ໃນໄລຍະທີ່ ສປປ ລາວ ເປັນປະທານຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສແມ່ນໍ້າຂອງ-ຍີ່ປຸ່ນ ທີ່ບາງກອກ ປະເທດໄທ, ໃນວັນທີ 26 ມິຖຸນາ ຜ່ານມາ ສປປ ລາວ ຍັງໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອິຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ (ACMECS), ເນື່ອງຈາກ ສປປ ລາວ ເປັນປະທານຂອບການຮ່ວມມື (ACMECS). ການເປັນເຈົ້າພາບກອງປະຊຸມເຈົ້າໜ້າທີ່ອາວຸໂສ (ACMECS) ຄັ້ງນີ້ ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສ (ACMECS) ຂອງ ສປປ ລາວ ໂດຍມີເຈົ້າໜ້າທີ່ອາວຸໂສຈາກ ກໍາປູເຈຍ, ມຽນມາ, ໄທ, ສສ ຫວຽດນາມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງກອງປະຊຸມຄັ້ງນີ້ ເພື່ອທົບທວນຄືນຜົນການຈັດຕັ້ງປະຕິບັດແຜນແມ່ບົດ (ACMECS) 2019-2023 ແລະ ວາງທິດທາງໃນຕໍ່ໜ້າເພື່ອກະກຽມຮ່າງແຜນແມ່ບົດ (ACMECS) 5 ປີຕໍ່ໜ້າຂອງຂອບການຮ່ວມມື (ACMECS). ພ້ອມດຽວກັນ, ກໍໄດ້ປຶກສາຫາລື ແລະ ລາຍງານຜົນຂອງການຈັດຕັ້ງປະຕິບັດຂອງກອງເລຂາ (ACMECS) ຊົ່ວຄາວ ຫຼັງຈາກສ້າງຕັ້ງສໍາເລັດໃນຕົ້ນປີ 2024 ທີ່ຜ່ານມາ ແລະ ສະແດງຄວາມຊົມເຊີຍຕໍ່ຄວາມຄືບໜ້າການຈັດຕັ້ງປະຕິບັດບັນດາໂຄງການທີ່ໄດ້ຮັບທຶນຈາກຄູ່ຮ່ວມພັດທະນາເປັນຕົ້ນແມ່ນຍີ່ປຸ່ນ ແລະ ສ ເກົາຫຼີ. ນອກນັ້ນ, ໃນທີ່ປະຊຸມຍັງໄດ້ປຶກສາຫາລືກ່ຽວກັບການກະກຽມຄວາມພ້ອມໃນການຈັດກອງປະຊຸມສຸດຍອດ(ACMECS) ຄັ້ງທີ 10 ທີ່ ສປປ ລາວ ຈະເປັນເຈົ້າພາບໃນທ້າຍປີ 2024 ໂດຍສະເພາະແມ່ນການກະກຽມທາງດ້ານເນື້ອໃນເປັນຕົ້ນ: ຮ່າງຖະແຫຼງການວຽງຈັນ ແລະ ການກະກຽມດ້ານພະລາທິການຕ່າງໆ ເພື່ອຮັບປະກັນໃຫ້ການນໍາຂັ້ນສູງຂອງປະເທດສະມາຊິກທີ່ຈະເດີນທາງເຂົ້າຮ່ວມກອງປະຊຸມ(ACMECS) ຄັ້ງທີ 10.
ກອງປະຊຸມຄັ້ງນີ້ໄດ້ດໍາເນີນໄປບົນພື້ນຖານໄມຕີຈິດມິດຕະພາບ ແລະ ສາມາດບັນລຸຕາມຈຸດປະສົງເປົ້າໝາຍທີ່ວາງໄວ້ ແນໃສ່ການກະກຽມໃຫ້ແກ່ການເປັນເຈົ້າພາບຈັດກອງປະຊຸມສຸດຍອດ(ACMECS) ຄັ້ງທີ 10 ພາຍໃຕ້ການເປັນປະທານຂອງ ສປປ ລາວ ໃນທ້າຍປີ 2024 ໃຫ້ປະສົບຜົນສໍາເລັດອັນຈົບງາມ.
ຂ່າວ: ກະຊວງການຕ່າງປະເທດ