Friday, September 20, 2024
Homeຂ່າວພາຍໃນຄຄອຂ ເຄື່ອນໄຫວ ກວດກາ, ຕິດຕາມ ແລະ ຊຸກຍູ້ ບັນດາຮ້ານການບໍລິການ ອິນເຕີເນັດກາເຟ ຢູ່ 2 ເມືອງ.

ຄຄອຂ ເຄື່ອນໄຫວ ກວດກາ, ຕິດຕາມ ແລະ ຊຸກຍູ້ ບັນດາຮ້ານການບໍລິການ ອິນເຕີເນັດກາເຟ ຢູ່ 2 ເມືອງ.

ຕອນເຊົ້າວັນທີ 28 ກໍລະກົດ 2022 ນີ້, ຄະນະກໍາມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ ນໍາໂດຍທ່ານ ພູສະໄຫວ ດວງມະນີ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ບັນດາເປົ້າໝາຍໃຫ້ການບໍລິການອິນເຕີເນັດກາເຟ ຢູ່ 2 ເມືອງຄື: ເມືອງ ສາມັກຄີໄຊ ແລະ ເມືອງ ໄຊເສດຖາ. ໂດຍປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ ສະບັບເລກທີ 828/ປທສ, ລົງວັນທີ 11 ມີນາ 2015 ວ່າດ້ວຍການໃຫ້ບໍລິການອິນເນັດກາເຟ ແລະ ປະຕີບັດຕາມແຈ້ງການຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ຂັ້ນແຂວງ ສະ ບັບເລກທີ 471/ຄຄອຄ, ລົງວັນທີ 14 ກໍລະກົດ 2022 ເພື່ອເຮັດໃຫ້ວຽກງານຄຸ້ມຄອງ ອິນເຕີເນັດຂັ້ນແຂວງ ໄດ້ຮັບປະ ກັນຕໍ່ເຄື່ອນໄຫວໃຫ້ມີຄຸນນະພາບ, ການບໍລິການໃຫ້ມີຄວາມວ່ອງໄວ, ປອດໄຟ ແລະ ຫລີກລຽງປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ, ແນໃສ່ສົ່ງເສີມການນໍາໃຊ້ອິນເຕີເນັດຢ່າງກ້ວາງຂວາງ ແລະ ທົ່ວເຖິງ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງຢ່າງບໍ່ຢຸດຢັ້ງ.

ການລົງເຄື່ອນໄຫວນເທື່ອນີ້, ແມ່ນໄດ້ເກັບກໍາຂໍ້ມູນສະຖິຕິ, ຜູ້ໃຊ້ບໍລິການ ແລະ ຜູ້ໃຫ້ບໍລິການອິນເຕີເນັດກາເຟ, ກວດກາ ຄຸນນະພາບພາບ ການບໍລິການ, ມາດ ຕະຖານເຕັກນິກ, ການສະໜອງຂໍ້ມູນຂ່າວ ສານ ເຊິ່ງສາມາດສັງລວມໃນ 2 ເມືອງ ມີຮ້ານບໍລິການອິນເຕີເນັດກາເຟ ທັງໝົດ 25 ຮ້ານ, ໃນນັ້ນ, ເມືອງສາມັກຄີໄຊ 18 ຮ້ານ, ໄດ້ອອກໃບອະນຸຍາດແລ້ວ 17 ຮ້ານ, ຍັງ 1 ຮ້ານ, ເມືອງ ໄຊເສດຖາ 8 ຮ້ານ, ໄດ້ອອກໃບອະນຸຍາດແລ້ວ 4 ຮ້ານ, ຍັງ 4 ຮ້ານ.

ທັງນີ້, ກໍ່ເພື່ອເປັນການສັງລວມຂໍ້ມູນໃນເບືື້ອງຕົ້ນ ເພື່ອເປັນບ່ອນອີງໃນການຄົ້ນຄວ້າວາງນະໂຍບາຍທີ່ເໝາະສົມ ແລະ ສ້າງຄວາມເຂັ້ມແຂງ, ຄວາມເປັນເອກະ ພາບ ໃນການຍົກລະດັບຄວາມສາມາດໃນການຄຸ້ມຄອງ ແລະ ສົ່ງເສີມ ການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານຜ່ານອິນເຕີເນັດ ຕົ້ນຕໍແມ່ນການສະກັດກັ້ນ, ຕອບໂຕ້ ແລະ ແກ້ໄຂ ໃຫ້ທັນການຕໍ່ຫາງສຽງບໍດີຂອງສັງຄົມ, ຂ່າວສານບິດເບືອນຜ່ານສື່ສັງຄົມອອນລາຍຕ່າງໆ ແລະ ບັນຫາສໍາຄັນ ທຸກຂະແໜງການທີ່ນອນໃນຄະນະກໍາມະການຄຸ້ມຄອງຕ້ອງຍົກສູງຄວາມເປັນເຈົ້າການປະຕິບັດໜ້າທີ, ສິດ ແລະ ພາລະບົດບາດ ດ້ວຍຄວາມຮັບຜິດຊອບສູງ ເພື່ອປະກອບສ່ວນຍົກສູງບົດບາດການຈັດຕັ້ງພັກ-ລັດ ແລະ ສ້າງຄວາມໄວ້ວາງໃຈຂອງສັງຄົມພາຍໃນແຂວງຫລາຍຂື້ນ.

ຂຽນ: ຊິບປະໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments