Friday, October 18, 2024
Homeຂ່າວພາຍໃນຫລວງນໍ້າທາ ໄຂກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 15 ສະໄໝທີ VIII

ຫລວງນໍ້າທາ ໄຂກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 15 ສະໄໝທີ VIII

ແຫລ່ງຂ່າວຈາກແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ແຂວງຫລວງນໍ້າທາ ຈັດກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 15 ສະໄໝທີ VIII ໃນວັນທີ 4 ເມສາ 2024 ໂດຍການເປັນປະທານ ຂອງ ທ່ານ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຫລວງນໍ້າທາ, ມີກຳມະການປະຈຳພັກແຂວງ ແລະ ກຳມະການພັກແຂວງ ເຂົ້າຮ່ວມ.

ທ່ານ ບຸນມາ ພັນດາວົງ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ ໄດ້ສະຫລຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈຳ 3 ເດືອນຕົ້ນປີ 2024 ແລະ ທິດທາງແຜນການ 3 ເດືອນຕໍ່ໜ້າ. ໃນໄລຍະ 3 ເດືອນຜ່ານມາ ຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ແລະ ປະຊາຊົນບັນດາເຜົ່າພາຍໃນແຂວງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2024 ຂອງແຂວງ ຢ່າງເປັນຂະບວນຟົດຟື້ນ ແລະ ມີຜົນສຳເລັດ; ການປາຖະກະຖາວັນສຳຄັນຕ່າງຂອງພັກ-ຂອງຊາດທັງໝົດ 2 ຄັ້ງ ມີຜູ້ເຂົ້າຮ່ວມຮັບຟັງ 3,937 ເທື່ອຄົນ, ສໍາເລັດກອງປະຊຸມເຊື່ອມຊຶມ ບົດໂອ້ລົມຂອງ ສະຫາຍ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຕໍ່ກັບວຽກງານການເງິນທົ່ວປະເທດ ແລະ ຂໍ້ຕົກລົງສະບັບເລກທີ 169/ນຍ ລົງວັນທີ 28 ທັນວາ 2023 ວ່າດ້ວຍການສະສາງລົດຂອງລັດ ແລະ ໄດ້ເປີດນໍາໃຊ້ດ່ານຂົວມິດຕະພາບ ລາວ-ມຽນມາ ຄືນໃໝ່. ຈັດເທສະການດົນຕີຫລວງນໍ້າທາ, ບຸນປະເພນີວັດທະນະທຳຂອງເຜົ່າຢູ່ບັນດາເມືອງ ເຊິ່ງເປັນກິດຈະກຳເປີດປີທ່ອງທ່ຽວລາວ 2024 ຂອງແຂວງຫລວງນໍ້າທາ, ໄດ້ປັບປຸງກົງຈັກການຈັດຕັ້ງບາງພະແນກການ ພ້ອມນີ້ຍັງສຳເລັດກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປະຈຳປີ 2023 ທົ່ວແຂວງຫລວງນໍ້າທາ ແລະ ວາງທິດທາງແຜນການ 2024, ສຳເລັດກອງປະຊຸມສະຫລຸບຕີລາຄາຄືນວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ປະຈຳປີ 2023 ແລະ ວາງທິດທາງແຜນການປີ 2024 ຢູ່ບັນດາເມືອງພາຍໃນແຂວງ, ເປັນເຈົ້າພາບຈັດກອງປະຊຸມວຽກງານແຜນການ ແລະ ການລົງທຶນ 10 ແຂວງພາກເໜືອ, ສຳເລັດພິທີປະກາດໜ່ວຍບໍລິການຜ່ານປະຕູດຽວ ຢູ່ເມືອງຫລວງນໍ້າທາ, ສຳເລັດການລົງແນະນຳການກະກຽມເນື້ອໃນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຢູ່ 5 ເມືອງ ແລະ 2 ກອງບັນຊາການ ຂອງອະນຸກຳມະການເນື້ອໃນ, ສໍາເລັດການເຜີຍແຜ່ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ທາບທາມບຸກຄະລາກອນໃຫ້ກອງປະຊຸມໃຫຍ່ອົງຄະນະພັກເມືອງສິງ, ເມືອງລອງ, ເມືອງນາແລ ແລະ ເມືອງວຽງພູຄາ ຂອງອະນຸກໍາມະການບຸກຄະລາກອນ.

ສຳລັບທິດທາງແຜນການ 3 ເດືອນຕໍ່ໜ້າ ຄະນະພັກແຕ່ລະຂັ້ນຈະໄດ້ສືບຕໍ່ເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດ ໂດຍຈັດຕັ້ງເຊື່ອມຊຶມ, ເຜີຍແຜ່, ປາຖະກະຖາແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ລະບຽບກົດຫມາຍຂອງລັດ, ມູນເຊື້ອວັນສໍາຄັນຂອງຊາດໃຫ້ພະນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນບັນດາເຜົ່າໄດ້ຮັບຮູ້ຢ່າງທົ່ວເຖິງ, ສືບຕໍ່ຈັດຕັ້ງປະຕິບັດ ແນວທາງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ທົ່ວເຖິງ ແລະ ເປັນໜ້າທີ່ຂອງປວງຊົນຮອບດ້ານ; ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂ ປະກົດການຫຍໍ້ທໍ້ໃນສັງຄົມ ເພື່ອຮັບປະກັນເຮັດໃຫ້ແຂວງຫລວງນໍ້າທາ ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ; ສືບຕໍ່ຄຸ້ມຄອງ, ຕິດຕາມ, ກວດກາບັນດາໂຄງການລົງທຶນຂອງລັດ, ຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ໃຫ້ຖືກຕ້ອງຕາມລະບຽບການ, ກົດໝາຍ ແລະ ມີຄຸນນະພາບ; ຊຸກຍູ້, ສົ່ງເສີມ ກະກຽມການປູກພືດລະດູຝົນໃຫ້ທັນກັບລະດູການ; ຈັດເກັບລາຍຮັບເຂົ້າງົບປະມານ, ປະຕິບັດລາຍຈ່າຍໃຫ້ໄດ້ຕາມແຜນການ; ສືບຕໍ່ຂະຫຍາຍຕາໜ່າງການຄ້າ-ການບໍລິການ ລົງເຖິງເຂດຊົນນະບົດຫ່າງໄກສອກຫລີກ, ຄຸ້ມຄອງຫົວໜ່ວຍທຸລະກີດ, ສິນຄ້າ-ລາຄາ; ຊຸກຍູ້ໂຄງການກໍ່ສ້າງ ສ້ອມແປງເສັ້ນທາງ, ສຳຫລວດ, ອອກແບບເສັ້ນທາງສາຍຕ່າງໆພາຍໃນແຂວງ, ຄຸ້ມຄອງຫົວໜ່ວຍທຸລະກິດກໍ່ສ້າງ-ຂົວທາງ ສູ້ຊົນປະຕິບັດການຂົນສົ່ງໂດຍສານທາງບົກ-ທາງອາກາດໃຫ້ໄດ້ຕາມແຜນການ; ສືບຕໍ່ພັດທະນາພື້ນຖານໂຄງລ່າງຢູ່ເຂດເສດຖະກິດບໍ່ເຕ່ນແດນງາມ ແຂວງຫລວງນໍ້າທາ ໃຫ້ກາຍເປັນເຂດການຄ້າ, ການລົງທຶນ, ການບໍລິການ ແລະ ການທ່ອງທ່ຽວ; ຕິດຕາມ, ຊຸກຍູ້ ວຽກງານ 3 ສ້າງ ການສ້າງບ້ານ ແລະ ກຸ່ມບ້ານພັດທະນາ ຕາມ 4 ເນື້ອໃນ 4 ຄາດໝາຍ; ສືບຕໍ່ຈັດຕັ້ງປະຕິບັດແນວທາງການຕ່າງປະເທດຂອງພັກ ຍາດແຍ່ງເອົາການຮ່ວມມື ແລະ ການຊ່ວຍເຫລືອຈາກຕ່າງປະເທດ ອົງການສາກົນໃຫ້ຫລາຍຂຶ້ນ.

ໃນກອງປະຊຸມຄັ້ງນີ້ ຍັງໄດ້ຮັບຟັງການລາຍງານການພົວພັນປະສານງານ ລະຫວ່າງສະພາປະຊາຊົນແຂວງກັບອົງການປົກຄອງແຂວງ, ລາຍງານການຕີລາຄານໍາພາ-ຊີ້ນຳ ຂົງເຂດສານປະຊາຊົນແຂວງ, ໄອຍະການປະຊາຊົນ ແລະ ຍຸຕິທຳ ແລະ ລາຍງານຕີລາຄາການນໍາພາ- ຊີ້ນຳຂົງເຂດວຽກງານແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນໃນໄລຍະຜ່ານມາຕື່ມອີກ.

ຂ່າວ: ອຸ້ມ ສົມນໍວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments