ແຫລ່ງຂ່າວຈາກແຂວງໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2022 ນີ້, ແຂວງໄຊຍະບູລີ ມີມູນຄ່າສົ່ງອອກສິນຄ້າໄປຕ່າງປະເທດ ໄດ້ທັງໝົດ 84 ລ້ານກວ່າໂດລາສະຫະລັດ, ແຜນປີທີ່ວາງໄວ້ 45.753.880 ໂດລາສະຫະລັດ ປະຕິບັດໄດ້ 184.81%, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ 54.033.462ໂດລາ ເພີ່ມຂຶ້ນ 56,49%, ສ່ວນມູນຄ່າການນໍາເຂົ້າສິນຄ້າ ມີທັງໝົດ 67 ລ້ານກວ່າໂດລາ, ຖ້າທຽບໃສ່ແຜນປີວາງໄວ້ 44 ລ້ານກວ່າໂດລາ, ປະຕິບັດໄດ້ 151,07% ແລະ ທຽບໃສ່ໄລຍະດຽວຂອງປີຜ່ານມາ 23 ລ້ານກວ່າໂດລາ ເພີ່ມຂຶ້ນ 183.22%.

ທ່ານ ຄໍາໄຊເລົາ ລືເຕ້ຊາ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງໄຊຍະບູລີ ໄດ້ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ສິນຄ້າທີ່ເປັນທ່າແຮງຂອງ ແຂວງໄຊຍະບູລີ ແມ່ນຜະລິດຕະພັນກະສິກໍາ, ສາມາດສົ່ງອອກໄປຕ່າງປະເທດ ມີມູນຄ່າ 83 ລ້ານກວ່າໂດລາ, ຮອງລົງມາແມ່ນຫີນຂົບ, ເຄື່ອງປ່າຂອງດົງ ແລະ ຖ່ານດັງໄຟ. ສ່ວນມູນຄ່າການນໍາເຂົ້າສິນຄ້າ ໃນ 6 ເດືອນ ມີທັງໝົດ 67 ລ້ານກວ່າໂດລາ, ສິນຄ້າຫລັກທີ່ນໍາເຂົ້າຫລາຍກວ່າໝູ່ ແມ່ນປະເພດນໍ້າມັນເຊື້ອໄຟ ມູນຄ່າ 57 ລ້ານກວ່າໂດລາ, ກວມເຖິງ 50%, ຖັດລົງມາແມ່ນສະບຽງອາຫານ ແລະ ເຄື່ອງໄຟຟ້າ 1 ລ້ານກວ່າໂດລາ, ພາຫະນະ, ແນວພັນ ແລະ ອຸປະກອນຮັບໃຊ້ການຜະລິດມູນຄ່າ 1 ລ້ານກວ່າໂດລາ ແລະ ເຄື່ອງອາໄຫລ່ 5 ແສນກວ່າໂດລາ.

ຂະນະດຽວກັນ, ແຂວງໄຊຍະບູລີ ສາມາດອອກອະນຸຍາດສ້າງຕັ້ງ ແລະ ດໍາເນີນກິດຈະການໄດ້ຈໍານວນ 59 ແຫ່ງ, ໃນນີ້ອະນຸຍາດສືບຕໍ່ 49 ແຫ່ງ, ອອກໃໝ່ 10 ແຫ່ງ, ປັດຈຸບັນ ທົ່ວແຂວງມີໂຮງງານທັງໝົດ 2.046 ແຫ່ງ, ໃນນີ້ ໂຮງງານຂະໜາດໃຫຍ່ມີ 28 ແຫ່ງ, ຂະໜາດກາງ 33 ແຫ່ງ, ຂະໜາດນ້ອຍ 199 ແຫ່ງ ແລະ ນ້ອຍແບບຄອບຄົວ 1.786 ແຫ່ງ ເຊິ່ງສາມາດສ້າງມູນຄ່າລວມຍອດການຜະລິດ ດ້ານອຸດສາຫະກໍາ-ຫັດຖະກໍາ 115,7 ຕື້ກີບ, ທຽບໃສ່ແຜນການປີປະຕິບັດໄດ້ 49,04%, ທຽບໃສ່ປີຜ່ານມາ ແມ່ນເພີ່ມຂຶ້ນ 16,62%.

ທ່ານ ຄໍາໄຊເລົາ ລືເຕ້ຊາ ຍັງໃຫ້ຮູ້ອີກວ່າ: ໃນ 6 ເດືອນ ທ້າຍປີນີ້, ແຂວງໄຊຍະບູລີ ຈະສູ້ຊົນເຮັດໃຫ້ມູນຄ່າການສົ່ງອອກສິນຄ້າບັນລຸ 12 ລ້ານກວ່າໂດລາ, ມູນຄ່າການນໍາເຂົ້າສິນຄ້າຈາກຕ່າງປະເທດໃຫ້ຢູ່ໃນລະດັບ 21 ລ້ານກວ່າໂດລາ, ເຮັດໃຫ້ລວມຍອດມູນຄ່າການຜະລິດດ້ານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາບັນລຸ 120 ຕື້ກີບ, ລວມຍອດມູນຄ່າການຈໍາໜ່າຍຜະລິດດ້ານອຸດສາຫະກໍາ ແລະ ຫັດຖະກໍາ ໃຫ້ບັນລຸ 139,89 ຕື້ກີບ, ມູນຄ່າການຈໍລະຈອນສິນຄ້າພາຍໃນແຂວງ ໃຫ້ຂະຫຍາຍຕົວເພີ່ມຂຶ້ນ 2% ຂຶ້ນໄປ ແລະ ການຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫລາດ ບໍ່ໃຫ້ໜັງຕີງເກີນ 12% ຂອງລາຄາສິນຄ້າ.

ຂ່າວ-ພາບ: ບຸນທີ

LEAVE A REPLY

Please enter your comment!
Please enter your name here