ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ວັນທີ 19 ກໍລະກົດ 2022 ນີ້, ທ່ານ ດົງເພັດ ພະຍົນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ(ສພຂ) ເຊກອງ ໄດ້ຕ້ອນຮັບ ທ່ານ ຫງວຽນ ນາມ ຕ໋ຽນ ຄະນະປະຈໍາພັກແຂວງ, ປະທານແນວໂຮມແຫ່ງຊາດຫວຽດນາມ ແຂວງເທື່ອທຽນເຫວ້ ສສ ຫວຽດນາມ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກກັບຄະນະກໍາມະການແນວລາວສ້າງຊາດ ແຂວງເຊກອງ ລະຫວ່າງວັນທີ 18-19 ກໍລະກົດ 2022.

ທ່ານ ດົງເພັດ ພະຍົນ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນແນວໂຮມແຫ່ງຊາດຫວຽດນາມແຂວງເທື່ອທຽນເຫວ້ ເຊິ່ງການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະນໍາແນວໂຮມແຫ່ງຊາດຫວຽດນາມ ແຂວງເທື່ອທຽນເຫວ້ ຄັ້ງນີ້ ເປັນກິດຈະກໍາໜຶ່ງໃນການສະເຫລີມສະ ຫລອງສອງວັນລາວ-ຫວຽດນາມ ທີ່ຄະນະກໍາມະການແນວລາວສ້າງຊາດ ແຂວງເຊກອງ ສປປ ລາວ ແລະ ຄະນະກໍາມະການແນວໂຮມແຫ່ງຊາດຫວຽດນາມແຂວງ ເທື່ອທຽນເຫວ້ ສສ ຫວຽດນາມ ຈະໄດ້ພ້ອມກັນສະຫລຸບຕີລາຄາ ແລະ ທົບທວນຄືນການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈໍາ, ການພົວພັນຮ່ວມມື, ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນໄລຍະຜ່ານມາ ແລະ ວາງແຜນການຮ່ວມມືກັນໃນຕໍ່ໜ້າ.

ໂອກາດດຽວກັນ, ທ່ານ ຫງວຽນ ນາມ ຕ໋ຽນ ກໍໄດ້ສະແດງຄວາມຂອບໃຈມາຍັງການນໍາແຂວງເຊກອງ ໂດຍສະເພາະແມ່ນທ່ານຮອງເລຂາພັກແຂວງ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງລາຍງານການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຮ່ວມກັບຄະ ນະກໍາມະການແນວລາວສ້າງຊາດແຂວງເຊກອງ ຄັ້ງນີ້ ເພື່ອທົບທວນຄືນການພົວພັນຮ່ວມມື, ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ຂອງແນວໂຮມແຫ່ງຊາດຫວຽດນາມ ແຂວງເທື່ອທຽນເຫວ້ ກັບ ແນວລາວສ້າງຊາດແຂວງເຊກອງ ໃນໄລຍະຜ່ານມາ ແລະ ວາງແຜນການຮ່ວມມືໃນຕໍ່ໜ້າ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ແໜ້ນແຟ້ນຍິ່ງຂຶ້ນ.

ຂ່າວ-ພາບ: ສັນຍາ

LEAVE A REPLY

Please enter your comment!
Please enter your name here