Saturday, September 21, 2024
Homeຂ່າວຕ່າງປະເທດຕວັກກີ ວາງແຜນລົງທຶນຫລາຍກວ່າ 4 ຕື້ໂດລາ ສະຫະລັດດ້ານການຜະລິດໝໍ້ໄຟລົດໄຟຟ້າ

ຕວັກກີ ວາງແຜນລົງທຶນຫລາຍກວ່າ 4 ຕື້ໂດລາ ສະຫະລັດດ້ານການຜະລິດໝໍ້ໄຟລົດໄຟຟ້າ

ສໍານັກຂ່າວ ເອເອຟພີ, ລາຍງານ ຈາກ ນະຄອນຫລວງ ອັງກາຣາ ປະເທດຕວັກກີ. ເມື່ອບໍ່ດົນມານີ້, ປະທານາທິບໍດີ ເຣເຊັບ ເທຢິບ ເອີໂດກັນ ຜູ້ນໍາປະເທດ ຕວັກກີ ໄດ້ເປີດເຜີຍ ໃນງານວາງສະແດງ ເຕັກໂນໂລຊີ ຂັ້ນສູງ ຢູ່ເມືອງ ອິສຕັນບູ ກ່ຽວກັບ ແຜນງົບປະມານ 4,5 ຕື້ໂດລາ ສະຫະລັດ ໃຫ້ແກ່ ຜູ້ຜະລິດໝໍ້ໄຟ ເພື່ອຊຸກຍູ້ໃຫ້ຜູ້ຜະລິດ ລົດໄຟຟ້າ ຕ່າງປະເທດ ທີ່ ເຂົ້າມາຕັ້ງຖານ ການຜະລິດ ໃນຕວັກກີ ແລະ ມີການ ຜະລິດລົດ ຢ່າງໜ້ອຍ 1 ລ້ານຄັນຕໍ່ປີ.

ທ່ານ ເອີໂດກັນ ໄດ້ຈັດໃຫ້ ການຜະລິດ ໝໍ້ໄຟ ເປັນບຸລິມະສິດ ສໍາຄັນ ອັນດັບທໍາອິດ ໃນອຸດສາຫະກໍາລົດ ຂອງ ຕວັກກີ. ໂດຍງົບປະມານ ດັ່ງກ່າວ ຈະຖືກ ລວມເຂົ້າ ໃນໂຄງການ ເງິນອຸດໜູນ ຊິບຄອມພິວເຕີ 5 ຕື້ໂດລາ ສະຫະລັດ, ລວມທັງໝົດ ເປັນ 15 ຕື້ໂດລາ ສະຫະລັດ. ເພື່ອດຶງດູດການລົງທຶນ, ການຄົ້ນຄວ້າ ແລະ ພັດທະນາ, ກິດຈະກໍາ ດ້ານວິສະວະກໍາເຂົ້າໃນປະເທດ. ນອກນີ້, ຕວັກກີ ຍັງມີແຜນໃຊ້ ຈຸດພິເສດ ດ້ານທີ່ຕັ້ງ ຍຸດທະສາດ ແລະ ຂໍ້ຕົກລົງ ດ້ານພາສີ ຂອງສະຫະພາບ ເອີຣົບ (ອີຢູ) ເພື່ອດຶງດູດ ນັກລົງທຶນຈີນ ເພື່ອຕ້ອງການ ເຂົ້າເຖິງ ຕະຫລາດ ເອີຣົບ ໂດຍ ປອດພາສີ ເຊັ່ນດຽວກັບ ທີ່ ເຄີຍຮ່ວມມືກັບ ບໍລິສັດ BYD ເຊິ່ງເປັນ ບໍລິສັດລົດໄຟຟ້າ ຂະໜາດໃຫຍ່ ຂອງຈີນ ໃນຕົ້ນເດືອນກໍລະກົດ ທີ່ຜ່ານມາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments