ນັບມາຮອດວັນທີ 22 ກຸມພານີ້, ການຂົນສົ່ງໃນໄລຍະບຸນກຸດຈີນ 2025 ທີ່ເປັນໄລຍະ 40 ວັນໄດ້ສິ້ນສຸດລົງຢ່າງຈົບງາມ. ວັນທີ 23 ກຸມພານີ້, ດ່ານກວດຄົນເຂົ້າ-ອອກເມືອງບໍ່ຫານໄດ້ແຈ້ງໃຫ້ຮູ້ວ່າ: ການຂົນສົ່ງໃນໄລຍະບຸນກຸດຈີນ, ຜູ້ໂດຍສານຂີ່ລົດໄຟຕາມເສັ້ນທາງລົດໄຟລາວ-ຈີນທີ່ຜ່ານດ່ານກວດຄົນເຂົ້າ-ອອກເມືອງບໍ່ຫານ ມີຫຼາຍກວ່າ 42.000 ເທື່ອຄົນ, ເພີ່ມຂຶ້ນ 49% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.
ຍ້ອນວ່າການຂົນສົ່ງໃນໄລຍະບຸນກຸດຈີນປີນີ້ ກົງກັບໄລຍະນັກສຶກສາໃນປະເທດອາຊີອາຄະເນ ພັກຮຽນລະດູໜາວ, ການເປີດສົກຮຽນລະດູໃບໄມ້ປົ່ງ ແລະ ນັກທ່ອງທ່ຽວໃນປະເທດອາຊີອາຄະເນໄປທ່ຽວຕ່າງປະເທດໃນລະດູໜາວ, ບວກກັບຈີນປະຕິບັດນະໂຍບາຍຍົກເວັ້ນວິຊ່າຕໍ່ຄະນະທ່ອງທ່ຽວຂອງປະເທດສະມາຊິກອາຊຽນທີ່ເຂົ້າໄປທ່ຽວສິບສອງພັ່ນນາແຂວງຢຸນນານຈີນ, ເຮັດໃຫ້ສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດຈຳນວນຫຼວງຫຼາຍໄປທ່ຽວຈີນ ເພື່ອສຳຜັດກັບບັນຍາກາດການສະຫຼອງບຸນກຸດຈີນ.
ຕາມການລາຍງານໃຫ້ຮູ້ວ່າ: ໃນໄລຍະດັ່ງກ່າວ, ດ່ານກວດຄົນເຂົ້າ-ອອກເມືອງບໍ່ຫານໄດ້ກວດການັກທ່ອງທ່ຽວຕ່າງປະເທດເຂົ້າ-ອອກເມືອງລວມທັງໝົດຫຼາຍກວ່າ 6.000 ເທື່ອຄົນຈາກ 64 ປະເທດແລະເຂດແຄ້ວນ, ເພີ່ມຂຶ້ນ 36% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ທີ່ມາ: CMG