Home ແຈ້ງການສໍາຄັນ ແຈ້ງການ! ຕິດທຸງພັກ, ທຸງຊາດ ແລະ ປ້າຍຄຳຂວັນ ຢູ່ສຳນັກງານ-ອົງການ ເພື່ອສະເຫລີມສະຫລອງວັນສ້າງຕັ້ງພັກ ປະຊາຊົນ ປະຕິບັດລາວ ຄົບຮອບ 70 ປີ.

ແຈ້ງການ! ຕິດທຸງພັກ, ທຸງຊາດ ແລະ ປ້າຍຄຳຂວັນ ຢູ່ສຳນັກງານ-ອົງການ ເພື່ອສະເຫລີມສະຫລອງວັນສ້າງຕັ້ງພັກ ປະຊາຊົນ ປະຕິບັດລາວ ຄົບຮອບ 70 ປີ.

0

ວັນທີ 18 ມີນາ 2025 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການ ໃຫ້ບັນດາກະຊວງ, ອົງການ, ບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ຕິດຕັ້ງທຸງພັກ, ທຸງຊາດ ແລະ ປ້າຍຄໍາຂວັນ ຢູ່ ສໍານັກງານ, ອົງການຈັດຕັ້ງຂອງຕົນ ໃຫ້ມີຄວາມຈົບງາມເພື່ອຕ້ອນຮັບ ແລະ ສະເຫຼີມສະຫຼອງ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955 – 22 ມີນາ 2025)ດັ່ງທີ່ເຄີຍປະຕິບັດຜ່ານມາ.

ໝາຍເຫດ: ສໍາລັບຢູ່ທ້ອງຖິ່ນ ແມ່ນໃຫ້ອົງການປົກຄອງທ້ອງຖິ່ນ ຊີ້ນໍາພໍ່ແມ່ປະຊາຊົນ ໃຫ້ມີການຕິດ ທຸງພັກ, ທຸງຊາດ ຢູ່ເຮືອນຂອງຕົນ ເພື່ອສະເຫຼີມສະຫຼອງວັນດັ່ງກ່າວ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດ ຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version