Saturday, October 19, 2024
Homeຂ່າວການເມືອງສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສ ACMECS

ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສ ACMECS

ໃນໄລຍະທີ່ ສປປ ລາວ ເປັນປະທານຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສແມ່ນໍ້າຂອງ-ຍີ່ປຸ່ນ ທີ່ບາງກອກ ປະເທດໄທ, ໃນວັນທີ 26 ມິຖຸນາ ຜ່ານມາ ສປປ ລາວ ຍັງໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອິຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ (ACMECS), ເນື່ອງຈາກ ສປປ ລາວ ເປັນປະທານຂອບການຮ່ວມມື (ACMECS). ການເປັນເຈົ້າພາບກອງປະຊຸມເຈົ້າໜ້າທີ່ອາວຸໂສ (ACMECS) ຄັ້ງນີ້ ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສ (ACMECS) ຂອງ ສປປ ລາວ ໂດຍມີເຈົ້າໜ້າທີ່ອາວຸໂສຈາກ ກໍາປູເຈຍ, ມຽນມາ, ໄທ, ສສ ຫວຽດນາມ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

ຈຸດປະສົງກອງປະຊຸມຄັ້ງນີ້ ເພື່ອທົບທວນຄືນຜົນການຈັດຕັ້ງປະຕິບັດແຜນແມ່ບົດ (ACMECS) 2019-2023 ແລະ ວາງທິດທາງໃນຕໍ່ໜ້າເພື່ອກະກຽມຮ່າງແຜນແມ່ບົດ (ACMECS) 5 ປີຕໍ່ໜ້າຂອງຂອບການຮ່ວມມື (ACMECS). ພ້ອມດຽວກັນ, ກໍໄດ້ປຶກສາຫາລື ແລະ ລາຍງານຜົນຂອງການຈັດຕັ້ງປະຕິບັດຂອງກອງເລຂາ (ACMECS) ຊົ່ວຄາວ ຫຼັງຈາກສ້າງຕັ້ງສໍາເລັດໃນຕົ້ນປີ 2024 ທີ່ຜ່ານມາ ແລະ ສະແດງຄວາມຊົມເຊີຍຕໍ່ຄວາມຄືບໜ້າການຈັດຕັ້ງປະຕິບັດບັນດາໂຄງການທີ່ໄດ້ຮັບທຶນຈາກຄູ່ຮ່ວມພັດທະນາເປັນຕົ້ນແມ່ນຍີ່ປຸ່ນ ແລະ ສ ເກົາຫຼີ. ນອກນັ້ນ, ໃນທີ່ປະຊຸມຍັງໄດ້ປຶກສາຫາລືກ່ຽວກັບການກະກຽມຄວາມພ້ອມໃນການຈັດກອງປະຊຸມສຸດຍອດ(ACMECS) ຄັ້ງທີ 10 ທີ່ ສປປ ລາວ ຈະເປັນເຈົ້າພາບໃນທ້າຍປີ 2024 ໂດຍສະເພາະແມ່ນການກະກຽມທາງດ້ານເນື້ອໃນເປັນຕົ້ນ: ຮ່າງຖະແຫຼງການວຽງຈັນ ແລະ ການກະກຽມດ້ານພະລາທິການຕ່າງໆ ເພື່ອຮັບປະກັນໃຫ້ການນໍາຂັ້ນສູງຂອງປະເທດສະມາຊິກທີ່ຈະເດີນທາງເຂົ້າຮ່ວມກອງປະຊຸມ(ACMECS) ຄັ້ງທີ 10.

ກອງປະຊຸມຄັ້ງນີ້ໄດ້ດໍາເນີນໄປບົນພື້ນຖານໄມຕີຈິດມິດຕະພາບ ແລະ ສາມາດບັນລຸຕາມຈຸດປະສົງເປົ້າໝາຍທີ່ວາງໄວ້ ແນໃສ່ການກະກຽມໃຫ້ແກ່ການເປັນເຈົ້າພາບຈັດກອງປະຊຸມສຸດຍອດ(ACMECS) ຄັ້ງທີ 10 ພາຍໃຕ້ການເປັນປະທານຂອງ ສປປ ລາວ ໃນທ້າຍປີ 2024 ໃຫ້ປະສົບຜົນສໍາເລັດອັນຈົບງາມ.

ຂ່າວ: ກະ​ຊວງ​ການ​ຕ່າງ​ປະ​ເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments