Monday, April 28, 2025
Homeຂ່າວການເມືອງການເຝິກຊ້ອມກ້ອນກຳລັງສວນສະໜາມ ຂອງກອງທັບປະຊາຊົນລາວ ເພື່ອກະກຽມ ເຂົ້າຮ່ວມພິທີສວນສະໜາມ ຢູ່ສະໜາມແດງ ນະຄອນຫຼວງມົດສະກູ

ການເຝິກຊ້ອມກ້ອນກຳລັງສວນສະໜາມ ຂອງກອງທັບປະຊາຊົນລາວ ເພື່ອກະກຽມ ເຂົ້າຮ່ວມພິທີສວນສະໜາມ ຢູ່ສະໜາມແດງ ນະຄອນຫຼວງມົດສະກູ

ໃນວັນທີ 26 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ເຊິ່ງນຳໂດຍ ສະຫາຍ ພັນໂທ ສັນຕິ ຈັນທະລັງສອນ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ, ຫົວໜ້າຄະນະຊີ້ນຳກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ.

ພ້ອມຄະນະໄດ້ນຳພາກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເຝີກຊ້ອມເດີນສວນສະໜາມ ຢູ່ສະຖານທີ່ພັກເຊົາ ເພື່ອເປັນການເຝິກເຮັດໃຫ້ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ມີຄວາມເຂັ້ມແຂງທາງດ້ານຈັງຫວະເຕັກນິກເດີນສວນສະໜາມ ທັງເປັນການເຝິກກຳລັງແຮງກາຍ, ແຮງໃຈ ເຮັດໃຫ້ກ້ອນກຳລັງກອງທັບປະຊາຊົນລາວ ຮັບປະກັນຄວາມພ້ອມໃນການເຂົ້າຮ່ວມສວນສະໜາມ ເນື່ອງໃນວັນໄຊຊະນະສົງຄາມປ້ອງກັນປິຕຸພູມ ເຊິ່ງຈະໄດ້ຈັດຂຶ້ນໃນວັນທີ 9 ພຶດສະພາ 2025 ທີ່ນະຄອນຫຼວງມົດສະກູ ສ ຣັດເຊຍ ໃຫ້ມີຄຸນນະພາບ ແລະ ໄດ້ຮັບໝາກຜົນສູງ.

ມາຮອດວັນທີ 27 ເມສາ 2025 ກ້ອນກຳລັງສວນສະໜາມ ຂອງກອງທັບປະຊາຊົນລາວ ໄດ້ເຂົ້າຮ່ວມຫັດແອບປະສານກັບກ້ອນກຳລັງ ຂອງບັນດາປະເທດທີ່ເຂົ້າຮ່ວມ ເປັນຄັ້ງທຳອິດ ຢູ່ທີ່ສະໜາມຫັດແອບ “ອາລາບິນໂນ” ເພື່ອກະກຽມ ແລະ ຮັບປະກັນໃຫ້ການເຂົ້າຮ່ວມພິທີສວນສະໜາມດັ່ງກ່າວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments