ວິທະຍຸສາກົນແຫ່ງ ສປ ຈີນ, ເວທີປຶກສາຫາລືດາໂວສ ລະດູຮ້ອນ ຄັ້ງທີ 16 ພວມຈັດຂຶ້ນຢູ່ນະຄອນທຽນສິນຂອງ ສປ ຈີນ. ຍ້ອນເປັນໜຶ່ງໃນຫົວຂໍ້ສຳຄັນຂອງເວທີຄັ້ງນີ້, ການຫັນປ່ຽນດ້ານພະລັງງານ ແລະ ອຸດສາຫະກຳພະລັງງານສະອາດໄດ້ກາຍເປັນຫົວຂໍ້ພົ້ນເດັ່ນທີ່ຜູ້ເຂົ້າຮ່ວມງານໃຫ້ຄວາມສົນໃຈ. ໃນເວທີປຶກສາຫາລືດາໂວສ ລະດູຮ້ອນປີນີ້, ມີເວທີປຶກສາຫາລືຍ່ອຍຫລາຍຄັ້ງທີ່ກ່ຽວກັບການພັດທະນາພະລັງງານສີຂຽວ, ເມື່ອຜະເຊີນກັບສະພາບໂລກປັດຈຸບັນທີ່ມີຄວາມບໍ່ແນ່ນອນເພີ່ມຂຶ້ນ, “ການຫັນປ່ຽນດ້ານພະລັງງານມີອະນາຄົດແນວໃດ? ເຮັດແນວໃດຈຶ່ງຈະສາມາດຊອກຫາທາງອອກໃນການແກ້ໄຂແຫລ່ງພະລັງງານທີ່ສະອາດ ແລະ ມີປະສິດທິພາບສູງ?” ໄດ້ກາຍເປັນຈຸດໃຈກາງໃນການປຶກສາຫາລືຜູ້ເຂົ້າຮ່ວມກອງປະຊຸມເຫັນວ່າ, ບັນດາປະເທດທີ່ເປັນຜູ້ບໍລິໂພກ ແລະ ຜູ້ຜະລິດພະລັງງານຕົ້ນຕໍ ເຊັ່ນ: ສປ ຈີນ, ບຣາຊິນ, ສະຫະລັດອາເມລິກາ ແລະ ນິເຊຣີ ໄດ້ຮັບຄວາມຄຶບໜ້າໃນຫລາຍດ້ານ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ