Wednesday, March 19, 2025
Homeແຈ້ງການສໍາຄັນແຈ້ງການ! ຕິດທຸງພັກ, ທຸງຊາດ ແລະ ປ້າຍຄຳຂວັນ ຢູ່ສຳນັກງານ-ອົງການ ເພື່ອສະເຫລີມສະຫລອງວັນສ້າງຕັ້ງພັກ ປະຊາຊົນ ປະຕິບັດລາວ ຄົບຮອບ 70 ປີ.

ແຈ້ງການ! ຕິດທຸງພັກ, ທຸງຊາດ ແລະ ປ້າຍຄຳຂວັນ ຢູ່ສຳນັກງານ-ອົງການ ເພື່ອສະເຫລີມສະຫລອງວັນສ້າງຕັ້ງພັກ ປະຊາຊົນ ປະຕິບັດລາວ ຄົບຮອບ 70 ປີ.

ວັນທີ 18 ມີນາ 2025 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການ ໃຫ້ບັນດາກະຊວງ, ອົງການ, ບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ຕິດຕັ້ງທຸງພັກ, ທຸງຊາດ ແລະ ປ້າຍຄໍາຂວັນ ຢູ່ ສໍານັກງານ, ອົງການຈັດຕັ້ງຂອງຕົນ ໃຫ້ມີຄວາມຈົບງາມເພື່ອຕ້ອນຮັບ ແລະ ສະເຫຼີມສະຫຼອງ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955 – 22 ມີນາ 2025)ດັ່ງທີ່ເຄີຍປະຕິບັດຜ່ານມາ.

ໝາຍເຫດ: ສໍາລັບຢູ່ທ້ອງຖິ່ນ ແມ່ນໃຫ້ອົງການປົກຄອງທ້ອງຖິ່ນ ຊີ້ນໍາພໍ່ແມ່ປະຊາຊົນ ໃຫ້ມີການຕິດ ທຸງພັກ, ທຸງຊາດ ຢູ່ເຮືອນຂອງຕົນ ເພື່ອສະເຫຼີມສະຫຼອງວັນດັ່ງກ່າວ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດ ຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments