Home ຂ່າວຕ່າງປະເທດ ອາຟຣິກາໃຕ້ ຈະຈັດກອງປະຊຸມລັດຖະມົນຕີການຕ່າງປະເທດ ຈີ20

ອາຟຣິກາໃຕ້ ຈະຈັດກອງປະຊຸມລັດຖະມົນຕີການຕ່າງປະເທດ ຈີ20

0

ວິທະຍຸສາກົນ ແຫ່ງ ສປ ຈີນ, ວັນ​ທີ 10 ກຸມ​ພານີ້, ທ່ານ​ ກົ່ວ​ເຈ່ຍ​ຄູ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ​ຈັດ​ກອງ​ປະ​ຊຸມ ​ຖະ​ແຫລງ​ຂ່າວ. ໂດຍມີ​ນັກ​ຂ່າວຖາມເຖິງ​ກອງ​ປະ​ຊຸມລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ G20 ​ຈະ​ຈັດ​ຂຶ້ນຢູ່​ນະ​ຄອນໂຢ​ຮັນ​ເນັ​ສ​ເບີ໊ກ​ ຂອງ​ອາ​ຟ​ຣີ​ກາ​ໃຕ້​ ລະ​ຫວ່າງວັນ​ທີ 20-21 ກຸມ​ພານີ້. ຂະນະທີ່ ​G20 ​ເປັນ​ເວ​ທີ​ປຶກ​ສາ​ຫາ​ລື​ຕົ້ນ​ຕໍ​ແຫ່ງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ສາ​ກົນ, ຄວນ​​ສົ່ງ​ເສີມ​ຈິດ​ໃຈ​ຄູ່​ຮ່ວມ, ຮ່ວມ​ກັນ​ຊູກ​ຍູ້​ໃຫ້​ເສດ​ຖະ​ກິດ​ໂລກເພີ່ມ​ຂຶ້ນ, ຊັກ​ນຳ​ການ​ຄຸ້ມ​ຄອງທົົ່ວ​ໂລກ​ ໃຫ້​ຂະ​ຫຍາຍ​ໄປ​ສູ່​ທິດທາງ​ທ່ຽງ​ທຳ​ ແລະ​ ສົມ​ເຫ​ດສົມ​ຜົນ​ກວ່າ​ເກົ່າ, ຊ່ວຍ​ເຫລືອບັນ​ດາ​ປະ​ເທດ​ບັນ​ລຸ​ການ​ພັດ​ທະ​ນາ ​ແລະ​ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ພ້ອມ​ກັນ. ສປ ຈີນ ຍິນ​ດີ​ກັບ​ບັນ​ດາ​ຝ່າຍພ້ອມກັນ​ພະ​ຍາ​ຍາມ ເພື່ອ​ຊຸກ​ຍູ້​ໃຫ້​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ​ການ​ຕ່າງ​ປະ​ເທດ​​ຄັ້ງ​ນີ້ໄດ້​ຮັບ​ຜົນ​ງານ​ອັນ​ຕັ້ງ​ໜ້າ, ​ສົ່ງ​ສັນ​ຍານ​ເຂັ້ມ​ແຂງທີ່​ສະ​ໜັບ​ສະ​ໜູນ​ລັດ​ທິ​ຫລາຍ​ຝ່າຍ, ເພີ່ມ​ທະ​ວີ​ ຄວາມ​ສາ​ມັກ​ຄີ ​ແລະ ການ​ຮ່ວມ​ມື​ກັນ ແລະ ​ເກາະ​ແຂນ​ກັນ​ຮັບ​ມື​ກັບ ​ສິ່ງ​ທ້າ​ທາຍທົ່ວ​ໂລກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version