Friday, October 18, 2024
Homeຂ່າວຕ່າງປະເທດປະຊາກອນມາເລເຊຍ ເພີ່ມຂຶ້ນ 34 ລ້ານຄົນ ໃນໄຕມາດທຳອິດປີນີ້

ປະຊາກອນມາເລເຊຍ ເພີ່ມຂຶ້ນ 34 ລ້ານຄົນ ໃນໄຕມາດທຳອິດປີນີ້

ສຳນັກຂ່າວ ຊິນຮວາຂອງ ສປ ຈີນ, ສຳນັກງານ ສະຖິຕິ ຂອງມາເລເຊຍ (DOSM) ເປີດເຜີຍວ່າ: ຈຳນວນ ປະຊາກອນ ຂອງມາເລເຊຍ ໃນໄຕມາດ ທຳອິດ ຂອງປີນີ້ ເພີ່ມຂຶ້ນ 34 ລ້ານຄົນ ເພີ່ມຂຶ້ນ 2,3% ເມື່ອທຽບໃສ່ ປີກາຍ ຈຳນວນ 33,2 ລ້ານຄົນ ໂດຍປະຊາກອນ ທັງໝົດ ປະກອບ ໄປດ້ວຍ ພົນລະເມືອງ 30,6 ລ້ານຄົນ ກວມເອົາ 90% ແລະ ປະຊາກອນ ທີ່ບໍ່ແມ່ນ ພົນລະເມືອງ 3,4 ລ້ານຄົນ ກວມເອົາ 10% ຂອງປະຊາກອນ ທັງໝົດ.

ໃນນີ້ ປະຊາກອນຊາຍ ເພີ່ມຂຶ້ນເປັນ 17,8 ລ້ານຄົນຈາກ 14,4 ລ້ານຄົນ ໃນປີກາຍນີ້. ຂະນະທີ່ ປະຊາກອນຍິງ ເພີ່ມຂຶ້ນເປັນ 16,1 ລ້ານຄົນ ຈາກ 15,8 ລ້ານຄົນ ແລະ ຖ້າຫາກແບ່ງຕາມ ເຊື້ອຊາດ ຊາວມາເລເຊຍ ຄິດເປັນ57,9% ຈຳນວນ 17,7 ລ້ານຄົນ ຂອງປະຊາກອນ ທີ່ບັນທຶກໄວ້ ໃນໄຕມາດທຳອິດ. ຂະນະດຽວກັນ ເດັກເກີດໃໝ່ ຫລຸດລົງ 9,4% ເມື່ອທຽບໃສ່ປີຕໍ່ປີ ເຫລືອ 106.386 ຄົນ ແລະ ມີຈຳນວນ ຜູ້ເສຍຊີວິດ ລວມ 47.964ຄົນ ໃນໄລຍະດັ່ງກ່າວ ຫລຸດລົງ 1,5% ຈາກປີຜ່ານມາ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments