Friday, October 18, 2024
Homeຂ່າວພາຍໃນໄຊສົມບູນ ສະເຫລີມສະຫລອງວັນເດັກນ້ອຍສາກົນ ຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ

ໄຊສົມບູນ ສະເຫລີມສະຫລອງວັນເດັກນ້ອຍສາກົນ ຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ

ແຂວງໄຊສົມບູນ ຈັດພິທີສະເຫລີມສະຫລອງວັນເດັກນ້ອຍສາກົນ ຄົບຮອບ 99 ປີ ຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 44 ປີ ໃນວັນທີ 29 ພຶດສະພາ 2024 ທີ່ເມືອງອະນຸວົງ ໂດຍການເຂົ້າຮ່ວມຂອງທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໆໄຊສົມບູນ, ທ່ານ ຕົ່ງມົວ ຊົວໂກ້ ປະທານຄະນະກຳມະທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກນ້ອຍ ແຂວງໄຊສົມບູນ ພ້ອມດ້ວຍບັນດາພະແນກການ, ອົງການ, ກົມກອງ, ພໍ່ແມ່ຜູ້ປົກຄອງເດັກ ແລະ ຫລານນ້ອຍ ພາຍໃນເທສະບານແຂວງເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.

ທ່ານ ພອຍຄໍາ ຮຸ່ງບຸນຍວງ ໄດ້ປາຖະກະຖາ ເລົ່າຄືນມູນເຊື້ອປະຫວັດຄວາມເປັນມາ ຂອງວັນເດັກນ້ອຍສາກົນ ຊຶ່ງການສະເຫລີມສະຫລອງວັນເດັກໃນແຕ່ລະປີ ແມ່ນແນໃສ່ຊຸກຍູ້ສົ່ງເສີມ, ພັດທະນາ ແລະ ປົກປ້ອງເດັກໃນທົ່ວໂລກ. ເນື່ອງຈາກເດັກທີ່ເປັນໜໍ່ແໜງແຫ່ງຊີວິດໃນມື້ນີ້ ຈະກາຍເປັນອະນາຄົດອັນແຈ່ມໃສ ຂອງປະເທດຊາດໃນມື້ໜ້າ, ສະນັ້ນ ບັນດາປະຊາຊາດໃນທົ່ວໂລກ ຈຶ່ງໄດ້ມີການສະເຫລີມສະຫລອງວັນເດັກ ໂດຍກຳນົດເອົາວັນທີ 1 ມິຖຸນາ ຂອງທຸກໆປີ ເປັນວັນເດັກນ້ອຍສາກົນ. ເນື່ອງຈາກວ່າ ເດັກທີ່ຍັງບໍ່ທັນມີວຸດທິພາວະສົມບູນຄົບຖ້ວນ ມີຄວາມຕ້ອງການໃນການປ້ອງກັນ ແລະ ດູແລເບິ່ງແຍງທາງດ້ານຮ່າງກາຍ ແລະ ຈິດໃຈເປັນພິເສດ, ຊຶ່ງການສະເຫລີມສະຫລອງວັນເດັກນ້ອຍສາກົນໃນຄັ້ງນີ້ ກໍເພື່ອເປັນການປູກຈິດສຳນຶກ ໃຫ້ທົ່ວສັງຄົມໄດ້ຮັບຮູ້, ເຂົ້າໃຈເຖິງຄວາມສຳຄັນຂອງເດັກນ້ອຍ ພ້ອມກັນເອົາໃຈໃສ່ຊຸກຍູ້, ສົ່ງເສີມ ແລະ ສ້າງໂອກາດໃຫ້ເຂົາເຈົ້າໄດ້ຮັບການພັດທະນາ, ມີຄວາມຮູ້, ຄວາມສາມາດ ແລະ ມີອະນາຄົດທີ່ດີ ພ້ອມທັງກາຍເປັນກຳລັງແຮງທີ່ສຳຄັນ ໃນການພັດທະນາປະເທດຊາດ ໃນຕໍ່ໜ້າ.

ການສະເຫລີມສະຫລອງ ວັນເດັກນ້ອຍສາກົນໃນຄັ້ງນີ້ ຄະນະຮັບຜິດຊອບ ໄດ້ຈັດໃຫ້ມີຫລາກຫລາຍກິດຈະກຳ ເປັນຕົ້ນ ການສະແດງສິນລະປະ-ວັນນະຄະດີ ບົດຟ້ອນ ແລະ ຮ້ອງເພງລວມໝູ່ ຈາກໜ່ວຍສິນລະປະສູນວັດທະນະທຳເດັກ, ກິດຈະກຳປູກຕົ້ນໄມ້, ກວດສຸຂະພາບ ແລະ ແຈກຢາຍອຸປະກອນການຮຽນ, ເຂົ້າໝົມ, ນົມ ໃຫ້ເດັກນ້ອຍຕື່ມອີກ.

ຂ່າວ: ພາພອນ ນະວົງໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments