Monday, February 24, 2025
Homeຂ່າວຕ່າງປະເທດສປປ ເກົາຫລີ-ສປ ຈີນ ເຊື່ອມຕໍ່ບັນດາລາຍການທ່ອງທ່ຽວຄືນໃໝ່

ສປປ ເກົາຫລີ-ສປ ຈີນ ເຊື່ອມຕໍ່ບັນດາລາຍການທ່ອງທ່ຽວຄືນໃໝ່

ວິທະຍຸກະຈາຍສຽງຫວຽດນາມ, ບັນດາບໍລິສັດທ່ອງທ່ຽວທີ່ມີສຳນັກງານຕັ້ງຢູ່ ສປ ຈີນ ໃຫ້ຮູ້ວ່າ: ບັນດາລາຍການທ່ອງທ່ຽວຈາກ ສປປ ເກົາຫລີ ໄປຍັງ ສປ ຈີນ ໄດ້ຮັບການເຊື່ອມຕໍ່ຄືນໃໝ່ ພາຍຫລັງ 5 ປີ ຢຸດສະງັກຍ້ອນພະຍາດລະບາດໂຄວິດ 19. ເຖິງຢ່າງໃດກໍຕາມ, ປັດຈຸບັນພຽງຢາງ ພຽງແຕ່ອະນຸຍາດໃຫ້ບັນດາທ່ອງທ່ຽວສາກົນ ມາຢ້ຽມຢາມ Rason, ເຂດເສດຖະກິດພິເສດເທົ່ານັ້ນ. ບາງກຸ່ມບໍລິສັດທ່ອງທ່ຽວ ໄດ້ເລີ່ມຮັບໃບຈົດທະບຽນລາຍການທ່ອງທ່ຽວພາຍຫລັງທີ່ມາຢ້ຽມຢາມ Rason ແລະ ປຶກສາຫາລືລາຍລະອຽດກັບບັນດາເຈົ້າໜ້າທີ່ ສປປ ເກົາຫລີ. ລາຍການທ່ອງທ່ຽວທຳອິດ ແມ່ນໄດ້ດຳເນີນແຕ່ ວັນທີ 24 ກຸມພານີ້, ໃນຂະນະທີ່ບໍລິສັດ Koryo Tours ມີແຜນການຈັດ ບັນດາ ລາຍການທ່ອງທ່ຽວ ແຕ່ເດືອນ ມີນາ. ຜູ້ເຂົ້າຮ່ວມ ຈະໄດ້ຢ້ຽມຊົມບັນດາສະຖານທີ່ ທ່ອງທ່ຽວ, ໂຮງຮຽນ,ໂຮງງານ ແລະ ທະນາຄານ ແຫ່ງໜຶ່ງ ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments