ວິທະຍຸສາກົນແຫ່ງ ສປ ຈີນ, ກອງທຶນເພື່ອເດັກນ້ອຍ ຂອງອົງການສະຫະປະຊາຊາດ ແລະ ອົງການອະນາໄມໂລກ ປະກາດວ່າ: ຈະເລີ່ມການເຄື່ອນໄຫວຢອດວັກຊິນປ້ອງກັນພະຍາດໂປລິໂອ ຢ່າງຂະໜາດໃຫຍ່ຢູ່ເຂດກາຊາ ອີກຄັ້ງໃໝ່ເລີ່ມແຕ່ວັນທີ 22 ກຸມພາ ເປັນຕົ້ນໄປເພື່ອປ້ອງກັນເດັກນ້ອຍຢູ່ເຂດນີ້ ໃຫ້ປັດສະຈາກການຕິດແປດເຊື້ອພະຍາດ. ຕາມຂ່າວແຈ້ງວ່າ: ການເຄື່ອນໄຫວຢອດຢາວັກຊິນຄັ້ງນີ້ແມ່ນມີຈຸດປະສົງເພື່ອຫລຸດຜ່ອນຄວາມແຕກໂຕນກັນດ້ານພູມຕ້ານທານ, ປ້ອງກັນບໍ່ໃຫ້ເຊື້ອພະຍາດແຜ່ລາມກວ້າງອອກ ແລະ ພະຍາຍາມເຮັດໃຫ້ການແຜ່ລະບາດ ຂອງພະຍາດຄັ້ງນີ້ສິ້ນສຸດລົງໃນທີ່ສຸດ. ຄາດວ່າ ຈະຢອດວັກຊິນໃຫ້ແກ່ເດັກນ້ອຍທີ່ມີອາຍຸຕ່ຳກວ່າ 10 ປີ ເປັນຈຳນວນ ເກືອບ 600.000 ຄົນ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ