………
ວັນທີ 23 ມີຖຸນາຜ່ານມາ ທີ່ໂຮງແຮມຣີເວີເຣຍ, ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ ໄດ້ຕ້ອນຮັບການມາເຄື່ອນໄຫວຢ້ຽມຢາມ ແລະ ທັດສະນະສຶກສາ ຢູ່ແຂວງຄໍາມ່ວນຂອງ ທ່ານ ນາງ ຟັ່ງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ. ໂອກາດນີ້, ທ່ານ ເອກອັກຄະລັດຖະທູດ ໄດ້ແຈ້ງຈຸດປະສົງ ແລະ ແຜນການເຄື່ອນໄຫວຢູ່ແຂວງຄໍາມ່ວນໃຫ້ ທ່ານຮອງເຈົ້າແຂວງໄດ້ຮັບຊາບ.
ໃນໂອກາດນີ້, ຄະນະຜູ້ແທນດັ່ງກ່າວ ຍັງໄດ້ເດີນທາງໄປຢ້ຽມຢາມໂຮງຮຽນລ່ຽວຕົງທີ່ບ້ານທ່າແຂກກາງ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ອົງອາດ ພູມສະຫວັນ ປະທານສະມາຄົມຈີນ ແລະ ຄະນະອໍານວຍການໂຮງຮຽນ, ທັງໄດ້ຮັບຟັງລາຍງານສະພາບການເຄື່ອນໄຫວໂດຍຫຍໍ້ໃນໄລຍະຜ່ານມາ ໂດຍສະເພາະດ້ານຂໍ້ສະດວກ, ດ້ານຂໍ້ຫຍຸ້ງຍາກ ລວມເຖິງພາກສະເໜີຂໍການຊ່ວຍເຫຼືອດ້ານງົບປະມານປັບປຸງ ແລະ ຂະຫຍາຍກໍ່ສ້າງພື້ນຖານໂຄງລ່າງຂອງໂຮງຮຽນ ເພື່ອຮອງຮັບນັກຮຽນທີ່ເພີ່ມຂຶ້ນໃນແຕ່ລະປີ ຊຶ່ງໂຮງຮຽນລ່ຽວຕົງ ມີພະນັກງານຄູ 20 ຄົນ, ເປັນຄົນຈີນ 4 ຄົນ, ແຕ່ລະດັບຊັ້ນອານຸບານ 1 ຫາ ຊັ້ນປະຖົມ ປໍ5, ສົກຮຽນ 2024- 2025 ມີນັກຮຽນອະນຸບານ ແລະ ປະຖົມທັງໝົດ 310 ຄົນ. ພ້ອມນີ້ ທ່ານ ເອກອັກຄະລັດຖະທູດຍັງໄດ້ກ່າວສະແເດງຄວາມຍິນດີຮັບເອົາການສະເໜີ ແລະ ຖືໂອກາດນີ້ມອບເງິນ ຈໍານວນ 10,000 ໂດລາສະຫະລັດ ເພື່ອປະກອບສ່ວນໃຫ້ໂຮງຮຽນແຫ່ງດັ່ງກ່າວ.

ໃນວັນດຽວກັນ, ຄະນະກໍໄດ້ສືບຕໍ່ຢ້ຽມຢາມບໍລິສັດ ລາວຄາຍຢວນ ບໍ່ແຮ່ຈໍາກັດ ທີ່ບ້ານລໍາມະລາດ ເມືອງທ່າແຂກ ເພື່ອເກັບກຳຂໍ້ມູນສະພາບການດຳເນີນທຸລະກິດໃນຜ່ານມາໄດ້ມີການດໍາເນີນຈັດຕັ້ງປະຕິບັດຄືແນວໃດ, ດ້ານຂໍ້ສະດວກ-ຂໍ້ຫຍຸ້ງຍາກຕ່າງໆ ລວມເຖິງແຜນຈະພັດທະນາຂອງບໍລິສັດ, ການປະກອບສ່ວນສາທາລະນະປະໂຫຍດໃຫ້ທາງສັງຄົມກໍຄືທ້ອງຖິ່ນ ເພື່ອເປັນຂໍ້ມູນ ແລະ ຊ່ວຍຫາວິທີທາງແກ້ໄຂໃນຕໍ່ໜ້າ.
(ຂ່າວ: ມະນີວັນ)