Saturday, July 27, 2024
Homeຂ່າວຕ່າງປະເທດMicrosoft ລົງທຶນຄັ້ງໃຫຍ່ທີ່ສຸດໃນຊູແອັດ

Microsoft ລົງທຶນຄັ້ງໃຫຍ່ທີ່ສຸດໃນຊູແອັດ

ຂ່າວສານຫວຽດນາມລາຍງານ, ໃນວັນທີ 3 ມິຖຸນາ ຜ່ານມາ ບໍລິສັດ ໄມໂຄຣຊອບ (Microsoft) ກ່າວວ່າ: ຈະລົງທຶນ 33,7 ຕື້ໂດລາ ເພື່ອຂະຫຍາຍພື້ນຖານໂຄງລ່າງຄລາວ ແລະ ປັນຍາປະດິດ (AI) ຢູ່ ຊູແອັດ ໃນໄລຍະ 2 ປີ. ນີ້ແມ່ນການລົງທຶນທີ່ໃຫຍ່ທີ່ສຸດດ້ານເຕັກໂນໂລຊີຂອງອາເມຣິກາໃນປະເທດນີ້.

ຂ່າວລະບຸວ່າ: Microsoft ໃຫ້ຄໍາໝັ້ນສັນຍາທີ່ຈະຝຶກອົບຮົມທັກສະດ້ານ AI ໃຫ້ກັບ 250.000 ຄົນ (ເທົ່າກັບ 2,4% ຂອງປະຊາກອນຊູແອັດ) ໃນປີ 2027, ກ່າວຄຳເຫັນໃນກອງປະຊຸມຂ່າວຮ່ວມກັບ ທ່ານ ອັລຟ ຄຣິສເຕີສັນ ນາຍົກລັດຖະມົນຕີ ຊູແອັດ, ທ່ານ ເບຣດ ສມິດ ປະທານບໍລິສັດ Microsoft ເນັ້ນໜັກວ່າ: ການລົງທຶນທີ່ໃຫຍ່ທີ່ສຸດຂອງບໍລິສັດໃນ ຊູແອັດ ຈະຊ່ວຍໃຫ້ປະເທດນີ້ສ້າງພື້ນຖານໂຄງລ່າງສູນຂໍ້ມູນ AI ຊັ້ນນຳຂອງໂລກ. ທ່ານໄດ້ອະທິບາຍວ່າ ເຫດຜົນຂອງການຕັດສິນໃຈຄັ້ງນີ້ຕົ້ນຕໍແມ່ນຍ້ອນ ຊູແອັດ ມີນະໂຍບາຍພະລັງງານທີ່ກ້າວໜ້າ, ທັງສ້າງການເຂົ້າເຖິງພະລັງງານສີຂຽວໄດ້ງ່າຍດາຍ. ປະທານ Microsoft ໃຫ້ຂໍ້ສັງເກດວ່າການລົງທຶນຂະໜາດໃຫຍ່ໃນ ຊູແອັດ ມີທ່າແຮງທີ່ຈະປູທາງໄປສູ່ການລົງທຶນອື່ນໆຈໍານວນຫຼາຍ.

ໃນຊຸມເດືອນມໍ່ໆ ມານີ້ Microsoft ຍັງໄດ້ປະກາດການລົງທຶນທີ່ຄ້າຍຄືກັນຢູ່ປະເທດອື່ນໆ ໃນນັ້ນມີປະມານ 4 ຕື້ເອີໂຣ ຢູ່ ຝຣັ່ງ ແລະ 2,9 ຕື້ໂດລາ ຢູ່ຍີ່ປຸ່ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments