດວິສາຫະກິດ ໄຟຟ້າລາວ ນະຄອນຫຼວງວຽງຈັນ

ທ່ານ ວໍລະພົດ ອຸຊຸໄພບູນວົງ ກ່າວວ່າ: ຕະຫຼອດໄລຍະເວລາການພັດທະນາ ແລະ ກໍ່ສ້າງ ລວມເຖິງການດໍາເນີນງານທາງການຄ້າໂຮງໄຟຟ້າພະລັງນໍ້າໄຊຍະບູລີ ມຸ່ງຍົກລະດັບມາດຕະຖານການຜະລິດໄຟຟ້າພະລັງນ້ຳ ໃຫ້ເປັນຕົ້ນແບບຂອງພາກພື້ນ ທັງດ້ານສິ່ງແວດລ້ອມ, ສັງຄົມ, ເສດຖະກິດ ແລະ ຖືກຕ້ອງຕາມຫຼັກການສາກົນ (ESG) ລາງວັນໃນຄັ້ງນີ້ຖືເປັນກຽດ ແລະ ກໍາລັງໃຈທີ່ລັດຖະບານລາວມອບໃຫ້ ແລະ ສະທ້ອນເຖິງການດຳເນີນງານທີ່ມຸ່ງໝັ້ນສູ່ຄວາມຍືນຍົງ

ໂຮງໄຟຟ້າພະລັງນໍ້າ ໄຊຍະບູລີ ເປັນໂຮງໄຟຟ້າປະເພດນໍ້າໄຫຼຜ່ານ (Run-of-River) ເທິງແມ່ນໍ້າຂອງ ໃຊ້ພະລັງງານຈາກການໄຫຼຂອງນໍ້າຕາມທໍາມະຊາດ ບໍ່ມີການກັກເກັບນໍ້າໃນການຜະລິດໄຟຟ້າ ມີກໍາລັງຜະລິດຕິດຕັ້ງ 1,285 ເມກະວັດ ເລີ່ມດໍາເນີນການທາງການຄ້າ ຕັ້ງແຕ່ວັນທີ 29 ຕຸລາ 2019 ສາມາດຜະລິດກະແສໄຟຟ້າຈາກພະລັງນ້ໍາສະເລ່ຍໄດ້ຫຼາຍກວ່າ 7,400 ກິກະວັດຊົ່ວໂມງຕໍ່ປີ ເຊິ່ງນັບເປັນພະລັງງານສະອາດຈາກແຫຼ່ງພະລັງງານໝຸນວຽນ ສາມາດຫຼີກລ່ຽງການປ່ອຍກ໊າສເຮືອນແກ້ວໄດ້ເຖິງ 3 ລ້ານໂຕນ ກ໊າສກາກໂບນິກທຽບເທົ່າຕໍ່ປີ ຊ່ວຍເສີມສ້າງຄວາມໝັ້ນຄົງດ້ານພະລັງງານໃຫ້ແກ່ ສປປ ລາວ ແລະ ສົ່ງຕໍ່ພະລັງງານສະອາດສູ່ປະເທດເພື່ອນບ້ານ

ພ້ອມກັນນີ້ ໂຮງໄຟຟ້າພະລັງນໍ້າໄຊຍະບູລີ ໃຊ້ເຕັກໂນໂລຊີທີ່ທັນສະໄໝເພື່ອຮັກສາຄວາມສົມດູນຂອງລະບົບນິເວດ ເຊັ່ນ: ລະບົບທາງປາຜ່ານແບບປະສົມປະສານ ທີເອື້ອໃຫ້ປາ 143 ສາຍພັນ ສາມາດລອຍຂຶ້ນລົງແມ່ນ້ຳຂອງຜ່ານໂຮງໄຟຟ້າໄດ້ຢ່າງປອດໄພ ລວມທັງເປັນໂຮງໄຟຟ້າພະລັງນໍ້າແຫ່ງທຳອິດຂອງແມ່ນໍ້າຂອງ ທີ່ຕິດຕັ້ງປະຕູລະບາຍຕະກອນໜັກ 4 ບານ ແລະ ຕະກອນເບົາ 7 ບານ ແລະ ສ້າງຊ່ອງທາງສັນຈອນເຮືອ ທີ່ຮອງຮັບເຮືອຂະໜາດໃຫຍ່ 500 ໂຕນ ໄດ້ພ້ອມກັນ 2 ລຳ ເພື່ອອຳນວຍຄວາມສະດວກໃນການສັນຈອນທາງນ້ຳຕະຫຼອດທັງປີຖືເປັນຕົ້ນແບບໂຮງໄຟຟ້າພະລັງນໍ້າທີ່ສອດຄ່ອງກັບແນວທາງການພັັດທະນາຢ່າງຍືນຍົງຂອງພາກພື້ນແມ່ນໍ້າຂອງ

ໃນມິຕິດ້ານສັງຄົມ ໂຮງໄຟຟ້າພະລັງນໍ້າ ໄຊຍະບູລີ ຍັງໃຫ້ຄວາມສໍາຄັນກັບການພັດທະນາຄຸນນະພາບຊີວິວຊຸມຊົນອ້ອມຂ້າງໂຮງໄຟຟ້າ ທັງການຈັດສັນທີ່ດິນພ້ອມພື້ນຖານໂຄງລ່າງ ພັດທະນາທັກສະອາຊີບໃຫ້ແກ່ຊາວບ້ານ 3,063 ຄົນ ຫຼື 612 ຄົວເຮືອນ ໃນ 15 ໝູ່ບ້ານ ລວມເຖິງການສົ່ງເສີມການຈ້າງງານບຸກຄະລາກອນທ້ອງຖິ່ນ ໂດຍມີພະນັກງານຄົນລາວທັງໝົດ 123 ຄົນ, ຄິດເອົາ 62% ຂອງຈໍານວນພະນັກງານທັງໝົດ

ການໄດ້ຮັບຫຼຽນໄຊແຮງງານໃນຄັ້ງນີ້ ບໍ່ພຽງຕອກຍໍ້ຳເຖິງສັກກະຍະພາບຂອງໂຮງໄຟຟ້າພະລັງນ້ຳ ໄຊຍະບູລີ ໃນຖານະຕົ້ນແບບໂຮງໄຟຟ້າພະລັງນ້ຳປະເພດນໍ້າໄຫຼຜ່ານມາດຕະຖານສາກົນ ແຕ່ຍັງຕອກຍໍ້າເຖິງບົດບາດຂອງໂຮງໄຟຟ້າພະລັງນໍ້າໄຊຍະບູລີ ໃນການເບິ່ງແຍງສິ່ງແວດລ້ອມ ແລະ ການພັດທະນາສັງຄົມຊຸມຊົນໃນ ສປປ ລາວ ຢ່າງແທ້ຈິງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments