Thursday, September 19, 2024
Homeຂ່າວໜ້າໜຶ່ງງານເທດ​ສະ​ການວັດ​ທະ​ນະ​ທຳ​ມິດ​ຕະ​ພາບ “ສີ​ສັນ​ອາ​ຊຽນ”

ງານເທດ​ສະ​ການວັດ​ທະ​ນະ​ທຳ​ມິດ​ຕະ​ພາບ “ສີ​ສັນ​ອາ​ຊຽນ”

———–

ງານເທດ​ສະ​ການວັດ​ທະ​ນະ​ທຳ​ມິດ​ຕະ​ພາບ “ສີ​ສັນ​ອາ​ຊຽນ” ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ ຮ່າ​ໂນ້ຍ ສ​ສ ຫວຽດ​ນາມ ນັບ​ແຕ່​ວັນ​ທີ 29/8-1/9/2024 ໂດຍ​ແມ່ນສະ​ຖານ​ທູດ​ລາວ ປະ​ຈຳ ສ​ສ ຫວຽດ​ນາມ ແລະ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ນ​ະ​ຄອນຫຼວງ ຮ່າ​ໂນ້ຍ ຮ່ວມ​ກັນ​ຈັດ​ຕັ້ງ​ຂຶ້ນ. ການ​ຈັດ​ງານ​ຄັ້ງ​ນີ້​ແມ່ນ​ເພື່ອ​ເປັນ​ການ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ ​ປະ​ຊາ​ຄົມ​ບັນ​ດາ​ປະ​ຊາ​ຊາດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ຫຼື ອາ​ຊຽນ ຄົບ​ຮອບ 57 ປີ, ວັນ​ຊາດ ​ແຫ່ງ ສ​ສ ຫວຽດ​ນາມ ຄົບ​ຮອບ 79 ປີ, ວັນ​ປົດ​ປ່ອຍ​ນະ​ຄອນຫຼວງ​ ຮ່າ​ໂນ້ຍ ຄົບຮອບ 70 ປີ ແລະ ວັນ​​​ທີ່​ອົງ​ການ UNESCO ຮັບ​ຮອງ​ນະ​ຄອນຫຼວງ ຮ່າ​ໂນ້ຍ ເປັນ​ເມືອງ ​ເພື່ອ​ສັນ​ຕິ​ພາບ ຄົບ​ຮອບ 25 ປີ. ເປັນ​ໂອ​ກາດ​ໃຫ້​ບັນ​ດາ​ເພື່ອນ​ມິດ​ສາ​ກົນ​ທີ່​ກຳ​ລັງ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ຫວຽດ​ນາມ ໄດ້​ມີ​ໂອ​ກາດ​ພົບ​ປະ, ແລກ​ປ່ຽນມິດ​ຕະ​ພາບ​ກັບ​ຊາວ​ນະ​ຄອນຫຼວງ​ ຮ່າ​ໂນ້ຍ. ເປັນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຮອບ​ດ້ານ​ຂອງ​ບັນ​ດາ​ປະ​ເທດ​ໃນ​ກຸ່ມ​ອາ​ຊຽນ, ມຸ່ງ​ສູ່​​ສ້າງໂລກ​ແຫ່ງ​ສັນ​ຕິ​ພາບ ແລະ ມິດ​ຕ​ະ​ພາບ.

ທ່ານ ນາງ ຄຳ​ເພົາ ເອີນ​ທະ​ວັນ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ສ​ປ​ປ ລາວ ປະ​ຈຳ ສ​ສ ຫວຽດ​ນາມ ກ່າວ​ໃນ​ພິ​ທີ​ເປີດ​ງານ​ຢ່າງ​ເປັນ​ທາງ​ການ​ໃນ​ຄ່ຳ​ຄືນ​ຂອງວັນ​ທີ 30 ສິງ​ຫາ 2024 ວ່າ: ອາ​ຊຽນ​ແມ່ນ​ອົງ​ການ​ຈັດ​ຕັ້ງ​ລະ​ຫວ່າງ​ລັດ​ຖະ​ບານ​ໃນພາກ​ພື້ນ, ມີ​ຄວາມ​ຫຼາກ​ຫຼາຍ ​ແຕ່​ເປັນ​ເອ​ກະ​ພາບ​ກັນ​ໂດຍມີ​ຈຸດ​ໝາຍ​ລວມໃນ​ການ​ຮັກ​ສາ ແລະ ຊຸກ​ຍູ້​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ຮ່ວມ​ມື. ກວ່າເຄິ່ງສັດຕະວັດແຫ່ງການພັດທະນາເ​ປັນ​ຕົ້ນ​ມາ, ປັດຈຸບັນ ອາຊຽນ ​ໄດ້ກາຍເປັນບ້ານລວມຂອງ​ປະ​ຊາ​ກອນເກືອບ 700 ລ້ານຄົນ, ​ມີເສດຖະກິດໃຫຍ່ອັນດັບສາມຂອງອາຊີ ແລະ ອັນດັບ 5 ຂອງໂລກ. ດ້ວຍ​​ທ່າ​ແຮງ​ບົ່ມ​ຊ້ອນ​ໃນ​​ດ້ານ​ການ​ພັດທະນາ​ອັນ​ໃຫຍ່​ຫຼວງ, ຄາດວ່າ ອາ​ຊຽນ ຈະ​ກາຍ​ເປັນ​ເສດຖະກິດ​ໃຫຍ່​ອັນ​ດັບ 4 ​ໃນ​ໂລກ​ໃນ​ປີ 2030. ທ່ານ​ທູດ​ໄດ້​ຕີ​​ລາຄາ​ສູງຕໍ່​ການ​ປະກອບສ່ວນ​ອັນ​ດີງາມ​ຂອງ​ ຫວຽດນາມ ​ໃນ​ການ​ສ້າງ​ອະນາຄົດ​ຂອງ​ພາກ​ພື້ນ, ຊຸກຍູ້​ບັນດາ​ສະມາຊິກ​ໃນ​ກຸ່ມ​ອາ​ຊຽນ. ນະຄອນຫຼວງ ຮ່າໂນ້ຍ “ນະຄອນເພື່ອສັນຕິພາບ” ແມ່ນສັນຍາລັກຂອງບັນດາຄຸນຄ່າແຫ່ງຄວາມສາມັກຄີ, ຄວາມຫຼາກຫຼາຍ ແລະ ການລວມຕົວ ກໍ​ຄືຄຸນຄ່າຫຼັກຂອງອາຊຽນ.

ໃນ​ພິ​ທີ​ເປີດ​ຢ່າງ​ເປັນ​ທາງ​ການ ແມ່ນ​ໄດ້​ມີການ​ສະ​ແດງ​ສິ​ລະ​ປະ​ແບບ​ພື້ນ​ເມືອງ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ ຊຶ່ງ​ໃນ​ນັ້ນ​ສະ​ຖານ​ທູດ​ລາວ​ປະ​ຈຳ ສ​ສ​ ຫວຽດ​ນາມ ກໍ​ໄດ້​ມີ​ການ​ສະ​ແດງຫຼາຍ​ລາຍ​ການ ຄື: ການ​ຟ້ອນ​ນາງ ຈັນ​ສຸ​ດາ, ການ​ເດີນ​ແບບ​ໃສ່​ຊຸດ​ອາ​ພອນ​ຊົນ​ເຜົ່າ​ລາວ, ການ​ຟ້ອນ​ລຳ​ວົງ​ສາ​ມັກ​ຄີ​ ໂດຍ​ແມ່ນ​ພະ​ນັກ​ງານ​ສະ​ຖານ​ທູດ ແລະ ນ້ອງນັກ​ສຶກ​ສາ​ລາວ​ທີ່​ກຳ​ລັງ​ຮ່ຳ​ຮຽນ​ຢູ່ ສ​ສ ຫວຽດ​ນາມ ໃຫ້​ການ​ສະ​ແດງ ແລະ ໃຫ້​ກຽດ​ເຂົ້າ​ຮ່ວມ​ງານ​ມີ​ຜູ້​ຕາງ​ໜ້າ​ຈາກ 10 ປະ​ເທດ​ອາ​ຊຽນ, ຕີ​ມໍ-ແລັ​ສະ​ເຕ ແລະ ອີກກວ່າ 20 ປະ​ເທດນອກ​ອາ​ຊຽນ.

ນອກ​ຈາ​ກ​ພິ​ທີ​ທາງ​ການ​ແລ້ວ, ໃນ​ງານ​ຍັງ​ມີ​ການ​ວາງ​ສະ​ແດ​ງ​ຮູບ​ພາບກ່ຽວ​ກັບ​ຄວາມຫຼາກຫຼາຍທາງ​ດ້ານວັດ​ທະ​ນະ​ທຳ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ທີ່​ບັນ​ດາສະ​ຖານ​ທູດ​ຕ່າງ​ປະ​ເທດ​ໃນ​ນະ​ຄອນຫຼວງ ຮ່າ​ໂນ້ຍ ສົ່ງເຂົ້າ​ຮ່ວມ​ວາງ​ສະ​ແດງ; ຮ້ານວາງ​ສະ​ແດງ​ກ່ຽວ​ກັບ​ຜະ​ລິດ​ຕະ​ພັນວັດ​ທະ​ນະ​ທຳ ແລະ ​ຮ້ານຂາຍ​ສິນ​ຄ້າ​ຕ່າງໆ​ກວ່າ 200 ຮ້ານ.

(ຂ່າວ-ພາບ: ສະ​ຖານ​ທູດ​ລາວ​ທີ່​ຮ່າ​ໂນ້ຍ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments