Home ຂ່າວໜ້າໜຶ່ງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດ ສປປ ລາວ ພົບປະ ລັດຖະມົນຕີຕ່າງປະເທດ ສ.ອາເມຣິກາ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດ ສປປ ລາວ ພົບປະ ລັດຖະມົນຕີຕ່າງປະເທດ ສ.ອາເມຣິກາ

0
32

 

ໃນຕອນເຊົ້າ ຂອງ ວັນທີ 27 ກໍລະກົດ 2024, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ແອນໂທນີ ບຣິນແກັນ (Antony Blinken) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ.ອາເມຣິກາ ໃນໂອກາດເດີນທາງຢ້ຽມຢາມ ແລະ ເພື່ອເຂົ້າຮ່ວມກອງປະຊຸມລັດຖະ ມົນຕີຕ່າງປະເທດອາຊຽນ ຄັ້ງທີ 57.

ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຊົມເຊີຍ ແລະ ຕີລາຄາການ​ພົວ​ພັນ​ ແລະ ການ​ຮ່ວມ​ມື ລະ​ຫວ່າງ ສອງ​ປະເທດໃນໄລຍະຕະຫຼອດ 69 ປີ ຜ່ານມາມີທ່ວງທ່າ ແລະ ບັນຍາ ກາດອັນດີ ພ້ອມທັງມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ, ໂດຍສະເພາະໄດ້ຍົກລະດັບການພົວພັນເປັນ: ຄູ່ຮ່ວມມືແບບກວມລວມ (Comprehensive Partnership) ແລະ ມີການຮ່ວມມືກັນໃນຫລາຍຂົງເຂດວຽກງານ ເປັນຕັ້ນ: ຂະແໜງສາທາລະນະສຸກ, ການສຶກສາ, ການຄ້າ-ການລົງທຶນ, ການຈັດຕັ້ງປະຕິບັດກົດໝາຍ ແລະ ສະກັດກັ້ນຢາເສບຕິດ, ວຽກງານເກັບກູ້ລະເບີດ, ການຊອກຫາສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມ ແລະ ອື່ນໆ. ສອງຝ່າຍຍັງໄດ້ປຶກສາຫາລືການເສີມຂະຫຍາຍການພົວພັນຮ່ວມມືໃນຕໍ່ໜ້າ ເປັນຕົ້ນວຽກງານການສຶກສາ, ສາທາລະນະສຸກ, ການເກັບກູ້ລະເບີດ ແລະ ອື່ນໆ. ນອກຈາກນັ້ນ, ທັງສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍໃຫ້ຄວາມສົນໃຈເປັນຕົ້ນ ການຮ່ວມມືໃນຂອບ ອາຊຽນ ໃນໂອກາດ ທີ່ ສປປ ລາວ ເປັນປະທານອາຊຽນ ປີ 2024 ໂດຍສະເພາະ ແມ່ນບົດບາດ ຂອງ ສ.ອາເມຣິກາ ໃນພາກພື້ນອາຊີ-ປາຊີຟິກ ກໍຄື ການຜັນຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ອາຊຽນ-ສ.ອາເມຣິກາ. ສ.ອາເມຣິກາ ຢືນຢັນສະໜັບສະໜູນບົດບາດຄວາມເປັນແກນກາງຂອງອາຊຽນໃນພາກພື້ນ ແລະ ສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ ກໍຄຶການຜັນຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ອາຊຽນ-ສະຫະລັດອາເມຣິກາ. ການພົບປະຄັ້ງນີ້ ໄດ້ດໍາເນີນໄປ ດ້ວຍບັນຍາກາດອັນດີ ແລະ ມີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here