Tuesday, April 1, 2025
Homeຂ່າວໜ້າໜຶ່ງຈີນ-ລາວ ສືບຕໍ່ຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີໃຫ້ກາຍເປັນແບບຢ່າງທີ່ດີ

ຈີນ-ລາວ ສືບຕໍ່ຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີໃຫ້ກາຍເປັນແບບຢ່າງທີ່ດີ

ທ່ານ ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟາງ ຫົງ Fang Hong ກ່າວ​ຄຳ​ເຫັນ ໃນເວທີເສວະນາ ຈີນໃນລະດູບານໃໝ່ “ ກາ​ລະ​ໂອ​ກາດ​ຂອງ​ຈີນ​ ທົ່ວໂລກຊົມໃຊ້ ”, ທີ່ຈັດຢູ່ສະຖາບັນການເມືອງ ແລະ ການປົກ ຄອງແຫ່ງຊາດເມື່ອບໍ່ດົນມານີ້, ທ່ານໄດ້ກ່າວວ່າ, ຈີນ-ລາວ ສືບຕໍ່ສ້າງຜົນງານຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີໃຫ້ກາຍເປັນແບບຢ່າງທີ່ດີ.

ທ່ານເອກອັກຄະລັດຖະທູດ ຟາງ ຫົງ ກ່າວວ່າ: ​ຈີນບັນລຸຄວາມກ້າວໜ້າຢ່າງຕໍ່ເນື່ອງໃນຫຼາຍຂົງເຂດເຊັ່ນ: ການບິນ​ອາ​ວະ​ກາດ, ການ​ພັດ​ທະ​ນາ​ສີ​ຂຽວ​ແລະ​ກາກ​ບອນ​ຕ່ຳ, ປັນຍາ​ປະດິດ ແລະ​ກການຜະ​ລິດ​ອຸ​ປະ​ກອນ​ແລະອື່ນໆ, ການ​ປະກົດ​ຕົວ​ຂອງ​ຕົວ​ແບບ​ໃຫຍ່ “Deepseek” ​ທີ່​ຈີນຄົ້ນຄວ້າຜະລິດເອງນັ້ນ​ ໄດ້ກາຍເປັນການເປີດຍຸກໃໝ່ຂອງ​ປັນຍາ​ປະດິດ​ສາກົນ. ​

ທ່ານ ນາງ ຟາງຫົງ ກ່າວອີກວ່າ, ໃນ​ຊຸມ​ປີຜ່ານມາ, ການ​ຮ່ວມ​ມື​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຈີນ-ລາວ ​ໄດ້​ຮັບ​ໝາກຜົນ​ຢ່າງຫຼວງຫຼາຍເຊັ່ນ: ດາວ​ທຽມ​ສື່ສານ “ລາວ-1” ​ທີ່ເປັນດາວທຽມໜ່ວຍທຳອິດຂອງລາວໄດ້ບໍລິການບັນດາ​ປະ​ເທດ​ໃນ​ພາກ​ພື້ນຢ່າງໝັ້ນຄົງ, ການ​ຮ່ວມ​ມື​ດ້ານ​ GPS ຂອງດາວທຽມ ເປີຍເຕົ໋າ ຈີນ-ລາວ ໄດ້ບໍລິການໃຫ້ກະສິກຳ​ແລະ​ການ​ປ້ອງ​ກັນ​ໄພ​ພິບັດ​, ການຮ່ວມມືດ້ານພະລັງງານໃໝ່ກໍາລັງພັດທະນາຢ່າງຫຼວງຫຼາຍ. ລົດໄຟຟ້າທີ່ຈີນຜະລິດໄດ້ມີຂຶ້ນນັບມື້ນັບຫຼາຍຢູ່ຕາມຖະໜົນ ຫົນທາງໃນລາວ, ເຊິ່ງບໍ່ພຽງແຕ່ຊ່ວຍປະຫຍັດເງິນຕາຕ່າງປະເທດໃຫ້ແກ່ລາວໃນການຊື້ນໍ້າມັນເທົ່ານັ້ນ, ທັງຍັງຊ່ວຍຫຼຸດຜ່ອນການປ່ອຍອາຍກາກບອນແລະເພີ່ມການໃຊ້ໄຟຟ້າຂອງລາວ,

ທ່ານເອກອັກຄະລັດຖະທູດຈີນ ກ່າວຕື່ມວ່າ, ຫວ່າງມໍ່ໆນີ້, ຈີນ ແລະ ລາວ ໄດ້ສ້າງຕັ້ງສູນຮ່ວມມືດ້ານປະດິດສ້າງປັນຍາປະ ດິດ, ເຊິ່ງຈະຊ່ວຍລາວໃຫ້ທັນກັບທ່າອ່ຽງຂອງການພັດທະນາປັນຍາປະດິດ ແລະ ເປັນຕົວຢ່າງໃໝ່ໃຫ້ແກ່ການຮ່ວມມືໃນການ ສ້າງຄວາມສາມາດທາງດ້ານປັນຍາປະດິດໃນໂລກໃຕ້. ​ໃນ​ອະນາ ຄົດ, ຈີນຈະສືບຕໍ່ຂະຫຍາຍການຮ່ວມມືໃນຂົງເຂດເຕັກໂນໂລຊີດິຈິຕອນ, ເສດຖະກິດອັດສະລິຍະ ແລະ ການຫັນເປັນດີຈີຕອນ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດ.

Cr: CMG

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments