Friday, October 18, 2024
Homeຂ່າວໜ້າໜຶ່ງກອງປະຊຸມຄົບຄະນະຂອງ ຄຊກມດ 6 ເດືອນຕົ້ນປີ 2024

ກອງປະຊຸມຄົບຄະນະຂອງ ຄຊກມດ 6 ເດືອນຕົ້ນປີ 2024

ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ໄດ້ຈັດກອງປະຊຸມຄົບຄະນະຂອງ ຄຊກມດ ປະຈຳ 6 ເດືອນຕົ້ນປີ 2024 ຂຶ້ນໃນວັນທີ 9 ກໍລະກົດ ນີ້ ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ປະທານ ຄຊກມດ, ມີປະທານສູນກາງສະຫະພັນແມ່ຍິງລາວ (ສສຍລ), ຮອງລັດຖະມົນຕີ, ຮອງປະທານອົງການ, ກໍາມະການ ຄຊກມດ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານ ສສຍລ ຮອງປະທານຜູ້ປະຈໍາການ ຄຊກມດ ໄດ້ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີຂອງ ຄຊກມດ ແລະ ການປະຕິບັດພັນທະສາກົນຂອງ ຄຊກມດ ເພື່ອປຶກສາຫາລື ເປັນເອກະພາບຕໍ່ກັບວິທີການແກ້ໄຂໃນຕໍ່ໜ້າກ່ຽວກັບຂໍ້ຄົງຄ້າງ ແລະ ບັນດາສິ່ງທ້າຍທາຍ ໂດຍສະເພາະບັນຫາດ້ານກົງຈັກການຈັດຕັ້ງ, ບຸກຄະລາກອນ, ງົບປະມານ, ລະບົບກົນໄກການປະສານງານ ແລະ ການລາຍງານຂອງບັນດາ ຄກມດ ກະຊວງ, ອົງການ, ແຂວງ ແລະ ນະຄອນຫຼວງວຽງຈັນຕໍ່ ຄຊກມດ. ຜ່ານການລາຍງານການຈັດຕັ້ງປະຕິບັດວຽກງານໃນ 6 ເດືອນຕົ້ນປີມີຄວາມຄືບໜ້າ ເປັນຕົ້ນການສ້າງຄວາມເຂັ້ມ ແຂງໃຫ້ຄະນະກຳມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄກມດ) ແລະ ຫ້ອງການ ຄຊກມດ ດ້ານວິຊາການ ໂດຍຜ່ານຂະບວນການຈັດຕັ້ງປະຕິບັດວຽກງານຕົວຈິງ ແລະ ການເຂົ້າຮ່ວມກອງປະຊຸມພາກພື້ນ ແລະ ພາຍໃນປະເທດ; ສໍາເລັດການຕອບຄຳຖາມເຈາະຈີ້ມ (List of Issue) ທີ່ຕິດພັນກັບບົດລາຍງານແຫ່ງຊາດປະຈໍາໄລຍະທີ 10 ໃນການຈັດຕັ້ງປະຕິບັດສົນທິສັນຍາຊີດໍໃນ ສປປ ລາວ ພ້ອມທັງສົ່ງໃຫ້ຄະນະກໍາມະການຊີດໍ ສປຊ ໃນວັນທີ 8 ເມສາ 2024; ສຳເລັດການຈັດສົ່ງບົດລາຍງານແຫ່ງຊາດ ປະຈຳໄລຍະທີ 7 ໃນການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກ ແລະ ສອງອະນຸສັນຍາເພີ່ມເຕີມໃຫ້ອົງການສະຫະປະຊາຊາດ ຕາມລະບຽບການ; ຮ່າງບົດລາຍງານການຈັດຕັ້ງປະຕິບັດຖະແຫຼງການ ແລະ ແຜນປະຕິບັດງານປັກກິ່ງ+30 ຂອງ ສປປ ລາວ ແລະ ສົ່ງຄໍາຕອບຜ່ານອອນລາຍ ໃຫ້ອົງການ UN Women ອາຊີ-ປາຊີຟິກ ແລະ ສໍາເລັດການປຶກສາຫາລື ແລະ ກະກຽມຄວາມພ້ອມເພື່ອເປັນເຈົ້າພາບຈັດເວທີເດັກອາຊຽນ ຄັ້ງທີ 8.

ກອງປະຊຸມເຫັນດີຕໍ່ກັບແຜນວຽກຈຸດສຸມ 6 ເດືອນທ້າຍປີ 2024 ໂດຍສະເພາະການປະຕິບັດພັນທະພາກພື້ນ ແລະ ສາກົນ ກ່ຽວກັບສິດທິແມ່ຍິງ ແລະ ສິດທິເດັກ ເປັນຕົ້ນໃຫ້ສຳເລັດການປະເມີນການຈັດຕັ້ງປະຕິບັດໄລຍະກາງສະໄໝ ແຜນດໍາເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບຍິງ-ຊາຍ 5 ປີ ຄັ້ງທີ IV (2021-2025), ແຜນດໍາເນີນງານແຫ່ງຊາດເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ III (2021-2025) ແລະ ແຜນດໍາເນີນງານແຫ່ງຊາດເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ 5 ປີ ຄັ້ງທີ II (2021-2025) ພ້ອມທັງກໍານົດວຽກບຸລິມະສິດທ້າຍສະໄໝ ແລະ ທິດທາງໃນການສ້າງແຜນໄລຍະໃໝ່ (2026-2030) ໂດຍຕິດພັນກັບການສ້າງຄວາມເຂັ້ມແຂງໃຫ້ ຄກມດ ແລະ ເສນາທິການຊ່ວຍວຽກຂັ້ນກະຊວງ, ອົງການ; ຈັດເວທີເດັກອາຊຽນ ຄັ້ງທີ 8 ທີ່ ສປປ ລາວ ເປັນເຈົ້າພາບໃນວັນທີ 19-21 ສິງຫາ 2024; ການປະຕິບັດພັນທະສົນທິສັນຍາຊີດໍ: ກະກຽມສະເຫຼີມສະຫຼອງ ສົນທິສັນຍາວ່າດ້ວຍການລຶບລ້າງຄວາມທຸກຍາກ ຮູບການຈໍາແນກຕໍ່ແມ່ຍິງ ຄົບຮອບ 43 ປີ (1981-2024), ຄາດຄະເນໃນທ້າຍໄຕມາດ 3 ຫຼື 4, 2024; ກະກຽມຄວາມພ້ອມທາງດ້ານເນື້ອໃນ ແລະ ຄະນະຜູ້ແທນເພື່ອເຂົ້າຮ່ວມການພິຈາລະນາບົດລາຍງານແຫ່ງຊາດປະຈໍາໄລຍະທີ 10 ກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາຊີດໍ ໃນ ສປປ ລາວ ຄາດຄະເນໃນໄຕມາດ 4, 2024 ທີ່ເຈນີວາ ປະເທດສະວິດ; ຈັດຕັ້ງຂະບວນການສະເຫຼີມສະຫຼອງ ວັນເດັກໂລກ (20 ພະຈິກ) ແລະ ຈັດຕັ້ງຂະບວນການລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ ປະຈໍາປີ 2024.

ຂ່າວ: ຍຸພິນທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments