ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ມິຖຸນາ ນີ້ວ່າ: ມີຂໍ້ມູນວ່າເປືອກໝາກກ້ຽງເຫຼືອຖິ້ມປີລະ 5.000 ລ້ານກິໂລກຣາມ ຈາກການຜະລິດນໍ້າໝາກກ້ຽງທົ່ວສະຫະລັດ ອາເມຣິກາ, ໂດຍໝາກກ້ຽງຟອລລິດາ ເກືອບ 95% ນຳໃຊ້ເຮັດນ້ຳໝາກກ້ຽງ ແລະ ເປືອກປະມານເຄິ່ງໜຶ່ງນຳໄປລ້ຽງສັດເຊັ່ນ: ງົວ, ສ່ວນທີ່ເຫຼືອກໍຖືກຖິ້ມເປັນຂີ້ເຫຍື້ອ, ແຕ່ເມື່ອມໍ່ໆມານີ້ ມີຜົນການວິໄຈອອກມາວ່າ: ເປືອກໝາກກ້ຽງອາດເປັນກຸນແຈສຳຄັນຕໍ່ສຸຂະພາບຫົວໃຈ ແລະ ຫຼອດເລືອດທີ່ດີຂຶ້ນ, ຜົນການວິໄຈໃໝ່ນີ້ສຶກສາຄົ້ນຄວ້າໂດຍນັກວິທະຍາສາດຈາກມະຫາວິທະຍາໄລຟອລລິດາ ທີ່ພິມເຜີຍແຜ່ໃນວາລະສານເຄມີການກະເສດ ແລະ ອາຫານ.
ນັກວິທະຍາສາດ ລະບຸວ່າ: ແບັກທີເຣຍໃນລຳໄສ້ບາງຊະນິດຊ່ວຍພັດທະນາໂຣກຫົວໃຈ ແລະ ຫຼອດເລືອດ, ເມື່ອພວກມັນກິນສານອາຫານບາງຊະນິດໃນໄລຍະຍ່ອຍອາຫານ ແບັກທີເຣຍໃນລຳໄສ້ຈະຜະລິດ rimethylamine N-oxide ຫຼື TMAO ຊຶ່ງເປັນທາດໂປຣຕີນທີ່ພົບເຫັນຫຼາຍໃນສັດທະເລ ໂດຍສະເພາະປາທະເລນ້ໍາເລິກ, ລະດັບຂອງ TMAO ສາມາດຊ່ວຍເພີ່ມປະສິດທິພາບຂອງຫົວໃຈໄດ້, ນັກວິທະຍາສາດເປີດເຜີຍວ່າ: ໄດ້ກວດສອບຄວາມສາມາດຂອງສານສະກັດຈາກເປືອກໝາກກ້ຽງທີ່ອຸດົມໄປດ້ວຍສານພຶກສາເຄມີທີ່ມີປະໂຫຍດ. ເພື່ອຫຼຸດການຜະລິດ TMAO ແລະ trimethylamine-TMA ໂດຍການທົດສອບສານສະກັດ 2 ແບບຄື: ສ່ວນມີຂົ້ວ (polar fraction) ແລະ ສ່ວນບໍ່ມີຂົ້ວ (non-polar fraction)
ຜົນການຄົ້ນຄວ້າພົບວ່າ: ສານສະກັດຈາກເປືອກໝາກກ້ຽງທີ່ເອີ້ນວ່າ non-polar fraction ສາມາດຢັບຢັ້ງການຜະລິດສານເຄມີທີ່ເປັນອັນຕະລາຍໄດ້ຢ່າງມີປະສິດທິພາບ, ນັກຄົ້ນຄວ້າຍັງລະບຸສານປະກອບທີ່ເອີ້ນວ່າ feruloylputrescine ໃນສານສະກັດສ່ວນທີ່ເປັນ polar fraction ຂອງເປືອກໝາກກ້ຽງ ສາມາດຢັບຢັ້ງ ເອັນໄຊ ທີ່ຮັບຜິດຊອບໃນການຜະລິດ TMA. ການຄົ້ນຄວ້ານີ້ຈະເປັນແນວທາງໄປສູ່ການພັດທະນາອາຫານເພື່ອສຸຂະພາບ ທີ່ອຸດົມສົມບູນໄປດ້ວຍສານປະກອບອອກລິດທາງລະບົບຊີວະພາບ ແລະ ເຊື່ອວ່າຈະເປັນແນວທາງການຮັກສາແບບໃໝ່ດ້ານສຸຂະພາບຂອງຫົວໃຈໃນພາຍໜ້າ.