ວິທະຍຸສາກົນແຫ່ງ ສປ ຈີນ, ວັນທີ 8 ພຶດສະພານີ້, ທ່ານ ສີ ຈິ້ນຜິງ, ປະທານປະເທດຈີນ ໄດ້ພົບປະກັບ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ຢູ່ວັງແກຣມລັງ ທີ່ນະຄອນຫລວງ ມົດສະກູ ຂອງຣັດເຊຍ.ໃນໂອກາດນີ້ ທ່ານ ສີ ຈິ້ນຜິງ ກ່າວວ່າ: ປະຫວັດສາດ ແລະ ຄວາມຈິງຢືນຢັນ ໃຫ້ເຫັນ ຢ່າງຈະແຈ້ງວ່າ, ການພັດທະນາ ແລະ ລົງເລິກ ສາຍພົວພັນ ຈີນ-ຣັດເຊຍ ຢ່າງຕໍ່ເນື່ອງ, ແມ່ນສິ່ງຈຳເປັນ ເພື່ອສືບທອດ ມິດຕະພາບ ລະຫວ່າງ ປະຊາຊົນ ສອງຊາດ ທຸກເຊັ່ນຄົນ, ເປັນທາງເລືອກ ທີ່ຕ້ອງເປັນໄປ ຂອງສອງຝ່າຍ ເພື່ອຊ່ວຍ ຊຸກຍູ້ໜູນກັນ ແລະ ຊຸກຍູ້ ການພັດທະນາ ເຊິ່ງກັນແລະກັນ, ທັງເປັນຄວາມຮຽກຮ້ອງ ຂອງຍຸກສະໄໝ ທີ່ປົກປັກຮັກສາ ຄວາມຍຸຕິທຳ ຄວາມເປັນທຳ ຂອງສາກົນ ແລະ ຊຸກຍູ້ ການປະຕິຮູບ ລະບົບບໍລິຫານ ຂອງໂລກ.ປັດຈຸບັນ ພວມຜະເຊີນໜ້າກັບ ກະແສ ລັດທິຝ່າຍດຽວ ແລະ ການກະທຳຂົ່ມເຫັງ ແບບມະຫາອຳນາດ ໃນສາກົນ, ສປ ຈີນ ຈະຮ່ວມມືກັບ ຣັດເຊຍ ແບກຫາບ ຄວາມຮັບຜິດຊອບພິເສດ ໃນຖານະ ເປັນປະເທດໃຫຍ່ໃນໂລກ ທັງເປັນສະມາຊິກຖາວອນ ໃນຂອງສະພາ ຄວາມໝັ້ນຄົງ ອົງການສະຫະ ປະຊາຊາດ, ແບກຫາບ ຄວາມຮັບຜິດຊອບ ຢ່າງກ້າຫານ, ຮ່ວມກັນສົ່ງເສີມ ທັດສະນະ ປະຫວັດສາດ ທີ່ຖືກຕ້ອງກ່ຽວກັບ ສົງຄາມໂລກ ຄັ້ງທີ 2, ປົກປັກຮັກສາ ຄວາມສັກສິດ ແລະ ຖານະບົດບາດ ຂອງອົງການ ສະຫະປະຊາຊາດ, ເດັດດ່ຽວ ປົກປ້ອງສິດ ຜົນປະໂຫຍດຂອງ ສປ ຈີນ ແລະ ຣັດເຊຍ ກໍຄື ປະເທດ ພວມພັດທະນາ ຈຳນວນຫລວງຫລາຍ, ຮ່ວມກັນຊຸກຍູ້ ໃຫ້ໂລກຫັນເປັນ ຫລາຍຂົ້ວ ຢ່າງສະເໝີພາບ ແລະ ເປັນລະບຽບ, ກໍຄື ເສດຖະກິດ ໂລກາພິວັດ ຢ່າງມີຜົນປະໂຫຍດ ທົ່ວໄປ ແລະ ກວມລວມ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ