ວິທະຍຸສາກົນ ແຫ່ງ ສປ ຈີນ, ວັນທີ 10 ກຸມພານີ້, ທ່ານ ກົ່ວເຈ່ຍຄູ່ນ ໂຄສົກກະຊວງການຕ່າງປະເທດຈີນ ຈັດກອງປະຊຸມ ຖະແຫລງຂ່າວ. ໂດຍມີນັກຂ່າວຖາມເຖິງກອງປະຊຸມລັດຖະມົນຕີການຕ່າງປະເທດ G20 ຈະຈັດຂຶ້ນຢູ່ນະຄອນໂຢຮັນເນັສເບີ໊ກ ຂອງອາຟຣີກາໃຕ້ ລະຫວ່າງວັນທີ 20-21 ກຸມພານີ້. ຂະນະທີ່ G20 ເປັນເວທີປຶກສາຫາລືຕົ້ນຕໍແຫ່ງການຮ່ວມມືເສດຖະກິດສາກົນ, ຄວນສົ່ງເສີມຈິດໃຈຄູ່ຮ່ວມ, ຮ່ວມກັນຊູກຍູ້ໃຫ້ເສດຖະກິດໂລກເພີ່ມຂຶ້ນ, ຊັກນຳການຄຸ້ມຄອງທົົ່ວໂລກ ໃຫ້ຂະຫຍາຍໄປສູ່ທິດທາງທ່ຽງທຳ ແລະ ສົມເຫດສົມຜົນກວ່າເກົ່າ, ຊ່ວຍເຫລືອບັນດາປະເທດບັນລຸການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງພ້ອມກັນ. ສປ ຈີນ ຍິນດີກັບບັນດາຝ່າຍພ້ອມກັນພະຍາຍາມ ເພື່ອຊຸກຍູ້ໃຫ້ກອງປະຊຸມລັດຖະມົນຕີ ການຕ່າງປະເທດຄັ້ງນີ້ໄດ້ຮັບຜົນງານອັນຕັ້ງໜ້າ, ສົ່ງສັນຍານເຂັ້ມແຂງທີ່ສະໜັບສະໜູນລັດທິຫລາຍຝ່າຍ, ເພີ່ມທະວີ ຄວາມສາມັກຄີ ແລະ ການຮ່ວມມືກັນ ແລະ ເກາະແຂນກັນຮັບມືກັບ ສິ່ງທ້າທາຍທົ່ວໂລກ.
ອາຟຣິກາໃຕ້ ຈະຈັດກອງປະຊຸມລັດຖະມົນຕີການຕ່າງປະເທດ ຈີ20
RELATED ARTICLES