Tuesday, September 2, 2025
Homeຂ່າວຕ່າງປະເທດເທສະການຮູບເງົາຣັດເຊຍ 2025 ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງ

ເທສະການຮູບເງົາຣັດເຊຍ 2025 ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງ

ວັນ​ທີ 1 ກັນ​ຍາ​ນີ້, “ເທ​ສະ​ການຮູບ​ເງົາ​ຣັດ​ເຊຍ 2025” ​ທີ່​ຈັດ​ຂຶ້ນ​ໂດຍການ​ເປັນ​ເຈົ້າ​ພາບ​ຮ່ວມ ​ຂອງ​ກົມ​ຮູບ​ເງົາ​ ແຫ່ງ​ຊາດ​ຈີນ ແລະ ກະ​ຊວງວັດ​ທະ​ນະ​ທຳ​ສະ​ຫະ​ພັນ​ຣັດ​ເຊຍ ໄດ້​ຈັດ​ພິ​ທີ​ເປີດ​ງານ​ຢ່າງຄຶກ​ຄື້ນ ​ຢູ່​ຫໍຂໍ້​ມູນຮູບ​ເງົາ​ຈີນ. ທ່ານ ​ເຊີ້ນ​ໄ​ຫ​ສົງ ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາອົບ​ຮົມ​ສູນ​ກາງ​ພັກກອມ​ມູ​ນິດ​ຈີນ, ຜູ້​ອຳ​ນວຍ​ການ​ໃຫຍ່​ ວິ​ທະ​ຍຸ​ໂທ​ລະ​ພາບ ​ສູນ​ກາງ​ຈີນ ຫລື CMG ແລະ ທ່ານ ​ນາງ ໂອ​ລ​ກາ ໂບ​ຣິ​​ຊອ​ຟ​ນາ ​ລູບີ​ໂມ​ວາ ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ​ສະ​ຫະ​​ພັນຣັດ​ເຊຍ​ ໄດ້​ເຂົ້າ​ຮ່ວມ​ພິ​ທີ ແລະ ກ່າວ​ຄຳ​ປາ​ໄສ. “ເທ​ສະ​ການ​ຮູບ​ເງົາຣັດ​ເຊຍ 2025” ຄັ້ງ​ນີ້​ແມ່ນ​ສ່ວນ​ໜຶ່ງຂອງ​ກິດ​ຈະ​ກຳ “ປີ​ວັດ​ທະ​ນະ​ທຳ​ຈີນ-ຣັດ​ເຊຍ” ​ປະ​ຈຳ​ປີ 2024-2025, ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫລວງປັກ​ກິ່ງ, ນະ​ຄອນຊີ່​ນິງ ແລະ ນະ​ຄອນຫລານ​ໂຈ່ວ ໃນ​ລະ​ຫວ່າງ ວັນ​ທີ 1-12 ກັນ​ຍາ​ນີ້ ເຊິ່ງ​ຈະ​ສາຍ​ຮູບ​ເງົາ​ຣັດ​ເຊຍ​ 8 ເລື່ອງ​ທີ່​ມີ​ເນື້ອ​ໃນ​ອຸ​ດົມ​ສົມ​ບູນ ແລະ ມີຫລາກຫລາຍ​ປະ​ເພດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments